ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະບໍ່ທຳຕາມ ຄຳໝັ້ນໝາຍ ທີ່ຈະແບ່ງປັນ ເທັກໂນໂລຈີ ຢູ່ເຂດຂັດແຍ້ງ ໃນທະເລຈີນໃຕ້


ພວກເຮືອກຳປັ່ນຂອງຈີນ ສາມາດເຫັນໄດ້ໃນພາບຖ່າຍນີ້ ຢູ່ເຂດຂັດແຍ້ງ ໃນທະເລຈີນໃຕ້, ວັນທີ 21 ເມສາ 2017.
ພວກເຮືອກຳປັ່ນຂອງຈີນ ສາມາດເຫັນໄດ້ໃນພາບຖ່າຍນີ້ ຢູ່ເຂດຂັດແຍ້ງ ໃນທະເລຈີນໃຕ້, ວັນທີ 21 ເມສາ 2017.

ເຮືອຕິດຕັ້ງໃບກັງຫັນລົມ ທີ່ໄດ້ຖືກສ້າງຂຶ້ນ ຢູ່ໃນຈີນ ເພື່ອນຳໃຊ້ຢູ່ໃນບໍລິເວນໃກ້ກັບ
ແຄມຝັ່ງຂອງຕົນນັ້ນ ແມ່ນກຳລັງກະຕຸ້ນໃຫ້ມີຄວາມຫວັງໃໝ່ ຊຶ່ງຈີນເປັນຝ່າຍ ທີ່ອ້າງ
ເອົາກຳມະສິດ ຫຼາຍກວ່າໝູ່ ໃນບັນຫາຂັດແຍ້ງທາງທະເລລະຫວ່າງ 6 ຝ່າຍ ຈະແບ່ງ
ປັນເທັກໂນໂລຈີ ດັ່ງກ່າວນີ້. ແຕ່ບັນດານັກວິເຄາະ ເຕືອນວ່າ ປັກກິ່ງ ບໍ່ຄ່ອຍທີ່ຈະ
ອະນຸຍາດໃຫ້ປະເທດພາຍນອກ ເຂົ້າມາຫຍຸ້ງກ່ຽວ.

ລັດຖະບານຈີນ ເປັນປະເທດນຳໜ້າທາງດ້ານເທັກໂນໂລຈີ ຢ່າງກວ້າງຂວາງ ໃນການ
ອ້າງເອົາກຳມະສິດຢູ່ທະເລຈີນໃຕ້ ກັບ ໄຕ້ຫວັນ ແລະ ​4 ປະເທດ ໃນເອເຊຍຕາເວັນອອກ
ສຽງໃຕ້. ໃນຄວາມສາມາດຂອງຈີນນັ້ນ ປະກອບດ້ວຍ ເຮືອດຳນ້ຳ ທີ່ໄດ້ຄົ້ນພົບເຊື້ອໄຟ
ທີ່ຄ້າຍຄືກັບນ້ຳກ້ອນ ຢູ່ໃຕ້ພື້ນທະເລ ແລະມີແຜນການ ທີ່ຈະຕິດຕັ້ງຕາໜ່າງສັງເກດການ
ມະຫາສະໝຸດຂຶ້ນ. ປັກກິ່ງຍັງເປັນປະເທດທີ່ຄອບງຳໃນການເຂົ້າຄວບຄຸມທາງທະຫານ
ຕໍ່ອີກ 5 ລັດຖະບານໃນ ເຂດທະເລຈີນໃຕ້ທີ່ຂັດແຍ້ງກັນຢູ່ນັ້ນ.

ການເຂົ້າປະຈຳການຂອງເຮືອ Longyuan Zhenhua 3 ເພື່ອເກັບກ່ຽວພະລັງລົມ ອາດ
ຊ່ອຍເຫຼືອເຮືອທັງຫຼາຍທີ່ແລ່ນຜ່ານ ແລະ “ສົ່ງເສີມການຮ່ວມມືກັບນາໆ ຊາດ” ອີງຕາມ ຄຳເວົ້າຂອງເຈົ້າໜ້າທີ່ ສະຖາບັນຄົ້ນຄ້ວາ ທະເລຈີນໃຕ້ແຫ່ງຊາດທີ່ໄດ້ກ່າວຕໍ່ສື່ມວນຊົນ
ທີ່ລັດຖະບານເປັນຜູ້ຄວບຄຸມຂອງຈີນ.

ທ່ານ Collin Koh ນັກຄົ້ນຄວ້າ ກ່ຽວກັບເລື່ອງຄວາມປອດໄພທາງທະເລ ທີ່ມະຫາ
ວິທະຍາໄລ ເທັກໂນໂລຈີນ Nanyan ຢູ່ທີ່ສິງກະໂປ ກ່າວວ່າ “ໃນເວລາດຽວກັນ ທີ່
ທ່ານໃຊ້ເທັກໂນໂລຈີນັ້ນ ເພື່ອການປ້ອງກັນທາງທະຫານ ຢູ່ທະເລຈີນໃຕ້ ຫລັງຈາກ
ນັ້ນ ທ່ານກໍສາມາດບອກບຸກຄົນອື່ນໆໄດ້ວ່າ ຂ້າພະເຈົ້າກຳລັງປະ ກອບສ່ວນຂໍ້ມູນ
ເພື່ອຄວາມເປັນຢູ່ທີ່ດີຂຶ້ນ ຂອງມະນຸດຊາດ.”

ຍ້ອນຄວາມສຳຄັນກ່ຽວກັບຂອບເຂດໃນການອ້າງເອົາກຳມະສິດຂອງຕົນເກືອບທັງໝົດ
ໃນພື້ນທີ່ 3 ລ້ານ 5 ແສນກິໂລແມັດມົນທົນນັ້ນ ພວກນັກຊ່ຽວຊານ ຈຶ່ງກ່າວວ່າ ຈີນ ບໍ່
ຄ່ອຍທີ່ຈະແບ່ງປັນເທັກໂນໂລຈີ ຂອງຕົນ ເຖິງແມ່ນໄດ້ມີການຖະແຫຼງການ ເປັນບາງຄັ້ງ
ບາງຄາວ ທີ່ພົວພັນກັບປະເທດອື່ນໆ. ປະເທດອື່ນໆອາດຈະຕ້ານຢັນເຊັ່ນດຽວກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG