ເບິ່ງວີດີໂອພາສາລາວ:
ລາຍການສະມາດໂຟນ ASEAN One ຫລື ອາຊ່ຽນ 1 ຈະແປຄໍາເວົ້າທີ່ເປັນປະໂຫຍດ
100 ກວ່າປະໂຫຍກ ອອກມາເປັນພາສາອັງກິດ ແລະພາສາຂອງ 10 ປະເທດສະມາຊິກ
ອາຊ່ຽນ ກໍຄື ລາວ ໄທ ຫວຽດນາມ ກໍາປູເຈຍ ມຽນມາ ມາເລເຊຍ ອິນໂດເນເຊຍ ບຣູໄນ
ຟີລິບປີນ ແລະຕີມໍແລສເຕ ຫລືຕີມໍຕາເວັນອອກ.
ບໍລິສັດໄທທີ່ອອກແບບຊອບແວດັ່ງກ່າວ ຄືບໍລິສັດ iGnite Asia ກ່າວວ່າ ຕົນແນເປົ້າ
ໝາຍໃນການຜະລິດຊອບແວນີ້ ໃສ່ພວກນັກທຸລະກິດທີ່ທ່ອງທ່ຽວໄປມາໃນຂົງເຂດເປັນ
ສ່ວນໃຫຍ່.
ນາຍ ຈິຣັດ ປະວາຣັດຕະນາ ປະທານບໍລິຫານບໍລິສັດ iGnite Asia ກ່າວວ່າ ຖ້າຫາກ
ການນໍາໃຊ້ຊອບແວດັ່ງກ່າວນີ້ສໍາເລັດຜົນ ກໍຈະຂະຫຍາຍຄວາມສາມາດຂອງມັນອອກໄປ
ອີກ.
“ພາສາຈະເປັນຫົວຂໍ້ຫລັກໃນທີ່ນີ້ ແຕ່ນອກເໜືອຈາກດ້ານພາສາແລ້ວ
ຊອບແວນີ້ຈະບອກກ່ຽວກັບເງິນຕາຂອງພວກປະເທດອາຊ່ຽນ ໝາຍເລກ
ໂທລະສັບທີ່ສໍາຄັນ ແຜນທີ່ ແລະທຸກໆສິ່ງ.”
ນາຍ ນັດທະພົນ ບົວວັດຕະນາ ຫົວໜ້າຝ່າຍການຕະຫລາດກ່າວວ່າ ນອກນີ້ແລ້ວ ມັນ
ຍັງຈະເປັນເຄຶ່ອງມືທີ່ເປັນປະໂຫຍດແກ່ພວກນັກສຶກສາທີ່ຮຽນ ພາສາຂອງພວກປະເທດ
ເພື່ອນບ້ານນັ້ນນໍາ. ນາຍນັດທະພົນ ກ່າວຕໍ່ໄປວ່າ:
“ພວກເຮົາຕັ້ງໃຈທີ່ຈະເຂົ້າຫາຕະຫລາດ ໂດຍໃຊ້ການເຊຶ່ອມໂຍງຜ່ານທາງ
ມະຫາວິທະຍາໄລ ແລະການສະໜັບສະໜຸນຈາກທາງຝ່າຍລັດຖະບານ.”
ບໍລິສັດ iGnite Asia ເວົ້າວ່າ ຕົນຫວັງວ່າ ບັນດາປະເທດສະມາຊິກອາຊ່ຽນ ຈະຊ່ວຍຊຸກ
ຍູ້ສົ່ງເສີມການຊົມໃຊ້ຊອບແວນີ້ ໃນຖານະເປັນເຄຶ່ອງມື ທີ່ສາມາດຊ່ວຍໃຫ້ບັນລຸເປົ້າໝາຍ
ຂອງສະມາຄົມອາຊ່ຽນ ໃນການສ້າງຕັ້ງເປັນປະຊາຄົມເສດຖະກິດ ພາຍໃນປີ 2015 ນັ້ນ.
ຄາດວ່າ ຊອບແວ ASEAN One ຫລື ອາຊ່ຽນ 1 ຈະຖືກນໍາອອກຈໍາໜ່າຍເຜີຍແຜ່
ປະມານເດືອນມິຖຸນາຈະມານີ້ ໂດຍຈະໄດ້ຮັບການອຸບປະຖໍາອຸ້ມຊູຈາກບໍລິສັດໂຄສະນາ
ສິນຄ້າ ຊຶ່ງຈະອໍານວຍໃຫ້ບັນດາຜູ້ໃຊ້ ສະມາດໂຟນທັງຫລາຍ ໄດ້ໃຊ້ລາຍການນີ້ຟີ.
ເບິ່ງວີດີໂອລາຍງານພາສາອັງກິດ: