ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມກະບົດ ໂຊມາເລຍ ສັງຫານ ໂຕປະກັນ ຊາວຝຣັ່ງ (ວີດີໂອ)

ຮູບທີ່ເຜີຍແຜ່ອອກໃນວັນທີ 9 ມິຖຸນາ 2012, ທ່ານ Denis Allex ແມ່ນພາກສ່ວນນຶ່ງຂອງທີມງານ ທີ່ໃຫ້ການຊ່ວຍເຫລືອໃນຝຶກແອບທະຫານໂຊມາເລຍ ຕໍ່ສູ້ກັບພວກຫົວຮຸນແຮງ al-Shabab ໄດ້ຖືກຕັດສິນສັງຫານຊີວິດໂດບພວກກຸ່ມກະບົດອິສລາມໂຊມາເລຍ al-Shabab.

ກຸ່ມກະບົດອິສລາມໂຊມາເລຍ al-Shabab ກ່າວວ່າຕົນໄດ້ ຕັດສິນໃຈທີ່ຈະສັງຫານໂຕປະກັນຝຣັ່ງຄົນນຶ່ງ ຫລັງຈາກຝຣັ່ງ ໄດ້ປະຕິບັດງານບຸກເຂົ້າໄປປ່ອຍທີ່ບໍ່ເປັນຜົນສໍາເລັດແລະ
ສັນນິດຖານວ່າຜູ້ຊາຍຄົນດັ່ງກ່າວ ໄດ້ເສຍຊີວິດແລ້ວ.

ຢູ່ໃນຖະແຫລງການທີ່ນຳອອກເຜີຍແຜ່ໃນວັນພຸດມື້ນີ້ ພວກ
ຫົວຮຸນແຮງກ່າວວ່າ ເຂົາເຈົ້າໄດ້ຕົກລົງກັນຢ່າງເປັນເອກກະ
ສັນ ໃຫ້ສັງຫານ ທ່ານ Denis Allex ຊຶ່ງໄດ້ຖືກກັກໂຕໄວ້
ນັບຕັ້ງແຕ່ ຖືກລັກພາໂຕໄປຈາກ ໂຮງແຮມທີ່ນະຄອນຫຼວງ
Mogadishu ໃນເດືອນກໍລະ ກົດ ປີ 2009 ແລະໄດ້ເຫັນຜູ້
ກ່ຽວເປັນຄັ້ງສຸດທ້າຍຢູ່ໃນວີດີໂອ ໃນເດືອນຕຸລາປີກາຍ.
ທ່ານ Allex ແມ່ນພາກສ່ວນນຶ່ງຂອງທີມງານ ທີ່ໃຫ້ການ ຊ່ວຍເຫລືອໃນຝຶກແອບທະຫານໂຊມາ ເລຍຕໍ່ສູ້ກັບພວກ
ຫົວຮຸນແຮງ al-Shabab. ຝຣັ່ງ ໄດ້ພະຍາຍາມບຸກເຂົ້າໄປປ່ອຍທ່ານ Allex ໃນການ ໂຈມຕີ ໃນຕອນແລງວັນສຸກແລ້ວ ທີ່ເຮັດໃຫ້ທະຫານຝຣັ່ງ ສອງຄົນ ແລະພວກກະບົດ 17 ຄົນ ເສຍຊີວິດ.

ພວກຫົວຮຸນແຮງກ່າວວ່າ ຫລັງຈາກການບຸກໂຈມຕີແລ້ວ ທ່ານ Allex ຍັງມີຊີວິດຢູ່ ແຕ່ ວ່າ ພວກເຂົາ ບໍ່ໄດ້ສະແດງເຫັນຫລັກຖານໃດໆໃຫ້ເຫັນ.

XS
SM
MD
LG