ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວອາຟຣິກາໃຕ້ ສືບຕໍ່ ເຕົ້າໂຮມກັນ ຢູ່ໂຮງໝໍ ໃນນະຄອນ Pretoria (ສະໄລດ໌/ວີດີໂອ)


ຊາວອາຟຣິກາໃຕ້ ພາກັນສຶບຕໍ່ເຕົ້າໂຮທກັນຢູ່ ໂຮງໝໍ Pretoria ເພຶ່ອໄຫວ້ວອນຊຸກຍູ້ ທ່ານ Nelson Mandela
ຊາວອາຟຣິກາໃຕ້ ພາກັນສຶບຕໍ່ເຕົ້າໂຮທກັນຢູ່ ໂຮງໝໍ Pretoria ເພຶ່ອໄຫວ້ວອນຊຸກຍູ້ ທ່ານ Nelson Mandela
ຊາວ​ອາ​ຟຣິກາ​ໃຕ້ ສືບ​ຕໍ່ ເຕົ້າ​ໂຮມ​ກັນ​ຢູ່​ນອກ​ໂຮງໝໍ ໃນ​ນະ
ຄອນ Pretoria ບ່ອນ​ທີ່ທ່ານ Nelson Madela ຜູ້​ນໍາ​ໃນ​ການ​
ຕໍ່​ຕ້ານ​ການ​ແບ່ງ​ແຍກ​ເຊື້ອຊາດ​ຜິວ​ພັນ ຍັງ​ຢູ່​ໃນ​ອາການຂັ້ນ​
ຮ້າຍ​ແຮ​ງ.

ທຳນຽບ ປະທານາທິບໍດີອາ​ຟຣິກາ​ໃຕ້ ກ່າວ​ໃນ​ວັນ​ພະຫັດ​ວານ
​ນີ້​ວ່າ ອາການ​ຂອງ​ທ່ານ Mandela “ຢູ່​ໃນ​ຂັ້ນ​ຮ້າຍ​ແຣງ ​ແຕ່​ກໍ​
ທຸ່ນ​ທ່ຽງ” ຫລັງ​ຈາກ​ໄດ້​ດີ​ຂື້ນ​ມາໃນ​ຕອນ​ກາງຄືນ.

ກ່ອນ​ໜ້າ​ນັ້ນ ລູກ​ສາວ​ຂອງ ທ່ານ Mandela ນາງ Makaziwe ກ່າວ​ວ່າ ພໍ່​ຂອງນາງ ​ເບິ່ງແລ້ວ​ແມ່ນ​ຢູ່​ໃນ​ທ່າ​ບໍ່​ດີປານ​ໃດ ​ແຕ່ກໍ​ຍັງ​ມືນ​ຕາ​ໄດ້​ຢູ່ ​ແລະ​ຕອບ​ຮັບ​ຕໍ່​ການ​ຈັບບາຍ.



ບັດ​ດາ​ຜູ້​ມີ​ຄວາມເປັນ​ຫ່ວງ​ຫລາຍຫລາຍ​ສິບ​ຄົນ ພາກັນໄຕ້ທຽນ​ໄຂ ຕະຫລອດ​ຄືນ ​ໂດຍນໍາ​ສົ່ງ​ດອກ​ໄມ້ ​ແລະ​ສານ​ຕ່າງໆ​ເພື່ອໃຫ້​ກຳລັງ​ໃຈ​ຕໍ່​ຜູ້​ນໍາ​ອາຍຸ 94 ປີ ທ່ານ​ນີ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຜູ້​ທີ່ໄປຢ້ຽມຢາມ​ອາ​ຟຣິກາ​ໃຕ້ ​ໃນ​ມື້​ວັນ​ສຸກ​ນີ້ ກ່າວ​ວ່າ ທ່ານ​ໄດ້ສົ່ງ​ຄວາມ​ຄິດ​ ແລະ​ພາ​ວັນນາ ​ໄປ​ໃຫ້ ທ່ານ Mandela ປະທານາທິບໍດີຜິວ​ດຳ​ຄົນ​ທໍາ​ອິດ​ຂອງ​ອາ​ຟຣິກາ​ໃຕ້.

Mandela
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG