ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກມຸສລິມຫົວຮຸນແຮງໂຈມຕີ ໂຮງແຮມໃນໂຊມາເລຍ


ພວກມຸສລິມຫົວຮຸນແຮງໂຈມຕີ ໂຮງແຮມໃນໂຊມາເລຍ
ພວກມຸສລິມຫົວຮຸນແຮງໂຈມຕີ ໂຮງແຮມໃນໂຊມາເລຍ

ລັດຖະບານໂຊມາເລຍກ່າວວ່າ ພວກມຸສລິມຫົວຮຸນແຮງ
ໄດ້ໂຈມຕີໂຮງແຮມ ແຫ່ງນຶ່ງທີ່ນະຄອນຫຼວງໂມກາດິສຊູ
ໃນວັນອັງຄານມື້ນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 31
ຄົນຮວມທັງສະມາຊິກສະພາແຫ່ງຊາດ 6 ຄົນ.

ກະຊວງຖະແຫຼງຂ່າວຂອງໂຊມາເລຍໄດ້ຖິ້ມໂທດໃນການ ໂຈມຕີຄັ້ງນີ້ ໃສ່ກຸ່ມ Al-Shabab ຊຶ່ງເປັນນຶ່ງໃນບັນດາ ກຸ່ມມຸສລິມຫົວຮຸນແຮງ ທີ່ພະຍາຍາມຫາທາງໂຄ່ນລົ້ມ ລັດຖະບານໃນເວລານີ້.

ຖະແຫຼງຂ່າວເວົ້າວ່າພວກມືປືນທີ່ບຸກໂຈມຕີທີ່ໂຮງແຮມ Muna ໃນຕອນເຊົ້າຂອງວັນອັງຄານມື້ນີ້ ໄດ້ໃສ່ຊຸດເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງ
ໂຊມາເລຍ ແລະວ່າຫຼັງຈາກນັ້ນພວກຫົວຮຸນແຮງກໍໄດ້ທຳການຍິງສັງຫານ ແບບບໍ່ເລືອກໜ້າ ກ່ອນຈະລະເບີດໂຕຕາຍ.

ໂຮງແຮມແຫ່ງນີ້ແມ່ນເປັນບ່ອນທີ່ ພວກຜູ້ແທນສະພາແລະເຈົ້າໜ້າທີ່ລັດຖະບານມັກ
ນິຍົມກັນໄປພັກຜ່ອນ. ທະຫານລັດຖະບານໄດ້ເຂົ້າປິດລ້ອມໂຮງແຮມດັ່ງກ່າວ ຂະນະ
ທີ່ສຽງປືນລະເບີດຂຶ້ນຢູ່ທາງນອກ.

ໃນມື້ວັນຈັນວານນີ້ ພວກຫົວຮຸນແຮງ Al-Shabab ໄດ້ປະກາດກ່ຽວກັບການບຸກໂຈມຕີ
ຄັ້ງໃໝ່ ຕໍ່ກຳລັງຂອງຝ່າຍລັດຖະບານແລະກຳລັງຂອງສະຫະພາບອາຟຣິກາ ທີ່ສະໜັບ
ສະໜຸນລັດຖະບານໂຊມາເລຍນັ້ນ. ມີພົນລະເຮືອນຢ່າງນ້ອຍ 29 ຄົນ ເສຍຊີວິດໃນການ
ປະທະກັນ ກ່ອນການໂຈມຕີໂຮງແຮມ.

ການປະກາດຂອງກຸ່ມຫົວຮຸນແຮງ Al-Shabab ມີຂຶ້ນ ຂະນະທີ່ສະຫະພາບອາຟຣິກາ
ກ່າວວ່າທະຫານ Uganda ຈຳນວນຫຼາຍຮ້ອຍຄົນໄດ້ເດີນທາງໄປເຖິງນະຄອນຫຼວງ
ໂມກາດິສຊູແລ້ວເພື່ອເສີມກຳລັງຮັກສາສັນຕິພາບຂອງສະຫະພາບອາຟຣິກາ ຈຳນວນ
6,000 ຄົນທີ່ນັ້ນ.

XS
SM
MD
LG