ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ວິສາຫະກິດຂະໜາດນ້ອຍ ແລະກາງໃນ ລາວ ສ່ວນໃຫຍ່ຂາດທັກສະໃນການຜະລິດ ສິນຄ້າ


ການຜະລິດເຂົ້າໃນລາວເພື່ອສົ່ງອອກຂາຍຕ່າງປະເທດ
ການຜະລິດເຂົ້າໃນລາວເພື່ອສົ່ງອອກຂາຍຕ່າງປະເທດ

ບັນດາວິສາຫະກິດຂະໜາດກາງ ແລະນ້ອຍສ່ວນຫລາຍໃນລາວຍັງຂາດທັກສະທາງດ້ານການຜະລິດສິນຄ້າ ເພື່ອແຂ່ງຂັນໃນຕະຫຼາດການຄ້າ ຈຶ່ງເຮັດໃຫ້ບໍ່ມີລາຍໄດ້ສຳລັບຊໍາລະຄືນ ໜີ້ເງິນກູ້, ຊົງລິດໂພນເງິນມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງຊາດລາວ ຖະແຫລງຢັ້ງຢືນວ່າລັດຖະບານລາວ ສາມາດຈັດສັນງົບປະມານໃຫ້ກອງທຶນກູ້ຢືມ ສຳລັບວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SME) ໃນປີ 2020 ໃນມູນຄ່າທັງໝົດ 200 ຕື້ກີບ ຜ່ານທະນາຄານທຸລະກິດ ແລະກຳນົດອັດຕາດອກເບ້ຍເງິນກູ້ ໄວ້ໃນລະດັບ 3 ເປີເຊັນ ຕໍ່ປີສຳລັບ SME ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ເຖິງແມ່ນວ່າ ຈະເປັນທຶນທີ່ບໍ່ພຽງພໍກັບຄວາມຕ້ອງການຕົວຈິງຂອງບັນດາ SME ໃນລາວກໍຕາມ, ແຕ່ກໍມີບັນຫານຶ່ງ ທີ່ເຮັດໃຫ້ SME ສ່ວນຫລາຍໃນລາວ ບໍ່ໄດ້ຮັບການອະນຸມັດວົງເງິນກູ້ເພີ່ມຈາກທະນາຄານ ກໍຄືບັນຫາທີ່ຜູ້ປະກອບການ SME ສ່ວນຫຼາຍໃນລາວ ຍັງຂາດທັກສະ ຫລື ຄວາມຮູ້ - ຄວາມເຂົ້າໃຈທາງດ້ານການຜະລິດສິນຄ້າເພື່ອແຂ່ງຂັນໃນຕະຫຼາດການຄ້າ ເຊິ່ງເຮັດໃຫ້ຂາຍສິນຄ້າບໍ່ໄດ້ ແລະບໍ່ມີລາຍໄດ້ ສຳລັບໃຊ້ຊໍາລະຄືນໜີ້ເງິນກູ້ໃຫ້ທະນາຄານນັ້ນເອງ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
"ທຶນນອງເຮົານີ້ ເຖິງວ່າຈະມີຂໍ້ຈຳກັດ ແຕ່ວ່າຍັງພໍມີໃຫ້ທຸລະກິດ, ໂດຍສະເພາະແມ່ນ SMEs ທີ່ເຮັດການຜະລິດດີນິ, ແຕ່ມັນກໍ່ແມ່ນບັນຫາຢູ່ບ່ອນວ່າ ເຮົາຢາກຊອກຮູ້ SME ທີ່ເຮັດການຜະລິດທີ່ມີຄຸນນະພາບ, ຄວາມກະຕືລືລົ້ນຂອງປະຊາຊົນນີ້ມີ ຂ້າພະເຈົ້າກໍ ຍອມຮັບ ແຕ່ວ່າ ຄວາມຮູ້ - ຄວາມສາມາດຂອງເຂົາເຈົ້າ ທີ່ນໍາທຶນໄປໃຫ້ມີປະສິດທິຜົນ ໃຫ້ເກີດຜະລິດຕະພັນ ແລະກໍສາມາດຄືນເງິນໃຫ້ກັບແຫຼ່ງທຶນຕ່າງໆ ໄດ້ໜີ້ ໂຕນີ້ເຫັນວ່າຍັງມີໜ້ອຍຢູ່."

ແຕ່ຢ່າງໃດກໍຕາມທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ໃຫ້ການຢືນຢັນວ່າ ທ່່ານ
ໄດ້ຮັບການຮ້ອງຮຽນ ຈາກຜູ້ປະກອບການ SME ວ່າຕ້ອງໄດ້ຈ່າຍເງິນ 180,000 ກີບ ໃຫ້ກັບພະນັກງານລັດ ເພື່ອຈະໄດ້ຮັບສິດເຂົ້າຮ່ວມໂຄງການຝຶກອົບຮົມທີ່ຮັບຜິດຊອບໂດຍກອງທຶນ SME ຂອງລັດຖະບານ ດ້ວຍຫວັງວ່າຈະມີໂອກາດໄດ້ຮັບເງິນກູ້ຢືມຈາກກອງທຶນດັ່ງກ່າວ ຊຶ່ງບໍ່ມີຄ່າໃຊ້ຈ່າຍ ແຕ່ເມື່ອມີການຮຽກເກັບເງິນດັ່ງກ່າວຈຶ່ງເປັນການຈັດຕັ້ງປະຕິບັດທີ່ຜິດລະບຽບຂອງລັດຖະບານຢ່າງຊັດເຈນ.

ໂດຍການລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ລາຍໄດ້ ຂອງ SME
ໃນລາວຢ່າງໜັກ ເຖິງແມ່ນວ່າລັດຖະບານລາວ ຈະໄດ້ອອກມາດຕະການ ແລະຂໍຄວາມ
ຮ່ວມມືຈາກທະນາຄານການຄ້າຕ່າງໆ ເພື່ອຜ່ອນຜັນ ການຊໍາລະໜີ້ໃຫ້ແກ່ SME ເປັນ
ເວລາ 3 ຫາ 12 ເດືອນກໍຕາມ ແຕ່ການປະຕິບັດໂຕຈິງ ກັບປາກົດວ່າມີການຕິດຕາມ
ທວງໜີ້ ແລະຍຶດເອົາຊັບສິນຂອງໜ່ວຍທຸລະເກິດຂຶ້ນຢ່າງກວ້າງຂວາງ. ໂດຍທະນາຄານ
ທຸລະກິດຈຳນວນ 43 ລາຍ ກໍໄດ້ລາຍງານຕໍ່ທະນາຄານແຫ່ງຊາດວ່າ ມີລູກໜີ້ທະນາຄານ
4,918 ລາຍທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ໄດ້ຂໍ
ເລື່ອນການຊຳລະໜີ້ ທີມີມູນຄ່າຫຼາຍກວ່າ 13,000 ຕື້ກີບ ຫຼືປະມານ 1,445 ລ້ານໂດລາ
ໃນປັດຈຸບັນນີ້.

ສ່ວນເຈົ້າໜ້າທີ່ທະນາຄານໂລກປະຈຳລາວຢືນຢັນວ່າ ທະນາຄານໂລກໃຫ້ການຊ່ວຍເຫລືອ 20 ລ້ານໂດລາໃນການພັດທະນາ SME ໃນລາວ ໃນລະຫວ່າງປີ 2014-2019 ຜ່ານມາ, ໃນນີ້ກໍເປັນການຊ່ວຍເຫຼືອດ້ານເຕັກນິກ 10 ລ້ານໂດລາ ແລະເງິນກູ້ SME 10 ລ້ານໂດລາ. ແຕ່ປາກົດວ່າເຖິງທ້າຍປີ 2019, ໄດ້ມີການປ່ອຍເງິນກູ້ໃຫ້ແກ່ SME ພຽງ 42 ລາຍ ທີ່ຄິດເປັນມູນຄ່າລວມ 4,4 ລ້ານ
ໂດລາເທົ່ານັ້ນ ໂດຍມີສາເຫດມາຈາກການຈັດຕັ້ງປະຕິບັດທີ່ຊັກຊ້າພາຍໃນໜ່ວຍງານ ຂອງລັດຖະບານລາວເອງ ຊຶ່ງເຮັດໃຫ້ມີ SME ພຽງ 12 ເປີເຊັນ ເທົ່ານັ້ນທີ່ມີໂອກາດເຂົ້າເຖິງແຫຼ່ງເງິນທຶນກູ້ຢືມເພື່ອນໍາໃຊ້ໃນການພັດທະນາ ສິ້ນຄ້າ ແລະບໍລິການ.

ທາງດ້ານສະພາອຸດສາຫະກໍາ ແລະການຄ້າສະຫະພາບຢູໂຣບ ຄາດວ່າການລະບາດຂອງ
COVID-19 ຈະເຮັດໃຫ້ເກີນກວ່າ 70 ເປີເຊັນ ຂອງໜ່ວຍທຸລະ ກິດທັງໝົດໃນລາວຕ້ອງ
ຂາດລາຍໄດ້ຫຼາຍກວ່າ 70 ປີເຊັນ ຂອງລາຍໄດ້ຕະຫຼອດປີ 2020 ອັນຈະເຮັດໃຫ້ບໍ່ມີເງິນ
ຊໍາລະໜີ້ໃຫ້ກັບທະນາຄານໃນປີນີ້ ທັງຈະເຮັດໃຫ້ວິສາຫະກິດ 128,690 ກວ່າລາຍ ຊຶ່ງ
ໃນນີ້ 97 ເປີເຊັນ ກໍຄື SME ທີ່ມີມູນຄ່າທາງເສດຖະກິດຄິດເປັນ 17 ເປີເຊັນ ຂອງ GDP
ໃນລາວ ແລະ ມີສ່ວນເຖິງ 63 ເປີເຊັນຂອງການຈ້າງງານທັງໝົດໃນລາວດ້ວຍນັ້ນ ມີ ຄວາມສ່ຽງສູງ ທີ່ຈະມີການເລີກຈ້າງເພີ້ມຂຶ້ນ ໂດຍສະພາອຸດສາຫະກຳ ແລະການຄ້າແຫ່ງຊາດ ປະເມີນວ່າ ທຸລະກິດບໍລິການ ແລະທ່ອງທ່ຽວໃນລາວຈະມີການເລີກຈ້າງພະນັກງານຫຼາຍກວ່າ 1 ແສນ ຄົນ ເພາະການສູນເສຍລາຍໄດ້ເກີນກວ່າ 700 ລ້ານໂດລາໃນປີນີ້.

XS
SM
MD
LG