ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຢ້ານຕິດໂຄວິດ-19 ເຮັດໃຫ້ແມ່ຍິງ ແລະລູກນ້ອຍ ຂອງເຂົາເຈົ້າ ພາດການສັກຢາວັກຊິນ


COVID Somalia Healthcare Visits -- USAGM
please wait

No media source currently available

0:00 0:03:20 0:00

ການສັກວັກຊິນຂອງເດັກນ້ອຍຢູ່ໂຊມາເລຍ ຫຼຸດລົງໃນໄລຍະທີ່ມີໂຄວິດ-19 ລະບາດຢູ່ນີ້ ຍ້ອນວ່າຄົນສ່ວນຫລາຍຢ້ານຕິດພະຍາດ ໂຄວິດ-19 ຢູ່ໃນຄລີນິກ ແລະ ໂຮງໝໍ

ເຈົ້າໜ້າທີ່ສາທາລະນະສຸກ ໂຊມາເລຍ ກ່າວວ່າ ຈຳນວນການກວດສຸຂະພາບຂອງແມ່ ແລະການສັກວັກຊິນຂອງເດັກນ້ອຍໄດ້ຫຼຸດລົງໃນໄລຍະທີ່ ມີໂຣກລະບາດຢ່າງໜັກຢູ່ນີ້ ຍ້ອນວ່າຄົນສ່ວນຫລາຍຢ້ານວ່າ ຈະຕິດພະຍາດ ໂຄວິດ-19 ຢູ່ໃນຄລີນິກ ແລະ ໂຮງໝໍທັງຫລາຍ. ພະນັກງານດູແລສຸຂະພາບເປັນຫ່ວງວ່າ ການຂາດການດູແລທາງການແພດສຳລັບແມ່ຍິງຖືພາ ແລະເດັກ ນ້ອຍອາດຈະເຮັດໃຫ້ເກີດຄື້ນຟອງຂອງພະຍາດທົ່ວໄປ ທີ່ອາດເຮັດໃຫ້ຜູ້ໄດ້ຮັບເຄາະຮ້າຍເສຍຊີວິດຫຼາຍກ່ວາພະຍາດໂຄວິດ-19 ອີກ. Mohamed Sheikh Nor ມີລາຍງານມາຈາກນະຄອນຫລວງໂມກາດິສຊູ (Mogadishu) ຂອງໂຊ ມາເລຍ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ນາງອາມີນາ ມຸສຕາຟ (Amina Mustaf) ແລະຄອບຄົວຂອງນາງໄດ້ຍົກຍ້າຍໜີຈາກບ້ານຂອງເຂົາເຈົ້າ ຍ້ອນໄພແຫ້ງແລ້ງເມື່ອສາມປີກ່ອນ ແລະນັບຕັ້ງແຕ່ນັ້ນມາ ກໍໄດ້ອາໄສຢູ່ໃນສູນຊ່ວຍເຫລືອບັນເທົາທຸກໃນນະຄອນຫລວງໂມກາດິສຊູ (Mogadishu).

ລູກນ້ອຍອາຍຸໄດ້ສາມອາທິດຂອງນາງຕ້ອງໄດ້ສັກຢາປ້ອງກັນພະຍາດ, ແຕ່ ນາງຢ້ານວ່າຈະຕິດພະຍາດໂຄວິດ-19 ເກີນໄປ ຈຶ່ງບໍ່ໄປຫາຄລີນິກ.

ນາງກ່າວວ່າ ມັນເປັນຄວາມຢ້ານກົວທົ່ວໄປ ທີ່ບັນດາຜູ້ເປັນແມ່ທັງຫລາຍຢູ່ໃນຄ້າຍນັ້ນ.

ນາງອາມີນາ ມຸສຕາຟ (Amina Mustaf) ເວົ້າເປັນພາສາໂຊມາເລຍວ່າ:
“ຂ້ອຍບໍ່ສາມາດໄປຫາສະຖານທີ່ດູແລສຸຂະພາບໄດ້ຍ້ອນພະຍາດໂຄວິດ-19 ນີ້ຫລະ - ມັນກຳລັງແຜ່ລາມໄປທົ່ວໂລກ. ຂ້ອຍຢ້ານເປັນອັນຕະລາຍຕໍ່ສຸຂະພາບຂອງຂ້ອຍ ແລະລູກຂອງຂ້ອຍ. ພວກເຮົາຢ້ານວ່າຈະຕິດເຊື້ອໄວຣັສນີ້ຢູ່ສະຖານທີ່ປິ່ນປົວສຸຂະພາບ. ລູກຂອງຂ້ອຍ ແລະຂ້ອຍ ໄດ້ພາດການສັກຢາປ້ອງກັນພະຍາດກ່ອນ ແລະຫຼັງການເກີດລູກທີ່ສຳຄັນ, ເລື້ອງທັງໝົດທັງປວງເຫລົ່ານັ້ນ ກໍແມ່ນເປັນຍ້ອນໂຄວິດ-19 ນີ້ຫລະ.”

ພະນັກງານສາທາລະນະສຸກຂອງໂຊມາເລຍມີຄວາມວິຕົກກັງວົນ ຍ້ອນການຫຼຸດລົງຢ່າງຫຼວງຫຼາຍຂອງການສັກຢາປ້ອງກັນພະຍາດຂອງເດັກນ້ອຍ ແລະການໄປຫາໝໍຢູ່ຄລີນິກຕ່າງໆ ໃນລະຫວ່າງມີໂຣກລະບາດຢູ່ນີ້.

ບັນດາຜູ້ອາສາສະໝັກເຊັ່ນນາງ ຊາເດຍ ອາເມດ (Sadia Ahmed) ນີ້ ກໍາລັງໄປເຄາະປະຕູເຮືອນແຕ່ລະຫລັງ ເພື່ອຮ້ອງຂໍໃຫ້ຄອບຄົວທັງຫລາຍສັກຢາກັນພະຍາດໃຫ້ແກ່ລູກຂອງເຂົາເຈົ້າ. ແຕ່ມັນກໍບໍ່ແມ່ນວຽກທີ່ງ່າຍເລີຍ.

ນາງຊາເດຍ ອາເມດ (Sadia Ahmed), ອາສາສະໝັກດ້ານການແພດຂອງອົງການ SORRDO ກ່າວເປັນພາສາໂຊມາເລຍວ່າ:
“ແມ່ຂອງເດັກນ້ອຍທຸກຄົນ, ບໍ່ວ່າຈະຖືພາ ຫຼືກໍາລັງລ້ຽງລູກດ້ວຍນໍ້ານົມຢູ່ກໍຕາມ ລ້ວນແຕ່ບອກວ່າພວກເຂົາເຈົ້າບໍ່ພ້ອມທີ່ຈະມາໂຮງໝໍເພື່ອສັກຢາປ້ອງກັນພະຍາດ. ສ່ວນຫລາຍແລ້ວ ແມ່ນຢ້ານວ່າຈະຕິດພະຍາດໂຄວິດ-19."

ຄະນະກຳມະການກາແດງສາກົນ ຫລື ICRC ກ່າວວ່າ ຖ້າຫາກບໍ່ໄດ້ຮັບການແກ້ໄຂແລ້ວ ປະເທດໂຊມາເລຍອາດໄດ້ພົບວ່າ ມີການການຕິດເຊື້ອໂຣກທາງເດີນຫາຍໃຈ, ໂຣກຫັດ ຫລື ໄຂ້ໝາກແດງ ແລະໂຣກຂາດສານອາຫານພຸ້ງສູູງຂຶ້ນຫລາຍ.

ອົງການ ICRC ກ່າວອີກວ່າ ການໄປຫາໝໍຢູ່ຄລີນິກຂອງສະພາກາແດງຂອງໂຊມາເລຍຂອງພວກເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແລະແມ່ຍິງຖືພາໄດ້ຫຼຸດລົງຫຼາຍ ກ່ວາເຄິ່ງນຶ່ງ ໃນເຈັດເດືອນທຳອິດຂອງປີນີ້ ເມື່ອທຽບໃສ່ປີ 2019.

ທ່ານອາເມດ ເນີ (Ahmed Nur), ເຈົ້າໜ້າທີ່ສາທາລະນະສຸກຂອງອົງການ ICRC ເວົ້າເປັນພາສາໂຊມາເລຍວ່າ:
ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງໃນທົ່ວປະເທດ ແລະບັງຄັບໃຫ້ບັນດາແມ່ ແລະລູກນ້ອຍທັງຫລາຍບໍ່ໃຫ້ມາຫາສູນປິ່ນປົວສຸຂະພາບເພື່ອ ສັກຢາວັກຊິນຍ້ອນຢ້ານໄວຣັສ. ການຫລຸດລົງຂອງການສັກຢາວັກຊິນນີ້ ຈະສົ່ງຜົນເຮັດໃຫ້ເດັກນ້ອຍຕິດເຊື້ອພະຍາດຕິດແປດຫຼາຍຂຶ້ນນັບມື້.”

ກະຊວງສາທາລະນະສຸກຂອງໂຊມາເລຍຮູ້ວ່າມັນມີບັນຫາ.

ທ່ານ ອັບດີຣີຊັກ ຢູຊຸບ (Abdirizaq Yusuf), ຫົວໜ້າດ້ານການດໍາເນີນຄວາມພະຍາມຂອງກະຊວງສາທາລະນະສຸກໂຊມາເລຍກ່າວວ່າ:
"ພວກເຮົາຮູ້ຕົວຈິງແລ້ວວ່າ ຈຳນວນການສັກຢາປ້ອງກັນພະຍາດ ໄດ້ຫຼຸດລົງຢ່າງຫຼວງ ຫຼາຍແທ້ ຍ້ອນການເກີດຂຶ້ນມາຂອງພະຍາດໂຄວິດ-19. ແຕ່ຢ່າງໃດກໍ່ຕາມ, ກະຊວງສາທາລະນະສຸກຂອງໂຊມາເລຍ ກໍກຳລັງຄົ້ນຄວ້າຫາວິທີການໃໝ່ ເພື່ອຊຸກຍູ້ໃຫ້ປະຊາຊົນໄປຮັບການສັກຢາປ້ອງກັນພະຍາດເພື່ອເປັນວິທີນຶ່ງ ໃນການປ້ອງກັນພະຍາດຕິດແປດ ແລະຫຼຸດຜ່ອນອັດຕາການຕາຍຂອງເດັກລົງ.”

ອົງການ ICRC ເຕືອນວ່າ ໄພນໍ້າຖ້ວມໃນເຂດອ້ອມແອ້ມນະຄອນຫຼວງໂມກາດິສຊູ (Mogadishu) ໃນຊຸມເດືອນທີ່ຜ່ານມານີ້ ກໍຍັງເຮັດໃຫ້ມີຄວາມສ່ຽງໃນການເປັນພະຍາດທີ່ເກີດມາຈາກນໍ້າອີກດ້ວຍ.

ໄພນໍ້າຖ້ວມກຳລັງເຮັດໃຫ້ລະບົບສາທາລະນະສຸກ ຂອງປະເທດໂຊມາເລຍ ທີ່ປະສົບຄວາມຫຍຸ້ງຍາກຍ້ອນໂຣກລະບາດຢູ່ແລ້ວ ຍິ່ງເຮັດໃຫ້ມີບັນຫາຂຶ້ນຕື່ມອີກ ແລະກໍມີແຕ່ເຮັດໃຫ້ຄວາມກັງວົນໃຈຂອງຜູ້ເປັນແມ່ ທີ່ມີລູກນ້ອຍ ເຊັ່ນນາງມຸສຕາຟ (Mustaf) ນີ້ ເພີ້ມຂຶ້ນເທົ່ານັ້ນ.


ອ່ານກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG