ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາ ຂອງອາຟຣິກາໃຕ້ ຈະອະພິປາຍ ເລື້ອງ ການຟ້ອງຮ້ອງ ປະທານາທິບໍດີ Zuma


ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma.
ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma.

ສະພາຂອງປະເທດອາຟຣິກາໃຕ້ ຈະເປີດການອະພິປາຍ ໃນວັນອັງຄານມື້ອື່ນນີ້ ກ່ຽວກັບ ການສະເໜີຍັດຕິໂດຍຝ່າຍຄ້ານເພື່ອຮ້ອງຟ້ອງ ປະທານາທິບໍດີ ທ່ານ Jacob Zuma ຍ້ອນວ່າ ລະເມີດລັດຖະທຳມະນູນ.

ສານລັດຖະທຳມະນູນ ໄດ້ຕັດສິນ ເມື່ອສັບປະດາແລ້ວນີ້ ວ່າ ທ່ານ Zuma “ບໍ່ໄດ້ເທີດທູນ ປົກປ້ອງ ແລະ ນັບຖື ລັດຖະທຳມະນູນ” ດ້ວຍການບໍ່ຍິນຍອມ ຈ່າຍຄືນເງິນຫຼວງ ຈຳນວນໜຶ່ງ ທີ່ທ່ານໄດ້ນຳໄປໃຊ້ ເພື່ອປັບປຸງບ້ານພັກສ່ວນຕົວຂອງທ່ານ.

ການອອກແບບໃໝ່ບ້ານ ທີ່ໃຊ້ເງິນຫຼາຍກວ່າ 20 ລ້ານໂດລາ ປະກອບດ້ວຍ ການເສີມ ສະລອຍນ້ຳໜຶ່ງແຫ່ງ ຫໍສະແດງກາງແຈ້ງແບບສະໄໝໂຣມັນ ແລະ ພື້ນທີ່ອ້ອມດ້ວຍຮົ້ວ ສຳລັບລ້ຽງງົວ.

ຫ້ອງການຕໍ່ຕ້ານການສໍ້ລາດບັງຫຼວງແຫ່ງຊາດ ໄດ້ສັ່ງໃຫ້ ທ່ານ Zuma ຈ່າຍຄືນເງິນທີ່ ໄດ້ນຳໄປໃຊ້ ສຳລັບການປົວແປງທີ່ບໍ່ກ່ຽວຂ້ອງກັບການຮັກສາຄວາມປອດໄພ ນັ້ນ.

ທ່ານ Zuma ໄດ້ກ່າວ ຢູ່ໃນການໃຫ້ຄຳປາໄສ ຕໍ່ປະເທດຊາດ ທີ່ໄດ້ຖືກຖ່າຍທອດອອກ ທາງໂທລະພາບ ເມື່ອສັບປະດາແລ້ວນີ້ວ່າ ທ່ານ “ບໍ່ເຄີຍຮັບຮູ້ ຫຼື ຕັ້ງອົກຕັ້ງໃຈ ທີ່ຈະ ລະເມີດລັດຖະທຳມະນູນ ເຊິ່ງເປັນກົດໝາຍສູງສຸດ ຂອງປະເທດຊາດ.”

ທ່ານບໍ່ໄດ້ເອີ່ຍເຖິງເລື້ອງບໍ່ຈົບບໍ່ງາມ ໃນລະຫວ່າງການໂຮມຊຸມນຸມ ເມື່ອໃນວັນອາທິດ ວານນີ້ ເພື່ອປະກາດການໃຫ້ຄວາມຊ່ອຍເຫຼືອ ພື້ນທີ່ຕ່າງໆທີ່ປະສົບກັບໄພແຫ້ງແລ້ງນັ້ນ.

ພັກ African National Congress ຫຼື ANC ຂອງທ່ານ Zuma ທີ່ປົກຄອງໃນປັດຈຸບັນ ໄດ້ຄອບງຳສະພາ ແລະ ຄວາມພະຍາຍາມ ທີ່ຈະຟ້ອງທ່ານ Zuma ໃດໆນັ້ນ ມັກຈະບໍ່ປະ ສົບຜົນສຳເລັດ.

ຄວາມພະຍາຍາມຫຼາຍຄັ້ງ ໃນເມື່ອກ່ອນ ທີ່ຈະກ່າວຟ້ອງ ຫຼື ກົດດັນໃຫ້ ທ່ານ Zuma ອອກຈາກຕຳແໜ່ງ ແມ່ນໄດ້ຖືກລົງຄະແນນສຽງໃນສະພາໃຫ້ຍົກເລີກໄປ.

South Africa Impeachment
please wait

No media source currently available

0:00 0:02:03 0:00

XS
SM
MD
LG