ງານມະຫະກໍາກິລາໂອລິມປິກ ທີ່ເມືອງ Sochi ປະເທດຣັດເຊຍ
ຈະໄຂຂຶ້ນ ໃນວັນສຸກຈະມາເຖິງນີ້ ຊຶ່ງຈະເປັນງານໂອລິມປິກທີ່
ແພງທີ່ສູງທີ່ສຸດ ໃນປະຫວັດສາດ.
ຄ່າກໍ່ສ້າງແລະໃຊ້ຈ່າຍຕ່າງໆ ທີ່ຕົກເປັນ 50 ພັນລ້ານໂດລ່ານັ້ນ
ແມ່ນ 4 ເທົ່າຂອງຈໍານວນ ທີ່ທ່ານ Putin ໄດ້ຄາດຄະເນໄວ້
ໃນເບື້ອງຕົ້ນ ໃນປີ 2007 ຕອນທີ່ຣັດເຊຍໄດ້ຖືກເລືອກໃຫ້ເປັນ
ເຈົ້າພາບນັ້ນ.
ທ່ານນາງ Elena Pafilova ຜູ້ອໍານວຍການຝ່າຍບໍລິຫານ
ຂອງອົງການ Transparency International Russia
ກ່າວວ່າ ການສໍ້ລາດບັງຫຼວງແລະການໃຊ້ຈ່າຍເກີນງົບປະມານ ໄດ້ສ້າງຄວາມບໍ່ພໍໃຈໃຫ້
ຊາວຣັດເຊຍ ກ່ຽວກັບໂອລິມປິກຄັ້ງນີ້ ຊຶ່ງທ່ານນາງກ່າວວ່າ“ການສໍ້ລາດບັງຫຼວງນັ້ນ
ແມ່ນຖ້ວມລົ້ນ ແບບຄວບຄຸມບໍ່ໄດ້”.
ໃນເດືອນແລ້ວນີ້ ທ່ານ Gian-Franco Kasper, ສະມາຊິກຊາວສະວິສ ຂອງຄະນະ
ກໍາມະການໂອລິມປິກສາກົນ ໄດ້ຕີລາຄາວ່າ ບັນດາເຈົ້າໜ້າທີ່ແລະພວກພ້ອງເພື່ອນຝູງ
ຂອງລັດຖະບານຣັດເຊຍ ໄດ້ຍັກຍອກເອົາເງິນ ປະມານ ນຶ່ງສ່ວນສາມ ຂອງ 50 ພັນລ້ານ
ໂດລ່າ ທີ່ໄດ້ໃຊ້ຈ່າຍໄປສໍາລັບງານໂອລິມປິກນີ້. ໃນອາທິດແລ້ວນີ້ ທ່ານ Alexei Navalny
ຜູ້ນໍາຝ່າຍຄ້ານຣັດເຊຍ ໄດ້ອອກລາຍງານສະບັບນຶ່ງ ທີ່ເວົ້າວ່າ ການມອບສັນຍາກໍ່ສ້າງ
ຫລາຍໆອັນ ແບບທີ່ບໍ່ມີການປະມູນແຂ່ງຂັນກັນນັ້ນ ໄດ້ອໍານວຍໃຫ້ພວກ ເພື່ອນຝຸງຂອງ
ປະທານາທິບໍດີ Putin ລັກລອບເອົາເງິນຈາກກອງທຶນຂອງລັດໄປໄດ້ຮອດ 15 ພັນລ້ານ
ໂດລ່າ.
ເມື່ອຖືກກົດດັນຈາກການກ່າວຫາ ກ່ຽວກັບການສໍ້ລາດບັງຫຼວງນັ້ນ ປະທາ ນາທິບໍດີ Putin
ໄດ້ບອກກັບພວກນັກຂ່າວຕ່າງປະເທດໃນວັນທີ 19 ມັງກອນຜ່ານມານີ້ວ່າ ມັນບໍ່ມີຫຼັກຖານ
ໃດໆມາສະໜັບສະໜຸນຂໍ້ກ່າວຫາທີ່ວ່ານັ້ນ. ທ່ານເວົ້າວ່າ ຍັງບໍ່ມີຜູ້ໃດນໍາເອົາເອກກະສານ
ທີ່ມີຂໍ້ມູນເຫລົ່ານັ້ນ ມາຢືນຢັນຕໍ່ພວກເຮົາເທື່ອ ຈົນເທົ່າເຖິງປະຈຸບັນນີ້.”
ການຂາຍປີ້ໃນຕ່າງປະເທດໃນງານໂອລິມປິກນີ້ ແມ່ນຊ້າ. ພວກຊາວຕ່າງຊາດໄດ້ອ້າງເຖິງ
ຄວາມເປັນຫ່ວງກັງວົນເລື້ອງຄວາມປອດໄພ ຄ່າຂອງການເດີນທາງທີ່ສູງ ແລະກົດໝາຍຕໍ່
ຕ້ານພວກຮັກຮ່ວມເພດ ຂອງຣັດເຊຍ ວ່າ ເປັນສາເຫດເຮັດໃຫ້ເຂົາເຈົ້າບໍ່ຢາກໄປຮ່ວມງານ.
ໃນອາທິດແລ້ວນີ້ ບັນດາຜູ້ນໍາຂອງສະຫະພາບຢູໂຣບ ໄດ້ຕັດເວລາໃນການປະຊຸມ ກັບ
ປະທານາທິບໍດີ Putin ທີ່ກໍານົດໄວ້ 2 ມື້ ໃຫ້ເຫຼືອແຕ່ພຽງ 3 ຊົ່ວໂມງເທົ່ານັ້ນ. ບັນດາຜູ້ນໍາ
ຂອງສະຫະລັດ, ຝຣັ່ງ ແລະອັງກິດ ກໍຈະບໍ່ໄປເມືອງ Sochi ເພື່ອຮ່ວມງານມະຫະກໍາ
ກິລາໂອລິມປິກ ຄັ້ງນີ້.
ແຕ່ວ່າ ພ້ອມກັບການເປີດງານຢ່າງອະລັງການຍິ່ງໃຫຍ່ ຕາມທີ່ໄດ້ວາງແຜນໄວ້ນັ້ນ ປະທານາ
ທິບໍດີ Putin ຫວັງວ່າ ຄວາມຄິດໃນທາງລົບຕ່າງໆນີ້ຈະຖືກລົບເລືອນໄປ ເວລາບັ້ງໄຟດອກ
ສະຫລອງພິທີເປີດງານໂອລິມປິກ ຈຸດປະກາຍຂຶ້ນ ໃນຄໍ່າຄືນຂອງວັນສຸກທີ່ຈະມາເຖິງນີ້.

ສະຖານທີ່ແຂ່ງຂັນ ກິລາຕ່າງໆ ທີ່ Sochi
2/9
An aerial view from a helicopter shows the Olympic Park in the Adler district of the Black Sea resort city of Sochi.
ເບິ່ງຕື່ມອີກ
Show less
7/9
An aerial view from a helicopter shows hotels and residential houses constructed for the 2014 Winter Olympics in the Adler district of Sochi.
ເບິ່ງຕື່ມອີກ
Show less
Previous slide
Next slide
ການຂາຍປີ້ໃນຕ່າງປະເທດໃນງານໂອລິມປິກນີ້ ແມ່ນຊ້າ. ພວກຊາວຕ່າງຊາດໄດ້ອ້າງເຖິງ
ຄວາມເປັນຫ່ວງກັງວົນເລື້ອງຄວາມປອດໄພ ຄ່າຂອງການເດີນທາງທີ່ສູງ ແລະກົດໝາຍຕໍ່
ຕ້ານພວກຮັກຮ່ວມເພດ ຂອງຣັດເຊຍ ວ່າ ເປັນສາເຫດເຮັດໃຫ້ເຂົາເຈົ້າບໍ່ຢາກໄປຮ່ວມງານ.
ໃນອາທິດແລ້ວນີ້ ບັນດາຜູ້ນໍາຂອງສະຫະພາບຢູໂຣບ ໄດ້ຕັດເວລາໃນການປະຊຸມ ກັບ
ປະທານາທິບໍດີ Putin ທີ່ກໍານົດໄວ້ 2 ມື້ ໃຫ້ເຫຼືອແຕ່ພຽງ 3 ຊົ່ວໂມງເທົ່ານັ້ນ. ບັນດາຜູ້ນໍາ
ຂອງສະຫະລັດ, ຝຣັ່ງ ແລະອັງກິດ ກໍຈະບໍ່ໄປເມືອງ Sochi ເພື່ອຮ່ວມງານມະຫະກໍາ
ກິລາໂອລິມປິກ ຄັ້ງນີ້.
ແຕ່ວ່າ ພ້ອມກັບການເປີດງານຢ່າງອະລັງການຍິ່ງໃຫຍ່ ຕາມທີ່ໄດ້ວາງແຜນໄວ້ນັ້ນ ປະທານາ
ທິບໍດີ Putin ຫວັງວ່າ ຄວາມຄິດໃນທາງລົບຕ່າງໆນີ້ຈະຖືກລົບເລືອນໄປ ເວລາບັ້ງໄຟດອກ
ສະຫລອງພິທີເປີດງານໂອລິມປິກ ຈຸດປະກາຍຂຶ້ນ ໃນຄໍ່າຄືນຂອງວັນສຸກທີ່ຈະມາເຖິງນີ້.
ຣັດເຊຍ ແລະ ນັກກິລາ ພ້ອມແລ້ວ ສຳລັບ ໂອລິມປິກ
1/10
Hidenari Kanayama of Japan completes a training run in the men's luge singles ahead of the 2014 Winter Olympics, Feb. 4, 2014.
ເບິ່ງຕື່ມອີກ
Show less
2/10
Canadian short track speed skaters and brothers Charles and Francois Hamelin watch a replay of their training on an iPad at the Iceberg Skating Palace, Feb. 4, 2014.
ເບິ່ງຕື່ມອີກ
Show less
3/10
A Russian security forces K-9 officer patrols with his dog near the finish area of the Alpine ski course ahead of the 2014 Sochi Winter Olympics, Feb. 4, 2014.
ເບິ່ງຕື່ມອີກ
Show less
4/10
Rosa village is seen from a gondola prior to the 2014 Winter Olympics, Feb. 4, 2014.
ເບິ່ງຕື່ມອີກ
Show less
5/10
Olympic workers ski through a tunnel on the way to the Alpine ski course ahead of the 2014 Sochi Winter Olympics, Feb. 4, 2014.
ເບິ່ງຕື່ມອີກ
Show less
6/10
A competitor takes a jump past a giant matryoshka doll during a Snowboard Slopestyle training session at the Rosa Khutor Extreme Park, prior to the 2014 Winter Olympics, Feb. 4, 2014.
ເບິ່ງຕື່ມອີກ
Show less
7/10
U.S. snowboarder Ryan Stassel takes air off a jump during slopestyle snowboard training at the 2014 Sochi Winter Olympics, Feb. 4, 2014.
ເບິ່ງຕື່ມອີກ
Show less
8/10
Speed skaters from the Netherlands train at the Adler Arena Skating Center ahead of the 2014 Winter Olympics in Sochi, Feb. 4, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide