ລິ້ງ ສຳຫລັບເຂົ້າຫາ

logo-print

ຈີນ ສະຫງົບ ບັນຫາທາງທະເລ ເອເຊຍ ໃນປີ 2017 ໂດຍປາສະຈາກ ການຄອບຄອງ ເຂດແດນ


ເຮືອກຳປັ່ນ ຈີນ ຢູ່ທະເລຈີິນໃຕ້. 21 ເມສາ 2017.

ອັນດັບຕໍ່ໄປ ພຸດທະສອນຈະນຳເອົາລາຍງານທ້າຍປີ ກ່ຽວກັບທະເລຈີນໃຕ້ ມາສະເໜີ
ທ່ານ.

ຈີນ ໄດ້ເຮັດໃຫ້ເກີດຄວາມສະຫງົບ ເລື່ອງຄວາມຂັດແຍ້ງດ້ານອະທິປະໄຕໃນທະເລ
ຈີນໃຕ້ ໃນປີ 2017 ດ້ວຍການສະເໜີການຊ່ວຍເຫຼືອ, ການລົງທຶນ ແລະ ຄຳໝັ້ນສັນ
ຍາວ່າ ຈະໃຫ້ມີການເຈລະຈາກັບບັນດາປະເທດເອເຊຍຕາເວັນ ອອກສຽງໃຕ້ທີ່ອ່ອນ
ແອກວ່າ ໃນຂະນະທີ່ຄູ່ແຂ່ງໃຫຍ່ຂອງ ຈີນ ຄື ສະຫະລັດ ມິດງຽບຢູ່.

ການປ່ຽນແປງດັ່ງກ່າວ ໃນຄວາມຂັດແຍ້ງ ດ້ານອຳນາດອະທິປະໄຕ ໃນທະເລຈີນໃຕ້
ທີ່ປະກອບມີລັດຖະບານຈາກ 6 ປະເທດນັ້ນ ໄດ້ເຮັດ ໃຫ້ ປັກກິ່ງ ຫຼຸດຜ່ອນການຖືກວິ
ພາກວິຈານໃນສາທາລະນະ ກ່ຽວກັບ ການອ້າງເອົາກຳມະສິດ 90 ເປີເຊັນຂອງທະເລ
ຂອງເຂົາເຈົ້າ ທີ່ຍາວ ຢຽດ ຈາກຊາຍຝັ່ງພາກໃຕ້ຂອງເຂົາເຈົ້າ ຫາເກາະ ໂບນຽວ. ຜົນ
ທີ່ຕິດຕາມຄວາມສະຫງົບດັ່ງກ່າວມາ ກໍແມ່ນ ມີຫຼຸດການຜ່ອນຄວາມສ່ຽງຂອງ ຄວາມ
ຂັດແຍ້ງລົງ.

ທ່ານ ອາລັນ ຈອງ (Alan Chong) ຮອງສາສະດາຈານ ທີ່ມະຫາວິ ທະຍາໄລ ຣາຈາ
ຣັດນາມ (Rajaratnam) ພາກວິຊາການສຶກສາສາ ກົນໃນປະເທດ ສິງກະໂປກ່າວວ່າ
“ກະຊວງການຕ່າງປະເທດ ສະຫະ ລັດ, ທຳນຽບຫ້າແຈ, ເວລາທີ່ເຂົາເຈົ້າເບິ່ງທະວີບ
ເອເຊຍ ເຂົາເຈົ້າມີ ແນວໂນ້ມທີ່ຈະຄິດວ່າ ມັນແມ່ນບ່ອນທີ່ມີຄວາມສະຫງົບສຸກ, ຍ້ອນ
ວ່າພວກເຮົາ ໄດ້ຄົ້ນວິທີທີ່ຈະສື່ສານກັນ ແມ່ນກະທັ່ງ ຈະມີຄວາມບໍ່ເຫັນພ້ອມກັນ ແລະ
ຍອມຮັບການບໍ່ເຫັນດີກັນດັ່ງທີ່ມັນເປັນຢູ່ກໍຕາມ.”

ປະເທດ ບຣູໄນ, ມາເລເຊຍ, ຟີລິບປິ, ເກາະໄຕ້ຫວັນ ແລະ ຫວຽດ ນາມ ໄດ້ອ້າງເອົາ
ອຳນາດອະທິດປະໄຕ ໃນທົ່ວ ຫຼື ຫຼາຍພາກສ່ວນ ຂອງທະເລທີ່ມີເນື້ອທີ່ 3 ລ້ານ 5
ແສນຕາລາງກິໂລແມັດນັ້ນ. ບັນດາ ຜູ້ອ້າງເອົາກຳມະສິດທັງຫຼາຍ ໄດ້ໃຊ້ປະໂຫຍດ
ຂອງທະເລເຂດຮ້ອນ ອ້ອມເກາະນ້ອຍ ປະມານ 500 ເກາະສຳລັບການຫາປາ, ເສັ້ນ
ທາງການຂົນສົ່ງ ທາງນໍ້າ ແລະ ບໍ່ນໍ້າມັນ ຟັອສ໌ຊິລໃຕ້ນໍ້າ.

ຈີນ ໄດ້ອ້າງປະຫວັດການຫາປາໃນປະຫວັດສາດ ເພື່ອສະໜັບສະໜູນ ການອ້າງອີງ
ຂອງເຂົາເຈົ້າ. ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ປະເທດທີ່ ມີອຳນາດເໜືອກວ່າ ໃນ
ທາງເຕັກນິກ ໄດ້ເຮັດໃຫ້ຫຼາຍປະເທດທີ່ຢູ່ໃກ້ກັບເຂົາເຈົ້າບໍ່ພໍໃຈ ດ້ວຍການສ້າງເກາະ
ທຽມ ເພື່ອການຕິດຕັ້ງກອງ ທັບໃສ່. ໃນປີ 2016, ສານໄກ່ເກ່ຍຂອງໂລກ ໄດ້ຕັດສິດ
ຄຳຮຽກຮ້ອງຂອງ ຟີລິບປິນ ຕໍ່ພື້ນຖານທາງກົດໝາຍ ສຳລັບການອ້າງກຳມະສິດທາງ
ທະເລຂອງ ຈີນ.

ຈີນ ໄດ້ປະຕິເສດການຕັດສິນຂອງສານໄກ່ເກ່ຍ ແຕ່ໄດ້ໃຊ້ເວລາສ່ວນ ໃຫຍ່ ຂອງປີ
2017 ໃນການຮັກສາສາຍພົວພັນກັບຜູ້ອ້າງກຳມະສິດໃນ ເອເຊຍຕາເວັນອອກສຽງ
ໃຕ້ແຕ່ລະປະເທດ.

ໃນການໜູນຫຼັງສ່ວນນຶ່ງໂດຍເສດຖະກິດທີ່ມີມູນຄ່າຫຼາຍກວ່າ 11 ພັນ 2 ຮ້ອຍຕື້ໂດ
ລາ ແລະ ໂຄງການນຶ່ງແລວທາງ-ນຶ່ງເສັ້ນທາງ 900 ຕື້ໂດລາ ເພື່ອເຊື່ອມຕໍ່ຫຼາຍພາກ
ສ່ວນຂອງທະວີບເອເຊຍ ສຳລັບການເຕີບໂຕ ດ້ານການຄ້ານັ້ນ, ປະເທດດັ່ງກ່າວໄດ້
ສະເໜີການລົງທຶນ ແລະ ການຊ່ວຍເຫຼືອອື່ນໆໃຫ້ຄູ່ແຂ່ງ ທີ່ອ້າງເອົາກຳມະສິດທາງທະ
ເລໃນ ເອເຊຍຕາເວັນອອກສຽງໃຕ້.

ຈີນ ໄດ້ຕົກລົງທີ່ຈະຂາຍກຳປັ່ນນາວິກະໂຍທິນໃຫ້ ມາເລເຊຍ, ເຊິ່ງ ໄດ້ນັບ ຈີນ ເປັນ
ຄູ່ການຄ້າລະດັບສູງ ແລະ ແຫຼ່ງການລົງທຶນຂອງເຂົາ ເຈົ້າແລ້ວ. ຫຼັງຈາກໄດ້ຕີສະໜິດ
ກັບ ຟີລິບປິນ ໃນປີກາຍນີ້, ລັດຖະ ບານ ຈີນ ໄດ້ສັນຍາວ່າ ຈະໃຫ້ການຊ່ວຍເຫຼືອ
ແລະ ການລົງທຶນ 24 ພັນ ຕື້ໂດລາ ແກ່ລັດຖະບານ ມະນີລາ. ປີນີ້ທັງສອງປະເທດໄດ້
ປຶກ ສາຫາລືກັນ ກ່ຽວກັບ ການໃຫ້ທຶນແກ່ໂຄງການທາງລົດໄຟຂອງ ຟີລິບ ປິນ ດ້ວຍ
ເງິນລວມ 8.3 ຕື້ໂດລາ.

ໃນ ຫວຽດນາມ, ນັກທ່ອງທ່ຽວຈີນ ຫຼາຍກວ່າ 3.59 ລ້ານຄົນ ໄດ້ໄປຢ້ຽມຢາມ ໃນ
ເດືອນມັງກອນໄປຈົນເຖິງເດືອນພະຈິກທີ່ຜ່ານມາ ເປັນການເພີ່ມຂຶ້ນ 45 ເປີເຊັນ
ຫຼາຍກວ່າໄລຍະດຽວກັນໃນປີ 2016. ຈີນ ແມ່ນແຫຼ່ງນັກ ທ່ອງທ່ຽວທີ່ສູງທີ່ສຸດຂອງ
ຫວຽດນາມ ເຊິ່ງຄາດວ່າຈະມີທັງໝົດ 13 ລ້ານຄົນສຳລັບປີ 2017.

ປາກົດວ່າ ໃນເດືອນກໍລະກົດທີ່ຜ່ານມາ ຈີນໄດ້ກົດດັນ ໃຫ້ ຫວຽດນາມ ຢຸດໂຄງການ
ຂຸດຄົ້ນນໍ້າມັນ ແລະ ແກ໊ສໃນທະເລທີ່ເຂົາເຈົ້າຂັດແຍ້ງກັນນັ້ນ. ພ້ອມກັນນັ້ນ ໃນເດືອນ
ດຽວກັນ, ຟີລິບປິນ ໄດ້ອອກມາເຕືອນ ໃນ ລາຍງານ ກ່ຽວກັບກິດຈະກຳຂອງ ຈີນ ຢູ່
ໃກ້ກັບໝູ່ເກາະ 9 ເກາະທີ່ ເຂົາເຈົ້າຄອບຄອງຢູ່.

ແຕ່ເວົ້າໂດຍລວມແລ້ວ ໃນປີນີ້, ບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ ບໍ່ໄດ້
ໃຫ້ຄວາມສຳຄັນ ຕໍ່ການຄວບຄຸມທະເລຂອງຈີນ, ລວມທັງ ການປ້ອງກັນໝູ່ເກາະ ທີ່
ມີການໂຕ້ແຍ້ງກັນ ແລະ ທາງຜ່ານຂອງກຳປັ່ນຕ່າງໆ ຜ່ານເຂດເສດຖະກິດພິເສດທາງ
ທະເລຂອງເຂົາເຈົ້າ.

ໃນເດືອນທີ່ຜ່ານມາ, ຈີນ ໄດ້ຕົກລົງທີ່ຈະເລີ່ມການເຈລາຈາກັບສະມາຄົມປະຊາຊາດ
ເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ 10 ປະເທດ ໃນປີ 2018 ກ່ຽວກັບ ຫຼັກເກນ
ເພື່ອຫຼີກເວັ້ນອຸບັດຕິເຫດທາງ ທະເລ. 4 ປະເທດໃນນັ້ນເຊື່ອວ່າ ຈີນ ກຳລັງລະເມີດ
ການອ້າງ ກຳມະສິດທາງທະເລຂອງເຂົາເຈົ້າ.

ຫຼັກເກນຈະບອກວິທີເພື່ອຫຼີກເວັ້ນອຸບັດຕິເຫດໃນທະເລ ແລະ ຫຼີກເວັ້ນ ສິ່ງທີ່ອາດຈະ
ເປັນຄືກັນກັບ ການປະທະກັນຢ່າງຮຸນແຮງລະຫວ່າງຈີນກັບຫວຽດນາມ ໃນປີ 1974
ແລະ 1988. ຈີນ ໄດ້ຮັກສາຄວາມກ້າວໜ້າກ່ຽວ ກັບ ຫຼັກເກນດັ່ງກ່າວນັ້ນເປັນເວລາ 6
ປີແລ້ວ, ເຊິ່ງມັນໄດ້ເກີດຈາກ ຖະແຫຼງການໃນປີ 2002.

ບັນດາຜູ້ລົງນາມໃນຫຼັກເກນດັ່ງກ່າວບໍ່ຄາດວ່າ ຈະລວມຢູ່ໃນບັນດາອຳນາດອະທິປະ
ໄຕທາງທະເລ.

ທ່ານ ຄັອລລິນ ໂຄ (Collin Koh) ນັກຄົ້ນຄວ້າດ້ານຄວາມປອດໄພທາງທະເລທີ່ມະ
ຫາວິ ທະຍາໄລເຕັກນິກ ນານຢາງ ໃນປະເທດ ສິງກະໂປ ກ່າວວ່າ “ຂ້າພະເຈົ້າຄິດວ່າ
ໃນຈຸດເວລານີ້ ຄວາມຄິດໂດຍລວມແມ່ນ ຂຶ້ນຢູ່ກັບແຮງກະຕຸ້ນຂອງຄວາມເປັນມິດ.
ເມື່ອການເຈລະຈາສຳລັບຫຼັກເກນຈະເລີ່ມຂຶ້ນໃນຕົ້ນປີໜ້ານັ້ນ, ຂ້າພະເຈົ້າຍັງເຫັນ
ຈີນ ສ້າງທ່າທີ່ ຄວາມເປັນມິດນີ້ສຳລັບ ອາຊຽນ ຢູ່ໃນຕອນນີ້.”

ບັນດານັກວິເຄາະເຊື່ອວ່າ ຈີນ ຖືເອົາ ສະຫະລັດ ທີ່ມີກອງທັບແຂງແກ່ນ ກວ່າ ວ່າເປັນ
ຄວາມກັງວົນທີ່ສຳຄັນຂອງເຂົາເຈົ້າໃນທະເລເພາະວ່າ ລັດຖະບານ ວໍຊິງຕັນ ສະໜັບ
ສະໜູນການເດີນເຮືອຢ່າງ ເສລີ ແທນທີ່ຈະແມ່ນເປົ້າໝາຍຂອງ ຈີນ ກ່ຽວກັບ ການ
ຄວບຄຸມ ຢ່າງສິ້ນເຊີງ,

ນັບຕັ້ງແຕ່ໄດ້ເຂົ້າດຳລົງຕຳແໜ່ງໃນເດືອນມັງກອນເປັນຕົ້ນມາ, ປະທາ ນາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ຍັງບໍ່ໄດ້ລະບຸຢ່າງລະອຽດ ວ່າ ທ່ານຍັງຈະສືບຕໍ່ນະໂຍ
ບາຍການເດີນເຮືອຢ່າງເສລີຫຼືບໍ່. ກອງທັບເຮືອ ສະຫະລັດ ຍັງໄດ້ສົ່ງກຳປັ່ນຂອງເຂົາ
ເຈົ້າໄປເປັນບາງຄັ້ງບາງ ຄາວ, ແຕ່ບັນດາຜູ້ຊ່ຽວຊານກ່າວວ່າ ການເຄື່ອນໄຫວດັ່ງ
ກ່າວນັ້ນ ແມ່ນບໍ່ເປັນໄປຕາມນະໂຍບາຍອັນໜຽວແໜ້ນ ທີ່ຄູ່ແຂ່ງທາງທະເລໃນ
ເອເຊຍຂອງ ຈີນ ຕ້ອງການ.

ທ່ານນາງ ຢຸນ ຊຸນ (Yun Sun) ເຈົ້າໜ້າທີ່ອາວຸໂສໂຄງການເອເຊຍ ຕາເວັນອອກ ທີ່
ສູນກາງນັກວິໄຈ ສຕິມສັນ (Stimson) ໃນ ສະຫະ ລັດ ໄດ້ກ່າວວ່າ “ສິ່ງທີ່ ຈີນ ເຫັນ
ວ່າເປັນໄພຂົ່ມຂູ່ອັນໃຫຍ່ຫຼວງ ຕໍ່ ຄວາມໝັ້ນຄົງຂອງເຂົາເຈົ້າແມ່ນ ການສອດແນມ
ຂອງກອງທັບ ສະຫະ ລັດ ແລະ ການລາດຕະເວນໃນ ທະເລ ຈີນໃຕ້.”

ທ່ານນາງໄດ້ກ່າວວ່າ “ຄວາມສາມາດທີ່ຈະປ້ອງກັນ ຫຼື ໄລ່ໜີ ການມີ ໜ້າຂອງກອງທັບ
ອາເມຣິກັນ ແມ່ນສຳຄັນກວ່າ ສຳລັບ ຈີນ ແທນທີ່ ຈະແມ່ນອຳນາດອະທິປະໄຕເຂດ
ແດນ ຫຼື ດິນແດນອັນຄົບຖ້ວນ.”

ລັດຖະບານຂອງອະດີດປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ເຮັດ
ໃຫ້ ຈີນ ເຄືອງໃຈດ້ວຍການຍ້າຍຄວາມສົນໃຈທາງ ທະຫານໄປເອເຊຍຕາເວັນອອກ,
ລວມທັງການລາດຕະເວນຮ່ວມກັບ ຟີລິບປິນ ແລະ ສະຫະລັດ ຍົກເລີກການຂາຍອາ
ວຸດທີ່ຮ້າຍແຮງໃຫ້ ຫວຽດນາມ.

ທ່ານ ແອນດຣູ ຊັບ (Andrew Chubb) ເຈົ້າໜ້າທີ່ປະລິນຍາເອກ ຈາກໂຄງການ
ພຣິນສ໌ທາວ-ຮາຫວາດ (Princetown-Harvard) ຈີນ ແລະ ທົ່ວໂລກ ໄດ້ຂຽນວ່າ
ຕອນນີ້ການຕອບໂຕ້ຢ່າງເປັນທາງການ ຂອງ ປັກກິ່ງ ຕໍ່ການປະຕິບັດການຂອງ
ສະຫະລັດ ໃນທະເລ ໄດ້ “ກາຍເປັນສະຖານະການທີ່ສະບາຍ” ເພື່ອຮັບປະກັນວ່າ
ສາທາລະ ນະລັດ ຈີນ ໄດ້ຂັບໄລ່ກຳປັ່ນຂອງ ສະຫະລັດ ອອກໄປ.

ບັນດານັກວິຊາການກ່າວວ່າ ຈີນ ໄດ້ໃຊ້ຄວາມສະຫງົບຂອງປີ 2017 ເພື່ອຂະຫຍາຍ
ການອ້າງກຳມະສິດຂອງເຂົາເຈົ້າ ໂດຍປາສະຈາກໂຄງ ການໃຫຍ່ທີ່ອາດສ້າງຄວາມ
ຄຽດແຄ້ນຂຶ້ນມາ.

ຈຸດປະສົງນຶ່ງແມ່ນເທັກໂນໂລຈີ. ໃນປີ 2017 ບັນດານັກຄົ້ນຄວ້າ ຈີນ ໄດ້ໃຊ້ເຮືອດຳ
ນໍ້າກວດສອບນໍ້າເລິກ ແລະ ເຮືອບິນບໍ່ມີຄົນຂັບສຳລັບ ການຂົນສົ່ງ ແລະ ການກວດ
ກາທາງທະເລ.

ສື່ມວນຊົນລັດຖະບານ ຈີນ ໄດ້ຢືນຢັນໃນເດືອນນີ້ວ່າ ຈີນ ໄດ້ສົ່ງເຮືອ ບິນຮົບໄປເກາະ
ວູດດີ້ (Woody) ໃນເຂດໝູ່ເກາະ ປາຣາແຊລ (Paracel) ຕັ້ງຢູ່ນອກຊາຍ ຝັ່ງພາກ
ໃຕ້ຂອງເຂົາເຈົ້າ.

ທ່ານນາງ ຊຸນ (Sun) ໄດ້ກ່າວວ່າ ຈີນ ມັກຈະເລີ່ມສົ່ງ ຫຼື ກໍ່ສ້າງສິ່ງ ຕ່າງໆໃນ ທະເລ
“ຢ່າງລັບໆ,” ແລ້ວນຳເອົາສິ່ງອື່ນໆເຂົ້າມາຕື່ມອີກ ຫຼັງຈາກ “ໄດ້ປູທາງໄວ້ໃນທາງ
ຈິດຕະວິທະຍາ”.

ທ່ານ ໂຄ (Koh) ກ່າວວ່າ “ການເຄື່ອນໄຫວຂອງ ສະຫະລັດ ບາງຄັ້ງໄດ້ສ້າງຄວາມ
ຮັດກຸມ ກ່ຽວກັບ ຈຸດຢືນຂອງ ຈີນ ໃນນາມເພື່ອ “ເຈຕະນາການປ້ອງກັນ.”

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG