ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກສັງຄົມປະຊາທິປະໄຕ ຊະນະຄະແນນສຽງສ່ວນໃຫຍ່ ໃນການເລືອກຕັ້ງຂອງ ເຢຍຣະມັນ


ຜູ້ນຳພັກສະຫະພັນປະຊາທິປະໄຕ ຄຣິສຕຽນ ແລະ ຜູ້ລົງແຂ່ງຂັນລະດັບສູງສຳລັບຕຳແໜ່ງນາຍົກລັດຖະມົນຕີ ທ່ານ ອາມິນ ລາເຊັດ ປາກົດຕົວຫຼັງຈາກການສຳຫຼວດປະຊາມະຕິຢ່າງບໍ່ເປັນທາງການ ສຳລັບການເລືອກຕັ້ງທົ່ວໄປ ໃນນຄະອນຫຼວງ ເບີລິນ, ເຢຍຣະມັນ. 26 ກັນຍາ, 2021.
ຜູ້ນຳພັກສະຫະພັນປະຊາທິປະໄຕ ຄຣິສຕຽນ ແລະ ຜູ້ລົງແຂ່ງຂັນລະດັບສູງສຳລັບຕຳແໜ່ງນາຍົກລັດຖະມົນຕີ ທ່ານ ອາມິນ ລາເຊັດ ປາກົດຕົວຫຼັງຈາກການສຳຫຼວດປະຊາມະຕິຢ່າງບໍ່ເປັນທາງການ ສຳລັບການເລືອກຕັ້ງທົ່ວໄປ ໃນນຄະອນຫຼວງ ເບີລິນ, ເຢຍຣະມັນ. 26 ກັນຍາ, 2021.

ຜົນເບື້ອງຕົ້ນໃນວັນຈັນມື້ນີ້ ໄດ້ສະແດງໃຫ້ເຫັນວ່າພັກສັງຄົມປະຊາທິປະໄຕ ທີ່ມີແນວທາງເປັນກາງອຽງຊ້າຍຂອງ ເຢຍຣະມັນ ໄດ້ຊະນະສ່ວນແບ່ງຂອງຄະແນນສຽງສ່ວນໃຫຍ່ໃນການເລືອກຕັ້ງສະພາແຫ່ງຊາດ, ໃນຂະນະທີ່ພັກຕ່າງໆຕໍ່ສູ້ເພື່ອພິຈາລະນາວ່າແມ່ນໃຜຈະສືບທອດຕຳແໜ່ງຂອງນາຍົກລັດຖະມົນຕີ ແອນເຈີລາ ເມີໂກລ ທີ່ກຳລັງຈະພົ້ນຈາກຕຳແໜ່ງ.

ພັກສັງຄົມປະຊາທິປະໄຕໄດ້ຮັບ 25.7 ເປີເຊັນຂອງຄະແນນສຽງໃນວັນອາທິດວານນີ້, ຕາມດ້ວຍ 24.1 ເປີເຊັນສຳລັບພັກສະຫະພັນປະຊາທິປະໄຕຄຣິສຕຽນ ທີ່ມີແນວທາງເປັນກາງອຽງຂວາ ຂອງທ່ານນາງ ເມີໂກລ.

ຜູ້ປົກຄອງລັດ ທ່ານ ອາມິນ ລາເຊັດ (Armin Laschet) ຈາກກຸ່ມຫົວອະນຸລັກນິຍົມ CDU ແລະ ລັດຖະມົນຕີກະຊວງການເງິນ ທີ່ກຳລັງຈະພົ້ນຈາກຕຳ ແໜ່ງ ພ້ອມກັບຮອງຍາຍົກລັດຖະມົນຕີ ທ່ານ ໂອລາຟ ໂຊລສ໌ ຈາກພັກສັງ ຄົມປະຊາທິປະໄຕ ແມ່ນກຳລັງແຂ່ງຂັນເພື່ອກາຍເປັນຜູ້ນຳຂອງປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງ ຢູໂຣບ ໃນຂະນະທີ່ ທ່ານນາງ ເມີໂກລ ຈະລົງຈາກຕໍາແໜ່ງຫຼັງຈາກເປັນນາຍົກລັດຖະມົນຕີມາໄດ້ 16 ປີ.

ແຕ່ລະທ່ານໄດ້ກ່າວວ່າ ພວກເພິ່ນຈະເຂົ້າຫາບັນດາພັກທີ່ນ້ອຍກວ່າ ເພື່ອພະຍາຍາມສ້າງຕັ້ງລັດ ຖະບານປະສົມດ້ວຍເປົ້າໝາຍຂອງການມີລັດຖະບານໃໝ່ກ່ອນ ທ້າຍປີນີ້.

ເປົ້າໝາຍສູງສຸດສຳລັບການສະໜັບສະໜູນຈະເປັນພັກສີຂຽວ ທີ່ແມ່ນນັກອະນຸລັກທຳມະຊາດ, ເຊິ່ງໄດ້ຮັບຄະແນນສຽງເປັນອັນດັບທີ 3 ດ້ວຍ 14.8 ເປີເຊັນ ແລະ ພັກປະຊາທິປະໄຕເສລີທີ່ສະໜັບ ສະໜູນທຸລະກິດໄດ້ຮັບຄະແນນສຽງເປັນອັນດັບ 4 ດ້ວຍ 11.5 ເປີເຊັນ.

ທ່ານນາງ ເມີໂກລ ຈະຍັງຢູ່ໃນຕຳແໜ່ງເປັນຜູ້ເບິ່ງແຍງລັດຖະບານຊົ່ວຄາວຈົນກວ່າຜູ້ສືບທອດຂອງທ່ານນາງຈະຖືກເລືອກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG