ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໒ ເມສາ ໒໐໒໔

ທຸລະກິດການກະເສດຂະໜາດນ້ອຍ ເພື່ອສ້າງລາຍໄດ້ເສີມໃນຄອບຄົວ


ເຄືອໝາກຄັນຕາລູບ ທີ່ປູກເປັນແຖວຢູ່ໃນກະຖາງ ຢູ່ໃນເຕັ້ນຂະໜາດ 600 ແມັດກາເຣ ໃນສວນຂອງ ທ່ານຄົມ.
ເຄືອໝາກຄັນຕາລູບ ທີ່ປູກເປັນແຖວຢູ່ໃນກະຖາງ ຢູ່ໃນເຕັ້ນຂະໜາດ 600 ແມັດກາເຣ ໃນສວນຂອງ ທ່ານຄົມ.

ໃນຍຸກສະໄໝຂອງສັງຄົມທີ່ມີລະບົບເສດຖະກິດບໍ່ປົກກະຕິ, ລະບົບການເງິນທີ່ບໍ່ແນ່ນອນ, ຄ່າຄອງຊີບທີ່ເພີ້ມສູງຂຶ້ນ ແຕ່ລາຍໄດ້ຍັງຕໍ່າ ເນື່ອງຈາກການບໍລິໂພກສ່ວນຫຼາຍ ແມ່ນເອື່ອຍອີງການນໍາເຂົ້າ. ການສ້າງທຸລະກິດຂະໜາດນ້ອຍ ເພື່ອເປັນລາຍໄດ້ເສີມ ຈຶ່ງແມ່ນອີກທາງເລືອກນຶ່ງຂອງປະຊາຊົນ. ທິບສຸດາ ມີລາຍງານກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫຼາຍໆຄົນທີ່ປະສົບກັບບັນຫາຢູ່ໃນສັງຄົມປັດຈຸບັນ ຕ່າງກໍພາກັນພະຍາຍາມຊອກຫາຊ່ອງທາງຕ່າງໆເພື່ອເປັນການສ້າງລາຍໄດ້ ໂດຍສະເພາະຢູ່ໃນສັງຄົມ ແລະສະພາບແວດລ້ອມທີ່ເສຍປຽບທາງດ້ານເສດທະກິດ. ສະນັ້ນ, ການສ້າງໂອກາດໃຫ້ແກ່ຕົນເອງ ແລະຄອບຄົວເພື່ອຄວາມຢູ່ລອດກັບຄ່າຄອງຊີບທີ່ສູງ, ແຕ່ລາຄາເງິນຊໍ້າພັດຕໍ່າ ຈຶ່ງເປັນວິທີທາງດຽວຄືການສ້າງລາຍໄດ້ເສີມ.

ແນ່ນອນວ່າ ເງື່ອນໄຂຂອງແຕ່ລະຄົນອາດຈະບໍ່ຄືກັນ, ແຕ່ສໍາລັບ ທ່ານ ຄົມ ພະນັກງານຈາກບໍລິສັດເອກະຊົນແຫ່ງນຶ່ງ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ໄດ້ສ້າງສວນຄົວຂະໜາດນ້ອຍຂຶ້ນມາ ເພື່ອປູກໝາກແຕງຄັນຕາລູບຂາຍເປັນອາຊີບເສີມ ແລະຍັງໄດ້ບໍລິໂພກເອງພາຍໃນຄອບຄົວ.

ເພິ່ນກ່າວໃຫ້ຟັງວ່າ ເລີ້ມຕົ້ນທໍາອິດໃນປີ 2020, ເວລານັ້ນ ເປັນຊ່ວງທີ່ລອງຜິດລອງຖືກ ລົງເບ້ຍຄັນຕາລູບແຕ່ລະຄັ້ງ ກໍປະມານ 100 ຫາ 200 ເບ້ຍ, ແຕ່ກໍສະສົມ ແລະເກັບປະສົບການມາເລື້ອຍໆ ຈົນສາມາດຂະຫຍາຍອອກໄດ້.

ສວນໝາກຄັນຕາລູບຂອງເພິ່ນຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ກໍາແພງນະຄອນຫຼວງວຽງຈັນ, ເປັນສວນນ້ອຍໆ ທີ່ສ້າງເຕັ້ນຂຶ້ນມາຂະໜາດ 600 ແມັດກາເຣ, ໂດຍບັນຈຸເຄືອຂອງຄັນຕາລູບໃນແຕ່ລະຄັ້ງໄດ້ປະມານ 2,000 ກວ່າເຄືອ.

ຢ່າງໃດກໍຕາມ, ທ່ານຄົມ ກ່າວໃຫ້ຟັງວ່າ ໃນຈໍານວນເຄືອໝາກຄັນຕາລູບທີ່ເພິ່ນລົງ 2,000 ກວ່າເບ້ຍນັ້ນ ເພິ່ນຈະແຍກກັນອອກເປັນລຸ້ນໆ ລວມທັງໝົດປະມານ 7 ລຸ້ນ, ເຊິ່ງແຕ່ລະລຸ້ນ ຈະເອົາປູກປະມານ 300 ເບ້ຍ ໂດຍຫ່າງກັນລະຫວ່າງ 2 ອາທິດ, ໄລຍະການເກັບກ່ຽວ ກໍຈະຫ່າງກັນໄປແບບນີ້ປະມານ 2 ຫາ 3 ອາທິດ ແລະຈະໝູນວຽນກັນແບບນີ້ໄປໝົດປີ, ໝາຍຄວາມວ່າ ສວນຄົວໝາກຄັນຕາລູບຂອງເພິ່ນ ມີຈໍາໜ່າຍໝົດປີ.

ໝາກແຕງຄັນຕາລູບ ທີ່ໃກ້ຈະຮອດມື້ເກັບກ່ຽວແລ້ວ.
ໝາກແຕງຄັນຕາລູບ ທີ່ໃກ້ຈະຮອດມື້ເກັບກ່ຽວແລ້ວ.

ເພິ່ນກ່າວໃຫ້ຟັງວ່າ ສາເຫດທີ່ເລືອກວິທີການລົງແບບໝູນວຽນດັ່ງກ່າວມານີ້ ກໍເນື່ອງຈາກວ່າຍັງບໍ່ມີຕະຫຼາດທີ່ຮອງຮັບຜົນຜະລິດໂດຍກົງ ໂດຍເພິ່ນໄດ້ອະທິ ບາຍໃຫ້ຟັງວ່າ:

“ເຮົາເອົາລົງເ​ທື່ອດຽວແລະມັນບໍ່ມີຕະຫຼາດ ເພາະສະນັ້ນແລ້ວເຮົາເລີຍຕ້ອງແຍກເປັນທຸກໆສອງອາທິດ ເຮົາຈະເອົາອອກເທື່ອນຶ່ງ ໃຫ້ມັນໜ້ອຍຫັ້ນນະ ປະມານ 200 ຫາ 300 ປະມານນີ້, ເບ້ຍນຶ່ງກໍ່ໃຫ້ໜ່ວຍນຶ່ງ ກໍປະມານ 1 ໂລຫາ 2 ໂລ ທີ່ເຮົາເອົາຫັ້ນນະ, ໜ່ວຍໃຫຍ່ຫຼາຍກໍບໍ່ມີຄົນຊື້, ນ້ອຍຫຼາຍມັນກໍຂາດທຶນ ເພາະຕົ້ນທຶນຕໍ່ຕົ້ນມັນສູງແນ່ເດ.”

ທ່ານຄົມກ່າວວ່າ ທຶນທີ່ເພິ່ນໃຊ້ເລີ້ມຕົ້ນທໍາອິດຄິດເປັນໂດລາ ປະມານ 10,000 ໂດລາ, ເຊິ່ງໃນນີ້ຈະລວມມີເຕັ້ນຂະໜາດໃຫຍ່ ທີ່ເພິ່ນນໍາມາໃຊ້ເປັນ Green House ສໍາລັບປູກຄັນຕາລູບ, ອຸປະກອນສໍາລັບຫົດນໍ້າ, ດິນສໍາລັບໃສ່ຖົງປູກເບ້ຍຄັນຕາລູບ, ປຸຍ ແລະຝຸ່ນອື່ນໆ. ສ່ວນປີຕໍ່ມາ ຄ່າຕົ້ນທຶນກໍຖືກລົງ ເພາະເພິ່ນໃຊ້ຕົ້ນທຶນຊື້ເບ້ຍໝາກຄັນຕາລູບ, ດິນ, ປຸຍ, ແລະອຸປະກອນອື່ນໆ ບວກກັບຄ່າແຮງເທົ່ານັ້ນ ໂດຍລວມແລ້ວ ລາຄາຕົ້ນທຶນກໍຈະຢູ່ປະມານ 1 ໂດລາຕໍ່ເບ້ຍຄັນຕາລູບ, ເຊິ່ງເບ້ຍພັນ ແມ່ນນໍາເຂົ້າຈາກປະເທດເພື່ອນບ້ານ ໂດຍແມ່ນສາຍພັນຄັນຕາລູບຂອງຍີ່ປຸ່ນ.

ສໍາລັບຄັນຕາລູບເບ້ຍນຶ່ງ ຈະອອກໝາກ 1 ໜ່ວຍເທົ່ານັ້ນ, ແລະໃນແຕ່ລະຄັ້ງ ຈະໃຊ້ເວລາທັງໝົດປະມານ 80 ຫາ 85 ມື້ ເພື່ອເກັບກ່ຽວ. ໃນນັ້ນ, ເຈົ້າຂອງສວນຈະວາງຂະໜາດມາດຕະຖານຂອງການເກັບກ່ຽວຢູ່ປະມານ 2 ກິໂລຕໍ່ໜ່ວຍ, ແຕ່ມັນກໍຂຶ້ນຢູ່ກັບສະພາບອາກາດ ເພາະຖ້າອາກາດເຢັນ ຈະໃຊ້ເວລາດົນກວ່າປົກກະຕິ, ເມື່ອອາກາດຮ້ອນ ກໍຈະເກັບກ່ຽວໄວ.

ລາຄາຂອງການຈໍາໜ່າຍ, ເພິ່ນບອກວ່າ ໂດຍທົ່ວໄປເພິ່ນຈະຂາຍລະຫວ່າງ 1.6 ຫາ 1.8 ໂດລາຕໍ່ກິໂລ, ໝາຍຄວາມວ່າ ເມື່ອຫັກຕົ້ນທຶນອອກແລ້ວ ເພິ່ນກໍຈະໄດ້ກໍາໄລໜ່ວຍນຶ່ງປະມານ 2 ໂດລາ.

ການຈໍາໜ່າຍ, ເຈົ້າຂອງສວນບອກວ່າ ກໍຈໍາໜ່າຍທົ່ວໄປຕາມທ້ອງຕະຫຼາດ, ຂາຍສົ່ງໃຫ້ແມ່ຄ້າຍ່ອຍກໍມີ ຫຼືຂາຍຍ່ອຍໃຫ້ລູກຄ້າທີ່ເຂົາເຈົ້າຢາກກິນເປັນໜ່ວຍສອງໜ່ວຍກໍມີ, ແຕ່ໂດຍລວມ ກໍຍັງຍາກເລື້ອງຕະຫຼາດຮອງຮັບຜົນລະປູກທີ່ຍັງບໍ່ແນ່ນອນ ທັງທີ່ຕະຫຼາດເອງກໍມີຫຼາຍ ໂດຍສະເພາະຕະຫຼາດໃຫຍ່, ເຊິ່ງເພິ່ນໄດ້ກ່າວໃຫ້ຟັງວ່າ:

“ຕອນນີ້ເຮົາຍັງເຂົ້າບໍ່ເຖິງຕະຫຼາດໃຫຍ່ ເພາະວ່າບ້ານເຮົາມັນຍັງບໍ່ມີການສົ່ງອອກ ກະມີແຕ່ຂາຍໃຫ້ຄົນກິນ, ເອົາໄປສົ່ງນໍາຮ້ານຂາຍໝາກໄມ້ແຕ່ລະຮ້ານອິຫຍັງປະມານນັ້ນ, ຄ່ອນຂ້າງວ່າຫາຄົນຍາກ ເວົ້າແລ້ວຖ້າທຽບກັບລາຄາບ້ານເຮົາກໍຄ່ອນຂ້າງແພງຫັ້ນລະເນາະ ຄົນຊໍ່າໃດຊໍ່ານຶ່ງເຂົາເຈົ້າກໍບໍ່ຊື້ກິນ. ຂອງນໍາເຂົ້າທີ່ເຂົາເຈົ້າເອົາມາຂາຍ ກັບຂອງທີ່ປູກເອງໃນບ້ານເຮົານີ້ ໂຕໃດມັນແພງກວ່າກັນ? ຂອງເຂົາເຈົ້າແພງກວ່າແນ່ນອນ ແຕ່ກໍຍັງບໍ່ເຂົ້າໃຈວ່າເປັນຫຍັງຍັງມີຄົນຊື້ຢູ່ນະ ຫຼືວ່າແບບເຮົາບໍ່ໄດ້ມີເວລາໄປນັ່ງຂາຍ, ຄືຂອງທີ່ນໍາເຂົ້າສ່ວນຫຼາຍກໍຈະເປັນອອກມາຈາກໄທ ຈະເປັນພວກສຸເປີ້ມາເກັດໃຫຍ່ໆທີ່ເຂົາເຈົ້າເອົາເຂົ້າມາ,​ແຕ່ວ່າເຮົາກໍພະຍາຍາມຈີ້ມເຂົ້າໄປວ່າເອົາຂອງເຮົາເຂົ້າໄປໃຫ້ເຂົ້າຫັ້ນນະ. ສ່ວນໃຫຍ່ແລ້ວສຸເປີ້ມາເກັດໃຫຍ່ໆຈະເປັນຂອງໄທ ທີ່ຢູ່ໃນວຽງນິ.”

ພາບສວນຄວນ ໝາກແຕງຄັນຕາລູບຂອງ ທ່ານຄົມ ທີ່ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ພາບສວນຄວນ ໝາກແຕງຄັນຕາລູບຂອງ ທ່ານຄົມ ທີ່ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ເວົ້າລວມແລ້ວ, ບັນຫາທີ່ຜູ້ຜະລິດຂະໜາດນ້ອຍພົບພໍ້ກໍຄືການຈໍາໜ່າຍສິນຄ້າເຂົ້າຕະຫຼາດ ເນື່ອງຈາກຜູ້ບໍລິໂພກສ່ວນຫຼາຍກໍຍັງລື້ງເຄີຍກັບສິນຄ້າຈາກປະ ເທດເພື່ອນບ້ານ. ເຖິງແມ່ນວ່າ ແນວພັນ, ຂັ້ນຕອນການຜະລິດ, ຜົນຜະລິດ ແລະລົດຊາດທີ່ບໍ່ໄດ້ແຕກຕ່າງກັນຫລາຍ ແລະລາຄາກໍຍັງຖືກກວ່າກໍຕາມ. ແຕ່ຢ່າງໜ້ອຍ, ກໍຍັງຖືວ່າ ເປັນການຊ່ວຍໃຫ້ຄອບຄົວມີລາຍໄດ້ຕື່ມເລັກໆນ້ອຍໆຢູ່ ເພາະຢ່າງໜ້ອຍກໍຍັງມີຜູ້ບໍລິໂພກໃນແຕ່ລະວັນ.

XS
SM
MD
LG