ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໝູ່​ເກາະ​ໂຊ​ໂລມອນ ກ່າວ​ວ່າ ຕົນ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ສະ​ຫະ​ລັດ ກັບ​ປະ​ເທດ​ໝູ່​ເກາະ​ປາ​ຊີ​ຟິກ ຍ້ອນ​ມີ​ການ​ລຶບ​ຄຳ​ອ້າງ​ອີງ​ເຖິງ​ຈີນ​ອອກ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ໝູ່​ເກາະ​ໂຊ​ໂລມອນ ທ່ານ​ເຈ​ຣີ​ເມຍ ມາ​ເນ​ເລ (ຊ້າຍ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ນິວ​ຊີ​ແລນ ທ່ານ​ນາງ​ນາ​ໄອ​ອາ ມາ​ຮູ​ຕາ ໃນ​ການ​ຖ​ະ​ແຫຼງ​ຂ່າວ​ຮ່ວມ​ກັນ ທີ່​ສະ​ພາ​ແຫ່ງ​ຊາດ ຢູ່​ນະ​ຄອນ​ຫຼວງ​ແວ​ລ​ລິງ​ຕັນ ປະ​ເທດ​ນິວ​ຊີ​ແລນ ເມື່ອ​ວັນ​ທີ 4 ຕຸ​ລາ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ໝູ່​ເກາະ​ໂຊ​ໂລມອນ ທ່ານ​ເຈ​ຣີ​ເມຍ ມາ​ເນ​ເລ (ຊ້າຍ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ນິວ​ຊີ​ແລນ ທ່ານ​ນາງ​ນາ​ໄອ​ອາ ມາ​ຮູ​ຕາ ໃນ​ການ​ຖ​ະ​ແຫຼງ​ຂ່າວ​ຮ່ວມ​ກັນ ທີ່​ສະ​ພາ​ແຫ່ງ​ຊາດ ຢູ່​ນະ​ຄອນ​ຫຼວງ​ແວ​ລ​ລິງ​ຕັນ ປະ​ເທດ​ນິວ​ຊີ​ແລນ ເມື່ອ​ວັນ​ທີ 4 ຕຸ​ລາ 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ໝູ່​ເກາະ​ໂຊ​ໂລມອນ ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສະ​ຫະ​ລັດແລະ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ ໝູ່​ເກາະ​ປາ​ຊີ​ຟິກ ກໍ​ຕໍ່​ເມື່ອ​ຫຼັງ​ຈາກ​ໄດ້​ມີ​ການ​ລຶບ​ຂໍ້​ຄວາມ​ທີ່​ກ່າວ​ເຖິງ​ຈີນ​ໂດຍ​ທາງ​ອ້ອມນັ້ນ​ອອກ.

​ສະ​ຫະ​ລັດ​ແລະບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ​ເກາະ​ດອນ​ປາ​ຊີ​ຟິກ​ ໄດ້​ລົງ​ນາມ​ໃນ​ຄຳ​ປະ​ກາດ​ທີ່​ມີ​ຄວາມ​ສຳ​ຄັນ​ປະ​ຫວັດ​ສາດ 11 ຂໍ້ ກ່ຽວ​ກັບ​ການ​ເປັນ​ພາ​ຄີ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ໝູ່​ເກາະ​ປາ​ຊີ​ຟິກ ເມື່ອ​ອາ​ທິດ​ແລ້ວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ທີ່​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ທຳ​ນຽບ​ຂາວ. ຄຳ​ປະ​ກາດ​ດັ່ງ​ກ່າວ​ແມ່ນກວມ​ເອົາ​ບັນ​ຫາ​ທີ່​ສຳ​ຄັນໆ ເຊັ່ນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ການ​ຕິດ​ຕາມ​ເບິ່ງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຢູ່​ຂົງ​ເຂດ​ປາ​ຊີ​ຟິກ ແລະ​ການ​ຄ້າ.

ໝູ່​ເກາະ​ໂຊ​ໂລມອນ​ໄດ້​ສົ່ງ​ສານ​ທາງການ​ທູດ​ໄປ​ຍັງ​ສະ​ພາ​ໝູ່​ເກາະຂົງ​ເຂດ​ປາ​ຊີ​ຟິກ ກ່ອນກອງ​ປະ​ຊຸມ​ສຸດຍອດ ໂດຍ​ກ່າວ​ວ່າ ຕົນ​ຈະ​ບໍ່​ລົງ​ນາມ​ໃນ​ຄຳ​ປະ​ກາດ​ດັ່ງ​ກ່າວນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ເຈ​ຣີ​ເມຍ ມາ​ເນ​ເລ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງ​ຄານ​ວານນີ້ ຢູ່​ທີ່​ນະ​ຄອນ​ຫຼວງວິ​ລ​ລິງ​ຕັນ ຂອງ​ນິວ​ຊີ​ແລນ​ວ່າ ຮ່າງ​ຂໍ້​ຕົກ​ລົງ​ໃນ​ຂັ້ນ​ຕົ້ນ ແມ່ນ​ຮວມ​ທັງ "ຄຳ​ອ້າງ​ອີງ​ຈຳ​ນວນ​ນຶ່ງ​ທີ່​ພວກ​ເຮົາ​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ​ນຳ.” ເມື່ອ​ມີ​ການ​ຖາມ​ຕື່ມ ທ່ານ​ມາ​ເນ​ເລ​ກ່າວ​ວ່າ ຄຳ​ອ້າງ​ອີງ​ທີ່​ພົວ​ພັນ​ກັບ​ຈີນ.

ທ່ານ​ກ່າວ​ວ່າ "ມີ​ຄຳ​ອ້າງ​ອີງ​ຈຳ​ນວນ​ນຶ່ງ​ທີ່​ເຮັດ​ໃຫ້​ພວກ​ເຮົາ​ຢູ່​ໃນ​ທ່າ​ທີ​ທີ່​ພວກ​ເຮົາ​ຈະ​ຕ້ອງເລືອກ​ຝ່າຍ ແລະ​ພວກ​ເຮົາ​ບໍ່​ຢາກ​ຖືກ​ຈັດ​ຢູ່​ໃນ​ທ່າ​ທີ​ ທີ່​ພວກ​ເຮົາ​ຕ້ອງ​ໄດ້​ເລືອກ​ຝ່າຍ.”

​ການປະ​ຕິ​ເສດໃນ​ຂັ້ນ​ຕົ້ນ​ບໍ່​ຍອມ​ລົງ​ນາມໃນ​ຄຳ​ປະ​ກາດ​ຂອງໝູ່​ເກາະ​ໂຊ​ໂລມອນ ມີ​ຂຶ້ນ​ພຽງຫ້າ​ເດືອນ ຫຼັງ​ຈາກ​ປະ​ເທດ​ເກາະ​ດອນ​ດັ່ງ​ກ່າວ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ​ກັບ​ຈີນ ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ວິ​ຕົກ​ກັງ​ວົນ​ຢູ່​ໃນ​ສະ​ຫະ​ລັດ ແລະ​ອອ​ສ​ເຕ​ຣ​ເລຍ ໂດຍ​ຢ້ານ​ວ່າ​ປັກ​ກິ່ງ​ຈະ​ສ້າງ​ຕັ້ງ​ຖານ​ທັບ​ທາງ​ທະ​ຫານ​ຢູ່​ໃນ​ປະ​ເທດ​ໝູ່​ເກາະ​ໂຊ​ໂລມອນ ທີ່​ຕັ້ງ​ຢູ່​ບໍ່​ຮອດ 2,000 ກິ​ໂລ​ແມັດ​ຫ່າງ​ຈາກອອ​ສ​ເຕ​ຣ​ເລຍ. ຮ່າງ​ຂໍ້​ຕົກ​ລົງ​ທີ່​ປາ​ກົດ​ອອກ​ມາ​ໃນ​ສື່​ສັງ​ຄົມ ແມ່ນ​ຮວມ​ທັງ​ຂໍ້​ກຳ​ນົດ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ປັກ​ກິ່ງ​ສົ່ງ​ກຳ​ລັງ​ຕຳ​ຫຼວດ​ຕິດ​ອາ​ວຸດ​ແລະ​ທ​ະ​ຫານ​ໄປ​ຍັງ​ໝູ່​ເກາະ​ໂຊ​ໂລມອນ​ໄດ້ ພ້ອມ​ກັບ​ຖານ​ທັບ​ສຳ​ລັບ​ກອງ​ທັບ​ເຮືອ​ ຢູ່ນອກ​ແຄມ​ຝັ່ງ​ຂອງ​ໝູ່​ເກາະ​ໂຊ​ໂລມອນ.​

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG