ສະມາຊິກຄົນນຶ່ງຂອງສະພາແຫ່ງຊາດໂຊມາເລຍ ໄດ້ຖືກສັງ
ຫານ ໃນການວາງລະເບີດລົດ ຢູ່ນະຄອນຫລວງ Mogadishu.
ທ່ານ Isak Mohamed Ibrahim ເສຍຊີວິດ ເວລາລະເບີດ
ທີ່ເຊື່ອງໄວ້ ຢູ່ໃນລົດຂອງທ່ານ ແຕກຂຶ້ນ ໃນຄຸ້ມ Hamar
Weyne ຂອງນະຄອນຫລວງ Mogadishu.
ຜູ້ແທນສະພາອີກຄົນນຶ່ງທ່ານ Mohamud Abdi ໄດ້ຮັບບາດ
ເຈັບ ໃນການໂຈມຕີ ບັ້ນດຽວກັນນີ້.
ກຸ່ມຫົວຕໍ່ສູ້ al-Shabab ຂອງໂຊມາເລຍ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ.
ໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ກຸ່ມດັ່ງກ່າວ ຊຶ່ງມີການກ່ຽວພັນກັບກຸ່ມກໍ່ການຮ້າຍ
al-Qaida ໄດ້ສູນເສຍພື້ນທີ່ ຫລວງຫລາຍສົມຄວນ ໃຫ້ແກ່ກອງກຳລັງໂຊມາເລຍ
ແລະຂອງສະຫະພາບອາຟຣິກາ ທີ່ເຂົ້າໄປຊ່ວຍໂຊມາເລຍ ປາບພວກເຂົາ. ແຕ່ກຸ່ມ
ດັ່ງກ່າວກໍຍັງ ສືບຕໍ່ທຳການໂຈມຕີຢູ່ ເປັນໄລຍະໆ.
ເມື່ອເດືອນກຸມພາຜ່ານມາ ມີ 17 ຄົນເສຍຊີວິດ ເວລາກຸ່ມ al-Shabab ບຸກເຂົ້າ
ໂຈມຕີທຳນຽບປະທານາທິບໍດີ. ແຕ່ປະທານາທິບໍດີ Hassan Sheikh Mohamud
ບໍ່ໄດ້ຮັບບາດເຈັບ ໃນການໂຈມຕີຄັ້ງນັ້ນ.
ເບິ່ງລາຍງານວີດີໂອ ກ່ຽວກັບ ກຸ່ມ al-Shabab: