ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຍິງ​ສາວ ຕົກເປັນເຫຍື່ອ ຂອງການຄ້າມະນຸດ ທ່າມກາງອັດຕາການຫວ່າງງານ ເພີ້ມຂຶ້ນນັບມື້ ຢູ່ໃນລາວ


ແຮງງານລາວຫຼາຍຮ້ອຍຄົນ ທີ່ໄປເຮັດວຽກຢູ່ໄທ ພາກັນເດີນທາງກັບຄືນສູ່ພູມລຳເນົາ ເມື່ອປະເທດໄທ ປະກາດປິດເມືອງ.
ແຮງງານລາວຫຼາຍຮ້ອຍຄົນ ທີ່ໄປເຮັດວຽກຢູ່ໄທ ພາກັນເດີນທາງກັບຄືນສູ່ພູມລຳເນົາ ເມື່ອປະເທດໄທ ປະກາດປິດເມືອງ.

ຂະນະທີ່ອັດຕາຄົນຫວ່າງງານໃນລາວມີທ່າອ່ຽງເພີ້ມຂຶ້ນຢູ່ນີ້ ແຮງ​ງານ ​ລາວກໍ​ພາ​ກັນດີ້ນຮົນ ຊອກ​ຫາ​ງານທັງໃນລາວ ແລະຕ່າງ​ປະ​ເທດ ​ສຸດແລ້ວແຕ່ເງື່ອນໄຂຂອງແຕ່ລະຄົນທີ່ຈະເປັນໄປໄດ້. ແຕ່ວ່າສໍາລັບການຊອກຫາວຽກເຮັດງານທໍາ ຂອງແຮງງານທີ່ບໍ່ມີຝີມືສູງພາຍໃນປະເທດຢູ່ເຂດເສດຖະກິດພິເສດບາງ ແຫ່ງໂດຍສະເພາະໃນເຂດພາກເໜືອຂອງປະເທດນັ້ນປາກົດມີການລາຍງານວ່າ ຍັງບໍ່ມີການຈັດຕັ້ງ ໃນການຈ້າງງານທີ່ມີຄວາມໂປ່ງໃສ ແລະໃຫ້ຂໍ້ມູນແກ່ເເຮງງານລາວ ຢ່າງກວ້າງຂວາງເທື່ອ ຈຶ່ງເຮັດໃຫ້ມີບາງກໍລະນີທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ. ໄຊ​ຈະ​ເລີນ​ສຸກ ຈະ​ນຳ​ເອົາລາຍລະອຽດ ຈາກນັກຂ່າວຂອງພວກເຮົາ ມາ​ສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

ເຖິງແມ່ນວ່າ ລາວອາດຈະມີຄວາມຕ້ອງການແຮງງານໃນບາງທຸລະກິດພາຍໃນປະເທດກໍຕາມ ແຕ່ອັດຕາແຮງ​ງານ​ລາວໃນຊຸມປີມໍ່ໆມານີ້ ເພີ້ມສູງຂຶ້ນນັບມື້ ສະນັ້ນກໍາມະກອນລາວຫລາຍໆພັນຄົນພາ​ກັນດີ້ນຮົນຊອກ​ຫາ​ງານທັງ ຢູ່ໃນລາວແລະຕ່າງ​ປະ​ເທດ​ ສຸດແລ້ວທີ່ເງື່ອນໄຂທີ່ຈະເປັນໄປໄດ້ຂອງໃຜລາວ. ດັ່ງວີໂອເອລາວ ໄດ້ສະເໜີໄປໃນເດືອນແລ້ວນີ້ ຢູ່ພາຍໃນລາວ​ເອງ ​ກັບມີ​ຄວາມຕ້ອງ​ການແຮງ​ງານຢ່າງຫລວງຫລາຍ ເພື່ອເຮັດວຽກຢູ່ໃນເຂດເສດຖະກິດພິເສດ ອີງ​ຕາມ​ທ່ານ ປ.ອ. ລິດ​ທິ​ກອນ ພູມ​ມະ​ສັກ, ​ປະ​ທານບໍ​ລິ​ຫານ ກຸ່ມ​ບໍ​ລິ​ສັດ ໄອເອ​ເອັ​ຟ (IAF) ຊຶ່ງ​ທ່ານ​ກ່າວ​ວ່າ:

“ຂ້າພະເຈົ້າໄປເບິ່ງເຂດເສດຖະກິດພິເສດຂອງລາວ ຕົວຢ່າງຢູ່ຕົ້ນເຜິ້ງ ຫລືຢູ່ບ່ອນເຂດແດນຈັດຫາງານຕ່າງໆເນາະ ຄວາມຕ້ອງການໃນຂະແໜງບໍລິການຕ່າງໆຫລາຍອັນນີ້ໃນປະຈຸບັນນີ້ເວົ້າຄວາມຈິງໃຫ້ພັງເນາະ ແຮງງານລາວເອົາໄປເຮັດວຽກຢູ່ຕ່າງປະເທດຫລາຍ ແຕ່ວ່າແຮງງານຕ່າງປະເທດມາເຮັດຢູ່ລາວກະຫລາຍສົມຄວນ ບໍ່ທໍາມະດາ ຈັກແຮງງານພະມ້າ ແຮງງານຈີນ ແຮງງານຫວຽດ ເຕັມພຽບຢູ່ລາວ”.

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ໃນແຂວງບໍ່ແກ້ວ ສປປ ລາວ.
ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ໃນແຂວງບໍ່ແກ້ວ ສປປ ລາວ.

ແຕ່ຢ່າງໃດກໍຕາມ ໃນການໄປເຮັດວຽກໃນເຂດເສດຖະກິດພິເສດຢູ່ໃນເຂດສາມຫລ່ຽມຄໍາ ໃນພາກເໜືອຂອງລາວນັ້ນ ກໍປະສົບກັບຄວາມຫຍຸ້ງຍາກຫລາຍ. ທັງນີ້ ກໍເນື່ອງມາຈາກຄວາມຮູ້ເທົ້າບໍ່ເຖິງການ ໃນການຊອກຫາງານ ຈຶ່ງເຮັດໃຫ້ບາງຄົນຕົກເປັນເຫຍື່ອຂອງການຄ້າມະນຸດ ດັ່ງທີ່ພະນັກງານທ່ານນຶ່ງ ຂອງບໍລິສັດເອກະຊົນ ໃນແຂວງບໍ່ແກ້ວ ທີ່ມີຫ້ອງການໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ລົງທຶນໂດຍ ບໍລິສັດຈີນນັ້ນ ເວົ້າສູ່ຟັງວ່າ:

“ມັນກະມີຫລາຍອັນ ບາງຄົນກະໄປຕອບແຊັດຂາຍສິນຄ້າຫັ້ນນະ ແບບເຂົາເຂົ້າໄປເຮັດວຽກຢູ່ຫັ້ນມັນອອກຍາກ. ເຂົາຄຸມແນ່ບໍ່ມີຍາມພັກ ບໍ່ມີຍາມພັກບໍ່ໄດ້ອອກມານອກຫັ້ນແຫລະ ລໍາບາກເງິນກະໄດ້ຢູ່ ແຕ່ວ່າຄົນທີ່ເຮັດອອກມາ ກະຈົ່ມວ່າລໍາບາກຫລາຍ. ຕ້ອງໄດ້ຖາມວຽກທີ່ເຂົາໄປເຮັດຫຍັງ ສ່ວນຕົວ ຫລືບໍລິສັດເຮັດນໍາ ຄົນຈີນ ຫລືຄົນລາວ ສ່ວນຫລາຍເປັນຜູ້ຍິງກະຂາຍບໍລິການຫັ້ນແຫລະ ເຂົ້າໄປແລ້ວເຂົາກະໃຫ້ຢູ່ໃນຂອບເຂດ ເຂົາບໍ່ໃຫ້ອອກມາ. ມັນຍາກຈີນສໍາປະທານເດ. ເຂົ້າໄປຫັ້ນຄົນໄປລະອອກຍາກ ສັນຍາກະຄືເກົ່າເຂົາເຮັດສັນຍາລະດັບ 6ເດືອນ 8ເດືອນ ຫລື ນຶ່ງປີຂຶ້ນເມືອ”.

ເພື່ອຫລີກລ້ຽງບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ອາວຸໂສທ່ານນຶ່ງ ໃນລັດຖະບານລາວໃຫ້ຄໍາເຫັນວ່າ:

“ຕ້ອງຄົ້ນລະອຽດໄດ໋ ບໍ່ແມ່ນໄປແບບເຂົາຕົວະ ຄືຢູ່ໃນຂ່າວຫັ້ນ. ຕ້ອງຜ່ານບໍລິ ສັດຈັດຫາງານ ຫລື ບໍລິສັດເປັນຜູ້ຕາງໜ້າ ໃຫ້ມີການນໍາສົ່ງຈາກບໍລິສັດຫັ້ນບໍ? ຫລື ບໍລິສັດມີທະບຽນຈັດຫາງານຄັກແນ່ ທີ່ເອົາໄປເຮັດວຽກຢູ່ບໍ່ແກ້ວສາມຫລ່ຽມທອງຄໍາ. ຄັນບໍ່ມີ ກໍແມ່ນເຂົ້າຄ່າຍທີ່ວ່າ ຖືກຫລອກໄດ້. ຍັງມີຫລາຍບັນຫາຢູ່ໃນຫັ້ນ ທີ່ພວກເຮົາເຂົ້າບໍ່ເຖິງ ແລະກໍແກ້ບໍ່ຕົກ. ມີແຕ່ວ່າຄັນຊິເຂົ້າໄປເຮັດວຽກຫັ້ນ ກໍຕ້ອງຜ່ານບໍລິສັດຈັດຫາງານ ແບບດຽວກັນກັບໄປເຮັດວຽກຕ່າງປະເທດຫັ້ນ ມັນຕ້ອງເປັນແນວນັ້ນພຸ້ນຫລະ. ຄັນບໍ່ມີແນວນັ້ນກະສົງໄສໄວ້ກ່ອນໂລດນະວ່າ ມັນແມ່ນພວກນາຍໜ້າປອມ ທີ່ຕົວະໄປເຮັດວຽກ ເອົາເງິນທາງນັ້ນກ່ອນ ແລ້ວເອົາໄປຂາຍ ເຂົ້າຄ່າຍຄ້າມະນຸດພຸ້ນລະ ຄັນຊິເວົ້າຈັ່ງນຶ່ງຫັ້ນນະ”.

ໃນບົດລາຍງານ 10 ປີ (1919-2019) ຂອງຕົນນັ້ນ ອົງການແຮງງານສາກົນ ຫລື ILO ເວົ້າວ່າ ການລົງທຶນໃນໂຄງການຕ່າງໆ ຢູ່ລາວ ບໍ່ສາມາດຕອບສະໜອງວຽກເຮັດງານທໍາ ໃຫ້ຄົນລາວໄດ້ຢ່າງພຽງພໍ ຂະນະທີ່ປະຊາກອນທີ່ຢູ່ໃນເກນອາຍຸອອກແຮງງານທີ່ມີທ່າອ່ຽງເພີ້ມຂຶ້ນຢ່າງວ່ອງໄວ. ໃນປີ 2000, ປະຊາ ກອນລາວ ໃນເກນອອກແຮງງານ ກວມເອົາປະມານ 48 ເປີເຊັນ ຂອງປະຊາ ກອນ ທີ່ມີ 5 ລ້ານປາຍຄົນ ໃນຕອນນັ້ນ. ມາຮອດປີ 2020, ປະຊາກອນໃນເກນອອກແຮງງານໄດ້ເພີ້ມຂຶ້ນເປັນ 3 ລ້ານ 787 ພັນ 334 ຄົນ ຊຶ່ງກວມເອົາເກືອບຮອດ 53 ເປີເຊັນ ຂອງພົນລະເມືອງລາວ, ອີງຕາມສະຖິຕິຂອງ World Bank Open Data. ສະນັ້ນອັດ​ຕາ​ຄົນຫວ່າງ​ງານໃນລາວ ກໍເພີ້ມຂຶ້ນຢ່າງບໍ່ຢຸດຢັ້ງ ຊຶ່ງ​ກໍຄື​ຈາກ 9.8 ເປີ​ເຊັນ ​ໃນ​ປີ 2017 ຂຶ້ນ​ເປັນ 21.8 ເປີ​ເຊັນ​ ໃນ​ທ້າຍ​ປີ 2021 ອີງ​ຕາມ ​ທ່ານ​ພົງ​ໄຊ​ສັກ ອິນ​ທະ​ລາດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ​ສ​ະ​ຫວັດ​ດີ​ການ​ສັງ​ຄົມ ກ່າວເມື່ອມໍ່ໆມານີ້. ສະພາບຂາດການກວດກາແລະຄຸ້ມຄອງແຮງງານລາວ ເມື່ອບວກກັບບໍ່ມີການເຜີຍ ແຜ່ຂໍ້ມູນໃນການຈ້າງງານຢ່າງກວ້າຂວາງແລ້ວ ກໍຍິ່ງຈະເຮັດໃຫ້ຕະຫລາດແຮງງານຂອງລາວ ທີ່ບອບບາງຢູ່ແລ້ວນັ້ນ ຍິ່ງຈະມີບັນຫາເພີ້ມຂຶ້ນ.

ທາງດ້ານທາງສະພາການຄ້າແລະອຸດສາຫະກໍາລາວ, ເມື່ອມໍ່ໆມານີ້ ກໍໄດ້ຈັດງານມະຫາກຳສົ່ງເສີມແຮງງານລາວ ປະຈຳປີ 2022 ຫລື Lao Employment Expo 2022 ຂຶ້ນເປັນຄັ້ງທໍາອິດຢູ່ໃນນະຄອນຫລວງວຽງຈັນ ຊຶ່ງດໍາເນີນໄປເປັນເວລາ 5 ວັນ ແລະມີບັນດາຜູ້ປະກອບການ ໃນນັ້ນມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມທັງໝົດ 68 ຮ້ານວາງສະແດງຈາກ 65 ພາກສ່ວນ ທີ່ມາຈາກຫລາຍຂະແໜງການ. ເຂົາເຈົ້າເປີດຮ້ານວາງສະແດງ, ໃຫ້ຂໍ້ມູນຂ່າວສານ, ການປະກາດຮັບສະໝັກງານ ແລະ ຮ່ວມສຳມະນາແລກປ່ຽນປະສົບການໃນຫົວຂໍ້ຕ່າງໆ. ຫລັງຈາກງານມະຫະກໍານີ້ ສິ້ນສຸດແລ້ວ ທ່ານໄຊບັນດິດ ຣາຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທີ່ເປັນປະທານຄະນະກຳມະການຈັດງານນີ້ ສະຫລຸບໃຫ້ຟັງວ່າ ບໍລິສັດທີ່ເຂົ້າຮ່ວມງານມະຫາກຳໃນຄັ້ງນີ້ ມີຄວາມຕ້ອງການແຮງງານ ລວມກັນທັງໝົດຫຼາຍກວ່າ 100,000 ຄົນ ຊຶ່ງທ່ານຫວັງວ່າ ຈະແກ້ໄຂໄພຫວ່າງງານໃນລາວໄດ້ບໍ່ຫລາຍກໍໜ້ອຍ.

XS
SM
MD
LG