ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ກໍລະກົດ ໒໐໒໔

ເສດຖະກິດຝືດເຄືອງຍັງເປັນສິ່ງທ້າທາຍຕໍ່ການດຳລົງ​ຊີ​ວິດຂອງປະຊາຊົນຢູ່ໃນ ຕົວເມືອງ ແລະ  ປະຊາຊົນນະບົດ


ຕະຫຼາດແຫ່ງນຶ່ງຢູ່ແຂວງຊຽງຂວາງ, ປະເທດ ລາວ.
ຕະຫຼາດແຫ່ງນຶ່ງຢູ່ແຂວງຊຽງຂວາງ, ປະເທດ ລາວ.

ປະຊາຊົນລາວຍັງຄົງປະສົບຄວາມຫຍຸ້ງຍາກໃນການດຳລົງຊີວິດ ຍ້ອນບັນຫາ ພາວະເງິນເຟີ້. ເງິນເດືອນຂອງພະນັກ ງານລັດປົກກະຕິທີ່ເກືອບບໍ່ພໍໃຊ້ຢູ່ແລ້ວ ນັ້ນ ດຽວນີ້ແມ່ນບໍ່ພໍໃຊ້. ນໍ້າມັນເຊື້ອໄຟເປັນສິ່ງຈຳເປັນທີ່ສຸດໃນການດຳລົງ ຊີວິດ, ແລະ ມັນກໍເປັນສິ່ງທີ່ເຮັດຫັກເອົາເງິນຂອງປະຊາຊົນໄປຫຼາຍກວ່າໝູ່.

ນັບແຕ່ທ້າຍປີ 2021 ເປັນຕົ້ນມາພາຍຫຼັງການສິ້ນສຸດການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ ປະເທດລາວກໍ່ໄດ້ປະສົບກັບບັນຫາເສດຖະກິດຖົດຖອຍຕໍ່ເນື່ອງ ອັນ​ມີຜົນມາຈາກອັດຕາເງິນເຟີ້, ອັດຕາແລກປ່ຽນເງິນກີບອ່ອນຄ່າ ແລະ ປະກອບກັບຄ່າຄອງຊີບຢູ່ບັນດາຕົວເມືອງຕ່າງໆມີການເພີ້ມຂື້ນຫຼາຍ ກວ່າ 50%. ສິນຄ້າມີລາຄາແພງໄດ້ສົ່ງສະທ້ອນໂດຍກົງຕໍ່​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ປະ​ເທດ. ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ໃຫຍ່​ເຊັ່ນ​ນະ​ຄອນຫຼວງ ວຽງ​ຈັນ ກໍ​ມີ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ບັນ​ຫາ​ເສດ​ຖະ​ກິດ​ຝືດ​ເຄືອງ​ນັ້ນ, ຜູ້​ອາ​ໄສ​ຢູ່​ຕ່າງແຂວງ​ຕົວຢ່າງແຂວງຊຽງຂວາງ ທາງພາກເໜືອກໍຕົກຢູ່ໃນສະພາບທີ່ບໍ່ແຕກຕ່າງກັນ, ດັ່ງພະນັກງານທ່ານໜຶ່ງໄດ້ໃຫ້ຄຳຄິດເຫັນ ແລະ ເລົ່າເຖິງຄວາມຫຍຸ້ງຍາກໃຫ້ ພວກເຮົາຟັງວ່າ

“ລາຄາຊີ້ນໃນຕະຫຼາດຕາມທ້ອງຖິ່ນເຮົາແຕ່ກ່ອນກະໂລ 40 ພັນເນາະທີ່ວ່າບໍ່ທັນມີໂຄວິດ ຫຼື ເງິນເຟີ້. ຊີ້ນງົວກະໂລນຶ່ງ 70 ພັນເນາະ. ຜັກນາງຫາງຫຍ້າກະໂລລະພັນສອງພັນ. ເພາະວ່າເຮົາກະສາມາດຳລົງຊີວິດສະດວກສະບາຍ. ການຊື້ການຂາຍກະງ່າຍ. ປັດຈຸບັນເນາະ ຫຼັງທີ່ເປັນໂຄວິດມາແລ້ວປຶບ ເງິນກະເຟີ ອັດຕາແລກປ່ຽນກະຂຶ້ນ ການຢູ່ການກິນກະແພງ ຈາກແປ້ງນົວ ຫຼື ໝາກພິກໂລລະ 4-5000 ກາຍມາເປັນ 10-20 ພັນ. ເພາະວ່າເຮົາກະບໍ່ມີທາງແກ້ ຫຼືວ່າທາງອອກທີ່ວ່າດຳລົງຊີວິດແບບເກົ່າໆແຮງຂຶ້ນເລື້ອຍໆໄປ. ຍົກຕົວຢ່າງກະຄືຊີ້ນງົວໂລ 70 ປັດຈຸບັນໂລ 120,000. ຊີ້ນໝູຄືກັນເນາະ ໂລ​ 40 ໂລ 35, ປັດຈຸບັນກະໂລ 70-80. ເພາະວ່າຍາກແຫຼ້ວການດຳລົງຊີວິດ. ຢູ່ຍາກລຳບາກຫຼາຍພີ່ນ້ອງ. ເພາະ ວ່າເຮົາກະມີເງິນເດືອນລ້ານຫ້າ ສອງລ້ານບໍ່ຄ່ອຍກຸ້ມ ປັດຈຸບັນນີ້. ອີກຫຍັງກະແພງໝົດ ບໍ່ຢາກສະດວກສະບາຍຄືແຕ່ກ່ອນແລ້ວ. ນຳໝວກນໍ້າມັນຈາກລິດ 5 ພັນ-10 ພັນ ປັດຈຸບັນລະລິດ 20-30. ແຮງຂຶ້ນໄປເລື້ອຍເນາະ. ການດຳລົງຊີວິດແຕ່ລະມື້ນີ້ລຳບາກຫຼາຍ.”

ບັນ​ຫາ​ເງິນ​ເຟີ້​ກໍ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ບັນ​ດາ​ຊາວ​ໄຮ່​ຊາວ​ນາ​ເຊັ່ນ​ກັນໂດຍ​ສະ​ເພາະ​ແມ່ນ​ຜູ້​ປູກ​ສາ​ລີ, ເພາະ​ວ່າ​ເຂົາ​ເຈົ້າ​ຕ້ອງ​ໄດ້​ກະ​ກຽມ​ດິນ​ສຳ​ລັບ​ການ​ປູກ​ພືດ​ຂອງ​ເຂົາ​ເຈົ້າ. ກ່ອນ​ທີ່​ຈະ​ປູກ​ພືດ​ສາ​ລີ, ເຂົາ​ເຈົ້າ​ຕ້ອງ​ໄດ້​ຂ້າ​ຫຍ້າ, ແລະ ສັດ​ຕູ​ສັດ​ພືດ​ຕ່າງ, ເຊິ່ງ​ເຂົາ​ເຈົ້າ​ຕ້ອງ​ໄດ້​ຊື້​ຢາ ຫຼື ສານ​ເຄ​ມີ​ຕ່າງໆ​ມາ​ຂ້າ. ສ່ວນ​ຜູ້​ທີ່ບໍ່​ໄດ້​ເກັບ​ຜົນ​ພືດ​ໄວ້​ເຮັດ​ເບ້ຍ​ນັ້ນ​ກໍ​ຕ້ອງ​ໄດ້​ລົງ​ທຶນ​ຊື້​ເມັດ ຫຼື ເບ້ຍ​ມາ​ປູກ, ນັ້ນ​ກໍ​ຈະ​ເຮັດ​ໃຫ້​ລາຍ​ຈ່າຍ​ສູງ​ຂຶ້ນ​ເກີນ 100% ຂອງມູນຄ່າເດີມ, ດັ່ງປະຊາຊົນບ້ານໜຶ່ງ ຢູ່ເຂດຫ່າງ ໄກຕົວເມືອງ ໄດ້ໃຫ້ສຳພາດກັບພວກເຮົາວ່າ.

“ຍາກຫຼາຍ, ແຕ່ກ່ອນເຮົາເຮັດສວນສາລີ ລາຄາແນວພັນສາລີ ປະມານ 600,000 ກີບ/ແກັດ, ລາຄາຢາຂ້າຫຍ້າປະ ມານ 600.000 ກີບ/ຕຸກ, ດຽວນີ້ເພີ້ມ ຄືປີນີ້ ລາຄາແນວພັນ ສາລີ 2,500,000 ກີບ/ແກັດ ລາຄາຢາຂ້າແມງໄມ້ ກະປະ ມານ 1,200,000 ກີບ/ຕຸກ. ບາດລາຍຂາຍສາລີ ໄດ້ກິໂລລະ 3,500 ກີບ/ໂລ, ໄລ່ໄປໄລ່ມາ ຄ່ານໍ້າມຸກນໍ້າມັນ, ຄ່າເຮັດບໍ່ໄດ້ໄລ່ ກະພໍແຕ່ກຸ້ມທືນ ແລະ ກະເຫຼືອເລັກໜ້ອຍ. ເຮົາຢາກໃຫ້ລາຄາສາລີ ນີ້ລະເພີ້ມຂື້ນແນ່ ລາຄານ້ຳມັນກະຢາກໃຫ້ຫຼຸດລົງ ເວລາໄປມາ ກໍ່ຈະໄດ້ປະຢັດຕື່ມອີກ”

ຕໍ່ກັບຄວາມຫຍຸ້ງຍາກດັ່ງກ່າວ ປະຊາຊົນທີ່ໄດ້ອາໃສ ຢູ່ໃນຕົວເມືອງ ກໍ່ໄດ້ມີ ການປັບວີຖິຊິວິດຂອງຕົນເອງໃຫ້ແທດເໝາະເຊັ່ນ: ຫຼຸດຜ່ອນບາງຄ່າໃຊ້ຈ່າຍ ທີ່ເຫັນວ່າບໍ່ມີຄວາມຈຳເປັນຕົວ​ຢ່າງ ງານຊຸມແຊວ, ງານລ້ຽງ ຫຼື ງານສັງສັນ ອື່ນໆ. ບາງຄອບຄົວທີ່ມີແຜນໃນການກໍ່ສ້າງເຮືອນຊານ ກໍ່ພາກັນເລື່ອນອອກໄປ ຈົນກວ່າຈະສາມາດຮັບປະກັນດ້ວ່າ ພວກເຂົາສາ ມາດດຳເນີນທຸລະກຳນັ້ນໄດ້, ຈະບໍ່ໄປກະທົບໃນຊິວິດການເປັນຢູ່ຂອງເຂົາເຈົ້າຫຼາຍ. ເຊັ່ນດຽວກັນ, ປະຊາຊົນ ຢູ່ໃນຊົນລະບົດທີ່ລາຍຮັບບອບບາງ ທີ່ອາໄສຈາກການຂາຍຜະ​ລິດຕະພັນກະ ສິກຳ, ເຄື່ອງຈັກສານ ແລະ ເຄື່ອງປ່າຂອງດົງ ກໍ່ໄດ້ພາ ກັນຫຼຸດຜ່ອນຄ່າໃຊ້ຈ່າຍທີ່ເຫັນວ່າບໍ່ມີຄວາມຈຳເປັນ.

ເຖິງຢ່າງໃດກໍ່ດີ, ເຫັນໄດ້ວ່າເສດຖະກິດທີ່ຫຍຸ້ງຍາກ ກໍໄດ້ສົ່ງຜົນໃຫ້ປະຊາຊົນ ໃນແຂວງຊຽງຂວາງ ມີຄວາມຕື່ນຕົວ, ມີ ການວາງແຜນຄ່າໃຊ້ຈ່າຍ ແລະ ເອົາໃຈໃສ່ ຊອກຫາລາຍຮັບໃຫ້ໄດ້ຫຼາຍຂື້ນ ເພື່ອເຂົາເຈົ້າສາມາດຢູ່ລອດ ມັນໄດ້ສ້າງວິໃສທັດ ແລະ ທັດສະນະຄະຕິທີ່ດີໃຫ້ແກ່ພວກເຂົາເຈົ້າ ເພື່ອປັບຕົວ ເຂົ້າກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດໃຫ້ໄດ້ ໂດຍຫັນມາປູກຜັກລ້ຽງ ສັດນ້ອຍຫຼາຍຂື້ນເພື່ອຮັບໃຊ້ໃນຄອບຄົວ ແລະ ບາງຄອບຄົວກໍ່ໄດ້ສ້າງເປັນອາຊີບເສີມ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG