ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຂອງໂຊໂລມອນ ບອກອອສເຕຣເລຍວ່າ ບໍ່ມີກອງທັບຈີນ ຢູ່ໃນໝູ່ເກາະດັ່ງກ່າວ


ແຟ້ມ-ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ ກ່າວຄຳປາໄສທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຢູ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 23 ກັນຍາ 2022.
ແຟ້ມ-ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ ກ່າວຄຳປາໄສທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຢູ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 23 ກັນຍາ 2022.

ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ (Manasseh Sogavare) ກ່າວໃນວັນສຸກມື້ນີ້ວ່າ ທ່ານໄດ້ໃຫ້ການ​ຄ້ຳ​ປະ​ກັນ​ຕໍ່ອອສເຕຣເລຍວ່າ ປະເທດຂອງທ່ານຈະບໍ່ອະນຸຍາດໃຫ້ກອງທັບຂອງປະເທດຈີນ ມາຕັ້ງຖານທັບຢູ່ໃນດິນແດນຂອງ​ຕົນ ອີງຕາມລາຍ​ງານ​ຂອງອົງການຂ່າວ AFP.

ປະເທດໝູ່ເກາະແຫ່ງນີ້ ໄດ້ກາຍມາເປັນສູນກາງການຕໍ່ສູ້ທາງການທູດຢູ່ໃນຂົງ ເຂດມະຫາສະໝຸດປາຊີຟິກ ລະຫວ່າງ ສະຫະລັດ, ອອສເຕຣເລຍ ພ້ອມທັງບັນດາປະເທດພັນທະມິດຂອງພວກເຂົາເຈົ້າ ຢູ່ຝ່າຍນຶ່ງ ແລະປະເທດຈີນ ທີ່ມີຄວາມໝັ້ນໃຈເພີ້ມຂຶ້ນ ຢູ່ອີກຝ່າຍນຶ່ງ.

ນາຍົກລັດຖະມົນຕີຂອງປະເທດອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້ພົບປະກັບທ່ານໂຊກາແວ ຢູ່ທີ່ນະຄອນຫຼວງແຄນເບີຣາໃນວັນພະຫັດວານນີ້ ເພື່ອປັບປຸງຄວາມສໍາພັນທີ່ມີຄວາມເຄັ່ງຕຶງ ນັບຕັ້ງແຕ່ໝູ່ເກາະໂຊໂລມອນໄດ້ເຊັນລົງນາມ ຂໍ້ຕົກລົງທາງດ້ານຄວາມໝັ້ນຄົງກັບລັດຖະບານປັກກິ່ງ, ເຊິ່ງເປັນການເຄື່ອນໄຫວທີ່ເຮັດໃຫ້ເກີດຄວາມກັງວົນໃນທັນທີທັນໃດວ່າ ກອງທັບຈີນ ຈະຕັ້ງຖານທັບຂອງພວກເຂົາ ຢູ່ໃນພູມິພາກດັ່ງກ່າວ.

ທ່ານໂຊກາແວ ຂຽນຕອບຄໍາຖາມທີ່ສົ່ງໄປຫາໂດຍອົງການຂ່າວ AFP ວ່າ “ກ່ຽວກັບຈີນ, ນີ້ແມ່ນບັນຫາລະອຽດອ່ອນທີ່ພວກເຮົາໄດ້ອະທິບາຍໄປແລ້ວ, ແລະຂ້າພະເຈົ້າໄດ້ໃຫ້ການ​ຄ້ຳ​ປະ​ກັນ​ຕໍ່ປະເທດອອສເຕຣເລຍເມື່ອຂ້າພະເຈົ້າ ໄດ້ພົບປະກັບທ່ານແອນໂທນີ ອາລບານີສ ວານນີ້ວ່າ ພວກເຮົາຈະບໍ່ອະນຸຍາດໃຫ້ມີເລື້ອງດັ່ງກ່າວນີ້ ເກີດຂຶ້ນແນ່ນອນ.”

ຢ່າງໃດກໍຕາມ, ໃນກ່ອນໜ້ານີ້ ທ່ານໂຊກາແວ ກ່າວວ່າ ຈີນອາດຈະໄດ້ຮັບອະນຸຍາດໃຫ້ສ້າງທ່າກໍາປັ່ນ ແລະເດີ່ນ ບິນໄດ້ ເຊິ່ງອາດຈະໃຊ້ປະໂຫຍດໄດ້ທັງຈຸດປະສົງສໍາລັບພົນລະເຮືອນ ແລະກອງທັບ.

ໝູ່ເກາະໂຊໂລມອນ ໄດ້ປ່ຽນການຮັບຮູ້ທາງການທູດຈາກໄທເປ ມາເປັນປັກກິ່ງ ໃນປີ 2019, ແລະໄດ້ເຊັນລົງນາມຂໍ້ຕົກລົງທາງດ້ານຄວາມໝັ້ນຄົງກັບຈີນເມື່ອ ຕົ້ນປີນີ້.

ໃນເດືອນພະຈິກປີກາຍນີ້ ໄດ້ເກີດມີການປະທ້ວງທີ່ຮຸນແຮງຂຶ້ນ ຢູ່ໃນນະຄອນຫຼວງໂຮເນຍຣາ ຂອງປະເທດໝູ່ເກາະໂຊໂລມອນ, ເຊິ່ງແຮງຜັກດັນສ່ວນນຶ່ງແມ່ນມາຈາກອິດທິພົນຂອງຈີນ ທີ່ເພີ້ມຂຶ້ນຢູ່ໃນປະເທດແຫ່ງນີ້, ແຕ່ຍັງມີຜົນມາຈາກຄວາມທຸກຍາກ ແລະຄວາມຂັດແຍ້ງກັນພາຍໃນປະເທດໝູ່ເກາະດັ່ງກ່າວ.

ເຂດເມືອງຈີນ ຫຼື Chinatown ຢູ່ໃນນະຄອນຫຼວງໂຮເນຍຣາ ສ່ວນຫຼາຍແມ່ນຖືກໄຟຈູດເຜົາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG