ອົງການອະນາໄມໂລກ ຈັດໃຫ້ການຖືກງູກັດເປັນໂຣກເຂດຮ້ອນທີ່ຖືກລະເລີຍ. ໃນປະເທດ ອາຟຣິກາໃຕ້ ແລະ ປະເທດອື່ນໆຢູ່ໃນພາກພື້ນ, ມັນມີອຸປະສັກຢ່າງຫຼວງຫຼາຍ ເພື່ອທີ່ຈະໄດ້ຮັບຢາຕ້ານພິດທີ່ຈຳເປັນເພື່ອຊ່ວຍຮັກສາແຂນ, ຂາ ແລະ ຊີວິດຂອງຄົນໄວ້. ແຕ່ບັນດານັກວິທະຍາສາດ ແມ່ນກຳລັງພະຍາຍາມເຮັດໃຫ້ຢາຕ້ານພິດມີລາຄາມຖືກກວ່າເກົ່າ, ປອດໄພຂຶ້ນ ແລະ ຜະລິດ ງ່າຍກວ່າເກົ່າ.
ມັນແມ່ນລະດູຮ້ອນໃນພາກໃຕ້ຂອງອາຟຣິກາ. ນັ້ນກໍໝາຍເຖິງລະດູງູຕອດ.
ທ່ານ ເຊກ ແວນ ວິກ, ຈາກສະຖາບັນງູຕອດ ອາຟຣິກາ ກ່າວວ່າ “ພວກມັນຈະຫ້າວຫັນກວ່າເກົ່າ, ພວກມັນຈະເຄື່ອນຍ້າຍໄປມາ, ແລະ ພວກເຮົາຈະເຫັນງູຕອດຄົນຫຼາຍຂຶ້ນ ໃນຂະນະທີ່ອຸນຫະພູມເລີ່ມອຸ່ນຂຶ້ນ.”
ທ່ານ ເຊກ ແວນ ວິກ ຈາກສະຖາບັນງູຕອດ ອາຟຣິກາ ຈະດຳເນີນການຝຶກຊ້ອມຕ່າງໆຄືອັນນີ້ ກ່ຽວກັບ ວິທີຮັບມື້ກັບງູພິດ, ຄືງູເຫົ່າພວກນີ້.
ໃນພາກໃຕ້ຂອງ ອາຟຣິກາ, ມັນຍາກທີ່ຈະຫາສະຖິຕິທີ່ເຊື່ອຖືໄດ້ ກ່ຽວກັບ ຕົວເລກຂອງການຖືກງູຕອດ ແລະ ການເສຍຊີວິດປະຈຳປີ ຍ້ອນການຂາດການລາຍງານ.
ທ່ານ ເດວິດ ວິລລຽມສ໌, ຜູ້ຊ່ຽວຊານ ກ່ຽວກັບ ງູຕອດຈາກອົງການອະນາໄມໂລກ ກ່າວວ່າ “ນຶ່ງໃນສິ່ງຕ່າງໆ ກ່ຽວກັບຊຸມຊົນເຂດຊົນນະບົດ ແລະ ໂດຍສະເພາະປະຊາຊົນຜູ້ທີ່ບໍ່ສາມາດຊື້ຢາສະໄໝໃໝ່ກໍແມ່ນວ່າ ການປິ່ນປົວອັນທຳອິດຂອງເຂົາເຈົ້າຈະເຮັດບໍ່ແມ່ນການຜ່າຕັດຂອງທ່ານໝໍ, ແຕ່ເປັນຢາປິ່ນປົວພື້ນເມືອງ. ແລະ ສະນັ້ນ, ກໍລະນີທີ່ວ່ານີ້ແມ່ນບໍ່ເຄີຍຖືກເກັບກຳໂດຍບັນດານັກສະຖິຕິດ້ານການແພດເລີຍ.”
ແມ່ນກະທັ້ງຖ້າຄົນບໍ່ຕາຍ, ງູຕອດ ສາມາດເຮັດໃຫ້ເຂົາເຈົ້າເສຍອົງຄະຖາວອນ ຍ້ອນວ່າ ມັນເຮັດໃຫ້ເນື້ອເຫຍື່ອເສຍຫາຍ.
ທ່ານ ເຊກ ແວນ ວິກ ກ່າວວ່າ “ເຂົາເຈົ້າຈະສູນເສຍການເຮັດວຽກຢ່າງຫຼວງຫຼາຍຢູ່ໃນແຂນຂາ, ຍົກຕົວຢ່າງຂາ, ເຂົາເຈົ້າຈະບໍ່ສາມາດຍ່າງໄດ້. ເຂົາເຈົ້າຈະສູນເສຍເນື້ອເຫຍື່ອຂອງກ້າມເນື້ອຢ່າງຫຼວງຫຼາຍຢູ່ໃນແຂນຂອງເຂົາເຈົ້າ, ເຂົາເຈົ້າຈະເຮັດນາບໍ່ໄດ້, ຫຼືເຂົາເຈົ້າບໍ່ສາມາດເຮັດວຽກ. ເຂົາເຈົ້າບໍ່ສາມາດທຳມາຫາກິນເພື່ອລ້ຽງຄອບຄົວຂອງເຂົາເຈົ້າ.”
ແຕ່ເຖິງແມ່ນຄົນສາມາດຈະອອກຈາກເຂດຊົນນະບົດເພື່ອໄປຫາໂຮງໝໍທັນເວລາກໍຕາມ, ມັນກໍມີສິ່ງທ້າທາຍຕ່າງໆ.
ຢາຕ້ານພິດອາດມີລາຄາຫຼາຍພັນໂດລາ. ບາງຄັ້ງມັນຈະຂາດແຄນ ເພາະວ່າ ມີການຜະລິດໃນລະດັບຕ່ຳ.
ມັນໄດ້ຖືກເຮັດດ້ວຍວິທີດຽວກັນເປັນເວລານຶ່ງສັດຕະວັດແລ້ວ. ພວກໂຕມ້າຈະຖືກສີດພິດງູໃສ່ ຈຳນວນເລັກນ້ອຍ. ແລ້ວກໍຂອງແຫຼວໃນເລືອດຂອງພວກມັນ, ເຊິ່ງໄດ້ສ້າງພູມຄຸ້ມກັນ, ແມ່ນຈະຖືກເຮັດເປັນຜະລິດຕະພັນຕ້ານພິດ ທີ່ຖືກສີດເຂົ້າໃສ່ຜູ້ເຄາະຮ້າຍທີ່ຖືກງູຕອດ.
ແຕ່ມັນມີອັນຕະລາຍມາພ້ອມກັບມັນ, ລວມມີອາການແພ້ ແລະ ຄວາມເປັນໄປໄດ້ ຕໍ່ການຊັກຈາກການແພ້ຮຸນແຮງ.
ທ່ານ ເຄີດ ວິບເມີ, ຈາກມະຫາວິທະຍາໄລ ວິດວໍເທີສແຣນ ກ່າວວ່າ “ບາງຄົນຕ້ອງໄດ້ຖ້າເບິ່ງແຍງດ້ວຍຢາເສີມ ເຊັ່ນ ອາດຣີນາລີນ ຫຼື ຢາອື່ນໆ ເພື່ອໃຫ້ແນ່ໃຈວ່າເຈົ້າຈະລອດຊີວິດຈາກການປິ່ນປົວ.”
ທ່ານ ເຄີດ ວິບເມີ ແມ່ນນັກວິທະຍາສາດຊາວ ອາຟຣກາໃຕ້ ຜູ້ທີ່ກຳລັງຄົ້ນຄວ້າວິທີໃໝ່ ແລະ ທັນສະໄໝກວ່າເກົ່າ ກ່ຽວກັບ ການສ້າງຢາຕ້ານພິດ.
ທ່ານ ເຄີດ ວິບເມີ ກ່າວວ່າ “ສະນັ້ນ, ສິ່ງທີ່ພວກເຮົາເຮັດກໍແມ່ນພວກເຮົາໄປຫາຜູ້ຜະລິດຢາຕ້ານພິດດຽວກັນນັ້ນ, ໄປຫາໂຕມ້າ, ແລະ ຊອກຫາ DNA ຈຳນວນນຶ່ງ ທີ່ສາມາດເຮັດຢາຕ້ານພິດສຸດຍອດພວກນີ້, ຜະລິດຕະພັນຢາຕ້ານພິດສຸດຍອດພວກນີ້. ຫຼັງຈາກນັ້ນ ພວກເຮົາກໍຈະເອົາ DNA ພວກນັ້ນ ແລະ ພວກເຮົາໂຄລນມັນຢູ່ໃນຫ້ອງທົດລອງ, ແລະ ຫຼັງຈາກນັ້ນ ພວກເຮົາກໍຈະອະນຸມັດການນຳໃຊ້ມັນ.”
ຖ້າປາສະຈາກໂຕມ້າ, ຜະລິດຕະພັນດັ່ງກ່າວ ຈະປອດໄພ ແລະ ສະໝ່ຳສະເໝີຫຼາຍຂຶ້ນ. ມັນຈະໃຊ້ເວລາຫຼາຍປີ ກວ່າຢາຈະອອກຈາກຫ້ອງທົດລອງແລະໄປສູ່ຄລີນິກຕ່າງໆ. ແຕ່ທ່ານ ວິບເມີ ຄາດວ່າ ຢາແກ້ພິດງູຈະມີລາຄາພຽງເສດສ້ຽວຂອງລາຄາໃນປັດຈຸບັນ.
ອ່ານລາຍງານນີ້ເປັນພາສາອັງກິດ
It’s summer in Southern Africa. That means snake bite season.
(Sake van Wyk, African Snakebite Institute)
“They get more active, they start moving around, and we do see an increased number of bites as it starts warming up.”
Sake van Wyk from the African Snakebite Institute conducts trainings like this one on how to handle venomous snakes, like these cobras.
In Southern Africa, it’s hard to find trustworthy statistics on the numbers of bites and deaths annually due to a lack of reporting.
(David Williams, WHO Snakebite Expert)
“One of the things about rural communities and particularly people who can't afford modern medical care is that their first port of call is not the doctor's surgery, but the traditional healer. And so, those cases never get collected by health statisticians anyway.”
Even if people don’t die, snake bites can leave them with permanent disabilities because they cause tissue damage.
(Sake Van Wyk, African Snakebite Institute)
“Either they lose a lot of function in the limbs, for instance legs, they can't walk; they lose a lot of muscle tissue in their arms, they can't farm, or they can't work. They can't provide for their families.”
But even when people do manage to get from the rural areas to a hospital in time, there are challenges.
Anti-venom can cost thousands of dollars. Sometimes there are shortages because of low levels of production.
It’s been made the same way for over a century. Horses are injected with small amounts of venom. Then their blood plasma, which has produced immunity, is made into an antivenom product that is injected into snakebite victims.
But there are dangers that come with it, including allergic reactions and possible anaphylactic shock.
(Kurt Wibmer, University of the Witwatersrand)
“Somebody has to be standing by with accessory medicines like adrenaline or something to make sure that you survive the treatment.”
Kurt Wibmer is a South African scientist who is researching a new, more modern way of creating antivenom.
(Kurt Wibmer, University of the Witwatersrand)
“So, what we do is we go to those same producers of antivenom -- into the horses -- and look for the bits of DNA that can make these super antibodies, these super antivenom products. Then we take those DNA and we clone them in the lab, and we then improve them.”
Without the horses, the product is safer and more uniform. It will take many years to go from the lab to the clinic, but Wibmer expects the antivenom would cost only a fraction of the current price.
ຟໍຣັມສະແດງຄວາມຄິດເຫັນ