ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ ໂຊມາເລຍ ຍິງ ແລະ ສັງຫານ ຄົນຫາປາຊາວ ອີຣ່ານ ໃນມະຫາສະໝຸດ ອິນເດຍ


ກອງກຳລັງເຂດ Puntland ຂອງ ໂຊມາເລຍ ຢືນຢູ່ຊາຍຝັ່ງ
ຂອງອ່າວ Aden, ເມືອງ Bosaso, ພາກພື້ນ Puntland, ໂຊມາເລຍ. 23 ກັນຍາ, 2017.
ກອງກຳລັງເຂດ Puntland ຂອງ ໂຊມາເລຍ ຢືນຢູ່ຊາຍຝັ່ງ ຂອງອ່າວ Aden, ເມືອງ Bosaso, ພາກພື້ນ Puntland, ໂຊມາເລຍ. 23 ກັນຍາ, 2017.

ບັນດາເຈົ້າໜ້າທີ່ພາກພື້ນ ໂຊມາເລຍ ກ່າວວ່າ ຫົວໜ້າເຮືອຫາປາຊາວ ອີຣ່ານ ໄດ້ຖືກ
ຂ້າຕາຍ ແລະ ອີກຄົນນຶ່ງໄດ້ຮັບບາດເຈັບຫຼັງຈາກກອງກຳລັງຮັກສາຄວາມປອດໄພໄດ້
ຍິງປືນໃສ່ ໃນລະຫວ່າງການປະຕິບັດການໃນມະຫາສະໝຸດ ອິນເດຍ.

ບັນດາເຈົ້າໜ້າທີ່ກ່າວວ່າ ການຍິງກັນໄດ້ເກີດຂຶ້ນຫຼັງຈາກກອງກຳລັງຕຳຫຼວດທາງທະ
ເລຂອງເຂດ Puntland ໄດ້ເຫັນເຮືອສອງລຳທີ່ຖືກສົງໄສວ່າກຳລັງຫາປາຢ່າງຜິດກົດ
ໝາຍໃນນ່ານນໍ້າຂອງ ໂຊມາເລຍ ໃນວັນສຸກທີ່ຜ່ານມາ.

ພັນເອກຕຳຫຼວດຂອງເຂດ Puntland ທ່ານ Mohamed Abdi Hashi ໄດ້ກ່າວຕໍ່ວີໂອ
ເອ ພາສາ ໂຊມາເລຍ ວ່າ ເຮືອທັງສອງລຳບໍ່ໄດ້ເອົາຫົວຊາກັບຄຳສັ່ງໃຫ້ຢຸດ ແລະ ພະ
ຍາຍາມທີ່ຈະຫຼົບໜີ.

ທ່ານກ່າວວ່າ “ກອງກຳລັງຮັກສາຄວາມປອດໄພຂອງເຮົາໄດ້ດຳເນີນການປະຕິບັດການ
ໃນວັນທີ 6 ຕຸລາ, ເຂົາເຈົ້າໄດ້ປະເຊີນໜ້າກັບເຮືອຫາປາຜິດກົດໝາຍສອງລຳຢູ່ນອກ
ຊາຍຝັ່ງເມືອງ Ras Hafun. ເມື່ອເຂົາເຈົ້າໄດ້ພະຍາຍາມທີ່ຈະຢຸດພວກຫາປາ ເພື່ອ
ກວດກາໃບອະນຸຍາດຂອງພວກເຂົານັ້ນ, ແຕ່ພວກເຂົາໄດ້ຫຼົບໜີໄປ.”

ທ່ານກ່າວວ່າ “ເຂົາເຈົ້າສາມາດທີ່ຈະຍຶດເຮືອນຶ່ງລຳໄດ້ ແລະ ອີກລຳນຶ່ງແມ່ນໄດ້ຫຼົບໜີ
ໄປ.”

ພັກເອກ Hashi ກ່າວວ່າ ໃນລະຫວ່າງການຍິງກັນນັ້ນ ຫົວໜ້າເຮືອທ້າວ Haydar
Abdulla Sabill ຈາກເຮືອ Al-sa’idi ໄດ້ຖືກຂ້າຕາຍ ແລະ ຄົນເຮືອຜູ້ທີສອງໄດ້ຮັບ
ບາດເຈັບ, ຄົນອື່ນໆອີກ 16 ຄົນບໍ່ໄດ້ຮັບອັນຕະລາຍຫຍັງ ແລະ ຖືກຈັບກຸມ.

ບັນດາເຈົ້າໜ້າທີ່ກ່າວວ່າ ເຮືອທີ່ນຳຕົວພວກແລ່ນເຮືອຫາປາ ໄດ້ເດີນທາງຮອດທ່າເຮືອ
Bosaso ເພື່ອສອບປາກຄຳ. ເຮືອລຳດັ່ງກ່າວໄດ້ບັນທຸກປາທີ່ຖືກຈັບໄດ້ຢ່າງຜິດກົດ
ໝາຍໃນນ່ານນໍ້າຂອງ ໂຊມາເລຍ ໜັກ 2 ໂຕນ.

“ເຮືອຫາປາຕອນນີ້ໄດ້ຈອດຢູ່ທ່າເຮືອ Bosaso, ສົບຂອງກັບຕັນເຮືອແມ່ນຢູ່ໃນຕູ້ແຊ່
ແຂງຂອງເຮືອ, ແລະ ຕາມຂໍ້ກຳນົດຂອງກົດໝາຍນັ້ນ ພວກເຮົາໄດ້ສົ່ງເລື່ອງນີ້ໄປໃຫ້
ສານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG