ຄື້ນຟອງສຸດທ້າຍ ຂອງພາຍຸຫິມະ ຄາດວ່າຈະພັດຜ່ານພາກ
ຕາເວັນອອກຂອງ ສະຫະລັດ ໃນວັນສຸກມື້ນີ້ ແລະວັນເສົາມື້
ອຶ່ນ ຫລັງຈາກໄດ້ມີຫິມະ ຕົກລົງມາ ຢ່າງໜັກ ໃນລະດູໜາວ
ທີ່ຮ້າຍແຮງໜັກໜ່ວງເປັນພິເສດ.
ພາຍຸຫິມະເທື່ອແລ້ວນີ້ ໄດ້ທໍານາຍໄວ້ວ່າ ຫລາຍລ້ານຄົນ
ແມ່ນພາກັນດິ້ນລົນ ຂຸດຊ້ວນເອົາຫິມະຕົກລົງມາຢ່າງໜັກນັ້ນ
ອອກ ທີ່ໄດ້ປົກຄຸມພາກຕາເວັນອອກ ຂອງສະຫະລັດ ຊຶ່ງປະ
ກອບເປັນພື້ນທີ່ນຶ່ງສາມສ່ວນຂອງປະເທດ. ນຶ່ງລ້ານຄົນຢູ່
ພາກໃຕ້ຂອງສະຫະລັດ ພາກັນຢູ່ໃນຄວາມມືດຫຼືບໍ່ມີໄຟຟ້າ
ໃຊ້ ຫລັງຈາກນໍ້າ ກ້ອນໄດ້ຫຸ້ມເອົາຕົ້ນໄມ້ ແລະເຮັດໃຫ້ສາຍໄຟຟ້າຂາດ.
ຢ່າງໜ້ອຍ 18 ຄົນໄດ້ເສຍຊີວິດຍ້ອນພະຍຸດັ່ງກ່າວ ຮວມທັງຜູ້ຍິງຖືພາຄົນນຶ່ງ ທີ່ລົດ
ຂອງລາວຖືກລົດກວດຫິມະຕໍາເອົາ. ລູກຂອງລາວ ໄດ້ຖືກຊ່ວຍໄວ້ໄດ້ແຕ່ ຢູ່ໃນອາ
ການສາຫັດ.
ພາຍຸຫົວນີ້ ໄດ້ຖະຫລົ່ມພາກຕາເວັນຕົກສຽງໃຕ້ໃນວັນພຸດ ແລະເຄື່ອນຍ້າຍຂື້ນມາ
ຕາມແຄມຝັ່ງມະຫາສະມຸດ Atlantic ແລະເຄື່ອນເຂົ້າໄປໃນເຂດ New England
ທາງພາກຕາເວັນອອກສຽງເໜືອ ຂອງສະຫະລັດ. ມີຫິມະຕົກຫລາຍກວ່າ 30 ຊັງຕີ
ແມດ ຢູ່ໃນຫຼາຍໆເຂດ ຂອງພາກກາງແຄມຝັ່ງມະຫາສະມຸດ Atlantic ເຮັດໃຫ້ມີ
ການປິດ ໂຮງການລັດຖະບານກາງ ແລະໂຮງຮຽນຕ່າງໆ ແລະສາຍການບິນຫລາຍ
ພັນຖ້ຽວຕ້ອງໄດ້ຖືກຍົກເລີກ.
ໃນຂະນະດຽວກັນ ປະທານາທິບໍດີ Barack Obama ກໍເດີນທາງຢ້ຽມຢາມເມືອງ
Freshno ລັດ California ໃນວັນສຸກມື້ນີ້ ເພື່ອກວດເບິ່ງຄວາມແຫ້ງແລ້ງຢູ່ລັດດັ່ງ
ກ່າວ ທີ່ຍັງດໍາເນີນຢູ່ຕໍ່ມານັ້ນ. ທ່ານມີໝາຍກຳນົດທີ່ຈະພົບປະກັບ ບັນດາຜູ້ນໍາ
ທ້ອງຖິ່ນ ແລະພວກຊາວໄຮ່ຊາວສວນ ພ້ອມທັງບັນດາຜູ້ໄດ້ຮັບ ຄວາມເສຍຫາຍ
ຈາກໄພແຫ້ງແລ້ງ ເພື່ອສຶກສາເບິ່ງຜົນກະທົບ ຕໍ່ການກະສິກໍາໃນເຂດທ້ອງຖິ່ນ.