ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍ ຫວຽດນາມ ທີ່ສະໜັບສະໜູນ ພັກຣີພັບບລີກັນ ຈະບໍ່ປ່ອນບັດ ໃຫ້ ທ່ານ Trump


Some Republican Vietnamese-Americans Say They Will Not Vote for Trump
please wait

No media source currently available

0:00 0:02:51 0:00

ລັດແຄລີຟໍເນຍ ເປັນບ່ອນຢູ່​ບ່ອນ​ອາ​ໄສ ທີ່ໃຫຍ່ທີ່ສຸດ ຂອງປະຊາ
ຄົມ ຊາວຫວຽດນາມ ຢູ່ນອກປະເທດ ແລະ ຊາວອາເມຣິກັນ ເຊື້ອ
ສາຍຫວຽດນາມຫຼາຍໆຄົນຢູ່​ໃນ​ລັດ​ດັ່ງກ່າວ ມີບົດບາດທາງດ້ານ
ການເມືອງຢ່າງຫ້າວຫັນ. ພວກເຂົາເຈົ້າກ່າວວ່າ ຄວາມສຳເລັດ
ດ້ານອະສັງຫາລິ ມະຊັບຂອງທ່ານ Donald Trump ນັ້ນ ບໍ່​ໄດ້​
ສະທ້ອນ​ໃຫ້​ເຫັນພາບພົດທີ່ດີ ໃນເວທີຂອງໂລກ. Elizabeth
Lee ຜູ້ສື່ຂ່າວຂອງວີໂອເອ ລາຍງານຈາກເມືອງ Orange ​ໃນ
ລັດ California ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.

ຢູ່ໃນ ແລະ ອ້ອມແອ້ມ ຄຸ້ມໄຊງ່ອນນ້ອຍ ຫຼື Little Saigon ທີ່ເມືອງ Orange ແມ່ນ​
ເປັນຊຸມຊົນໃຫຍ່ ຂອງພວກທີ່ໄດ້ຫລົບໜີ ອອກຈາກບ້ານເກີດເມືອງນອນ ຂອງພວກ
ເຂົາເຈົ້າ ໃນເວລາ ພວກຄອມມຸຍນິສ ເຂົ້າຍຶດເອົາ ຫວຽດນາມໃຕ້ ​ເມື່ອສີ່ທົດສະວັດ
ທີ່ຜ່ານມາ. ທ່ານ Le Khac Ly ເຄີຍເປັນພັນເອກ ໃນກອງທັບຫວຽດນາມໃຕ້ ກ່ອນທີ່
ທ່ານຫລົບໜີ ມາ​ຍັງສະຫະລັດ ພ້ອມກັບຄອບຄົວຂອງທ່ານ. ຕັ້ງແຕ່ ທ່ານໄດ້ຮັບສັນຊາດ
ອາເມຣິກາແລ້ວ ທ່ານ Le ໄດ້ໄປປ່ອນບັດອອກສຽງ ໃຫ້ແກ່ຜູ້ສະໝັກ ສັງກັດພັກຣີພັບ-
ບລີກັນ ໃນທຸກໆການເລືອກຕັ້ງ ສະເໝີມາ.

ຕັ້ງແຕ່ ທ່ານໄດ້ຮັບສັນຊາດ ອາເມຣິກາແລ້ວ ທ່ານ Le ໄດ້ໄປປ່ອນບັດອອກສຽງ ໃຫ້ແກ່ຜູ້ສະໝັກ ສັງກັດພັກຣີພັບບລີກັນ ໃນທຸກໆການເລືອກຕັ້ງ ສະເໝີມາ ແຕ່ ທ່ານກ່າວວ່າ ການເລືອກຕັ້ງຄັ້ງນີ້ ແຕກຕ່າງ.
ຕັ້ງແຕ່ ທ່ານໄດ້ຮັບສັນຊາດ ອາເມຣິກາແລ້ວ ທ່ານ Le ໄດ້ໄປປ່ອນບັດອອກສຽງ ໃຫ້ແກ່ຜູ້ສະໝັກ ສັງກັດພັກຣີພັບບລີກັນ ໃນທຸກໆການເລືອກຕັ້ງ ສະເໝີມາ ແຕ່ ທ່ານກ່າວວ່າ ການເລືອກຕັ້ງຄັ້ງນີ້ ແຕກຕ່າງ.

ທ່ານ Le ເວົ້າວ່າ “ພວກເຮົາ ເຄີີຍເຫັນພັກຣີພັບບລີກັນ ຢູ່ໃນສະຫະລັດ ເປັນພັກ ທີ່
ຕໍ່ຕ້ານຄອມມຸຍນິສ ຫຼາຍ ຍ້ອນນະໂຍບາຍການຕ່າງປະ ເທດນັ້ນ.”


ຊາວອາເມຣິກັນ ເຊື້ອສາຍຫວຽດນາມ ລຸ້ນທີ່​ມີ​ອາຍຸ​ສູງ ຕາມທຳມະດາ ​ແລ້ວ ແມ່ນໄດ້
ປ່ອນບັດ ໃຫ້​ແກ່ພັກຣີພັບບລີກັນ ແຕ່ ທ່ານ Le ກ່າວວ່າ ການເລືອກຕັ້ງປະທານາທິບໍດີ
ໃນຄັ້ງນີ້ ແມ່ນແຕກຕ່າງ.

ທ່ານ Le ເວົ້າວ່າ “ອັນນີ້ ເປັນກໍລະນີພິເສດ ຄັ້ງທຳອິດ ທີ່ຂ້າພະເຈົ້າໄດ້ພົບເຫັນ ແລະ
ໂອ້ ມັນບໍ່ດີເລີຍ.”

ທ່ານ Le ໝາຍເຖິງ ຄວາມສຳເລັດຂອງ ທ່ານ Donald Trump ຜູ້ສະໝັກແຂ່ງຂັນ ເປັນ
ປະທານາທິບໍດີ ສັງກັດພັກຣີພັບບລີກັນ.

ທ່ານ Le ເວົ້າອີກວ່າ “ຖ້າລາວໄດ້ເປັນປະທານາທິບໍດີ ສິ່ງທຳອິດ ທີ່ຂ້າພະເຈົ້າ ສາມາດ
ມອງເຫັນໄດ້ ກໍແມ່ນວ່າ ສະຫະລັດ ຈະສູນເສຍພັນທະມິດຫຼາຍຂຶ້ນໃນໂລກ. ແລ້ວ
ສະຫະລັດ ຈະມີສັດຕູຫຼາຍຂຶ້ນແທນ.”

ທ້າວ Hugh Tra ຄົນອາເມຣິກັນ ເຊື້ອສາຍຫວຽດນາມ ຜູ້ທີ່ເປັນສ່ວນນຶ່ງຂອງໄວລຸ້ນ ທີ່ໄດ້ພົວພັນກັບພັກເດໂມແຄຣັດ.
ທ້າວ Hugh Tra ຄົນອາເມຣິກັນ ເຊື້ອສາຍຫວຽດນາມ ຜູ້ທີ່ເປັນສ່ວນນຶ່ງຂອງໄວລຸ້ນ ທີ່ໄດ້ພົວພັນກັບພັກເດໂມແຄຣັດ.

ທ້າວ Hugh Tra ຄົນອາເມຣິກັນ ເຊື້ອສາຍຫວຽດນາມ ເວົ້າວ່າ “ຖ້າທ່ານ Donald
Trump ໄດ້ກາຍເປັນຜູ້ຕາງໜ້າພັກລົງແຂ່ງຂັນເອົາຕຳ ແໜ່ງປະທານາທິບໍດີ ແລະ
ຖ້າ​ຫາກຖືກເລືອກເຂົ້າໄປຢູ່ ທຳນຽບຂາວ ຂ້າພະເຈົ້າຄິດວ່າ ມັນຈະສົ່ງຜົນກະທົບ
ຕໍ່ພາບພົດ ຂອງສະຫະລັດ ໃນທາງລົບ ຢູ່ເວທີສາກົນຂອງໂລກ.”

ທ້າວ Hugh Tra ແມ່ນສ່ວນນຶ່ງ ຂອງໄວລຸ້ນ ຊາວອາເມຣິກັນ ເຊື້ອສາຍຫວຽດນາມ ຜູ້ທີ່
ປ່ອນບັດອອກສຽງ ໃຫ້ພັກເດໂມແຄຣັດ.

ທ້າວ Tra ເວົ້າວ່າ “ພັກພັກຣີພັບບລີກັນ ເບິ່ງຄືກັບວ່າ ເປັນລະຄອນ ສັດ. ຂ້າພະເຈົ້າ
ຄິດວ່າ ມັນເປັນລາຍການບັນເທີງອັນນຶ່ງ, ລາຍການໂທລະພາບທີ່ເປັນຈິງ ແລະ ພວກ
ຊາວໜຸ່ມທີ່ກາຍເປັນຜູ້ໃຫຍ່ໃນປີ 2000, ຂ້າພະເຈົ້າຄິດວ່າ ພວກເຂົາ ບໍ່ຊື່ນຊົມນຳ
ເພາະວ່າ ພວກເຮົາ ມີບັນຫາອັນແທ້ຈິງຕ່າງໆ ທີ່ຈະ​ເປັນ​ຜົນກະທົບຕໍ່ພວກເຮົາ.”

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ຢູ່ທີ່ Midland Theater ໃນເມືອງ Kansas City ລັດ Missouri, ວັນທີ 12 ມີນາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມໂຄສະນາຫາສຽງ ຢູ່ທີ່ Midland Theater ໃນເມືອງ Kansas City ລັດ Missouri, ວັນທີ 12 ມີນາ 2016.

ທ່ານ Trump ຖະແຫລງວ່າ “ຂ້າພະເຈົ້າ ຈະສ້າງກຳ​ແພງ​ທີ່ຍິ່ງໃຫຍ່ ​ໃຫຍ່ຫລາຍ ໃສ່
ຊາຍແດນທາງພາກໃຕ້ຂອງພວກເຮົາ ແລະ ຂ້າພະ ເຈົ້າ ຈະໃຫ້ປະເທດ Mexico
ຈ່າຍຄ່າກຳແພງນັ້ນ.”

ທ້າວ Tra ກ່າວວ່າ ບໍ່ວ່າຈະກ່ຽວຂ້ອງກັບພັກໃດກໍຕາມ ຊຸມຊົນຊາວຫວຽດນາມ ມີຄວາມ
ຮູ້ສຶກເບື່ອນ່າຍ ​ໃນວາທະສິນຂອງທ່ານ Trump ກ່ຽວກັບເລື້ອງຄົນເຂົ້າເມືອງ.

ທ້າວ Tra ເວົ້າອີກວ່າ “ພວກເຮົາ ກໍແມ່ນຊາວອົບພະຍົບ. ຂ້າພະເຈົ້າ ເປັນອົບພະຍົບ
ຄົນນຶ່ງ. ຄອບຄົວຂອງຂ້ອຍ ແມ່ນອົບພະຍົບ ແລະ ນ້ຳສຽງ ແລະວາທະສິນ ທີ່ອອກມາ
ຈາກຝ່າຍທ່ານ Donald Trump ນັ້ນ ເຮັດໃຫ້ມັນຫຍຸ້ງຍາກສຳລັບ ແມ່ນກະທັງ ພວກ
ນິຍົມແນວທາງເດີມ ໃນຊຸມຊົນຊາວຫວຽດນາມທີ່ຢາກຈະປະກອບສ່ວນເຂົ້າຮ່ວມ ​ແລະ​
ພົວ ພັນ​ໃນການເລືອກຕັ້ງຄັ້ງນີ້.”

ສ່ວນທ່ານ Le ກ່າວ​ຕື່ມວ່າ “ບາງສ່ວນ ຈະບໍ່​ໄປປ່ອນບັດອອກສຽງ-- ຈະບໍ່​ໄປ​ລົງ​ຄະ​
ແນນສຽງເລີຍ.”

ທ່ານ Le ກ່າວວ່າ ຖ້າທ່ານ Trump ກາຍເປັນ ຜູ້ຖືກສະເໜີຊື່ ເປັນຕົວແທນຂອງພັກ
ຣີພັບບລີກັນ ເພື່ອລົງແຂ່ງເອົາຕຳແໜ່ງປະທານາທິ ບໍດີ​ແລ້ວ ທ່ານຈະປ່ອຍ​ໃຫ້ບັດເລືອກ
ຕັ້ງຂອງທ່ານເປົ່າຫວ່າງ ​ໂດຍ​ບໍ່​ຂຽນ​ຫຍັງ​ລົງ​ໃສ່.

XS
SM
MD
LG