ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິບ​ເອກ Bergdahl ​​ເວົ້າວ່າ ລາວ​​ຖືກ​ພວກ Taliban ທຸບ​ຕີ ແລະ​ຂັງ​ໃສ່​ຄອກ (ວີດີໂອ)


ຮູບພາບວີດີໂອ ຂອງສິບ​ເອກ Bowe Bergdahl ໃນຂະນະທີ່ຖືກພວກ Taliban ຈັບກຸມ ເມື່ອ​ປີ 2010.
ຮູບພາບວີດີໂອ ຂອງສິບ​ເອກ Bowe Bergdahl ໃນຂະນະທີ່ຖືກພວກ Taliban ຈັບກຸມ ເມື່ອ​ປີ 2010.
ທະຫານ​ສະ​ລັດ​ ທີ່ກ່ຽວ​ພັນ​ກັບ​ການ​ແລກປ່ຽນ​ກັນ ກັບຜູ້ຕ້ອງ​ສົງ​
ໄສກໍ່​ການ​ຮ້າຍ​ກຸ່ມ Taliban ຈຳນວນ 5 ຄົນ​ນັ້ນ ​ໄດ້​ບອກບັນດາ
​ເຈົ້າໜ້າ​ທີ່ ທະຫານອາ​ເມຣິກັນ ວ່າຕົນໄດ້ຖືກ​ພວກຈັບ​ກຸມຕົນ
​ທຳ​ການ​ທໍລະມານຫຼາຍ​ເທື່ອ ​ເຊັ່ນ​ວ່າ ການ​ທຳຮ້າຍ​ຮ່າງກາຍ ​
ແລະ ການຂັງ​ຕົວ​ໃນ​ຄ້ອກ ໃນລະຍະ​ເກືອ​ບ 5 ປີ​ ​ໃນການຄຸມ​ຂັງ
ຢູ່​ນັ້ນ.

​ແຫ​ລ່ງ​ຕ່າງໆຂອງສະຫະ​ລັດ ​ໄດ້ບອກ​ອົງການ​ສື່​ຂ່າວສານ​ຕ່າງໆ
ໃນ​ວັນ​ອາທິດ​ວານ​ນີ້ວ່າ ສິບ​ເອກ Bowe Bergdahl ​ໄດ້​ເວົ້າວ່າ
ລາວ​ໄດ້​ຖືກ​ລົງ​ໂທດ ຫຼັງຈາກໄດ້​ພະ​ຍາ​ຍາມ ​ລັກ​ໜີ​ອອກ​ຈາກ​
ການ​ຈັບ​ກຸມ​ຢູ່​ອັຟກາ​ນິສຖານນັ້ນ ສອງ​ຄັ້ງ.

ເບິ່ງວີ​ດີ​ໂອ​ກ່ຽວ​ຂ້ອງ:
CN-US Lawmakers to Probe Bergdahl Release
please wait

No media source currently available

0:00 0:02:03 0:00

ທ້າວ Bergdahl ໄດ້​ຮັບ​ອິດ​ສະລະ​ພາບ​ຈາກ​ພວກ Taliban ອາທິດ​ແລ້ວ​ນີ້ ​ໃນ​ການ​ແລກປ່ຽນ​ກັນ​ກັບ ນັກ​ໂທດ 5 ຄົນ ທີ່​ຖືກ​ກັກ​ຂັງ​ຢູ່​ທີ່ ຄ້າຍ​ທະຫານສະຫະລັດ ອ່າວ Guantanamo ໃນ ຄິວ​ບາ.

ການ​ປົດ​ປ່ອຍຕົວ​ຂອງ ທ້າວ Bergdahl ​ໃນເບື້ອງ​ຕົ້ນ ​ໄດ້​ຮັບຄວາມ​ປິ​ຕິຍິນ​ດີທົ່ວ​ກົມ​ການ​ເມືອງ​ທຸກໆ​ຝ່າຍຢ່າງ​ກວ້າງຂວາງ ​ແຕ່ບັດ​ນີ້ຫັນ​ມາ​ຕົກເປັນ​ບັນຫາ​ໂຕ້ຖຽງກັນ​ຢູ່.

ຄຳ​ຖາມ​ຕ່າງໆ​ທີ່​ກ່ຽ​ວພັນ​ກັບ​ການຕົກ​ເປັນ​ສະ​ເລີຍ​ເສີກ​ຂອງ ທ້າວ Bergdahl ນັ້ນຍັງ​ບໍ່​ທັນ​ມີ​ຄຳ​ຕອບ​ເທື່ອ ຊຶ່ງ​ທາງ​ທະຫານ​ຜູ້​ຮ່ວມງານ​ໃນ​ຄັ້ງນັ້ນ​ ໄດ້​ພາກັນ​ອອກ​ມາ​ກ່າວ​ຫາວ່າ
​ລາວ​ໄດ້​ຍ່າງ​ອອກ​ໄປ​ຈາກ​ກອງ​ທະຫານ ​ຂອງ​ລາວ​ເມື່ອ​ເດືອນ ມິຖຸນາ 2009.
US AFGHAN POW VO
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG