ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ ສຳ​ພາດ​ນາງ ສຸ​ລິ​ວັນ ລັດ​ຕະ​ນະ​ວົງ ນັກ​ສຶກ​ສາ​ທຶນ ຟູ​ລ​ໄບ​ຣ​ທ໌ ຈາກ​ປະ​ເທດ ລາວ


ນາງ ສຸ​ລິ​ວັນ ລັດ​ຕະ​ນະ​ວົງ, ນັກ​ສຶກ​ສາ​ປະ​ລິ​ຍາ​ໂທ ສາ​ຂາບ​ໍ​ລິ​ຫານ​ທຸ​ລະ​ກິດ ທຶນ​ຟູ​ລ​ໄບ​ຣ​ທ໌ (Fulbright) ຈາກ​ປ​ະ​ເທດ ລາວ.
ນາງ ສຸ​ລິ​ວັນ ລັດ​ຕະ​ນະ​ວົງ, ນັກ​ສຶກ​ສາ​ປະ​ລິ​ຍາ​ໂທ ສາ​ຂາບ​ໍ​ລິ​ຫານ​ທຸ​ລະ​ກິດ ທຶນ​ຟູ​ລ​ໄບ​ຣ​ທ໌ (Fulbright) ຈາກ​ປ​ະ​ເທດ ລາວ.

ນັກສຶກສາລາວໃນປັດຈຸບັນນີ້ ຫຼາຍຄົນແມ່ນມີລະດັບການສຶກສາທີ່ສູງຫຼາຍ, ຍ້ອນວ່າ
ໄດ້ມີໂອກາດໄປຮໍ່າຮຽນຕໍ່ລະດັບສູງໃນຕ່າງປະເທດ. ການທີ່ຈະສາມາດ ໄດ້ໄປຮຽນ
ຕໍ່ຢູ່ຕ່າງປະເທດນັ້ນ, ນັກສຶກສາສ່ວນຫຼາຍແມ່ນໄດ້ເສັງເອົາທຶນການ ຊ່ວຍເຫຼືອຂອງ
ລັດຖະບານຕ່າງປະເທດ, ລວມທັງທຶນ ຟູລໄບຣທ໌ ຂອງລັດຖະບານ ສະຫະລັດນຳ.
ແຕ່ວ່າການທີ່ຈະສາມາດໄດ້ໄປຮຽນຢູ່ມະຫາວິທະຍາໄລ ຊັ້ນນຳຂອງໂລກນັ້ນ, ການ
ຍາດແຍ່ງກັນເອົາທຶນ ກໍແມ່ນລຳບາກພໍສົມຄວນ ດັ່ງທີ່ແຂກຄົນເກັ່ງ ທີ່ພວກເຮົາຈະນຳ
ສະເໜີທ່ານໃນມື້ນີ້ ແມ່ນນຶ່ງໃນຈຳນວນນັກສຶກສາລາວ ທີ່ເກັ່ງທີ່ສຸດ ທີ່ໄດ້ຮັບທຶນການ
ສຶກສາ ຟູລໄບຣທ໌ ຂອງ ສະຫະລັດ ເຊິ່ງ ພຸດທະສອນ ຈະນຳສະເໜີທ່ານ ໃນອັນດັບຕໍ່
ໄປນີ້.

ທຶນ​ການ​ສຶກ​ສາ ຟູ​ລ​ໄບ​ຣ​ທ໌ ແມ່ນ​ກອງທຶນ​ທີ່​ໃຫຍ່​ທີ່​ສຸດຂອງລັດ​ຖະ​ບານ ສະ​ຫະ​ລັດ.
ທຶນດັ່ງກ່າວນີ້ຮັບຮອງໄດ້ວ່າ ທຸກຄົນຄົງຈະມີຄວາມຝັນຢາກເສັງໃຫ້ໄດ້ຮັບ. ເພາະວ່າ
ມະຫາວິທະຍາໄລຢູ່ ສະຫະລັດນັ້ນ ລ້ວນແລ້ວແຕ່ມີມະຫາວິທະຍາໄລດັງໆ ແລະ ມີ
ຄຸນນະພາບການສຶກສາສູງ. ຜູ້ໃດໄດ້ຮຽນຈົບ ຖືວ່າອະນາຄົດນັ້ນ ຈະກ້າວໄກຢ່າງແນ່
ນອນ. ແຕ່ວ່າທຶນດັ່ງກ່າວນີ້ ແມ່ນບໍ່ສາມາດຮັບມາໄດ້ງ່າຍໆ, ໃນແຕ່ລະປີ ທຶນທີ່ວ່ານີ້
ແມ່ນມີຢ່າງຈຳກັດ. ສະນັ້ນ ຜູ້ທີ່ມີຄວາມຝັນ ຢາກມາຮຽນໃນ ສະຫະລັດ ຈຶ່ງຕ້ອງຍາດ
ແຍ່ງກັນເສັງໃຫ້ໄດ້, ຫຼາຍຄົນຕ້ອງໄດ້ທຸ້ມເທທຸກຢ່າງ, ທຸກຄວາມສາມາດທີ່ມີ ເພື່ອຮຽນ
ບຳລຸງ ສຳລັບການທີ່ຈະໄປເສັງເອົາທຶນດັ່ງກ່າວນີ້. ສຳລັບແຂກຜູ້ທີ່ເຮົາສຳພາດສຳລັບ
ມື້ນີ້, ເພິ່ນກໍແມ່ນນັກສາທຶນ ຟູລໄບຣທ໌ ທີ່ກຳລັງຮຽນໃນປັດຈຸບັນ ແລະ ຈະຈົບການ
ສຶກສາໃນໄວໆນີ້. ລາວມີຊື່ວ່າ ນາງ ສຸລິວັນ ຣັດຕະນະວົງ, ລາວແມ່ນສາວນ້ອຍນັກ
ຮຽນເກັ່ງ ມາຈາກນະຄອນຫຼວງ ວຽງຈັນ, ປະເທດ ລາວ ໄດ້ຮັບທຶນການສຶກສານີ້ ແຕ່
ປີ 2017 ເປັນຕົ້ນມາ. ມື້ນີ້ ສຸລິວັນ ຈະມາແບ່ງ ປັນປະສົບການຈາກທຶນ ຟູລໄບຣທ໌
ໃຫ້ພວກເຮົາຟັງ.

“ນ້ອງຊື່ວ່າ ສຸລິວັນ ລັດຕະນະວົງ, ນ້ອງເປັນນຶ່ງໃນຕົວແທນ ທີ່ໄດ້ມາສຶກສາ ພາຍໃຕ້
ໂຄງການ ຟູລໄບຣທ໌ ເນາະ. ສຶກສາໃນລະດັບປະລິນຍາໂທ, ອາຍຸ 25 ປີ. ນ້ອງຕອນນີ້
ຮຽນຢູ່ໂຮງຮຽນ Southern New Hampshire University, ຢູ່ລັດນິວແຮມເຊີ.”

ສຸລິ​ວັນ ໄດ້​ຖືກ​ເລືອກ​ໃຫ້​ຮຽນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລໃນລັດ​ນິວ​ແຮມ​ເຊີ​, ເປັນ​ລັດ​ທີ່​ຕັ້ງ​ຢູ່
ກ້ຳຕາເວັນອອກສຽງເໜືອຂອງ ສະຫະລັດ ເປັນເຂດທີ່ມີອາກາດເຢັນ ແລະ ຈະໜາວ
ຫຼາຍ ໃນລະດູໜາວ. ແຕ່ສຳລັບ ສຸລິວັນ ແລ້ວ, ອາກາດແມ່ນບໍ່ມີບັນຫາຫຍັງສຳລັບ
ລາວ. ປັດຈຸບັນນີ້ ສຸລິວັນ ອາໄສຢູ່ອາພາດເມັ້ນ ຢູ່ຮ່ວມກັບ ໝູ່ຄົນ ອາເມຣິກາ ຄົນນຶ່ງ.

“ຕອນນີ້ຫັ້ນມີຣູມເມດ, ແຕ່ຕອນມາໃໝ່ຫັ້ນພັກຄົນດຽວ ເພາະວ່າ ນ້ອງ ບໍ່ຮູ້ຈັກໃຜເທື່ອ
ລະກະລອງໃຊ້ຊີວິດໄປເລື້ອຍໆກ່ອນ, ຫຼັງຈາກໄດ້ລະ ໂອເຄ ເຮົາກະຫາຣູມເມດ ທີ່ວ່າ
ເຮົາຄິດວ່າ ໂອເຄແບບວ່າ, ຢູ່ນຳກັນໄດ້. ຄົນຈາກປະ ເທດໃດຫັ້ນ? ຄົນຈາກ ອາເມກາ
ອ້າຍ. ໄດ້ເຮັດອາຫານໃຫ້ລາວກິນບໍ່? ໄດ້ ເຮັດຕະຫຼອດອ້າຍ ເພາະວ່ານ້ອງມັກເຮັດ
ອາຫານຢູ່ແລ້ວ. ຕອນນັ້ນເຮັດຫັ້ນ ເຮັດແໜມເຂົ້າ, ເຮັດເຂົ້າປຽກ, ເຮັດລາບ, ລາວກິນ,
ລາວມັກ. ລາວມັກອາ ຫານລາວ.”

ສຸລິວັນ ເປັນນັກຮຽກລາວພຽງຄົນດຽວທີ່ຮຽນຢູ່ລັດ ນິວແຮມເຊີ. ຕອນເລືອກ ໂຮງຮຽນ
ຫຼັງຈາກໄດ້ຮັບທຶນນັ້ນ, ລາວໄດ້ເລືອກທີ່ຈະໄປເຂດຊາຍຝັ່ງກໍ້າຕາ ເວັນຕົກຂອງ
ສະຫະລັດ, ເພາະຄິດວ່າອາກາດຄົງບໍ່ໜາວຫຼາຍ ແລະ ວ່າ ຈະບໍ່ໄດ້ຮັບຜົນກະທົບຫຼາຍ
ເນື່ອງຈາກຢ້ານວ່າອາກາດຈະໜາວໂພດ. ແຕ່ ແນວໃດກໍຕາມ, ຜູ້ໃຫ້ທຶນກໍໄດ້ເລືອກ
ໃຫ້ ສຸລິວັນ ມາຮຽນຢູ່ຊາຍຝັ່ງກໍ້າຕາ ເວັນອອກ, ເຊິ່ງແມ່ນມະຫາວິທະຍາໄລ ນິວແຮມ
ເຊີໃຕ້, ຫຼື South New Hampshire University.

ມະ​ຫາ​ວິ​ທະ​ຍາ​ໄລ ນິ​ວແຮມ​ເຊີໃຕ້ ເປັນ​ມະ​ຫາ​ວິ​ທະ​ຍາ​ໄລເອກະຊົນ, ຕັ້ງຂຶ້ນ ໃນປີ
1932. ສຸລິວັນ ໄດ້ມີຄວາມໄຝ່ຝັນຢາກມາຮຽນຢູ່ ສະຫະລັດ, ມັກຕັ້ງແຕ່ ຕອນຍັງນ້ອຍ
ແລ້ວ, ແລະ ເຄີຍໄດ້ເປັນນັກສຶກສາແລກປ່ຽນຂອງທຶນລັດຖະ ບານ ສະຫະລັດ ນຶ່ງ
ພາກຮຽນທີ່ເມືອງ ໂຣເຊັສເຕີ, ລັດ ນິວຢອກ.

ທຸກຄົນທີ່ຢາກເສັງເອົາທຶນ ຟູລໄບຣທ໌ ຕ້ອງຄິດສະເໝີວ່າ ທຶນນີ້ເປັນທຶນທີ່ບໍ່ທຳມະດາ,
ຕ້ອງເປັນທຶນທີ່ເສັງໄດ້ຍາກທີ່ສຸດ ແລະ ຕ້ອງມີຄົນທີ່ເກັ່ງຫຼາຍມາເສັງ ເອົາທຶນນີ້.
ຄວາມຄິດດັ່ງກ່າວໄດ້ເຮັດໃຫ້ ສຸລິວັນ ຕ້ອງສູ້ກັບຄົນອື່ນໃຫ້ໄດ້.

ສຸລິ​ວັນ ພ້ອມ​ກັບ​ຄອບ​ຄົວທີ່​ນະ​ຄອນ ນິວຢອກ.
ສຸລິ​ວັນ ພ້ອມ​ກັບ​ຄອບ​ຄົວທີ່​ນະ​ຄອນ ນິວຢອກ.

ທຳອິດຫັ້ນຄຶດວ່າທຶນ ຟູລໄບຣທ໌ ນີ້ຍາກ, ຍາກຫຼາຍ, ຄຶດວ່ານ້ອງ ເຫັນຄົນທີ່ວ່າສ່ວນ
ຫຼາຍທີ່ໄດ້ ກະມີແຕ່ຄົນເກັ່ງໆ ເຮົາກະແບບວ່າຕົກໃຈຈັກຊິເຮັດຈັ່ງໃດ, ລະທຳກະຕ້ອງ
ສ້າງຄວາມໝັ້ນໃຈໃຫ້ໂຕເອງວ່າ ກ່ອນຊິເຮັດຫຍັງເຮົາ ກະຕ້ອງແບບວ່າເຊື່ອໝັ້ນໃນ
ໂຕເອງກ່ອນ. ຫຼັງຈາກນັ້ນກະສຶກສາຫາຂໍ້ມູນ ກ່ຽວກັບ ທຶນນີ້. ບໍ່ວ່າຈະເປັນການຊອກ
ຂໍ້ມູນທາງເວັບໄຊ້, ລະກະປຶກສາກັບ ໝູ່ລຸ້ນອ້າຍ ລຸ້ນເອື້ອຍທີ່ວ່າເຄີຍໄດ້ມາທຶນນີ້
ເນາະ. ຕໍ່ມາກະເລີ່ມແບ່ງເວລາໃຫ້ ຖືກຕ້ອງເວລາຮຽນກັບເວລາເຮັດວຽກ. ເພາະວ່າ
ຕອນນັ້ນນ້ອງເຮັດວຽກຢູ່. ພະຍາຍາມຕຽມຊິມາຮຽນຕໍ່ເນາະ.”

ທຶນຟູລໄບຣທ໌ ທ່ານສາມາດເຂົ້າເບິ່ງໄດ້ໃນເວັບໄຊທ໌ຂອງສະຖານທູດ ສະຫະລັດ
ປະຈຳລາວ, ແລ້ວເຂົ້າຫາພາກສ່ວນການສຶກສາ ທ່ານກໍຈະເຫັນຫຼາຍທຶນທີ່ ໜ້າສົນ
ໃຈດ້ວຍ.

ຂັ້ນຕອນຂອງການເສັງເອົາທຶນນັ້ນ ຫຼັງຈາກການສະໝັກ ແລະ ມີລາຍຊື່ເສັງ ແລ້ວ.
ທ່ານກໍຈະເສັງຮອບທຳອິດເອີ້ນວ່າ Screening test.

ເສັງ Screening test ຈະເປັນຄວາມຮູ້ພື້ນຖານພາສາອັງກິດຂອງ ເຮົາເນາະ. ເລື່ອງ
ແກຣມມາ, ເລື່ອງ ຣີດດິງ (ການອ່ານ), ໄວຣທິງ (ການ ຂຽນ). ແລ້ວຕໍ່ມາກໍຈະເປັນທີ 3
ເນາະ, ເສັງ Internet Based Test (TOEFL IBT) ໂຕນີ້ຈະເປັນອອນໄລນ໌ ເທັສຕິງ
ໂປຣແກຣມ, ແລ້ວຖືວ່າເຂົາ ເຈົ້າຮັບ standardized score ທີ່ວ່າທາງໂຮງຮຽນຮັບ
ເນາະ, ຫຼັງຈາກຜ່ານ IBT ແລ້ວກະສຳພາດ, ເຮົາກະແນະນຳຕົນເອງ, ແນະນຳວ່າສົນ
ໃຈຢາກໄປ ຮຽນສາຂາຫຍັງ ລະກະຢາກຮຽນ ກ່ຽວກັບ ຫຍັງທີ່ວ່າມີປະໂຫຍດກັບເຮົາ
ລະກະຕໍ່ສັງຄົມ.”

ສຸລິວັນ ໄດ້ຮັບການສະໜັບສະໜູນຈາກໝູ່ເພື່ອນ ແລະ ຄົນຮັກທີ່ຢູ່ອ້ອມຂ້າງ ໂດຍສະ
ເພາະ ແມ່ນຄອບຄົວ. ກຳລັງໃຈແມ່ນສິ່ງທີ່ສຳຄັນສຳລັບການສອບ ເສັງທີ່ສຳຄັນນີ້.
ນອກຈາກນັ້ນ ການກະກຽມການສອບເສັງກັບອາຈານທີ່ເກັ່ງ ກໍເປັນອີກປັດໃຈທີ່ສຳ
ຄັນດ້ວຍ.

ສຸ​ລິ​ວັນ ເວົ້າ​ວ່າ “ຫຼັງຈາກສຳພາດແລ້ວເພິ່ນກໍໄດ້ບອກວ່ານ້ອງຖືກຄັດເລືອກ ເປັນຜູ້ທີ່
ໄດ້ມາຮຽນທຶນນີ້ເນາະ. ແຕ່ວ່າຕ້ອງໄດ້ເສັງ GMAT ກັບ GRE ກ່ອນ. ຫຼັງຈາກນັ້ນເຮົາ
ຕ້ອງໄດ້ຊອກຮຽນເພີ່ມເນາະ ເຮົາຕ້ອງໄດ້ເສັງຄະແນນເພື່ອມາ ຍື່ນເຂົ້າໂຮງຮຽນເນາະ
ຕອນນັ້ນກະເລີຍໄດ້ໄປຮຽນເພີ່ມ. ຮຽນເພີ່ມເລກ ຖ້າສົມມຸດວ່າ ກ່ຽວກັບ ສາຍ MBA
ນີ້ເນາະ ເພິ່ນຕ້ອງໄດ້ຍື່ນ GMAT ເຮົາກະເລີຍໄດ້ຮຽນເພີ່ມວິຊາເລກເປັນພາສາອັງ
ກິດ. ເພາະວ່າຕອນຮຽນ ເຮົາບໍ່ໄດ້ລົງເລິກເປັນພາສາອັງກິດ ເພາະວ່າເລກມັດທະຍົມ
ຈັ່ງຊີ້ ຕົວຢ່າງເນາະ ນ້ອງກະຮຽນຢູ່ໂຮງຮຽນລາວ ອຸດົມວຽງຈັນ. ກະເລີຍວ່າ ຕ້ອງໄດ້
ຮຽນເພີ່ມ. ໄດ້ໄປຮຽນເພີ່ມຢູ່ດົງໂດກ, ມະຫາວິທະຍາໄລແຫ່ງຊາດ. ຮຽນກັບອາຈານ
ທີ່ວ່າເກັ່ງທີ່ສຸດ ລະກະໃຈດີທີ່ສຸດ. ອາຈານເນາະ ຖ້າເອີ່ຍຊື່ເພີ່ນໄດ້ ຂໍເອີ່ຍຊື່ອາຈານ
ສັກມອນ ສິຣິສັກ. ເພິ່ນເກັ່ງ ລະກະໃຈດີ ລະກະອົດທົນກັບ ນ້ອງຄະໜາດ. ສອນເລກ
GMAT.”

ສຸລິວັນ ກ່າວຕື່ມວ່າ ທຶນການສຶກສາ ຟູລໄບຣທ໌ ແມ່ນທຶນທີ່ເປີດຮັບສະໝັກ ໂດຍທົ່ວ
ໄປຂອງສະຖານທູດ ສະຫະລັດ, ຂໍ້ຜູກມັດແມ່ນບໍ່ມີ, ມີພຽງແຕ່ຮຽນຈົບ ແລ້ວກໍກັບບ້ານ.
ແຕ່ສຳລັບຄົນທີ່ຢາກຢູ່ເຮັດວຽກຕໍ່ໃນ ສະຫະລັດ ກໍສາມາດ ເຮັດໄດ້.

ພໍ່ແມ່ຂອງ ສຸລິວັນ ມີອາຊີບໃນດ້ານການແພດ ເຊິ່ງພໍ່ຂອງລາວ ດຣ. ຝຸ່ນຄຳ ລັດຕະນະ
ວົງ ເປັນຮອງກົມຮັກສາສຸຂະພາບຂັ້ນຕົ້ນ ກະຊວງສາທາລະນະສຸກ, ເຮັດວຽກໃຫ້ໂຄງ
ການ ທະນາຄານພັດທະນາເອເຊຍ ຫຼື ADB ທີ່ຂຶ້ນກັບກະ ຊວງດັ່ງກ່າວ. ສ່ວນແມ່ ດຣ.
ອຸໄດວອນ ລັດຕະນະວົງ ເປັນນາຍໝໍທີ່ໂຮງໝໍ ມະໂຫສົດ. ສ່ວນ ສຸລິວັນ ແມ່ນບໍ່ໄດ້
ເດີນຕາມທາງຂອງພໍ່ແມ່, ແຕ່ໄດ້ເດີນ ຕາມສາຍຂອງຕົນເອງເຊິ່ງແມ່ນດ້ານການເງິນ.

ສຸລິວັນ ເຄີຍເຮັດວຽກຢູ່ທະນາຄານ ເອເອັນແຊັດ ລາວ, ເປັນເຈົ້າໜ້າທີ່ສົ່ງເສີມ ທຸລະ
ກິດ ຫຼື Business Support Officer. ແຕ່ຫຼັງຈາກຮຽນຈົບແລ້ວ, ສຸລິວັນ ກໍຢາກເຮັດ
ວຽກທີ່ ກ່ຽວຂ້ອງກັບວິຊາທີ່ໄດ້ຮໍ່າຮຽນຈາກ ສະຫະລັດ ນີ້.

ຢາກເຮັດວຽກ ກ່ຽວກັບ ສິ່ງທີ່ນ້ອງໄດ້ຮຽນມາ ທີ່ວ່າ ກ່ຽວຂ້ອງກັບ ດ້ານເຮົາຮຽນມາ.
ລະກະຄິດວ່າຄືຊິໄດ້ຄວາມຮູ້ຫຼາຍກ່ອນເກົ່າ ລະກະໄດ້ປະສົບ ການທີ່ດີຫຼາຍກ່ອນເກົ່າ
ໃຫ້ຄົນອື່ນໄດ້ຮັບຟັງ ແລະ ໄດ້ຮໍ່າຮຽນນຳ. ຄິດວ່າຊິ ເຮັດວຽກ ລະກະ ຕໍ່ມາກະອາດຈະ
ເປີດ.. ເພາະວ່າດຽວນີ້ມັນມີຫຼາຍໆ ອີເວັ້ນ ທີ່ວ່າໜ້າສົນໃຈ ເປີດໃຫ້ຄົນອື່ນໄດ້ເຂົ້າມາຟັງ
ລະກະເຮັດໂປຣເຈັກ ໜ້າຈະເຮັດ ໂປຣເຈັກກັບບັນດາອາລຳໄນ ທີ່ວ່າເຄີຍໄດ້ຜ່ານທຶນນີ້
ມາຄືກັນ. ໂປຣເຈັກດ້ານ ການສຶກສາ.

ສຸລິວັນ ເວົ້າວ່າຕອນທີ່ໄດ້ທຶນນັ້ນ ທາງສະຖານທູດກໍໄດ້ອຳນວຍຄວາມສະດວກ ໃຫ້
ເປັນຢ່າງດີ ເຊັ່ນການໃຫ້ຢືມປຶ້ມຢູ່ສູນອາເມຣິກັນ ເພື່ອຮຽນເພີ່ມ, ພາສາ ແລະ ໃຫ້ຄຳ
ແນະນຳທີ່ດີ.

ສຸລິວັນ ໄດ້ຊັກຊວນໃຫ້ທຸກຄົນທີ່ມີຄວາມສົນໃຈໃນທຶນ ຟູລໄບຣທ໌ ນີ້ໄປເສັງ ເອົາທຶນ
ດັ່ງກ່າວ. ເພາະວ່າທຶນນີ້ຈະມອບຜົນປະໂຫຍດຫຼາຍຢ່າງໃຫ້ແກ່ຜູ້ໄດ້ ທຶນ, ໂດຍສະ
ເພາະແມ່ນຄວາມຮູ້ ແລະ ປະສົບການ. ລາວເວົ້າວ່າ ທຶນດັ່ງ ກ່າວນີ້ ຖ້າເສັງໄດ້ແລ້ວ
ມັນຈະປ່ຽນຊີວິດຂອງຄົນຜູ້ນັ້ນຢ່າງແນ່ນອນ.

​ໂຄງ​ການ​ສຶກ​ສາ​ຂອງ ສຸ​ລິ​ວັນ​ ແມ່ນ 1 ປີກັບ 6 ເດືອນ, ແຕ່​ຜູ້ກ່ຽວ​ໄດ້​ເລັ່ງ​ລັດ​ການ​ສຶກ​
ສາໃຫ້ລົງມາເປັນພຽງ 1 ປີກັບ 3 ເດືອນ ແລະ ຈະຮຽນຈົບໃນວັນທີ 9 ເດືອນ 12 ປີ
2018 ນີ້.

XS
SM
MD
LG