ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຂັດແຍ້ງ ກ່ຽວກັບທະເລຈີນໃຕ້ ເຮັດໃຫ້ ສະມາຊິກ ກຸ່ມອາຊຽນ ບໍ່ອອກຖະແຫຼງການຮ່ວມກັນ


ເຮືອບິນເຮລິຄອບເຕີ ສະຫະລັດລຳໜຶ່ງກຳລັງລົງຈອດຢູ່ເຮືອ
ພິຄາດ USS Theodore Roosevelt (CVN 71),
ເຮືອບິນເຮລິຄອບເຕີ ສະຫະລັດລຳໜຶ່ງກຳລັງລົງຈອດຢູ່ເຮືອ ພິຄາດ USS Theodore Roosevelt (CVN 71),

ກອງປະຊຸມບັນດາລັດຖະມົນຕີປ້ອງກັນປະເທດຂອງອາຊຽນ
ໃນວັນພຸດມື້ນີ້ ຢູ່ທີ່ ມາເລເຊຍ ບໍ່ໄດ້ມີການລົງນາມ ໃນຖະ
ແຫລງການຮ່ວມໃດໆເລີຍ ຫຼັງຈາກທີ່ຈີນໄດ້ວິ້ງເຕັ້ນ ເພື່ອກີດ
ກັນການກ່າວເຖິງ ທະເລຈີນໃຕ້ ທີ່ເປັນເລື້ອງຖົກຖຽງກັນນັ້ນ.

ກອງປະຊຸມດັ່ງກ່າວປະກອບດ້ວຍ 10 ສະມາຊິກ ກຸ່ມອາຊຽນ
ພ້ອມດ້ວຍ ຈີນ ສະຫະລັດ ອອສເຕຣເລຍ ອິນເດຍ ແລະ ຍີ່ປຸ່ນ. ເຈົ້າໜ້າທີ່ ຄວາມໝັ້ນຄົງ
ສະຫະລັດທ່ານນຶ່ງ ກ່າວວ່າ ມັນເປັນການດີແລ້ວ ທີ່ກຸ່ມດັ່ງກ່າວນັ້ນ ບໍ່ອອກຖະແຫລງການ
ຮ່ວມກັນ ແທນທີ່ຈະອອກຖະແຫລງການອັນນຶ່ງ ທີ່ບໍ່ມີການກ່າວເຖິງ ເລື້ອງໃນທະເລຈີນໃຕ້
ເລີຍ.

ກະຊວງປ້ອງກັນປະເທດຂອງຈີນ ກ່າວວ່າຕົນເສຍໃຈທີ່ບໍ່ໄດ້ມີການອອກຖະແຫລງການ
ຮ່ວມກັນ ແລະ ໄດ້ກ່າວຫາ “ບາງປະເທດ” ທີ່ຢູ່ນອກເອເຊຍຕາເວັນອອກສຽງໃຕ້ ວ່າ ເປັນຜູ້ທີ່ຮັບຜິດຊອບ ສຳຫລັບການຍົກເລີກການອອກຖະແຫລງການທີ່ວ່ານັ້ນ.

ເປັນເວລາຫຼາຍປີຜ່ານມາແລ້ວ​ ທີ່ ຈີນ ແລະ ປະເທດອື່ນໆໃນຂົງເຂດ ໂດຍສະເພາະ ກໍ
ຄື ຟີລິບປິນ ແລະ ຫວຽດນາມ ໄດ້ອ້າງເອົາກຳມະສິດເຂດນ້ຳແດນດິນກວມກັນ ຢູ່ໃນ
ທະເລຈີນໃຕ້ ແຕ່ຄວາມເຄັ່ງຕຶງຢູ່ແຫ່ງນັ້ນ ໄດ້ເພີ້ມສູງຂຶ້ນ ເມື່ອບໍ່ດົນມານີ້ ໃນຂະນະທີ່
ຈີນ ໄດ້ກໍ່ສ້າງເກາະທຽມຂຶ້ນຫຼາຍແຫ່ງ.

ສະຫະລັດ ໄດ້ຮຽກຮ້ອງ ໃຫ້ຈີນຍຸດຕິ ການກໍ່ສ້າງໃນທະເລຈີນໃຕ້ ໂດຍຕີລາຄາກິດຈະ
ກຳນັ້ນ ວ່າເປັນການສ້າງຄວາມບໍ່ທຸ່ນທ່ຽງຂຶ້ນໃນຂົງເຂດ. ບັນດາເຈົ້າໜ້າທີ່ຈີນ ໄດ້ກ່າວ
ປົກປ້ອງການກໍ່ສ້າງນັ້ນວ່່າ ການກໍ່ສ້າງນັ້ນ ເປັນຄວາມພະຍາຍາມ ໃນທາງສັນຕິ ທີ່ມຸ້ງ
ໝາຍເພື່ອຊ່ວຍໃນການເດີນທະເລ ຜ່ານເຂດນ້ຳທີ່ຜິດຖຽງກັນຢູ່ນັ້ນ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ແລະ ຄູ່ຕຳແໜ່ງຂອງທ່ານ ຈາກມາເລເຊຍ ທ່ານ Hishammuddin Hussein ຈະຂຶ້ນກຳປັ່ນບັນທຸກເຮືອບິນ ສະຫະ
ລັດ USS Theodore Roosevelt ໃນວັນພະຫັດມື້ອື່ນນີ້ ໃນຂະນະທີ່ກຳປັ່ນດັ່ງກ່າວ
ລ່ອງອອກຈາກແຄມຝັ່ງຂອງມາເລເຊຍ. ເຮືອລົບນັ້ນ ໄດ້ປະຕິບັດການລາດຕະເວນ ຢູ່
ໃນທະເລຈີນໃຕ້.
ເມື່ອສັບປະດາແລ້ວນີ້ ສະຫະລັດ ໄດ້ສົ່ງເຮືອພິຄາດລູກສອນໄຟນຳວິຖີ ແລ່ນເຂົ້າໄປ
ພາຍໃນ ໄລຍະ 22 ກິໂລແມັດຫ່າງຈາກເກາະ Subi ໃນເຂດໝູູ່ເກາະ Spratly ອັນເປັນ
ທີ່ຫົວໜ້າກອງບັນຊາການ ພາກພື້ນປາຊີຟິກ ເອີ້ນວ່າ “ການປະຕິບັດການປົກກະຕິ ທີ່ແນ
ເປົ້າໝາຍເພື່ອປົກປ້ອງ “ສິດ ເສລີພາບ ແລະ ການນຳໃຊ້ທະເລ ແລະ ນ່ານຟ້າ ທີ່ຖືກ
ຕ້ອງຕາມກົດໝາຍ ແລະ ຮັບປະກັນໃຫ້ແກ່ທຸກໆປະເທດ ພາຍໃຕ້ກົດໝາຍສາກົນ.”

A meeting of ASEAN defense ministers Wednesday in Malaysia did not include the signing of any joint statement, after China lobbied to block any mention of the contentious South China Sea.

The meeting included the 10 members of ASEAN plus China, the United States, Australia, India and Japan. A U.S. defense official said it was better that the group issue no joint statement rather than one that did not include any mention of the South China Sea.

China's Defense Ministry said it regretted a joint declaration was not issued, and accused "certain countries" outside of Southeast Asia of being responsible for the cancellation of a statement.

For years, China and others in the region, most notably the Philippines and Vietnam, have pressed overlapping territorial claims in the South China Sea, but tensions there have increased recently as China has constructed man-made islands.

The U.S. has called on China to stop building in the South China Sea, characterizing the activity as destabilizing for the region. Chinese officials have defended the construction as a peaceful effort meant instead to aid shipping through the disputed waterway.

U.S. Defense Secretary Ash Carter and his Malaysian counterpart, Hishammuddin Hussein, will go aboard the U.S. aircraft carrier USS Theodore Roosevelt on Thursday as it sails off the coast of Malaysia. The warship has been on patrol in the South China Sea.

Last week, the U.S. sailed a guided missile destroyer within 22 kilometers of the Subi Reef in the Spratly Islands archipelago in what the head of the U.S. Pacific Command called a routine exercise aimed at protecting "the rights, freedoms, and lawful uses of the sea and airspace guaranteed to all nations under international law."

XS
SM
MD
LG