ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກ ANC ຊະນະ ການເລືອກຕັ້ງ ປະທານາທິບໍດີ ໃນອາຟຣິກາໃຕ້ (ວີດີໂອ/ສະໄລດ໌)


SOUTH AFRICAN ELECTIONS VOSOTVO
please wait

No media source currently available

0:00 0:00:42 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ທ່ານ Jacob Zuma ປະທານາທິບໍດີ​ອາ​ຟຣິກາ​ໃຕ້ ກ່າວ​ວ່າ
ພັກຄອງ​ແກຣສ​ແຫ່ງ​ຊາດ​ອາ​ຟຣິກາ ຫລື ANC ຂອງ​ລັດຖະ
ບານ​ ມອງ​ເບິ່ງ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຂອງ​ຕົນ ວ່າ​ເປັນ
“ຮ່ອງຮອຍ​ຂອງ ການ​ເຫັນ​ດີ​ເຫັນ​ພ້ອມຢ່າງ​ແຂງ​ແຮງ”
ນຳ​ວຽກ​ງານ​ທີ່​ພັກ​ຂອງ​ທ່ານ ​ໄດ້​ດຳ​ເນີນ​ງານ​ມາ​ໃນ​ໄລຍະ
20 ປີຜ່ານ​ມານັ້ນ.

ທ່ານ Zuma ​ໃຫ້​ຄຳ​ເຫັນ​ດັ່ງກ່າວ ​ໃນ​ວັນ​ເສົາ​ວານ​ນີ້ ບໍ່​ດົນ​
ຫຼັງ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ປະກາດ​ໃຫ້​ຮູ້​ວ່າ ພັກ
ANC ​ໄດ້​ຮັບບ່ອນນັ່ງສຽງ​ຂ້າງ​ຫຼາຍ​ໃນ​ສະພາ​ແຫ່ງ​ຊາດ ​
ໃນ​ການ​ເລືອກ​ຕັ້ງເມື່ອ​ວັນ​ພຸດ ​ແລ້ວ​ນີ້ ອັນ​ເປັນການ​ເຄື່ອນ
​ໄຫວ​ທີ່​ປູ​ພື້ນຖານ​ໃຫ້​ທ່ານ Zuma ​ໄດ້ ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ສະ​ໄໝ​ທີ​ສອງ ​
ເປັນ​ເວລາ​ຕື່ມອີກ 5 ປີ.

ປະທານາທິບໍດີ Zuma ກ່າວ​ວ່າ ​ໄຊຊະນະຢືນຢັນ​ໃຫ້​ເຫັນ​ວ່າ ພັກ ANC ຍັງ​ຄົງເປັນ
“ຄວາ​ມຫວັງ​ທີ່​ແທ້​ຈິງອັນ​ດຽວເທົ່າ​ນັ້ນ” ສຳລັບ​ຊາວ​ອາ​ຟຣິກາ​ໃຕ້​ສ່ວນຫຼາຍ ​ໂດຍ
​ສະ​ເພາະ​ພວກ​ທີ່​ທຸກ​ຈົນ ​ແລະ​ພວກ​ຊົນ​ຊັ້ນ​ກຳມະກອນ ຊຶ່ງ​ທ່ານ​ກ່າວ​ວ່າ:

“ພວກ​ທີ່​ບໍ່​ຢູ່​ກັບ​ປະຊາຊົນ ປະຊາຊົນກໍ​ຈະ​ບໍ່​ປ່ອນ​ບັດ​ເອົາ​ເຂົາ​ເຈົ້າ ​ແລະ​ມັນ​
ກໍໄດ້​ເກີດ​ຂຶ້ນ​ແລ້ວ ​ແລະ​ມັນ​ເປັນເຫດຜົນ​ທີ່​ວ່າ ​ເປັນ​ຫຍັງພວກ​ພັກ​ອື່ນໆ​ທີ່​
ໄດ້​ພາກັນ​ເວົ້າ​ອອກ​ມາ​ຢ່າງ​ຮຸນ​ແຮງ​ໃນ​ສະພາ​ແຫ່ງ​ຊາດ ຈຶ່ງ​ໄດ້​ຖືກກາຍ​ມາ​
ເປັນ​ພວກ​ທີ່​ບໍ່​ມີ​ຄວາມ​ໝາຍຢູ່​ໃນ​ສະພາ​.​”


ທ່ານ​ນາງ Pansy Tlakula ປະທານ​ຄະນະ​ກຳມະການ​ເລືອກ​ຕັ້ງ ​ເປັນ​ຜູ້ປະກາດ​
ຜົນ​ຂອງ​ການ​ເລືອກ​ຕັ້ງໃຫ້​ຮູ້ ຢ່າງ​ເປັນ​ທາງ​ການ​ ​ໂດຍ​ກ່າວ​ວ່າ ພັກ ANC ​ໄດ້​ຮັບ​
ບ່ອນ​ນັ່ງ 249 ບ່ອນ​ແລະ​ພັກ​ພັນທະ​ມິດ​ປະຊາທິປະ​ໄຕ​ ຫຼື Democratic Allian
ce ​ໄດ້​ຮັບ​ສຽງ​ຫຼາຍ​ອັນ​ດັບ​ສອງ ຄື​ໄດ້​ຮັບ 89 ບ່ອນ​ນັ່ງ ​ແລະ​ພັກ​ການ​ເມືອງ​ໃໝ່ ຄື
​ພັກ​ນັກ​ຕໍ່ສູ້​ເພື່ອເສລີ​ພາບ​ດ້ານ​ເສດຖະກິດ ຫຼື IFP ມາ​ໃນອັນ​ດັບ 3 ຄືໄດ້​ຮັບ​ບ່ອນ​
ນັ່ງ 25 ບ່ອນ.
XS
SM
MD
LG