ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຊມາເລຍ ເກົາຫຼີເໜືອ ອັຟການິສຖານ ສໍ້ລາດ ບັງຫຼວງ ຫລາຍທີ່ສຸດ ໃນໂລກ (ວີດີໂອ)


Somalia, North Korea, Afghanistan Head List Of Corrupt States
please wait

No media source currently available

0:00 0:03:05 0:00
ລິງໂດຍກົງ
ກຸ່ມ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງກຸ່ມ​ນຶ່ງ​ລາຍ​ງານ​ວ່າ ​ໂຊ​ມາເລຍ
​ເກົາຫລີ​ເໜືອ ​ແລະ​ອັຟກາ​ນິສຖານ ເປັນ​ປະ​ເທດ ​ທີ່​ສໍ້​ລາດ​ບັງ​
ຫລວງຫລາຍ​ທີ່​ສຸດ ຢູ່ໃນ​ໂລກ​.

ອົງການ​ຄວາມໂປ່​ງໃສນາໆ​ຊາດຫຼື Transparency Inter-
national ທີ່​ມີ​ຫ້ອງ ການ​ຢູ່​ກຸງ​ເບີ​ລິນ ​ໄດ້​ພິມເຜີຍແຜ່ ດັດຊະນີ
ປະ​ຈໍາປີ​ຂອງ​ຕົນ ​ໃນ​ວັນ​ອັງຄານ​ມື້​ນີ້​ ທີ່​ອ້າງ​ອິງ​ຕາ​ມ ລະດັບ​
ຄວາມ​ຮູ້ສຶກ​ກ່ຽວ​ກັບ​ການສໍ້​ລາດ​ບັງ​ຫລວງ ທີ່​ໄດ້​ຮວບ​ຮວມຈາກ
ການ​ສໍາພາດກັບປະຊາຊົນ​ຢູ່​ໃນ 177 ປະ​ເທດ.

ຕາມລະດັບ​ວັດ​ແທກ​ແລ້ວ ປະ​ເທດ​ທີ່ບໍ່​ມີການ​ສໍ້​ລາດ​ບັງ​ຫລວງ
​ແມ່ນ​ໄດ້​ຮັບ​ຄະ ​ແນນ 100 ​ແລະ​ໃນ​ປີ 2013 ​ໂຊ​ມາ​ເລຍ ​ເກົາ
ຫລີ​ເໜືອ ​ແລະອັຟກາ​ນິສຖານ ໄດ້ຮັບ​ແຕ່ 8 ຄະ​ແນນ​ເທົ່າ​ນັ້ນ.

​ໃນ​ທາງກົງກັນຂ້າມ ​ປະ​ເທດ​ທີ່​ມີ​ການ​ສໍ້​ລາດ​ບັງ​ຫລວງ​ໜ້ອຍ​ທີ່
​ສຸດ ແມ່ນໄດ້​ແກ່ ​ເດັນ​ມາກແລະນິວຊີ​ແລນ ຊຶ່ງ​ໄດ້ຮັບ 91 ​ຄະ​ແນນ
ຕິດຕາມ​ມາ​ດ້ວຍຟິນ​ແລ​ນ ​ແລະ​ສະ​ວີ​ເດັນ ທີ່​ໄດ້​ຮັບ 89 ຄະ​ແນນ.

ທ່ານ Robert Barrington ຜູ້​ອຳນວຍ​ການ​ບໍລິຫານຂອງ​ອົງການຄວາ​ມໂປ່​ງໃສນາໆ​ຊາດ
ກ່າວ​ວ່າ ປະ​ເທດ​ທີ່​ມີ​ການ​ສໍ້​ລາດ​ບັງ​ຫຼວງຮ້າຍ​ແຮງ​ທີ່​ສຸດ ມັກ​ຈະ​ເປັນ​ປະ​ເທດ​ທີ່​ພວມ​ມີ​ການ​
ຂັດ​ແຍ້​ງກັນ.

ທ່ານ Barrington ​ເວົ້າວ່າ “ທ່ານເຫັນ​ຄວາມໂປ່​ງໃສ ຢູ່່​ໃນລັດຖະບານ ​ໂດຍ​ສະ​ເພາະຢ່າງ
​ຍິ່ງທ່ານ​ເຫັນ​ການ​ຂາດ​ຄວາມ​ຮັບຜິດຊອບ​ທັງ​ໝົດ. ສະ​ຖາ​ບັນ​ຂອງລັດຖະບານເລີ້ມໝົດ​
ປະສິດທິພາບ. ​ແລະ​ມັນ​ແມ່ນປະຊາຊົນ​ທີ່ເປັນ​ຜູ້ໄດ້​ຮັບ​ເຄາະ.”

ປະ​ເທດ​ຊູ​ດານ ​ແລະ ຊູ​ດານໃຕ້ ທີ່​ມີ​ຄວາມ​ເຄັ່ງ​ຕືງມາ​ເປັນ​ເວລາ​ດົນ​ນານ ຈາກ​ບັນຫາທີ່ແກ້​
ໄຂບໍ່​ຕົກ​ພົວພັນ​ກັບ​ການ​ແບ່ງ​ແຍກ​ປະ​ເທດຂອງ​ເຂົາ​ເຈົ້າ​ໃນ​ປີ 2011 ນັ້ນ ຕົກຢູ່​ໃນ​ລະດັບ
​ເກືອບລຸ່ມ​ສຸດ ຕິດ​ຕາມ​ມາ​ດ້ວຍລີ​ເບຍ ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ ຄວາມຮຸນ​ແຮງ​ຂອງ​ພວກ​ທະຫານ​ບ້ານນັບຕັ້ງ​ແຕ່​ໄດ້​ມີ​ການ​ລຸກ​ຮື​ຂື້ນຂັບ​ໄລ່ຈອມ ຜະ​ເດັດ​ການ Moammar Gadhafi ທີ່​ປົກຄອງ
​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານນັ້ນ. ​

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG