ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຫວ່ນຕາສະຫລາດ ທີ່ມີກ້ອງຖ່າຍວີດິໂອ ຝັງຢູ່ໃນ ອາດຈະກ້າວກະໂດດຂັ້ນ ດ້ານເທັກໂນໂລຈີຕໍ່ໄປ


ເຈົ້າໜ້າທີ່ຕໍາຫລວດຈີນຊີ້ໃສ່ແຫວ່ນຕາສະຫລາດທີ່ມີປັນຍາປະດິດ ຫລື AI ຂອງເຂົາເຈົ້າເວລາເຮັດວຽກຢູ່ເມືອງ Luoyang, ແຂວງເຫີໜານຂອງຈີນໃນວັນທີ 3 ເມສາ, 2018 (ພາບສະໜອງໃຫ້ໂດຍ REUTERS/Stringer/File Photo ATTENTION)
ເຈົ້າໜ້າທີ່ຕໍາຫລວດຈີນຊີ້ໃສ່ແຫວ່ນຕາສະຫລາດທີ່ມີປັນຍາປະດິດ ຫລື AI ຂອງເຂົາເຈົ້າເວລາເຮັດວຽກຢູ່ເມືອງ Luoyang, ແຂວງເຫີໜານຂອງຈີນໃນວັນທີ 3 ເມສາ, 2018 (ພາບສະໜອງໃຫ້ໂດຍ REUTERS/Stringer/File Photo ATTENTION)

ການປາກົດຕົວຂອງໂທລະສັບສະຫລາດ ຫລືໂທລະສັບມືຖື ໄດ້ປ່ຽນ ແປງການປະພຶດຂອງຄົນ. ແຫວ່ນທີ່ສະຫາດທີ່ວ່ານີ້ ຈະເປັນເທັກໂນໂລຈີດ້ານສືບລັບຢ່າງໃຫຍ່ຫລວງໃນຂັ້ນຕໍ່ໄປໄດ້ຫລືບໍ່? ບໍລິສັດກູໂກລ (Google) ໄດ້ ພະຍາຍາມ ທີ່ຈະເຮັດເຊັ່ນນັ້ນ ເປັນເວລານານກວ່າ 6 ປີ ໂດຍໃຊ້ Google Glass ຫລືແຫວ່ນຕາກູໂກລ. ມັນບໍ່ຄືບໜ້າໄປໄດ້ ເຫດຜົນສ່ວນໃຫຍ່ ກໍຍ້ອນ ຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນສ່ວນຕົວ. ແຕ່ວ່າ ບັນດາບໍລິສັດທັງໃຫຍ່ ແລະ ນ້ອຍຢູ່ໃນຫລາຍປະເທດລວມທັງບໍລິສັດ Facebook ກໍຍັງກໍາລັງດໍາເນີນງານເພື່ອເຮັດແຫວ່ນຕາສະຫລາດຢູ່. Elizabeth Lee, ນັກຂ່າວວີໂອເອ ມີລາຍລະອຽດເພີ້ມເຕີມກ່ຽວກັບຕະຫລາດ ໃນປັດຈຸບັນສໍາລັບສິນຄ້ານີ້ ແລະ ແອັປຂອງພວກມັນ ທີ່ມີຫລາຍຢ່າງແຕກຕ່າງກັນນັ້ນ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ທໍາອິດກໍແມ່ນມີແປ້ນພິມຕົວໜັງສື ຫລື keyboard ຈາກນັ້ນ ກໍມີໜ້າຈໍທີ່ໃຊ້ມືສໍາພັດໄດ້. ບາງບໍລິສັດດ້ານເທັກໂນໂລຈີ ເວົ້າວ່າ ແຫວ່ນທີ່ສວມໃສ່ໄດ້ອາດຈະເປັນການກ້າວກະໂດດຂັ້ນໃນທາງເທັກໂນໂລຈີ ຂັ້ນຕໍ່ໄປ ເຖິງແມ່ນວ່າ ມັນຈະບໍ່ສໍາເລັດຜົນສໍາລັບ Google Glass ຫລື ແຫວ່ນຕາກູໂກລກໍຕາມ.

ທ່ານນາງລີສ ກູດໂນ (Liz Goodno) ຈາກພະແນກສື່ສານຂອງບໍລິສັດສແນປ (Snap) ກ່າວວ່າ:
“ໃນອະນາຄົດ ພວກເຮົາຈະບໍ່ໄດ້ຖືກຈໍາກັດຢູ່ແຕ່ກັບໂທລະສັບສະຫລາດ ຫລື ໂທລະສັບມືຖືອີກ ເມື່ອເວົ້າເຖິງເລື້ອງຄວາມເຂົ້າໃຈ ກ່ຽວກັບໂລກທີ່ຢູ່ອ້ອມຕົວ ຂອງພວກເຮົາ, ສະນັ້ນ ອັນນີ້ ຄືການລົງທຶນແຕ່ຫົວທີເຂົ້າໃນອະນາຄົດທີ່ວ່າ ນັ້ນ.”

ການລົງທຶນຂອງບໍລິສັດສັດສແນປ (Snap) ທີ່ຕັ້ງຢູ່ໃນສະຫະລັດ ກໍຄືວ່າ: ແຫວ່ນຕາກັນແດດ 3 ທີ່ຖ່າຍພາບໄດ້. ແຫວ່ນຕາລຸ້ນທີສາມແມ່ນສະຫລາດ ກວ່າລຸ້ນກ່ອນໆ. ມັນມີກ້ອງຖ່າຍວີດິໂອຢູ່ສອງຈຸດ. ໄຟຢູ່ແຈຂອງແຫວ່ນຕາ ຈະຮຸ່ງຂຶ້ນ ເມື່ອມີການບັນທຶກວີດິໂອເກີດຂຶ້ນ ແລະເຮັດໃຫ້ຜູ້ໃສ່ແຫວ່ນຕານັ້ນ ສາມາດເອົາສິ່ງທີ່ ເປັນພາບ 3 ມິຕິ ຫລື 3D ຢູ່ໃນວີດິໂອນັ້ນໄດ້. ຢູ່ໜີ້ແມ່ນ ດອກໄມ້ຈໍານວນນຶ່ງ….
ຢູ່ໃນແອັປ ທີ່ແຕກຕ່າງກັນຫລາຍທີ່ສຸດ, ແອມກລາສ (AMglass) ທີ່ຜະລິດ ໂດຍບໍລິສັດປາຊີຟິກ ຟີວເຈີ (Pacific Future) ທີ່ຕັ້ງຢູ່ໃນຮົງກົງ ເຮັດໃຫ້ ພວກໄປຢ້ຽມຊົມສວນສະໜຸກໃຫຍ່ ມີປະສົບການອັນຫລາກຫລາຍປະເພດ ໂດຍໃຊ້ຄວາມເປັນຈິງທີ່ມີຂໍ້ມູນເສີມ. ຢູ່ໃນລະຫວ່າງການເລີ້ມເປີດໂຕຂອງ ແຫວ່ນຕາສະຫລາດຢູ່ປະມານຊ່ວງບຸນຜີຫລື Halloween ສວນສະໜຸກໃຫຍ່ ແຫ່ງນີ້ ກັບກາຍເປັນບ່ອນໜ້າຢ້ານຢ່າງລົ້ນເຫລືອ.

ທ້າວຄຽນ ລີ, ຈາກບໍລິສັດປາຊີຟິກຟີວເຈີ (Pacific Future) ໃຫ້ຄໍາເຫັນວ່າ:
“ມີຜີຢູ່ທຸກຫົນທຸກແຫ່ງ ໂດຍປະສົມປະສານໃສກັນກັບຕຶກອາຄານທີ່ແທ້ຈິງ.”

ແຫວ່ນຕານີ້ ໃຊ້ຢູ່ໃນສວນສະໜຸກໃຫຍ່ແຫ່ງຕ່າງໆ ຢູ່ໃນຈີນ ແລະມາເລເຊຍ. ໂດຍທີ່ມີເຄື່ອງປະມວນຂໍ້ມູນຢູ່ຂ້າງໃນ… ແຫວ່ນຕາຄວາມເປັນຈິງ ທີ່ມີຂໍ້ມູນ ເສີມເຫລົ່ານີ້ຖືກອອກແບບມາສໍາລັບຄົນທີ່ມີອາຍຸ 12 ປີ ຂຶ້ນໄປ ຍ້ອນນໍ້າໜັກ ແລະຂະໜາດຂອງມັນ.

ແຫວ່ນຕາຄວາມເປັນຈິງ ທີ່ມີຂໍ້ມູນເສີມໃນດ້ານຮັກສາຄວາມສະຫງົບ ທີ່ຜະລິດ ໂດຍບໍລິສັດກູລທັນ (Goolton) ທີ່ຕັ້ງຢູ່ນະຄອນຫລວງປັກກິ່ງສາມາດໃຊ້ໂດຍ ຕໍາຫລວດ ເພື່ອຊອກຫາຜູ້ຕ້ອງສົງໄສໄດ້.

ທ່ານນາງ ຊາຣາ ເຊັງ (Sarah Zheng) ຈາກບໍລິສັດກູລທັນ (Goolton) ກ່າວວ່າ:
“ຕໍາຫລວດ ສາມາດທີ່ຈະຕັ້ງບັນຊີດໍາ ແລະກວດເບິ່ງຄົນແບບຄ້າວໆ ຢູ່ໃນ ຝຸງຊົນ ແລະກໍຊອກຫາຜູ້ກະທໍາຜິດທາງອາຍາໄດ້ຢ່າງວ່ອງໄວຫລາຍທີ່ສຸດ.”

ໂດຍປະກອບມີໂປຣແກຣມທີ່ຈື່ໜ້າຄົນໄດ້, ວີດິໂອ ແລະພາບທີ່ແຫວ່ນຕາສະ ຫລາດພວກນີ້ຈັບໄດ້ ສາມາດສົ່ງໄປໃຫ້ເຈົ້າໜ້າທີ່ ດ້ານການຮັກສາຄວາມສະ ຫງົບ ທີ່ບໍ່ຢູ່ໃນສະຖານທີ່ນັ້ນໃຫ້ວິໄຈຂໍ້ມູນໄດ້.

ແນ່ນອນ, ມັນມີຄວາມເປັນຫ່ວງດ້ານຄວາມເປັນສ່ວນຕົວ ຢູ່ກັບທຸກອຸປະກອນທີ່ ມີກ້ອງຖ່າຍພາບ ຢູ່ໃນຕົວນັ້ນ, ຊຶ່ງເປັນເຫດຜົນອັນນຶ່ງ ທີ່ພວກລູກຄ້າປະຕິເສດ ບໍ່ຊື້ Google Glass ຫລື ແຫວ່ນຕາກູໂກລ.

ແຕ່ວ່າ ການແຂ່ງຂັນຂອງບໍລິສັດເທັກໂນໂລຈີທັງໃຫຍ່ ແລະນ້ອຍ ທີ່ຈະຫັນ ເອົາສິ່ງຂອງທີ່ໃຊ້ໃນຊີວິດປະຈໍາວັນ ເຊັ່ນແຫວ່ນຕາ ໃຫ້ກາຍເປັນບາງສິ່ງບາງ ຢ່າງທີ່ສະຫລາດໄດ້ ຍັງດໍາເນີນໄປຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມ:

The advent of the smartphone has changed human behavior. Will smart glasses be the next big intelligent technology? Google tried it more than six years ago with the Google Glass. It did not take off, largely because of privacy concerns. But companies big and small in several countries are still working on smart glasses, including Facebook. There are also reports that Apple is working on a version. VOA’s Elizabeth Lee has more on what's currently on the market and their varied applications.

First there was the keyboard, then the touch screen. Some tech companies say a wearable pair of glasses could be the next leap in technology even if it didn't work out for Google Glass.

Liz Goodno, Snap Inc. Product Communications:
“In the future, we won’t be only limited to our smartphones when it comes to understanding the world around us, so this is our early investment in that future.”

The U.S.-based company Snap’s investment is this: The Spectacles 3 sunglasses. This third version is smarter than the previous ones. It has two cameras. The corner of the glasses lights up when recording video and allows the wearer to put 3D objects in the video. Here are some flowers…

“Or the bird which is really cool”

In a very different application, the AMglass by Hong Kong based Pacific Future allows theme park visitors to have a different kind of experience through augmented reality. During the launch of the smart glasses around Halloween, this park became extra scary.

Kien Lee, Pacific Future Founder:
“There’s ghosts everywhere, mixed with the real buildings.”

The glasses are used in theme parks in China and Malaysia. With a processor inside......these augmented reality glasses are designed for ages 12 and up because of its weight and size.

Augmented-reality security glasses made by Beijing-based Goolton can be used by police to identify suspects.

Sarah Zheng, Goolton:
“He (police) can set a blacklist and scan in a crowd of people and find a criminal very soon.”

Armed with facial recognition software, video or images captured by these smart glasses can be sent to security officials off-site for analysis.

Of course, there are privacy concerns with any device that comes with built-in cameras, one of the reasons consumers rejected Google Glass.

Still, the race is on for tech companies big and small to turn an everyday item like glasses into something smarter.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG