ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ໂຊມາເລຍ ປະກາດຢຸດຍິງ ໃນ​ເມືອງໂບຊາໂຊ


ກອງກໍາລັງຮັກສາຄວາມສະ​ຫງົບຂອງໂຊມາເລຍ ລາດຕະເວນຢູ່ຕາມແນວຊາຍຝັ່ງຂອງເມືອງກາວ (Qaw), ໃນ​ເຂດພັນແລນ ທາງພາກຕາເວັນອອກສຽງເໜືອຂອງໂຊມາເລຍ ເມື່ອວັນທີ 18 ທັນວາ 2016.
ກອງກໍາລັງຮັກສາຄວາມສະ​ຫງົບຂອງໂຊມາເລຍ ລາດຕະເວນຢູ່ຕາມແນວຊາຍຝັ່ງຂອງເມືອງກາວ (Qaw), ໃນ​ເຂດພັນແລນ ທາງພາກຕາເວັນອອກສຽງເໜືອຂອງໂຊມາເລຍ ເມື່ອວັນທີ 18 ທັນວາ 2016.

ເຈົ້າ​ໜ້າ​ທີ່​ໂຊ​ມາ​ເລຍ ຢູ່​ໃນ​ເຂດ​ເຄິ່ງ​ປົກ​ຄອງ​ຕົນ​ເອງ​ພັນ​ແລນ ໄດ້​ປະ​ກາດ​ຢຸດ​ຍິງ ຫຼັງ​ຈາກ​ໄດ້​ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ເປັນ​ເວ​ລາ 2 ມື້ ລະ​ຫວ່າງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ 2 ຝ່າຍ ທີ່​ເມືອງ​ທ່າ​ການ​ຄ້າ​ໂບ​ຊາ​ໂຊ.

ການ​ສູ້​ລົບ​ກັນ ​ໄດ້ລະ​ເບີດ​ຂຶ້ນ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ລະ​ຫວ່າງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບພັນ​ແລນ ​ທີ່​ເປັນກຳ​ລັງ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍຊຶ່ງ​ຄັ້ງ​ນຶ່ງ​ເຄີຍໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສະ​ ຫະ​ລັດແລະ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ຢູ່ໃນ​ຂົງ​ເຂດ. ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 14 ຄົນ ​ແລະ​ບາດ​ເຈັບ 63 ຄົນ ອີງ​ຕາມພວກ​ທີ່​ເຫັນ​ເຫດ​ການ​ແລະ​ແຫຼ່ງ​ຂ່າວ​ການ​ແພດ. ທັງ​ສອງ​ຝ່າຍ​ໄດ້​ຍິງ​ຕໍ່​ສູ້ກັນ​ດ້ວຍ​ປືນ​ນ້ອຍ ປືນ​ກົນ ແລະ ​ປືນ​ຄົກ ຊຶ່ງບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນ​ນຶ່ງຕ້ອງ​ໄດ້​ຫຼົບ​ໜີ ອີງ​ຕາມຄຳ​ເວົ້າ​ຂອງພວກ​ທີ່​ເຫັນ​ເຫດ​ການທີ່​ກ່າວ​ຕໍ່​ວີ​ໂອ​ເອພະ​ແນກ​ພາ​ສາ​ໂຊ​ມາ​ເລຍ.

ທ່ານ​ອັບ​ດິ​ສ​ອາ​ໝັດ ໂມ​ຮຳ​ເໝັດ ກາ​ລານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ເຂດ​ດັ່ງ​ກ່າວ​ ປະ​ກາດ​ການ​ຢຸດ​ຍິງ​ໃນ​ວັນ​ພຸດ​ວານນີ້ ໂດຍ​ເວົ້າ​ວ່າການ​ຕັດ​ສິນ​ໃຈ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ໄດ້​ມີ​ການ​ເຂົ້າ​ແຊກ​ແຊງ ​ຂອງ​ຜູ້​ອະ​ວຸ​ໂສ ນັກ​ວິ​ຊາ​ການ ແລະນັກ​ທຸ​ລະກິດ ຮຽກ​ຮ້ອງ​ໃຫ້​ຢຸດ​ເຊົາ​ການ​ສູ້​ລົບ​ກັນ.

ທ່ານ​ກາ​ລານ ກ່າວ​ຕໍ່​ສູ້​ມົນ​ຊົນ​ວ່າ “ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ທຸກໆ​ຄົນ ​ເຮັດ​ວຽກ​ເພື່ອ​ສັນ​ຕິ​ພາບ ທີ່​ພວກ​ເຮົາ​ພ້ອມ​ແລ້ວ​ຈະ​ຮັບ​ເອົາ​ທຸ​ກ​ການ​ດຳ​ເນີນ​ຄວາມ​ພະ​ຍາຍາມ​ທີ່​ບໍ່​ຜິດ​ຕໍ່​ກົດ​ໝາຍ ທີ່​ສາ​ມາດ​ນຳ​ໄປ​ສູ່​ການ​ຢຸດ​ຍິງ​ໄດ້.”

ການ​ສູ້​ລົບ​ກັນ​ມີ​ຂຶ້ນ​ຫຼັງ​ຈາກ​ໄດ້​ມີ​ການ​ປະ​ເຊີນ​ໜ້າ ລະ​ຫວ່າງ​ທັງ​ສອງ​ຝ່າຍ​ເປັນ​ເວ​ລາ​ນຶ່ງ​ອາ​ທິດ. ການ​ຜິດ​ຖຽງ​ກັນ​ເລີ້ມ​ຂຶ້ນ ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ເຂດ​ພັນ​ແລນ ທ່ານ​ຊາ​ອີດ ອັບ​ດູ​ລ​ລາ​ຮີ ເດ​ນີ ໄດ້​ປົດ​ຜູ້​ບັນ​ຊາ​ການກອງ​ກຳ​ລັງຮັກ​ສາຄວາມ​ສະ​ຫງົບ​ພັນ​ແລນ ທ່ານ​ໂມ​ຮາ​ໝຸດ ອອ​ສ​ມານ ດີ​ຢາ​ໂນ ເມື່ອ​ວັນ​ທີ 24 ພະ​ຈິກ. ທ່ານ​ດີ​ຢາ​ໂນ​ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ການ​ປົດໂດຍ​ເວົ້າ​ວ່າ​ມັນເປັນ​ການ ​ແຊກ​ແຊງເຂົ້າ​ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ກຳ​ລັງ​ດັ່ງ​ກ່າວ.​

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG