ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຢືນຢັນ ກ່ຽວກັບ ການສັງຫານ ຜູ້ນຳກຸ່ມ al-Shabab ໃນ ໂຊມາເລຍ (ວີດີໂອ)


ພວກທະຫານ ສະຫະພາບອາຟຣິກາ ນັ່ງຢູ່ເທິ່ງລົດຫຸ້ມເກາະ ໃນຂະນະທີີ່ ປະຊາຊົນຍ່າງຕາມຖະໜົນ ໃນເມືອງ Bulomarer ໃນເຂດ Lower Shabelle ປະເທດ Somalia.
ພວກທະຫານ ສະຫະພາບອາຟຣິກາ ນັ່ງຢູ່ເທິ່ງລົດຫຸ້ມເກາະ ໃນຂະນະທີີ່ ປະຊາຊົນຍ່າງຕາມຖະໜົນ ໃນເມືອງ Bulomarer ໃນເຂດ Lower Shabelle ປະເທດ Somalia.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ຢືນຢັນ​ວ່າ ການ​ໂຈມ​ຕີ​ທາງ​ອາ
ກາດ​ໃນ Somalia ​ໄດ້​ສັງຫານທ້າວ Ahmed Abdi Goda-
ne ຜູ້ນຳ​ກຸ່ມ​ຫົວຮຸນແຮງ al-Shabab.

​ຫົວໜ້າປະຊາສຳພັນຂອງກະຊວງປ້ອງກັນປະເທດສະຫະລັດ
ພົນເຮືອຕີ​ John Kirby ກ່າວ​ຢູ່​ໃນ​ຖະແຫລ​ງການສະບັບນຶ່ງ
​ວ່າ ການ​ປະຕິບັດ​ງານ​ທາງທະຫານ ຂອງ​ສະຫະລັດ ຕໍ່ທ້າວ
Godane ​ໃນ​ວັນ​ຈັນ ​ທີ່​ຜ່ານ​ມາ​ນີ້ ​“ໄດ້ນຳ​ໄປ​ສູ່​ການ​ສັງຫານ
​ຂອງ​ຜູ້ກ່ຽວ.”

ບັນດາ​ຜູ້​ເຫັນ​ເຫດ​ການ ກ່າວ​ວ່າ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ ສະຫະ
ລັດ ​ໄດ້​ຍິງ​ລູກ​ສອນ​ໄຟ​ລົງໃສ່ບ່ອນ​ປະຊຸມ​ຂອງ​ບັນດາ​ຜູ້ນຳກຸ່ມ al-Shabab ​ໃນ​ພາກ​ໃຕ້​ຂອງ ​Somalia.

ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ
​ໄດ້​ດຳເນີນງານມາ​ຢ່າງສະໝ່ຳສະ​ເໝີ ​ເພື່ອ​ສ້າງຄວາມເສຍຫາຍໃຫ້ ​ແກ່ການ​ປະຕິບັດ​ງານ
​ຂອງກຸ່ມ al-Shabab.

ທ່ານ Obama ກ່າວ​ວ່າ “ພວກ​ເຮົາ​ໄດ້​ຕິດຕາມ​ຢ່າງເປັນລະບົບ ແລະມີແບບແຜນແທ້ໆ
​ໃນ​ການ​ຕາມຫາບັນດາອົງການປະເພດ​ນີ້ ທີ່​ອາດ​ຈະ​ຂົ່ມຂູ່​ຕໍ່ ເຈົ້າ ໜ້າທີ່​ຂອງສະຫະລັດ
​ແລະ​ປະ​ເທດຊາດ.”

​ໂຄສົກ​ທໍານຽບຫ້າ​ແຈ ພັນເອກ Steve Warren ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ສັງ ຫານ​ຈະ
​ສ້າງຄວາມເສຍຫາຍຮ້າຍແຮງໃຫ້​ແກ່ກຸ່ມ al-Shabab. ຊຶ່ງທ່ານເວົ້າ ວ່າ “ຂ້າພະ​ເຈົ້າ
ຄິດ​ວ່າ​ ນີ້​ຈະ​ທຳລາຍຂວັນຂອງ​ເຂົາ​ ​ແລະ​ຫວັງ​ວ່າ ມັນ​ຈະ​ກໍ່ໃຫ້ ເກີດການ​ຂັດ​ແຍ້​ງກັນ
​ພາຍໃນ​ຂຶ້ນ ​ໃນ​ຂະນະ​ທີ່​ເຂົາ​ພະຍາຍາມຈະຄັດເລືອກວ່າ ຜູ້ນຳ​ຄົນ​ຕໍ່​ໄປ​ຂອງພວກ
​ເຂົາ​ແມ່ນ​ໃຜ.”

SOMALIA AL SHABAB VO
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG