ສົບຂອງນາຍພົນກາສເຊມ ຊູເລມານີ ໄດ້ນຳຄືນມາຮອດອີຣ່ານແລ້ວ.
ຫຼາຍພັນຄົນໄດ້ພາກັນລົງສູ່ຖະໜົນສາຍຕ່າງໆຂອງເມືອງອາວາສຢູ່ທາງພາກຕາເວັນຕົກສຽງໃຕ້ ໃນວັນອາທິດມື້ນີ້ ເພື່ອໄວ້ອາໄລແກ່ນາຍພົນ ຜູ້ທີ່ໄດ້ຖືກສັງຫານໃນວັນສຸກຜ່ານມາ ໃນການໂຈມຕີທາງອາກາດຂອງສະຫະລັດ ຢູ່ທີ່ສະໜາມບິນໃນນະຄອນຫຼວງແບັກແດດຂອງອີຣັກ. ທ່ານຊູເລມານີ ເປັນຜູ້ນຳກອງກຳລັງໜ່ວຍອາລກຸດທີ່ເກັ່ງກາດຂອງອີຣ່ານ. ທ່ານຍັງເປັນຜູ້ບັນຊາການກອງທັບທີ່ມີຊື່ສຽງດີເດັ່ນ ແລະໄດ້ອອກແບບການເຂົ້າໄປມີອິດທິພົນຢູ່ໃນຕາເວັນອອກກາງ ຂອງອີຣ່ານທີ່ເພີ້ມຂຶ້ນເລື້ອຍໆ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວຢ່າງເປີດເຜີຍ ໃນວັນເສົາວານນີ້ ກ່ຽວກັບ ການສັງຫານຂອງທ່ານຊູເລມານີ. ມັນເປັນຄັ້ງທຳອິດທີ່ທ່ານປະທານາທິບໍດີ ໄດ້ອອກມາກ່າວກ່ຽວກັບທ່ານຊູເລມານີ ນັບຕັ້ງແຕ່ ບັນດາເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດ ໄດ້ຢືນຢັນວ່າ ນາຍພົນຂອງອີຣ່ານ ໄດ້ຖືກສັງຫານໃນການໂຈມຕີທາງອາກາດຂອງສະຫະລັດ ເມື່ອຕອນແລງວັນສຸກ ໃນອີຣັກ ຢູ່ທີ່ສະໜາມບິນຂອງແບັກແດດ.
ທ່ານທຣຳ ໄດ້ກ່າວວ່າ ການສັງຫານຂອງທ່ານຊູເລມານີນັ້ນ ເປັນເລື້ອງທີ່ຄ້າງຄາມາດົນນານແລ້ວ ແລະໄດ້ເຕືອນ ອີຣ່ານ ວ່າ ຕົນຈະສ່ຽງຕໍ່ການຖືກໂຈມຕີຕື່ມອີກ ຖ້າຫາກຕົນຍັງສືບຕໍ່ແນເປົ້າໝາຍໃສ່ຊາວອາເມຣິກັນ.
“ພວກເຮົາໄດ້ເອົາມາດຕະການເມື່ອຄືນວານນີ້ເພື່ອຍຸຕິສົງຄາມ” ທ່ານທຣຳ ໄດ້ກ່າວໄປຢູ່ທີ່ບ້ານພັກຣີສອດ ມາຣ-ອາ-ລາໂກ ຂອງທ່ານ ໃນລັດຟລໍຣີດາ. ທ່ານກ່າວຕໍ່ໄປວ່າ “ເຖິງຢ່າງໃດກໍຕາມ ການຮຸກຮານຂອງລະບອບການປົກຄອງຂອງອີຣ່ານ ຢູ່ໃນຂົງເຂດນັ້ນ ທີ່ປະກອບດ້ວຍ ການໃຊ້ພວກນັກລົບຕໍ່ສູ້ໃນນາມຂອງຕົນ ເພື່ອທຳລາຍສະຖຽນລະພາບຂອງບັນດາປະເທດເພື່ອນບ້ານ ແມ່ນຕ້ອງໄດ້ຍຸຕິ ແລະຕົນຕ້ອງໄດ້ຍຸຕິໃນທັນທີ່.”
ທ່ານທຣຳ ໄດ້ຂຽນລົງທວີດເຕີ້ ໃນວັນເສົາວານນີ້ ວ່າ ສະຫະລັດ ໄດ້ກຳນົດ ສະຖານທີ່ 52 ແຫ່ງຢູ່ໃນອີຣ່ານ ດັ່ງກັບເປັນຕົວແທນຂອງຕົວປະກັນຊາວອາເມຣິກັນ 52 ຄົນ ທີ່ໄດ້ຖືກຄວບຄຸມຕົວໄປເມື່ອຫຼາຍໆປີຜ່ານມາ ທີ່ວ່າ ສະຫະລັດ ຈະໂຈມຕີ “ຢ່າງວ່ອງໄວ ແລະໜັກທີ່ສຸດ” ຖ້າອີຣ່ານໂຈມຕີ ບຸກຄະລາກອນ ຫຼື ຊັບສິນໃດໆຂອງສະຫະລັດ.
ທ່ານແລຣີ ຟີບເຟີ້ ຜູ້ອຳນວຍການສູນກາງ ເຮເດັນ ເພື່ອສຶກສາຄົ້ນຄວ້າ ດ້ານການສືບລັບ ນະໂຍບາຍ ແລະຄວາມໝັ້ນຄົງລະຫວ່າງປະເທດ ຢູ່ມະຫາວິທະຍາໄລ ຈໍຣຈ໌ ເມສັນ ໄດ້ກ່າວຕໍ່ວີໂອເອວ່າ “ອັນນີ້ບໍ່ແມ່ນວິທີທີ່ອາເມຣິກາ ຄວນປະພຶດ ແລະເປັນໄປໄດ້ສູງວ່າ ເປັນການລະເມີດຕໍ່ສົນທິສັນຍາລະຫວ່າງປະເທດ ແລະມາດຕະຖານທົ່ວໄປ.” ທ່ານຟີບເຟີ້ ຜູ້ທີ່ເຄີຍເປັນຜູ້ອຳນວຍການລະດັບອະວຸໂສປະຈຳຫ້ອງປະຊຸມສະພາບການຂອງທຳນຽບຂາວ ໄດ້ກ່າວວ່າ ການຂົ່ມຂູ່ຂອງທ່ານທຣຳ ນັ້ນ “ຟັງແລ້ວຄືກັນກັບ ເປັນສິ່ງທີ່ຄວນຖືກແຈ້ງອອກ ໂດຍ ລະບອບການປົກຄອງຜະເດັດການ ເຊັ່ນ ເກົາຫຼີເໜືອ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
The body of General Qassem Soleimani has arrived in Iran.
Thousands of people took to the streets of the southwestern city of Ahvaz on Sunday to mourn the general who was killed Friday in a U.S. airstrike in Iraq at Baghdad's airport.Soleimani was the leader of Iran's elite Quds Force.He was Iran's most distinguished military commander and the architect of Iran's growing influence in the Middle East.
U.S. President Donald Trump spoke publicly Saturday about the killing of Soleimani.It was the first time the president had spoken about Soleimanisince U.S. defense officials confirmed the Iranian general had been killed in a U.S. airstrike late Friday in Iraq at Baghdad's airport.
Trump said Soleimani's killing was long overdue and warned Iran it risked more strikes if it continues to target Americans.
"We took action last night to stop a war," Trump said at his home in Mar-a-Lago, Florida. "However, the Iranian regime's aggression in the region, including the use of proxy fighters to destabilize its neighbors must end and it must end now."
Trump tweeted Saturday that the U.S. has identified 52 sites in Iran, representing the 52 American hostages taken by Iran many years ago, that it would strike "very fast and very hard" should Iran attack any U.S. personnel or assets.
"This is not how America should behave and would likely violate international conventions and norms," Larry Pfeiffer, the director of the Hayden Center for Intelligence, Policy and International Security at George Mason University, told VOA.Pfeiffer, who is a former senior director of the White House Situation Room said Trump's threats "sound like something that would be issued by an autocratic regime like North Korea."