ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ອາຟຣິກາໃຕ້ ໃຫ້ການຊ່ວຍເຫລືອ ທາງເສດຖະກິດ 31 ລ້ານໂດລາ ແກ່ຄິວບາ


ປະທານາທິບໍດີ ອາຟຣິກາໃຕ້ ທ່ານ Jacob Zuma ກຳລັງ ຖະແຫລງ ຕໍ່ສະພາ ທີ່ນະຄອນ Cape Town.

ອາ​ຟຣິກາ​ໃຕ້ ​ໄດ້ຕົກລົງທີ່ຈະໃຫ້ການຊ່ວຍເຫຼືອທາງດ້ານ
ເສດຖະກິດ ມູນຄ່າ ຫລາຍ​ລ້ານ​ໂດ​ລາ ແກ່ຄິວ​ບາ.

​ເງິນ​ຊ່ວຍເຫຼືອຈຳ​ນວນ 31 ລ້ານ​ໂດ​ລາ ຈະ​ມອບໃຫ້​ແກ່
ຄິວ​ບາ​ ເປັນ​ສາມ​ງວດ ດ້ວຍກັນ.

​ເງິນ​ງວດ​ທຳອິດ​ ຊຶ່ງ​ມີມູນຄ່າ​ 3 ລ້ານ 5 ແສນ 7 ໝື່ນ​ໂດ​ລາ
​ແມ່ນຈະ​ຊື້​ແກ່ນ​ພືດ​ພາກສ່ວນກະສິກຳ ຂອງຄິວ​ບາ. ເງິນ​ງວດ
ທີ​ສອງ ຊຶ່ງມີມູນຄ່າ 8 ລ້ານ 9 ແສນ 3 ໝື່ນໂດ​ລາ ແມ່ນ​ເພື່ອ
ຊື້​ສີນ​ຄ້າ​ຕ່າງໆ​ຈາກ ອາ​ຟຣິກາ​ໃຕ້. ​ເງິນ​ງວດ​ສຸດ​ທ້າຍ ​ຊຶ່ງມີ
ມູນຄ່າ 18 ລ້ານ 7 ແສນ 5 ໝື່ນໂດລາ ​ແມ່ນ​ເປັນເງິນ​ສິນ​ເຊື່ອ.

ບັນດາ​ຜູ້​ແທນ​ຝ່າ​ນຄ້ານ ​ໄດ້​ຄັດຄ້ານ​ຕໍ່ຂໍ້ຕົກລົງນີ້. ຜູ້​ແທນອາ​ຟຣິກາ​ໃຕ້​ຄົນ​ນຶ່ງ ທ່ານ Geordin Hill-Lewis ຮ້ອງ​ຂໍ້ຕົກລົງ​ນີ້​ວ່າ “​ເອົາ​ໃຫ້​ລ້າ​ໆ” ​ແລະ “​ນຳ​ໃຊ້ເງິນ​ຫຼວງໃນ
ທາງທີ່ບໍ່ເໝາະ​ສົມ.” ທ່ານກ່າວ​ວ່າ “ມັນ​ເປັນ​ເລື້ອງ​ໂສກ​ເສົ້າ ​ທີ່ອາຟຣິກາ​ໃຕ້ ​ໃຫ້ການ​
ຊ່ວຍ​ເຫລືອ​ແກ່ລະບອບການປົກຄອງ​ທີ່​ປະຕິ​ເສດບໍ່ໃຫ້ປະຊາ ຊົນ​ຂອງ​ຕົນມີສິດ​ເສຣີ
ພາບປະຊາທິປະ​ໄຕ​ ຄື​ກັນກັບທີ່ໄດ້ຕໍ່ສູ້ ຍາດເອົາມາດ້ວຍ ຄວາມຍາກລຳບາກ ຢູ່​ໃນ
​ອາ​ຟຣິກາ​ໃຕ້ ນັ້ນ.

ປະທານ​າທິບໍດີອາຟຣິກາ​ໃຕ້ ທ່ານ Jacob Zuma ​ໄດ້​ໃຫ້ຄຳໝັ້ນສັນຍາກ່ຽວ ກັບການ
ຊ່ວຍເຫຼືອດັ່ງກ່າວຕໍ່​ຄິວ​ບາ​ໃນ​ປີ 2010 ​ແຕ່​ການຈັດຕັ້ງປະຕິບັດ ໄດ້ມີ ການຊັກຊ້າ​ເປັນ​
ເວລາ​ຫລາຍໆ​ປີ.

XS
SM
MD
LG