ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ມີ​ການ​ຕ້ອງ​ຕິ ອາຟຣິກາໃຕ້ວ່າ ຕ​້ອນຮັບກໍາປັ່ນລົບຂອງຣັດເຊຍ ທ່າມກາງສົງຄາມຢູເຄຣນ


ແຟ້ມ-ປະທານາທິບໍດີຂອງ ຣັດເຊຍ ທ່ານວະລາດີເມຍ ປູຕິນ ແລະປະທານາທິບໍດີຂອງອາຟຣິກາໃຕ້ ທ່ານຊີຣຽລ ຣາມາໂພຊາ (Cyril Ramaphosa) ສົນທະນາກັນ ໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດທະເລດໍາ ຂອງເມືອງໂຊຈີ (Sochi), ຣັດເຊຍ, ວັນທີ 23 ຕຸລາ 2019.
ແຟ້ມ-ປະທານາທິບໍດີຂອງ ຣັດເຊຍ ທ່ານວະລາດີເມຍ ປູຕິນ ແລະປະທານາທິບໍດີຂອງອາຟຣິກາໃຕ້ ທ່ານຊີຣຽລ ຣາມາໂພຊາ (Cyril Ramaphosa) ສົນທະນາກັນ ໃນລະຫວ່າງກອງປະຊຸມສຸດຍອດ ຣັດເຊຍ-ອາຟຣິກາ ໃນຣີສອດທະເລດໍາ ຂອງເມືອງໂຊຈີ (Sochi), ຣັດເຊຍ, ວັນທີ 23 ຕຸລາ 2019.

ປະເທດອາຟຣິກາໃຕ້ ວາງແຜນທີ່ຈະທຳ​ການຊ້ອມ​ລົບ​ຮ່ວມທາງທະຫານ ກອງທັບເຮືອຂອງຈີນແລະກອງທັບເຮືອຣັດເຊຍ ຢູ່ນອກຊາຍຝັ່ງທາງທິດຕາເວັນ ອອກຂອງປະເທດໃນວັນທີ 17 ຫາ 26 ກຸມພາເດືອນໜ້ານີ້, ເຖິງແມ່ນສົງຄາມ ຢູ່ໃນຢູເຄຣນຂອງວັງເຄຣັມລິນ ຈະຍັງຄົງດໍາເນີນຢູ່ຕໍ່ໄປກໍຕາມ. ພັກ​ພັນ​ທະ​ມິດປະຊາທິປະໄຕຝ່າຍຄ້ານ ປະນາມຕໍ່ການຕັດສິນໃຈດັ່ງກ່າວໃນທັນທີ, ໂດຍກ່າວ ວ່າ ມັນມີຄວາມໝາຍທີ່ກົງກັນຂ້າມກັບທ່າທີທີ່ “ເປັນກາງ” ຂອງ​ຕົນ ຕໍ່ສົງຄາມຢູ່ໃນຢູເຄຣນ ຂອງຣັດເຊຍ, ພັກຄອງ​ແກ​ຣັດແຫ່ງຊາດອາຟຣິກາໃຕ້ ຊໍ້າພັດເຂົ້າ ຂ້າງມົສກູແບບຈິງຈັງ. ເຄທ ບາທເລັດທ໌ (Kate Bartlett) ມີລາຍງານເລື້ອງນີ້ຈາກນະຄອນໂຈ​ແຮນແນັສເບີກ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການຊ້ອມລົບທາງທະຫານຂອງຈີນ, ຣັດເຊຍ ແລະອາຟຣິກາໃຕ້ ປະ​ຕິ​ບັດ​ການ ໂມຊີ (Mosi), ເຊິ່ງໝາຍເຖິງຄັວນ, ແມ່ນຈັດຂຶ້ນຢູ່ນອກ​ແຄມ​ຝັ່ງ​ຂອງ​ນະ​ຄອນເດີແບນ (Durban) ແຕ່ວັນທີ 17 ຫາ ວັນທີ 26 ກຸມພາ.

ໃນລະຫວ່າງທີ່ປະເທດອາຟຣິກາໃຕ້ ໄດ້ເຂົ້າຊ້ອມລົບຮ່ວມທາງກອງທັບເຮືອກັບ ຣັດເຊຍ​ໃນຊ່ວງປີ 2019, ການຊ້ອມລົບຫຼ້າສຸດເຫຼົ່ານີ້ ແມ່ນກົງກັບວັນຄົບຮອບ ນຶ່ງປີກ່ຽວກັບການຮຸກຮານຢູເຄຣນຂອງຣັດເຊຍ, ແລະສົງຄາມຕໍ່ກີຢິບ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ.

ລັດຖະບານປຣີໂຕເຣຍ ຍັງຄົງສະແດງຄວາມ “ເປັນກາງ” ຢ່າງເປັນທາງການກ່ຽວກັບຄວາມຂັດແຍ້ງໂດຍປະຕິເສດທີ່ຈະປະນາມການຮຸກຮານຂອງວັງເຄຣັມລິນ ຢູ່ໃນການລົງຄະແນນສຽງຂອງອົງການສະຫະປະຊາຊາດ ໃນປີທີ່ຜ່ານມາ.

ແຕ່ ພັກຝ່າຍຄ້ານທີ່ສໍາຄັນຂອງປະເທດອາຟຣິກາໃຕ້ພັນທະມິດປະຊາທິປະໄຕ ກ່າວວ່າ ການເປັນເຈົ້າພາບຕ້ອນ​ຮັບເຮືອລົບ​ຂອງຣັດເຊຍ ​ສະ​ແດງໃຫ້ເຫັນວ່າ ພັກຄອງ​ແກ​ຣັດແຫ່ງຊາດອາຟຣິກາໃຕ້ ຫຼື ANC ໄດ້ເລືອກທີ່ຈະເຂົ້າຂ້າງແລ້ວ.

ທ່ານໂຄບັສ ແມເຣສ (Kobus Marais), ເຊິ່ງເປັນລັດຖະມົນຕີເງົາກະຊວງປ້ອງກັນປະເທດຂອງພັກ ກ່າວວ່າ:

“ໃນຂະນະທີ່ລັດຖະບານຂອງພວກເຮົາໄດ້ອ້າງວ່າມີຄວາມເປັນກາງ, ນີ້ເປັນພຽງແຕ່ກໍລະນີນຶ່ງ ໃນອີກຫຼາຍໆກໍລະນີ ທີ່ພັກ ANC ເປີດເຜີຍໃຫ້ເຫັນແບບແຈ່ມແຈ້ງວ່າ ພວກເຂົາ​ເຈົ້າແມ່ນ​ມັກ​ຝ່າຍຣັດເຊຍ, ແລະໃນຄວາມຈິງແລ້ວພວກເຂົາ ເຈົ້າບໍ່ໄດ້ເຮັດອັນໃດສໍາເລັດ, ແຕ່ເປັນການສະແດງແລະພິສູດກ່ຽວກັບການຂາດຄວາມເປັນກາງຢູ່ໃນກໍລະນີດັ່ງກ່າວນີ້ ຂອງລັດຖະບານ.”

ທ່ານແມເຣສ ກ່າວວ່າ ແນລຊັນ ແມນເດີລາ (Nelson Mandela) ຂອງປະ ເທດອາຟຣິກາໃຕ້ນັ້ນ ຄັ້ງນຶ່ງເຄີຍເປັນສັນຍາລັກຂອງລະບອບປະຊາທິປະໄຕ, ເຊິ່ງມີຄວາມສ່ຽງທີ່ຈະສູນເສຍຈຸດຢືນໃນດ້ານສາກົນຂອງຕົນ ໂດຍເຂົ້າໄປຢູ່ຄຽງຂ້າງໃນສິ່ງທີ່ທ່ານຮ້ອງວ່າ “ເປັນລະບອບຜະເດັດການທີ່ໜ້າລັງກຽດທີ່ສຸດ ຂອງໂລກ.”

ແຟ້ມ-ສະມາຊິກຂອງສະມາຄົມຊາວຢູເຄຣນ ໃນປະເທດອາຟຣິກາໃຕ້ ຖືແຜ່ນປ້າຍໃນລະຫວ່າງການປະທ້ວງຕໍ່ຕ້ານການຮຸກຮານຢູເຄຣນ ໂດຍ ຣັດເຊຍ, ຢູ່ດ້ານນອກສະຖານກົງສຸນຣັດເຊຍ ໃນເມືອງເຄບທາງ, ວັນທີ 25 ກຸມພາ 2022.
ແຟ້ມ-ສະມາຊິກຂອງສະມາຄົມຊາວຢູເຄຣນ ໃນປະເທດອາຟຣິກາໃຕ້ ຖືແຜ່ນປ້າຍໃນລະຫວ່າງການປະທ້ວງຕໍ່ຕ້ານການຮຸກຮານຢູເຄຣນ ໂດຍ ຣັດເຊຍ, ຢູ່ດ້ານນອກສະຖານກົງສຸນຣັດເຊຍ ໃນເມືອງເຄບທາງ, ວັນທີ 25 ກຸມພາ 2022.

ການຮຸກຮານຢູເຄຣນ ຂອງມົສກູ, ເປັນການຮຸກຮານທີ່ໃຫຍ່ທີ່ສຸດ ນັບຕັ້ງແຕ່ສົງ ຄາມໂລກຄັ້ງທີສອງ, ເຊິ່ງໄດ້ຖືກປະນາມຢ່າງກວ້າງຂວາງຈາກນາໆປະເທດໃນທົ່ວໂລກ.

ລັດຖະບານຂອງບັນດາປະເທດຕາເວັນຕົກ ຕອບໂຕ້ຣັດເຊຍໃນທັນທີດ້ວຍການປະຖິ້ມຣັດເຊຍ ໃຫ້ໂດດດ່ຽວທາງການທູດ, ແລະລົງໂທດທາງເສດຖະກິດແບບໜັກໜ່ວງ, ພ້ອມກັນນັ້ນ ກໍໄດ້ສະໜອງອາວຸດຕ່າງໆໃຫ້ແກ່ຢູເຄຣນ ເພື່ອໃຫ້ພວກເຂົາເຈົ້າໃຊ້ສໍາລັບປ້ອງກັນຕົນເອງ.

ທ່ານສຕີເວັນ ກຣູສ (Steven Gruzd) ເຊິ່ງເປັນຫົວໜ້າໂຄງການ ຣັດເຊຍ-ອາຟຣິກາ ຢູ່ທີ່ສະຖາບັນກິດຈະການນາໆຊາດຂອງອາຟຣິກາໃຕ້ກ່າວວ່າ ການເປັນເຈົ້າພາບຈັດການຊ້ອມລົບຂອງປະເທດອາຟຣິກາໃຕ້ ເຮັດໃຫ້ມີຄວາມສ່ຽງຕໍ່ປະເທດດັ່ງກ່າວ ທີ່ຈະຖືກໂດດດ່ຽວຈາກປະເທດຕາເວັນຕົກ ໃນຂະນະທີ່ກໍາລັງ ດໍາເນີນງານເພື່ອ​ໃຫ້​ເຂົ້າ​ໄປຢູ່ໃນກໍາມືຂອງຣັດເຊຍ.

ທ່ານກຣູສ ກ່າວວ່າ:

“ຣັດເຊຍກໍາລັງພະຍາຍາມທີ່ຈະລະບຸວ່າ ມັນບໍ່ແມ່ນການປະໃຫ້ໂດດດ່ຽວຢູ່ໃນລະດັບສາກົນ, ແຕ່ພວກເຂົາປະສົບຄວາມສໍາເລັດ ທາງດ້ານການທະຫານໃນລະດັບນານາຊາດ. ແລະປະເທດອາຟຣິກາໃຕ້, ເຊິ່ງຕົກລົງທີ່ຈະເປັນເຈົ້າພາບໃນການຝຶກຊ້ອມເຫຼົ່ານີ້ ຫຼື ກ້າວໄປທາງໜ້າພ້ອມກັບພວກເຂົາກໍາລັງຂະຫຍາຍ ການບັນຍາຍກ່ຽວກັບການສະແດງອອກຂອງມົສກູ.”

ພັກຄອງ​ແກ​ຣັດແຫ່ງຊາດຂອງປະເທດອາຟຣິກາໃຕ້ ໄດ້ມີຄວາມສໍາພັນທີ່ໃກ້ຊິດ ທາງດ້ານອຸດົມການ ແລະປະຫວັດສາດ ກັບຣັດເຊຍ ພາຍໃຕ້ຍຸກສະໄໝຂອງສະຫະພາບໂຊຫວຽດ ເຊິ່ງໃຫ້​ການສະໜັບສະໜຸນການຕໍ່ສູ້ຕ້ານການແບ່ງແຍກເຊື້ອ​ຊາດ​ຜິວ​ພັນ ຕໍ່ພວກ​ຄົນຜິວຂາວ​ກຸ່ມ​ນ້ອຍ.

ປະເທດອາຟຣິກາໃຕ້ ແລະຣັດເຊຍ ຍັງເປັນສະມາຊິກຂອງກຸ່ມ BRICS, ເຊິ່ງເປັນກຸ່ມຜູ້ນໍາທາງດ້ານເສດຖະກິດ ​ທີ່​ພວ​ມ​ພຸ່ງ​ພົ້ນໃໝ່ ໂດຍລວມມີ ບຣາຊີລ, ອິນເດຍ ແລະ ຈີນ.

ໃນຂະນະທີ່ຫຼາຍໆປະເທດພາກັນປະນາມ​ວັງ​ເຄຣັມລິນ ກ່ຽວກັບການຮຸກຮານຢູເຄຣນຂອງພວກເຂົາ, ແຕ່ກໍຍັງມີບາງປະເທດ ເຊິ່ງລວມເຖິງກຸ່ມ BRICS ເຫຼົ່າ ນັ້ນ ຊໍ້າພັດບໍ່ໄດ້ສະແດງທ່າທີອັນໃດອອກມາ.

ເອກອັກຄະລັດຖະທູດຂອງ ຢູເຄຣນ ປະຈໍາອາຟຣິກາໃຕ້ ທ່ານນາງລີວບອບ ອະບຣາວິໂຕວາ (Liubov Abravitova) ໄດ້ອະທິບາຍຄວາມແຈ່ມແຈ້ງໃຫ້ VOA ກ່ຽວກັບການປະນາມຂອງທ່ານນາງ ຕໍ່ກໍານົດການຊ້ອມລົບທາງທະຫານ, ເຊິ່ງທ່ານນາງໄດ້ກ່າວວ່າ:

“ແລະກ່ຽວກັບການຊ້ອມລົບທາງທະຫານຂອງອາຟຣິກາໃຕ້, ຣັດເຊຍ ແລະຈີນ, ຂ້າພະເຈົ້າຂໍຖາມພວກທ່ານແດ່ ມັນແມ່ນກອງທັບປະເພດໃດ ທີ່ສັງຫານປະຊາ ຊົນຜູ້ບໍລິສຸດ? ມັນແມ່ນກອງທັບຂອງນັກຂ້າ ແລະຜູ້ຂົ່ມຂືນ, ແລ້ວພວກເຂົາເຈົ້ານໍາສິ່ງໃດແດ່ ທີ່ມີຄຸນຄ່າ ມາສູ່ປະເທດອາຟຣິກາໃຕ້?”

ນັກວິເຄາະບາງຄົນກ່າວວ່າ ໂລກ ແມ່ນກໍາລັງເຂົ້າສູ່ຊ່ວງສົງຄາມເຢັນຄັ້ງໃໝ່, ໂດຍມີສອງຊາດຜະເດັດການ ຈີນ ແລະ ຣັດເຊຍ ຢູ່ຝ່າຍນຶ່ງ, ແລະບັນດາປະ ເທດປະຊາທິປະໄຕຕາເວັນຕົກ ຢູ່ອີກຝ່າຍນຶ່ງ.

ແຟ້ມ-ກໍາປັ່ນຂົນສົ່ງຕູ້ຄອນເທັນເນີແບບເປີດ ແລະປິດ ຂອງ ຣັດເຊຍ 'Lady R' ຈອດທຽບທ່າ ຢູ່າທ່າກໍາປັ່ນ ຢູ່ຖານທັບເຮືອ Simon's Town, ໃນເມືອງເຄບທາວ, ປະເທດອາຟຣິກາໃຕ້, ວັນທີ 7 ທັນວາ 2022.
ແຟ້ມ-ກໍາປັ່ນຂົນສົ່ງຕູ້ຄອນເທັນເນີແບບເປີດ ແລະປິດ ຂອງ ຣັດເຊຍ 'Lady R' ຈອດທຽບທ່າ ຢູ່າທ່າກໍາປັ່ນ ຢູ່ຖານທັບເຮືອ Simon's Town, ໃນເມືອງເຄບທາວ, ປະເທດອາຟຣິກາໃຕ້, ວັນທີ 7 ທັນວາ 2022.

ຄວາມຂັດແຍ້ງດັ່ງກ່າວໄດ້ເພີ້ມຂຶ້ນເລື້ອຍໆຢູ່ໃນອາຟຣິກາ ເນື່ອງຈາກທັງສອງຝ່າຍຍາດແຍ່ງກັນ ເພື່ອອິດທິພົນຢູ່ໃນທະວີບທີ່ມີຄວາມສໍາຄັນທາງດ້ານຍຸດທະສາດ ແລະການເມືອງ.

ໂຄສົກກະຊວງປ້ອງກັນປະເທດຂອງອາຟຣິກາໃຕ້ ທ່ານຊິພີເວ ດລາມິນີ (Siphiwe Dlamini) ກ່າວກັບ VOA ວ່າ ພວກເຂົາເຈົ້າຈະບໍ່ພິຈາລະນາຄືນ
ໃໝ່ ກ່ຽວກັບການຊ້ອມລົບຮ່ວມດັ່ງກ່າວ, ເຊິ່ງທ່ານໄດ້ກ່າວວ່າ:

“ຂ້າພະເຈົ້າຕ້ອງການທີ່ຈະກ່າວຄືນອີກຄັ້ງວ່າ ການຊ້ອມລົບດັ່ງກ່າວຍັງຄົງຈະດໍາເນີນ​ຕໍ່​ໄປກັບສອງປະເທດທີ່ກ່າວມາ ຢູ່ປະເທດອາຟຣິກາໃຕ້ ໃນເດືອນກຸມພາ ທີ່ຈະມາເຖິງນີ້. ໃນດ້ານການພົວພັນທາງທະຫານ ຕໍ່ການພົວພັນທາງທະຫານລະຫວ່າງສອງປະເທດນີ້ ແລະປະເທດອື່ນໆ, ເຊິ່ງລວມເຖິງສະຫະລັດ ທີ່ໄດ້ມີການຊ້ອມລົບ ກັບບັນດາປະເທດຕ່າງໆທັງຫຼາຍເຫຼົ່ານັ້ນ.”

ເຖິງແມ່ນຈະມີຄວາມກົດດັນຈາກລັດຖະບານຕາເວັນຕົກ, ແລະການຢ້ຽມຢາມໂດຍເຈົ້າໜ້າທີ່ຂອງສະຫະລັດໃນປີທີ່ຜ່ານມາ, ລັດຖະບານປຣີໂຕເຣຍ ກໍຍັງຄົງຍົກລະດັບຄວາມສໍາພັນກັບລັດຖະບານມົສກູຢ່າງຕໍ່ເນື່ອງ.

ໃນເດືອນທັນວາທີ່ຜ່ານມາ, ອາຟຣິກາໃຕ້ ໄດ້ຮັບກໍາປັ່ນທີ່ຖືກລົງໂທດທາງດ້ານເສດຖະກິດຂອງ ຣັດເຊຍ, ເຊິ່ງເຈົ້າໜ້າທີ່ກ່າວວ່າ ກໍາລັງດໍາເນີນການຂົນສົ່ງອາວຸດທີ່ໄດ້ຮັບການສັ່ງຊື້ ກ່ອນທີ່ວັງ​ເຄຣັມລິນຈະເລີ້ມຕົ້ນການຮຸກຮານຂອງພວກເຂົາ ຢູ່ໃນ ຢູເຄຣນ.

ລັດຖະມົນຕີການຮ່ວມມື ແລະພົວພັນສາກົນຂອງປະເທດອາຟຣິກາໃຕ້ ທ່ານນາເລດີ ແພນດໍ (Naledi Pandor) ຈະເປັນເຈົ້າພາບຈັດການພົບປະກັບລັດຖະ ມົນຕີການຕ່າງປະເທດຂອງ ຣັດເຊຍ ທ່ານເຊີເກ ລາວຣອບ.

ໃນເດືອນສິງຫາ, ປະເທດ ອາຟຣິກາໃຕ້ ຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດ BRICS, ແລະໄດ້ເຊີນປະທານາທິບໍດີຂອງ ຣັດເຊຍ ທ່ານວລາດີເມຍ ປູຕິນ ເຂົ້າຮ່ວມນໍາອີກດ້ວຍ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG