ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລ້ຽງຫອຍ ສາມາດນໍາລາຍໄດ້ ສູງ ມາໃຫ້ ພວກລ້ຽງຫອຍ ຢູ່ໄທ


ຫອຍໄຕ່ຢູ່ເທິງໃບໜ້າຂອງແມ່ຍິງຜູ້ນຶ່ງ ໃນຂະນະທີ່ສາທິດ
ໃຫ້ເຫັນ ການເສີມຄວາມງາມແບບໃໝ່ ຢູ່ຄລີນິກແຫ່ງນຶ່ງ
ໃນໃຈກາງນະຄອນຫລວງ ໂຕກຽວ ໃນວັນທີ 17 ກໍລະກົດ, 2013.
ຫອຍໄຕ່ຢູ່ເທິງໃບໜ້າຂອງແມ່ຍິງຜູ້ນຶ່ງ ໃນຂະນະທີ່ສາທິດ ໃຫ້ເຫັນ ການເສີມຄວາມງາມແບບໃໝ່ ຢູ່ຄລີນິກແຫ່ງນຶ່ງ ໃນໃຈກາງນະຄອນຫລວງ ໂຕກຽວ ໃນວັນທີ 17 ກໍລະກົດ, 2013.

ຢູ່ປະເທດໄທ ຫອຍໃຫຍ່ອາຟຣິກາ ທີ່ຄັ້ງນຶ່ງເຄີຍຖືກປະນາມວ່າ ເປັນ ສັດມີນໍ້າເມືອກ ທີ່
ທໍາລາຍເຄື່ອງປູກຂອງຝັງ ມາດຽວນີ້ ໄດ້ຖືກນໍາມາລ້ຽງ ເພື່ອຈຸດປະສົງອັນດຽວກັນຄືບາງ
ຄົນເຫັນວ່າ ພວກມັນ ບໍ່ເປັນຕາເບິ່ງຫລາຍ ຍ້ອນວ່າ ສິ່ງທໍາອິດ ກໍຄືນໍ້າເມືອກຂອງມັນ.
ພວກນັກຊ່ຽວຊານເວົ້າວ່າ ນໍ້າເມືອກ ທີ່ຜະລິດໂດຍຫອຍໃຫຍ່ພວກນີ້ ແມ່ນເຕັມໄປດ້ວຍ
ທາດຄໍລິເຈນ ແລະສ່ວນປະສົມອັນອື່ນໆ ທີ່ສາມາດສ້າງແຊລຜິວໜັງ ເພື່ອໃຊ້ຢູ່ໃນອຸດ
ສາຫະກໍາດ້ານເຄື່ອງສໍາອາງ. ມາເຣຍມາ ເດຍໂລ (Mariama Diallo) ນັກ​ຂ່າວ​ວີ​ໂອເອ
ມີລາຍ​ງານ ກ່ຽວກັບເລື້ອງນີ້ ຊຶ່ງ​ບົວ​ສະຫວັນ ຈະ​ນໍາ​ມາ​ສະ​ເໜີທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ໂດຍການເພາະລ້ຽງຫອຍພວກນີ້ ຢູ່ໃນສິ່ງແວດລ້ອມແບບນີ້, ພວກລ້ຽງ ຫອຍດັ່ງກ່າວ
ເວົ້າວ່າ ພວກເຂົາເຈົ້າກໍໄດ້ຮັບບາງສິ່ງບາງຢ່າງເປັນຜົນຕອບແທນ.

ທ່ານ ທະວັດໄຊ ມະນີມາດ, ຄົນເຮັດຟາມລ້ຽງຫອຍເຫຼົ່ານີ້ເວົ້າເປັນພາສາໄທວ່າ "ຖ້າພວກເຮົາເຮັດໃຫ້ມັນມີຄວາມສຸກ ໂດຍການໃຫ້ມັນຢູ່ບ່ອນດີ ແລະກິນອາຫານ
ທີ່ດີກໍຈະເຮັດໃຫ້ພວກມັນມີສຸຂະພາບດີ. ນໍ້າເມືອກ ທີ່ພວກມັນຜະລິດອອກມາ ກໍ
ຈະເຮັດໃຫ້ພວກເຮົາ ໄດ້ຮັບຜົນປະໂຫຍດ ໂດຍການເຮັດໃຫ້ພວກເຮົາມີກໍາໄລ."

ຄົນໄທທີ່ມີຟາມລ້ຽງຫອຍຄົນນີ້ ລ້ຽງຫອຍຂະໜາດກາງ ຫາຂະໜາດໃຫຍ່ຢູ່ປະມານ
3,000 ໂຕ ຊຶ່ງ​ລາວ​ບອກ​ວ່າ ​ສາມາ​ດສ້າງລາຍຮັບໃຫ້ແກ່ລາວໄດ້ເດືອນລະປະມານ 950
ໂດລາ. ການເຮັດໃຫ້ຫອຍພວກນີ້ ມີຄວາມສຸກກໍຍັງມີຜົນປະໂຫຍດອັນອື່ນອີກ, ອີງຕາມ
ຄໍາເວົ້າຂອງທ່ານສົມສັກ ປັນຍາ ນັກຊ່ຽວຊານດ້ານຫອຍ ທີ່ມະຫາວິທະຍາໄລຈຸລາລົງ
ກອນ ຊຶ່ງທ່ານກ່າວດັ່ງນີ້:
"ພວກມັນຈະກິນຫລາຍ ເໝືອນກັນກັບຕອນທີ່ຢູ່ຂ້າງ​ນອກໃນບ່ອນທົ່ວໄປ ແລະກໍຈະ
ຜະລິດນໍ້າເມືອກແຫລວໆອອກມາໄດ້ ໃນປະລິມານຫຼວງຫລາຍ. ການເອົາພວກມັນ
ໄວ້ຢູ່ໃນບ່ອນທີ່ເປັນທໍາມະຊາດ ແລະປອດສານ​ເຄມີ ຍັງຈະຊ່ວຍປ້ອງກັນບໍ່ໃຫ້ພວກ
ມັນຖືກລົບກວນ​ແບບໂຫດຮ້າຍຈາກສັດອື່ນໆ."


ຕາມແບບດັ້ງເດີມແລ້ວ, ຄົນທີ່ມີຟາມລ້ຽງຫອຍເຫຼົ່ານີ້ ຈະກຸກ​ກວນຫອຍ ເພື່ອບັງຄັບໃຫ້
ພວກມັນ ຜະລິດນໍ້າເມືອກທີ່ມີຄຸນຄ່າລາຄາອອກມາ. ແຕ່ວ່າ ຢູ່ໃນຟາມລ້ຽງຫອຍແຫ່ງນີ້ ພວກເຂົາເຈົ້າໃຊ້ນໍ້າ ເພື່ອກະຕຸ້ນໃຫ້ສັດດັ່ງກ່າວຜະລິດສານທີ່ຄ້າຍໆຄືກັນ​ກັບວຸ້ນ ຊຶ່ງ
​ຈາກ​ນັ້ນ ມັນ​ກໍຈະຖືກນໍາໄປຂາຍໃຫ້ບໍລິສັດເອເດນ ອິນເທີແນຊັນນອລ (Aden
International), ຊຶ່ງເປັນບໍລິສັດຜະລິດອາຫານ ແລະເຄື່ອງຖະໜອມຜິວ ທີ່ຕັ້ງຢູ່ໃນປະ
ເທດໄທ.

ທ່ານນາງ ວໍຣະນັນ ພັດຕະຣັດຕະວະນູ, ຫົວໜ້າບໍລິຫານຂອງບໍລິສັດເອເດນ ອິນເທີ
ແນຊັນນອລ (Aden International) ກ່າວວ່າ
“ພວກເຮົາໄດ້ເອົາສ່ວນນຶ່ງຂອງນໍ້າເມືອກທີ່ຫາກໍ່ສະກັດອອກຈາກຫອຍ ມາເຮັດ ເປັນນໍ້າຊີຣອມທາໜ້າ."

ສ່ວນທີ່ເຫລືອຂອງຜະລິດຕະພັນດັ່ງກ່າວ ​ແມ່ນ​ເອົາ​ມາເຮັດເປັນແປ້ງ ແລະຂາຍ ໃຫ້ແກ່ບໍລິສັດຜະລິດເຄື່ອງສໍາອາງແຫ່ງອື່ນ.

ຫອຍແມ່ນໃຊ້ນໍ້າເມືອກເພື່ອປ້ອງກັນຮ່າງກາຍຂອງມັນ ບໍ່ໃຫ້ເປັນບາດ​ແຜ ແລະ ຕິດເຊື້ອໂຣກແບັກເທເຣຍ. ສານດັ່ງກ່າວບັນຈຸເສັ້ນໃຍອີລາສຕິນ, ທາດໂປຣຕິນ, ນໍ້າກົດກລີໂຄລິກ (glycolic) ແລະສານຕ້ານຈຸລິນຊີ ທີ່ຄົນເວົ້າກັນວ່າ ມັນເຮັດ
ໃຫ້ຜິວໜັງນຸ້ມນວນສົດໃສດີ. ທ່ານສາມາດເບິ່ງລາຍລະອຽດໃນເວັບໄຊລຸ່ມນີ້ https://www.thecut.com/2015/07/does-snail-cream-do-anything-for-your-face.html

ທ່ານນາງ ວໍຣະນັນ ກ່າວເພີ້ມອີກວ່າ "ພວກເຮົາສົ່ງອອກ ແປ້ງທີ່ມີນໍ້າເມືອກຂອງຫອຍ
ເພື່ອ​ເຮັດເປັນສ່ວນຜະສົມເຄື່ອງສໍາອາງ ໄປຍັງເກົາຫລີ ແລະສະຫະລັດ."

ມີເຮືອນລ້ຽງຫອຍຢູ່ປະມານ 85 ແຫ່ງ ຢູ່ໃນແຂວງນະຄອນນາຍົກຂອງໄທ ທີ່ຕັ້ງຢູ່ໄກ
ຈາກບາງກອກປະມານສອງຊົ່ວໂມງຖ້າຂີ່ລົດໄປ. ເພື່ອເຮັດໃຫ້ ຫອຍພວກນີ້ ມີສຸຂະ
ພາບດີ ມີລາຍງານວ່າ ຫອຍພວກນີ້ ຕາມ​ປົກກະຕິ​ແລ້ວ ຈະໄດ້ ພັກຜ່ອນເປັນເວລາ
4 ເດືອນ ເພື່ອເຮັດໃຫ້ພວກມັນຮູ້ສຶກມີຄວາມສຸກ ແລະ​ໄດ້ພັກຜ່ອນຢ່ອນໃຈຢ່າງສະບາຍ
ພາຍຫລັງທີ່ມີ​ການສະກັດ ຫຼືດຶງດູດເອົາສົມບັດອັນລໍ້າຄ່າຂອງ ພວກມັນອອກມາແລ້ວ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG