ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດໝູ່ເກາະໂຊໂລມອນ ລົງນາມໃນຂໍ້ຕົກລົງ ດ້ານຄວາມໝັ້ນຄົງ ກັບຈີນ


ແຟ້ມຮູບ-ທຸງຊາດຂອງປະເທດໝູ່ເກາະໂຊໂລມອນ ແລະ ຈີນ ກໍາລັງປິວສະບັດ ຢູ່ທີ່ຈັດຕຸລັດທຽນອັນເໝິນ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ເມື່ອວັນທີ 7 ຕຸລາ 2019.
ແຟ້ມຮູບ-ທຸງຊາດຂອງປະເທດໝູ່ເກາະໂຊໂລມອນ ແລະ ຈີນ ກໍາລັງປິວສະບັດ ຢູ່ທີ່ຈັດຕຸລັດທຽນອັນເໝິນ ໃນນະຄອນຫຼວງປັກກິ່ງ, ປະເທດຈີນ, ເມື່ອວັນທີ 7 ຕຸລາ 2019.

ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ (Manasseh Sogavare) ບອກກັບລັດຖະສະພາວ່າ ໄດ້ມີການເຊັນສັນຍາຂໍ້ຕົກລົງທາງດ້ານຄວາມໝັ້ນຄົງແບບກວມລວມກັບ ຈີນ ວ່າຈະບໍ່ເປັນການທໍາລາຍສັນຕິພາບແລະຄວາມໝັ້ນຄົງຢູ່ໃນພູມິພາກນີ້. ຢ່າງໃດກໍຕາມ, ສະຫະລັດ, ​ຍີ່ປຸ່ນ, ນິວຊີແລນ ແລະອອສເຕຣເລຍ ໄດ້ພາກັນສະແດງຄວາມກັງວົນກ່ຽວກັບເລື້ອງນີ້. ຟີລ ເມີເຊີ (Phil Mercer) ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ມີການຮົ່ວໄຫຼຂອງຮ່າງຂໍ້ຕົກລົງດັ່ງກ່າວຢູ່ໃນສື່ສັງຄົມອອນລາຍທີ່ວ່າ ປະເທດໝູ່ເກາະດັ່ງກ່າວ ໄດ້ອະນຸຍາດ ໃຫ້ຈີນ ສົ່ງກອງກໍາລັງຕິດອາວຸດເຂົ້າໄປໃນໝູ່ເກາະໂຊໂລມອນ ເພື່ອປົກປ້ອງການລົງທຶນຕ່າງໆ ຂອງຊາວ ຈີນ. ກໍາປັ່ນລົບຂອງຈີນ ກໍຍັງໄດ້ຮັບອະນຸຍາດໃຫ້ຈອດຢູ່ໃນທ່າກຳ​ປັ່ນຂອງໝູ່ເກາະດັ່ງກ່າວນໍາອີກດ້ວຍ.

ປະເທດໝູ່ເກາະ​ດັ່ງ​ກ່າວນີ້ ​ຕັ້ງຫ່າງອອກໄປທາງທິດຕາເວັນອອກສຽງເໜືອຂອງປະເທດອອສເຕຣເລຍ 2,000 ກິໂລແມັດ.

ແຜນທີ່ ທີ່ສະແດງໃຫ້ເຫັນທີ່ຕັ້ງຂອງປະເທດໝູ່ເກາະໂຊໂລມອນ.
ແຜນທີ່ ທີ່ສະແດງໃຫ້ເຫັນທີ່ຕັ້ງຂອງປະເທດໝູ່ເກາະໂຊໂລມອນ.

ນາຍົກລັດຖະມົນຕີຂອງປະເທດໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊໂກແວ ກ່າວຕໍ່ລັດຖະສະພາ ຢູ່ໃນນະຄອນຫຼວງໂຮເນຍຣາ ວ່າ ພາຍໃຕ້ຂໍ້ຕົກລົງນັ້ນ ຈີນ ຈະບໍ່ສ້າງຖານທັບຢູ່ໃນປະເທດໝູ່ເກາະແຫ່ງນີ້.

ທ່ານ ໂຊໂກແວ ໄດ້ປະຕິເສດຕໍ່ຄວາມພະຍາຍາມຂອງອອສເຕຣເລຍ ເຊິ່ງເປັນປະເທດຜູ້ບໍລິຈາກ ໃຫ້ໝູ່ ເກາະແຫ່ງນີ້ຫຼາຍທີ່ສຸດ, ເພື່ອຍຸຕິຂໍ້ຕົກລົງ.

ແຄນເບີຣາ ມີຄວາມກັງວົນວ່າ ປະເທດໝູ່ເກາະແຫ່ງນີ້ຈະອະນຸຍາດໃຫ້ ປັກກິ່ງ ສ້າງຕັ້ງກອງກໍາລັງ ທະຫານຂຶ້ນ ຢູ່ໃນເຂດອິດທິພົນ ທີ່ເກົ່າແກ່ ຂອງອອສເຕຣເລຍ.

ລັດຖະມົນຕີກະຊວງການຕ່າງປະເທດ ຂອງອອສເຕຣເລຍ ທ່ານນາງມາຣິສ ເພນ (Marise Payne) ກ່າວວ່າ ທ່ານນາງ “ໄດ້ມີຄວາມຜິດຫວັງທີ່ສຸດ” ກ່ຽວກັບການລົງນາມ ໃນຂໍ້ຕົກລົງຄວາມໝັ້ນຄົງດັ່ງກ່າວນັ້ນ.

ທ່ານນາງ ໄດ້ກ່າວຕໍ່ສະຖານີວິທະຍຸກະຈາຍສຽງຂອງອອສເຕຣເລຍວ່າ ການແກ້ໄຂບັນຫາຂອງພູມິພາກ ແມ່ນວິທີການທີ່ດີທີ່ສຸດ.

ທ່ານນາງ ເພນ ໄດ້ກ່າວວ່າ:
“ພວກເຮົາມີຄວາມເຊື່ອເປັນຢ່າງຍິ່ງວ່າ ຄອບຄົວໃນຂົງເຂດ ມະ​ຫາ​ສະ​ໝຸດປາຊີຟິກແຫ່ງນີ້ ຄືສະ ຖານທີ່ທີ່ຈະໄດ້ຮັບຄວາມຕ້ອງການທາງດ້ານຄວາມໝັ້ນຄົງຕໍ່ພູມິພາກຂອງພວກເຮົາແລະພວກເຮົາກໍໄດ້້ເວົ້າຢ່າງຕໍ່ເນື່ອງ ແລະທີ່ສໍາຄັນຫຼາຍ ກວ່ານັ້ນ ພວກເຮົາໄດ້ສະແດງໃຫ້ເຫັນວ່າ ເຖິງແມ່ນວ່າຈະ ຜ່ານການປະຕິບັດພາລະກິດການຊ່ວຍເຫຼືອ ທີ່ມີຄວາມໝາຍສໍາຄັນຕໍ່ປະເທດໝູ່ເກາະໂຊໂລມອນ ຫຼື ຍິ່ງໄປກວ່ານັ້ນ ກໍແມ່ນການຕອບສະໜອງຂອງພວກເຮົາຕໍ່ຄວາມບໍ່ສະຫງົບຢູ່ໃນໝູ່ເກາະໂຊໂລມອນ ກັບບັນດາປະເທດພາ​ຄີຂອງພວກເຮົາເຊັ່ນ ນິວຊີແລນ, ປາປົວນິວກີເນຍ ແລະຟີຈິ ໃນຊ່ວງທ້າຍປີ ທີ່ຜ່ານມາກໍຕາມ.”

ອອສເຕຣເລຍ ເປັນຜູ້ນໍາກອງກໍາລັງຮັກສາສັນຕິພາບຂ້າມຊາດ ເພື່ອຮັກສາຄວາມບໍ່ສະຫງົບ ຍ້ອນ​ຄວາມ​ວຸ້ນ​ວາຍ​ຂອງຊົນເຜົ່າພື້ນເມືອງຢູ່ໃນໝູ່ເກາະໂຊໂລມອນ ລະຫວ່າງປີ 2003 ແລະ ປີ 2017.

ການຢືນຢັນຕໍ່ຂໍ້ຕົກລົງລະຫວ່າງລັດຖະບານ ໂຮເນຍຣາ ແລະ ປັກກິ່ງ ໄດ້ຜັກດັນໃຫ້ຄວາມໝັ້ນຄົງຢູ່ ໃນພູ ມິພາກແຫ່ງນີ້ ເຂົ້າມາເປັນຈຸດສູນກາງຂອງການໂຄສະນາຫາສຽງເລືອກຕັ້ງທົ່ວໄປຂອງອອສເຕຣເລຍ.

ຫົວໜ້າພັກຝ່າຍຄ້ານ ຄື​ພັກແຮງງານ ທ່ານແອນໂທນີ ອາລບານີສ (Anthony Albanese) ໄດ້ຢືນຢັນວ່າ “ຄວາມລົ້ມແຫຼວ” ທາງການທູດຂອງລັດຖະບານ ອອສເຕຣເລຍ ຈະເຮັດໃຫ້ຈີນ ສາມາດກໍ່ຕັ້ງ ຖານທັບທາງທະຫານຢູ່ໃນຂົງເຂດແຫ່ງນີ້ເປັນຄັ້ງທໍາອິດ.

ລັດຖະບານປັກກິ່ງກ່າວວ່າ ຂໍ້ຕົກລົງດັ່ງກ່າວນັ້ນ ຈະຊ່ວຍໃຫ້ພວກເຂົາຕອບສະໜອງ ຕໍ່ການຊ່ວຍເຫຼືອກ່ຽວ ກັບໄພທໍາມະຊາດ ແລະການຮັກສາ ‘ກົດລະບຽບທາງສັງຄົມ’ ໃນໝູ່ເກາະແຫ່ງນີ້ໄດ້.

ຄະນະຜູ້ແທນຂັັ້ນສູງຂອງສະຫະລັດ ຈະເດີນທາງໄປປະເທດໝູ່ເກາະໂຊໂລມອນພາຍໃນອາທິດໜ້ານີ້.

ສະຫະລັດກ່າວວ່າ ພວກເຂົາເຈົ້າຈະເປີດສະຖານທູດ ຢູ່ໃນນະຄອນຫຼວງໂຮເນຍຣາ ອີກຄັ້ງ, ຊຶ່ງໄດ້ປິດລົງເມື່ອປີ 1993.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG