ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ກັບ ຟີ​ລິ​ປິນ ຈະ​ຫຼີກ​ເວັ້ນຈາກ ​ການ​ຫ້າມຫາປາຂອງ​ ຈີນ ​ໃນ​ທະ​ເລ​ຈີນ ໄດ້​ແນວ​ໃດ?


ເຮືອ​ຍາມ​ຊາຍ​ຝັ່ງ ຈີນ ລຳ​ນຶ່ງເຄື່ອນ​ເຂົ້າ​ໃກ້​ເຮືອ​ຫາ​ປາ​ຂອງ ຟີ​ລິບ​ປິນ ຢູ່ນອກ​ໝູ່​ເກາະ ສ​ກາ​ໂບ​ໂຣ ໃນ​ທະ​ເລ​ຈີນ​ໃຕ້. 23 ກັນ​ຍາ, 2015.
ເຮືອ​ຍາມ​ຊາຍ​ຝັ່ງ ຈີນ ລຳ​ນຶ່ງເຄື່ອນ​ເຂົ້າ​ໃກ້​ເຮືອ​ຫາ​ປາ​ຂອງ ຟີ​ລິບ​ປິນ ຢູ່ນອກ​ໝູ່​ເກາະ ສ​ກາ​ໂບ​ໂຣ ໃນ​ທະ​ເລ​ຈີນ​ໃຕ້. 23 ກັນ​ຍາ, 2015.

ປັກ​ກິ່ງ ໄດ້​ປະ​ກາດ​ການ​ຍືດ​ເວ​ລາ​ສຳ​ລັບ​ການ​ຫາ​ປາ ໃນ​ບໍ​ລິ​ເວນ​ປະ​ມານ​ເຄິ່ງ​ນຶ່ງ​ຂອງ​
ທະເລຈີນໃຕ້ ທີ່ມີຄວາມຂັດແຍ້ງກັນຢ່າງຮຸນແຮງທຸກປີນັບຕັ້ງແຕ່ປີ 1995 ເປັນຕົ້ນມາ.
ແລະ ທຸກປີ ປະເທດອື່ນໆທີ່ຕໍ່ສູ້ເພື່ອອ້າງເອົາອຳນາດອະທິປະໄຕນັ້ນ ກໍມັກຈະປ່ອຍ
ເຮືອຫາປາຂອງເຂົາເຈົ້າໃຫ້ເຮັດຕາມທີ່ເຂົາເຈົ້າຢາກເຮັດ.

ຕຳຫຼວດ​ຍາມ​ຊາຍ​ຝັ່ງ​ ຈີນ ເວົ້າ​ວ່າ ການ​ຍືດ​ເວ​ລາດັ່ງ​ກ່າວ​ທີ່​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​
ທີ 1 ພຶດສະພາປີນີ້ ແມ່ນຈະຖືກບັງຄັບໃຊ້, ແຕ່ປະຊາຊົນຜູ້ທີ່ຕິດຕາມການເມືອງທະ
ເລຈີນໃຕ້ຄາດວ່າ ບັນດາເຈົ້າໜ້າທີ່ຈະຈັບພຽງແຕ່ເຮືອທີ່ລົງທະ​ບຽ​ນ​ຂອງ​ ຈີນ ທີ່​ລ່ວງ​
ລະເມີດການຫ້າມນັ້ນ.

ນັກ​ວິ​ເຄາະ​ເຊື່ອ​ວ່າ ຈີນ ຈະ​ບໍ່​ເຄັ່ງ​ຄັດ​ກັບ​ເຮືອ​ຈາກ ຟີ​ລິບ​ປິນ, ໄຕ້​ຫວັນ ແລະ ຫວຽດ​
ນາມ ເພາະວ່າເຂົາເຈົ້າຢາກສ້າງສາຍພົວພັນໃນ ເອເຊຍ ແລະ ຫຼີກລ່ຽງບົດບາດທີ່ເຂັ້ມ
ແຂງຂຶ້ນຂອງ ສະຫະລັດ ໃນເຂດນ້ຳທີ່ມີການຂັດແຍ້ງນັ້ນ. ໄຕ້ຫວັນ ແລະ ຟີລິບປິນ
ເຊິ່ງແມ່ນພັນທະມິດຂອງ ສະຫະລັດ ໄດ້ຮຽກຮ້ອງໃຫ້ມີການຍືດເວລາ ໃນພື້ນທີ່ຂອງ
ເຂົາເຈົ້າເອງທັງໝົດ ຫຼື ບາງສ່ວນ. ຫວຽດນາມ ໄດ້ທຳການກ່າວອ້າງທີ່ຄ້າຍຄືກັນ ແລະ
ໄດ້ມີຄວາມໃກ້ຊິດກັບ ວໍຊິງຕັນ ຫຼາຍຂຶ້ນ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ.

ນັກ​ວິ​ເຄາະ​ເວົ້າ​ວ່າ ຈີນ ໄດ້​ບອກ​ປະ​ເທດ​ອື່ນໆ ກ່ຽວ​ກັບ ການ​ຍືດ​ເວ​ລາ​ສາມ​ເດືອນ
ສ່ວນໃຫຍ່ແມ່ນເຕືອນໃຫ້ເຂົາເຈົ້າຮູ້ ກ່ຽວກັບ ການອ້າງອຳນາດອະທິປະໄຕຂອງເຂົາ
ເຈົ້າ.

ທ່ານ ເຈ ບາ​ຕົງ​ປາ​ກາ​ລ, ອາ​ຈານ​ສອນ​ກ່ຽວ​ກັບ ບັນ​ຫາ​ນ່ານ​ນ້ຳ​ສາ​ກົນ ທີ່​ມະ​ຫາ​ວິ​ທະ​
ຍາໄລ ຟີລິບປິນ ກ່າວວ່າ “ປັດຈຸບັນນີ້, ພວກເຮົາຍັງບໍ່ໄດ້ເຫັນການບັງຄັບໃຊ້ທີິ່ຈິງຈັງ
ໃນພາກສ່ວນຂອງເຂົາເຈົ້າ, ໂດຍສະເພາະຕໍ່ປະເທດອື່ນໆ. ໜ້ອຍສຸດ, ຂ້າພະເຈົ້າ
ຄິດວ່າ ແມ່ນສ້າງບັນທຶກ ກ່ຽວກັບ ການໃຊ້ກົດໝາຍໃນທະເລຈີນໃຕ້ທັງໝົດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG