ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫຸ່ນຍົນອ່ອນທີ່ຖິ້ມລົງໄປດ້ວຍເຮືອບິນ ບໍ່ມີຄົນຂັບ ຊ່ວຍຜູ້ກູ້ໄພໃຫ້ຮູ້ ເຖິງສະຖານະການອັນຕະລາຍໄດ້


LogOn Soft Robot -- USAGM
please wait

No media source currently available

0:00 0:01:55 0:00

ໂຣບອດ Squishy ກໍາລັງຖືກບັນດາເຈົ້າໜ້າທີ່ດັບເພີງໃນສະຫະລັດໃຊ້ເພື່ອໃຫ້ເຂົາເຈົ້າ "ຮູ້ກ່ຽວກັບສະຖານະພາບໄດ້" ກ່ອນທີ່ຈະເຂົ້າໄປຫາສະພາບການທີ່ເປັນອັນຕະລາຍ.

ຫຸ່ນຍົນ ຫລືໂຣບອດ ອັນນຶ່ງທີ່ຄິດຄົ້ນອອກມາເພື່ອໃຊ້ໃຫ້ມັນກິ້ງຢູ່ເທິງດາວພະເຄາະຕ່າງໆ ກໍາລັງຖືກບັນດາເຈົ້າໜ້າທີ່ດັບເພີງໃນສະຫະລັດໃຊ້ເພື່ອໃຫ້ເຂົາເຈົ້າ "ຮູ້ກ່ຽວກັບສະຖານະພາບໄດ້" ກ່ອນທີ່ຈະເຂົ້າໄປຫາສະພາບການທີ່ເປັນອັນຕະລາຍ. ມັນເອີ້ນວ່າ ສຄວີດຊີ (Squishy), ແລະ Michelle Quinn ໄດ້ຊອກຮູ້ກ່ຽວກັບເລື້ອງນີ້ເພີ້ມອີກ ຊຶ່ງບົວສະຫວັນຈະນໍາລາຍລະອຽດມາສະເໜີ ທ່ານ ໃນອັນດັບຕໍ່ໄປ.

ມັນເບິ່ງຄ້າຍໆຄືກັບຂອງຫຼິ້ນເດັກນ້ອຍທີ່ກິ້ງໄປກິ້ງມາ. ມັນຖືກເອີ້ນວ່າ ສຄວີດຊີ (Squishy) ແລະ ໃນຄວາມຄິດເບື້ອງຕົ້ນແມ່ນຖືກສ້າງຂຶ້ນມາໃຫ້ເປັນວິທີການອັນນຶ່ງທີ່ກິ້ງໄປທົ່ວດາວພະເຄາະຕ່າງໆ ຫລື ດວງຈັນ ແລ້ວສົ່ງຂໍ້ມູນກ່ຽວກັບສິ່ງທີ່ມັນພົບເຫັນກັບຄືນມາຫາໂລກ.

ດຽວນີ້ ສຄວີດຊີ (Squishy) ກຳລັງຖືກນຳໃຊ້ໂດຍເຈົ້າໜ້າທີ່ດັບເພີງ, ບໍລິສັດ ແລະພວກທະຫານເພື່ອກວດເບິ່ງຄວາມເປັນອັນຕະລາຍຢູ່ເທິງພື້ນດິນກ່ອນທີ່ມະນຸດຈະໄປເຖິງ ... ອີງຕາມທ່ານນາງ ອາລີສ ອາກາຈີໂນ (Alice Agogino), ຫົວໜ້າບໍລິຫານ ຫລື CEO ຂອງບໍລິສັດ ສຄວີດຊີ ໂຣໂບຕິກສ໌ (Squishy Robotics)

ທ່ານນາງ ກ່າວຜ່ານ YouTube ດັ່ງນີ້:
"ແລະຂ້າພະເຈົ້າກໍມາຄິດເບິ່ງວ່າ ຖ້າຂ້າພະເຈົ້າສາມາດເຮັດແນວນັ້ນໄດ້ ຢູ່ໃນດວງຈັນ ຫລືດາວອັງຄານ, ຂ້າພະເຈົ້າໜ້າຈະສາມາດເຮັດຈັ່ງຊັ້ນໄດ້ຢູ່ເທິງໜ່ວຍໂລກ."

ສຄວີດຊີ (Squishy) ໄດ້ຮັບແຮງບັນດານໃຈມາຈາກເຄື່ອງຫຼິ້ນເດັກນ້ອຍ ທີ່ຊື່ວ່າ ສຄວີດຊ໌ (Skwish). ມັນລວມຢູ່ໃນສິ່ງທີ່ມີທ່າອ່ຽງກໍາລັງຂະຫຍາຍຕົວຂຶ້ນຂອງ … .. ສິ່ງທີ່ເອີ້ນວ່າ “ຫຸ່ນຍົນອ່ອນ” ຫລື soft robot ທີ່ຖືກອອກແບບມາເພື່ອໂຄ້ງ ແລະ ເຄື່ອນທີ່ໄປເມື່ອມັນປະເຊີນກັບສະພາບການທີ່ບໍ່ຄາດຄິດໄວ້ ໃນຊີວິດຕົວຈິງ.

ທ່ານນາງ ອາກາຈີໂນ (Agogino) ກ່າວເພີ້ມອີກວ່າ:
"ມັນສາມາດເຂົ້າໄປຢູ່ລະຫວ່າງກາງກ້ອນຫີນໄດ້ ແລະມັນສາມາດປີນຂຶ້ນບ່ອນທີ່ສູງໆໄດ້."

ຫຸ່ນຍົນອ່ອນເຫລົ່ານີ້ ສາມາດຮັບເອົາວຽກທີ່ເປັນອັນຕະລາຍຕໍ່ຄົນໄດ້, ອີງຕາມ ທ່ານນາງ ແອນດຣາ ເຄ (Andra Keay), ຫົວໜ້າຜູ້ຈັດການບໍລິສັດ ໂຣໂບຕິກ ໃນເຂດຊີລີຄອນແວລີ ຫລື Silicon Valley Robotics

ທ່ານນາງລົມກັບວີໂອເອຜ່ານທາງ Skype ວ່າ:
“ນຶ່ງໃນສິ່ງທີ່ຂ້າພະເຈົ້າມັກກ່ຽວກັບບັນດາບໍລິສັດເຫຼົ່ານີ້ ກໍຄືພວກເຂົາເຈົ້າເຂົ້າໃກ້ພື້ນທີ່ຂອງບັນຫາໄດ້. ເຂົາເຈົ້າເຂົ້າໃຈມັນດີ. ມັນແມ່ນການແກ້ໄຂບັນຫາທີ່ຄໍານຶງເອົາຄົນເປັນໃຈກາງ.”

ໂດຍຖືກປ່ອຍໃຫ້ຕົກລົງມາຈາກບ່ອນສູງເຖິງ 1,000 ຟຸດ ຫລືປະມານ 300 ກວ່າ ແມັດ , ສຄວີດຊີ (Squishy) ຕົກເຖິງພື້ນດິນ, ລົ້ມລົງ, ຫຼັງຈາກນັ້ນກໍ່ຕັ້ງໂຕເອງ ຄືນມາອີກໂດຍບໍ່ໄດ້ເຮັດໃຫ້ປຸ່ມຢູ່ທາງກາງຂອງມັນທີ່ບັນຈຸກ້ອງຖ່າຍຮູບ ແລະເຄື່ອງຈັບສັນຍານ ຫລືເຊັນເຊີ ທີ່ກວດຫາຄວາມເປັນອັນຕະລາຍຂອງອາຍແກັສ, ສານເຄມີ ແລະໄຟທີ່ເປັນອັນຕະລາຍນັ້ນ ເສຍຫາຍແຕ່ຢ່າງໃດ….ແລ້ວກໍແຈ້ງ ໃຫ້ຜູ້ຮັບມືກັບສະຖານະການທຳອິດຮູ້ເຖິງຄວາມອັນຕະລາຍທີ່ອາດຈະເກີດຂຶ້ນ. ສຄວີດຊີ (Squishy) ເຄື່່ອນຍ້າຍໄປຕາມຄໍາສັ່ງຂອງເຄື່ອງຄວບຄຸມທາງໄກ ຫລື ຣີໂມດຄອນໂທຣລ ເພື່ອຈະເບິ່ງສະຖານະການວ່າມັນເປັນແນວໃດ.

ທ່ານນາງ ອາກາຈີໂນ (Agogino), CEO ຂອງບໍລິສັດ ສຄວີດຊີ ໂຣໂບຕິກສ໌ ກ່າວເພີ້ມອີກວ່າ:
"ພວກເຮົາຈະເຮັດແຜນທີ່ຄວາມຮ້ອນ ເພື່ອໃຫ້ທ່ານເຫັນບ່ອນທີ່ມີອາຍແກັສເຄມີ ໂຮມກັນຢູ່ໃນປະລິມານສູງ ວ່າມັນຢູ່ໃສ ແລະມັນຈະບອກທ່ານວ່າແຫລ່ງທີ່ມາ ຫລື ທິດທາງຂອງມັນມາແຕ່ທາງໃດ.”

ມັນແມ່ນຫຸ່ນຍົນອ່ອນ ທີ່ເອົາໄປຖິ້ມລົງໄປຢູ່ໃນສະຖານະການທີ່ຍາກ ແລະລາຍງານກ່ຽວກັບສິ່ງທີ່ມັນພົບກັບມາໃຫ້ຄົນຊາບ.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

A robot conceived to roll on planets is being used by firefighters in the U.S. to give them “situational awareness” before going into dangerous situations. It’s called Squishy, and Michelle Quinn found out more

It looks like a toy that bounces. It’s called Squishy and was originally conceived of as a way ….….to roll around on planets or the moon, sending back data of what it found.

Now Squishy is being used by firefighters, companies and the military to detect dangers on the ground before humans arrive...

Says Alice Agogino, chief executive officer of Squishy Robotics

Alice Agogino, CEO of Squishy Robotics YouTube:
“And I figured if I could do that on the moon or Mars, I should be able to do it on planet Earth.”

Squishy was inspired by the children’s toy Skwish. It’s among a growing trend of …..so-called “soft robots” that are designed to bend and move when faced with unexpected real-life situations.

Alice Agogino, CEO of Squishy Robotics
“It can get between rocks and it can climb over great heights.”

These soft robots can take on jobs that are dangerous for people,….says Andra Keay, managing director of Silicon Valley Robotics.

…who spoke with VOA via Skype:

Andra Keay, Managing Director, Silicon Valley Robotics: Skype))
One of the things that I do like about these companies is that they get very close to the problem space. They understand it. It is a people-centered solution.”

Dropped from as high as 1,000 feet, Squishy hits the ground, collapses, then rights itself again without hurting its central node, which contains cameras and sensors that detect gas, chemical and fire hazards….

….letting first responders know of potential dangers. Squishy moves via remote control to figure out the situation.

Again, Alice Agogino, chief executive of Squishy Robotics

Alice Agogino, CEO, Squishy Robotics

“We would do what’s a heat map so you see where there is a higher concentration ….….of that chemical gas and that would tell you where the source is or the direction it is coming from.”

It’s a soft robot dropped into hard situations and reporting back on what it finds.

XS
SM
MD
LG