ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພວກປະທ້ວງເປັນກຸ່ມນ້ອຍໆ ໄປເຕົ້າໂຮມກັນ ຢູ່ເຂດຫໍລັດຖະສະພາ ໃນລັດຕ່າງໆ ທີ່ມີການປ້ອງກັນຢ່າງໜາແໜ້ນ


ພວກປະທ້ວງຢືນຢູ່ຕໍ່ໜ້າຫໍລັດຖະສະພາຂອງລັດຄາໂຣໄລນາໃຕ້ ໃນນະຄອນໂຄລອມເບຍ, ວັນທີ 17 ມັງກອນ 2021.
ພວກປະທ້ວງຢືນຢູ່ຕໍ່ໜ້າຫໍລັດຖະສະພາຂອງລັດຄາໂຣໄລນາໃຕ້ ໃນນະຄອນໂຄລອມເບຍ, ວັນທີ 17 ມັງກອນ 2021.

ກຸ່ມພວກປະທ້ວງຝ່າຍຂວາກຸ່ມນ້ອຍຫຼາຍກຸ່ມ ເຊິ່ງບາງຄົນໃນກຸ່ມແມ່ນໄດ້ຖືປືນຍາວ, ໄດ້ພາກັນໄປເຕົ້າໂຮມກັນຢູ່ດ້ານນອກຂອງລັດຖະສະພາໃນທົ່ວປະເທດທີ່ມີການຮັກສາຄວາມປອດໄພຢ່າງໜາແໜ້ນໃນວັນອາທິດວານນີ້ ໃນຂະນະທີ່ກຳລັງຮັກສາດິນແດນແຫ່ງຊາດແລະຕຳຫຼວດ ກຳລັງຈັບຕາເບິ່ງພວກເຂົາເຈົ້າເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງຊ້ຳຮອຍອີກ ທີ່ໄດ້ປະທຸຂຶ້ນຢູ່ທີ່ຫໍລັດຖະສະພາສະຫະລັດໃນນະຄອນຫຼວງ ວໍຊິງຕັນ.

ບໍ່ມີລາຍງານໃນທັນທີທັນໃດ ກ່ຽວກັບ ການປະທະກັນໃດໆເລີຍ.

ການຮັກສາຄວາມປອດໄພໄດ້ຖືກຍົກລະດັບຂຶ້ນ ເມື່ອບໍ່ເທົ່າໃດວັນຜ່ານມານີ້ ຫຼັງຈາກທີ່ອົງການສັນຕິບານກາງ FBI ໄດ້ເຕືອນເຖິງຄວາມເປັນໄປໄດ້ສູງຂອງການປະທ້ວງໂດຍມີອາວຸດຕິດຕົວໃນນະຄອນຫຼວງວໍຊິງຕັນ ແລະຢູ່ຕຶກອາຄານລັດຖະສະພາໃນເມືອງເອກຂອງທັງໝົດ 50 ລັດ ກ່ອນໜ້າຂອງພິທີສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານ ໂຈ ໄບເດັນ ປະທານາທິບໍດີທີ່ຖືກເລືອກໃໝ່ ໃນວັນພຸດຈະມາເຖິງນີ້.

ມີຄົນຈຳນວນນ້ອຍໄດ້ອອກມາປະທ້ວງຢູ່ທີ່ເມືອງເອກໃນບາງແຫ່ງ ໂດຍມີຝຸງຄົນ ສິບກວ່າຄົນ ຫຼື 20 ກວ່າຄົນ ໃນຂະນະທີ່ຖະໜົນຫົນທາງຫຼາຍເສັ້ນຢູ່ທີ່ແຫ່ງອື່ນໆກໍຍັງເປົ່າຫວ່າງຢູ່. ພວກປະທ້ວງບາງສ່ວນໄດ້ກ່າວວ່າ ພວກເຂົາເຈົ້າສະໜັບສະໜຸນປະທານາທິບໍດີ ດໍໂນລ ທຣຳ. ແຕ່ພວກປະທ້ວງອື່ນໆໄດ້ກ່າວວ່າ ພວກເຂົາເຈົ້າ ບໍ່ໄດ້ສະໜັບສະໜຸນທ່ານທຣຳ ແລະຫາກແຕ່ໄດ້ມາອອກສຽງສະໜັບສະໜຸນສິດທິໃນການຄອບຄອງປືນແທນ ຫຼືຄັດຄ້ານຕໍ່ການແຊກແຊງຂອງລັດຖະບານຫຼາຍເກີນໄປ.

ສະຖານທີ່ລັດຖະສະພາບາງແຫ່ງກໍໄດ້ຖືກປິດລ້ອມໄວ້ດ້ວຍຮົ້ວເຫຼັກທີ່ຕັ້ງຂຶ້ນໃໝ່ ສ່ວນປ່ອງຢ້ຽມຕ່າງໆກໍໄດ້ຖືກປິດດ້ວຍແຜ່ນໄມ້ອັດ ແລະມີຕຳຫຼວດເພີ້ມຕື່ມອີກລາດຕະເວນນຳດ້ວຍ. ໂດຍປົກກະຕິແລ້ວ ບັນດາສະມາຊິກສະພາ ບໍ່ໄດ້ເຂົ້າກອງປະຊຸມໃນທ້າຍສັບປະດາ.

ພວກຮົ້ວເຫຼັກສູງຍັງໄດ້ຕັ້ງຂຶ້ນອ້ອມຫໍລັດຖະສະພາ ສະຫະລັດ. ສະໜາມຫຼວງແຫ່ງຊາດ ຫຼື National Mall ໄດ້ຖືກປິດໄວ້ບໍ່ໃຫ້ມະຫາຊົນເຂົ້າ ແລະເຈົ້າຄອງນະຄອນຫຼວງວໍຊິງຕັນ ໄດ້ຂໍຮ້ອງຕໍ່ປະຊາຊົນບໍ່ໃຫ້ມາຢ້ຽມຢາມ. ກຳລັງຮັກສາດິນແດນແຫ່ງຊາດ ປະມານ 25,000 ຄົນ ຈາກທົ່ວປະເທດຄາດກັນວ່າ ຈະເດີນທາງມາຮອດນະຄອນຫຼວງໃນບໍ່ເທົ່າໃດວັນຂ້າງໜ້ານີ້.

ມາດຕະການຮັກສາຄວາມປອດໄພຕ່າງໆ ມີເຈດຕະນາທີ່ຈະປົກປັກຮັກສາບ່ອນນັ່ງຂອງລັດຖະບານ ເພື່ອບໍ່ໃຫ້ຄວາມຮຸນແຮງປະເພດທີ່ໄດ້ເກີດຂຶ້ນຢູ່ລັດຖະສະພາສະຫະລັດ ເມື່ອວັນທີ 6 ມັງກອນ ໃນເວລາພວກສະໜັບສະໜຸນທ່ານທຣຳ ຂວາຈັດ ທີ່ໄດ້ຖືກປຸກລະດົມໂດຍການກ່າວອ້າງທີ່ຜິດຕ່າງໆນາໆຂອງທ່ານ ທີ່ວ່າ ການເລືອກຕັ້ງໄດ້ຖືກລັກເອົາໄປຈາກທ່ານນັ້ນ ພາກັນບຸກເຂົ້າໄປໃນຕຶກລັດຖະສະພາ ຂະນະທີ່ບັນດາສະມາຊິກສະພາກຳລັງຢັ້ງຢືນຮັບຮອງເອົາຄະແນນສຽງຜູ້ແທນລັດ ຫຼື້ Electoral College.

ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດລັດຖະສະພາຄົນນຶ່ງ ແລະອີກສີ່ຄົນເສຍຊີວິດ. ອີກຫຼາຍກວ່າ 125 ຄົນໄດ້ຖືກຈັບກຸມດ້ວຍຂໍ້ຫາທີ່ກ່ຽວຂ້ອງກັບການກໍ່ຈະລາຈົນ.

ຢູ່ທີ່ຫໍລັດຖະສະພາຂອງລັດໂອໄຮໂອ ໃນວັນອາທິດວານນີ້ ມີປະມາມ ຊາວກວ່າຄົນ ທີ່ລວມທັງຈຳນວນນຶ່ງຖືປືນຍາວ ພາກັນປະທ້ວງຢູ່ດ້ານນອກ ພາຍໃຕ້ການຖືກຈັບຕາເບິ່ງໂດຍບັນດາເຈົ້າໜ້າທີ່ຕຳຫຼວດຂອງລັດ ກ່ອນທີ່ພວກເຂົາຈະສະຫຼາຍຕົວໄປເມື່ອໄດ້ມີຫິມະຕົກລົງມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG