ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ເຮືອບິນບໍ່ມີຄົນຂັບຕົກ ທີ່ນະຄອນຫຼວງ ຂອງໂຊມາເລຍ


ທະຫານລັດຖະບານໂຊມາເລຍ ປະຈຳການຢູ່ທີ່ໝັ້ນແຫ່ງນຶ່ງ ໃກ້ໆຄຸ້ມ Yaqshid ທາງກໍ້າເໜືອ ຂອງນະຄອນຫຼວງໂມກາດິສຊູ (6 ສິງຫາ 2011)

ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງໂຊມາເລຍກ່າວວ່າ ເຮືອບິນບໍ່ມີຄົນຂັບລຳນຶ່ງໄດ້ປະສົບ
ອຸບັດຕິເຫດຕົກ ທີ່ນະຄອນຫຼວງໂມກາດິສຊູ ໃນມື້ວັນສຸກວານນີ້ ແຕ່ບໍ່ໄດ້ໃຫ້ລາຍລະອຽດ ໃດໆກ່ຽວກັບວ່າໃຜເປັນຜູ້ນຳໃຊ້ເຮືອບິນບໍ່ມີຄົນຂັບລຳດັ່ງກ່າວ.

ເຈົ້າໜ້າທີ່ກ່າວຕໍ່ວີໂອເອ ພະແນກພາສາໂຊມາເລຍວ່າ ເຮືອບິນບໍ່ມີຄົນຂັບລຳນີ້ ໄດ້ຕົກໃສ່
ເຮືອນຫຼັງນຶ່ງໃນມື້ວານນີ້ໃກ້ໆສະຖານທູດລີເບຍ ຊຶ່ງຕັ້ງຢູ່ໃນຄຸ້ມ Hodan ທາງກໍ້າຕາເວັນ ຕົກສຽງໃຕ້ຂອງນະຄອນຫຼວງໂຊມາເລຍ.

ເຈົ້າໜ້າທີ່ໆຂໍສະຫງວນຊື່ເວົ້າວ່າ ທະຫານຂອງສະຫະພາບອາຟຣິກາ ແລະພວກຜູ້ຊາຍຈຸ ນຶ່ງທີ່ບໍ່ຊາບວ່າເປັນກຸ່ມໃດ ໄດ້ນຳເອົາຊາກຂອງເຮືອບິນບໍ່ມີຄົນຂັບລຳດັ່ງກ່າວນີ້ໄປ.

ເປັນທີ່ເຊື່ອກັນວ່າ ສະຫະລັດໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບຢູ່ໂຊມາເລຍບ່ອນທີ່ກຳລັງນິຍົມ
ລັດຖະບານພວມທຳການສູ້ລົບກັບກຸ່ມ al-Shabab ທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍ
ຂ້າມຊາດອາລກາຍດາ.

ສະຫະລັດ ບໍ່ໄດ້ໃຫ້ຄວາມເຫັນຢ່າງເປັນການເປີດເຜີຍໃດໆ ກ່ຽວກັບລາຍງານຂ່າວທີ່ວ່າ ຕົນໄດ້ນຳໃຊ້ເຮືອບິນບໍ່ມີຄົນຂັບ ໃນການປະຕິບັດງານ ເພື່ອທຳການສອດແນມຢູ່ໃນໂຊ
ມາເລຍ.

ເມື່ອໄວໆມານີ້ກຸ່ມ al-Shabab ໄດ້ຖອນໂຕອອກຈາກນະຄອນຫຼວງໂມກາດິສຊູ ລຸນຫຼັງ
ການບຸກໂຈມຕີເພື່ອກົດດັນກຸ່ມຫົວຮຸນແຮງດັ່ງກ່າວຂອງລັດຖະບານແລະສ້າງຕັ້ງເສັ້ນທາງ ລຳລຽງການຊ່ອຍເຫຼືອຂອງຕ່າງປະເທດໄປໃຫ້ພວກເຄາະ ຮ້າຍຈາກໄພແຫ້ງແລ້ງແລະໄພ
ອຶດຢາກ. ແຕ່ແນວໃດກໍຕາມ ເຈົ້າໜ້າທີ່ກ່າວວ່າ ມີພວກນັກລົບຂອງກຸ່ມ al-Shabab
ຈຳນວນນຶ່ງຍັງຫຼົບລີ້ຢູ່ທີ່ນະຄອນຫຼວງໂຊມາເລຍ.

XS
SM
MD
LG