ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ພັກ​ຝ່າຍ​ຄ້ານ ຂອງ​ສະ​ໂລ​ວາ​ເກຍ ທີ່ຕໍ່​ຕ້ານ​ການ​ສໍ້​ລາດ​ບັງຫ​ຼວງ ໄດ້​ຮັບ​ໄຊ​ຊະ​ນະ ໃນ​ການ​ເລືອກ​ຕັ້ງ​ສະ​ພາ


ຜູ້​ນຳ​ພັກ ປະ​ຊາ​ຊົນ​ທຳ​ມະ​ດາ ຫຼື (OLANO) ທ່ານ ອີ​ກໍ ມາ​ໂຕວິກ (Igor Matovic), ສະແດງ​ທ່າ​ທາງ​ດ້ວຍ​ການ​ຍົກ​ນິ້ວ​ມື​ສັນ​ຍາ​ລັກ​ຂອງ​ໄຊ​ຊະ​ນະ ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ ໃນ​ລະ​ຫວ່າງ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ ຢູ່​ໃນ​ສະ​ໂລ​ວາ​ເກຍ (Photo: Reuters)
ຜູ້​ນຳ​ພັກ ປະ​ຊາ​ຊົນ​ທຳ​ມະ​ດາ ຫຼື (OLANO) ທ່ານ ອີ​ກໍ ມາ​ໂຕວິກ (Igor Matovic), ສະແດງ​ທ່າ​ທາງ​ດ້ວຍ​ການ​ຍົກ​ນິ້ວ​ມື​ສັນ​ຍາ​ລັກ​ຂອງ​ໄຊ​ຊະ​ນະ ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່​ຂອງ​ພັກ ໃນ​ລະ​ຫວ່າງ ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ ຢູ່​ໃນ​ສະ​ໂລ​ວາ​ເກຍ (Photo: Reuters)

ພັກ​ຝ່າຍ​ຄ້ານ​ຂອງ​ສະ​ໂລ​ວາ​ເກຍ ທີ່​ນຳ​ພາ​ໂດຍ​ພັກປະ​ຊາ​ຊົນ​ທຳ​ມະ​ດາ ຫຼື ເອີ້ນ​ຫຍໍ້​ວ່າ OLANO ໄດ້​ຮັບ​ໄຊ​ຊະ​ນະດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຂອງ​ປະ​ເທດ ໃນ​ຂະ​ນະ​ທີ່​ພວກ​ມີ​ສິດ​ປ່ອນ​ບັດບໍ່​ພໍ​ໃຈ​ກັບ​ການ​ຮັບ​ສິນ​ບົນ ​ທີ່​ໄດ້​ເຮັດ​ໃຫ້​ພັກສ​ເມີ Smer ນິ​ຍົມ​ແນວ​ທາງ​ກາງ​ຫາ​ຊ້າຍ ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ ເສຍ​ໄຊ ຊຶ່ງ​ພັກ​ນີ້ ໄດ້​ຄອບ​ງຳວົງ​ການ​ການ​ເມືອງ ມາ​ໄດ້​ນຶ່ງ​ທົດ​ສະ​ຫວັດ​ຜ່ານ​ມາ.

ຜົນ​ຈາກ​ການ​ປ່ອນ​ບັດ​ໃນ​ຫົວ​ເມືອງ​ຕ່າງໆສະ​ເລ່ຍ​ແລ້ວ 96.16 ເປີ​ເຊັນ​ໄດ້​ອ​ອກ​ມາ​ໃຊ້​ສິດ ສະ​ແດງ​ໃຫ້​ເຫັນ​ໃນ​ວັນ​ອາ​ທິດມື້ນີ້ ວ່າ ພັກ OLANO ຊຶ່ງ​ເປັນ​ພັກ​ການ​ເມືອງບໍ່​ມີ​ແນວ​ທາງ​ທີ່​ຊັດ​ເຈນ ທີ່ນິ​ຍົມ​ສະ​ຫະ​ພາບ​ຢູ​ໂຣບ ແລະ ເປັນ​ຂະ​ບວນ​ການ​ສະ​ໜັບ​ສະ​ໜຸນ​ອົງ​ການ​ເນ​ໂຕ ຊຶ່ງ​ເພັ່ງ​ເລັງ​ໃສ່​ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ໄດ້​ຮັບ​ຄະ​ແນນ​ສຽງ 24.95 ເປີ​ເຊັນ ຫຼາຍ​ເກີນກວ່າ ພັກ​ Smer ທີ່​ປົກ​ຄອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ ທີ່​ໄດ້​ຮັບຄະ​ແນນ​ສຽງ 18.5 ເປີ​ເຊັນ.

ການ​ສະ​ໜັບ​ສະ​ໜຸນແກ່​ພັກ OLANO ໄດ້​ເພີ້ມ​ສູງ​ຂຶ້ນ ໃນ​ສອງ​ສາມ​ສັບ​ປະ​ດາ​ຜ່ານ​ມານີ້ ຈາກ​ທີ່ໄດ້​ຮັບ ​ຕ່ຳ​ກວ່າ 6 ເປີ​ເຊັນ ເມື່ອ​ປີ​ກາຍນີ້ ໂດຍໄດ້​ຮັບ​ຄະ​ແນນ​ສຽງ​ລ້​ວນ​ແຕ່​ເປັນຄະ​ແນນ​ສຽງ​ປະ​ທ້​ວງ ທີ່​ຖືກ​ກະ​ຕຸ້ນ​ໂດຍເລື້ອງການ​ຄາດ​ຕະ​ກຳຂອງ​ນັກ​ຂ່າວ​ສືບ​ສວນ​ຄົນ​ນຶ່ງ ແລະ​ຄູ່​ໝັ້ນຂອງ​ລາວ ເມື່ອ​ສອງ​ປີ​ກ່ອນ.

ສ່ວນ​ບ່ອນ​ນັ່ງ​ຕ່າງໆ​ໃນ​ສະ​ພາ ໄດ້​ຊະ​ນະ​ໂດຍ ພັກ​ການ​ເມືອງ​ເສ​ລີນິ​ຍົມ ແລະ​ອາ​ນຸ​ລັກ​ນິ​ຍົມ​ອື່ນໆ ເຮັດ​ໃຫ້​ພັກ OLANO ມີ​ທ່າ​ທີ​ເຂັ້ມ​ແຂງ ທີ່​ຈະ​ນຳ​ພ​າ​ການ​ເຈ​ລະ​ຈາ​ເພື່ອ​ຈັດ​ຕັ້ງ​ລັດ​ຖະ​ບານ​ ນິ​ຍົມແນວ​ທາງ​ການ​ຫາ​ຂວາ.

ຜູ້​ນຳ​ພັກ OLANO ທ່ານ​ອີ​ກໍ ລາ​ໂຕວິກ ໄດ້​ປ​ະ​ຕິ​ຍານ​ວ່າ ຈະ​ກວດ​ລ້າງ​ການ​ເມືອງ ອັນ​ເປັນ​ຄວາມ​ໄຝ່​ຝັນ ທີ່ບັນ​ຈຸ​ຢູ່​ໃນ​ຄຳ​ຂວັນ​ຂອງ​ພັກທ່ານທີ່​ວ່າ "ຈົ່ງ​ເອົາ​ຊະ​ນະ​ພວກ​ແກັ່ງ​ມາ​ເຟຍ​ຮ່ວມ​ກັນ."

Slovak opposition led by the Ordinary People party (OLANO) won an emphatic victory in the country's parliamentary election, as voters angry with graft routed the ruling centre-left Smer that has dominated the political scene for over a decade.

Results from 96.16% of voting districts showed on Sunday that OLANO, a politically amorphous, pro-European Union and pro-NATO movement focused on fighting corruption, took 24.95% of the vote, far ahead of the ruling Smer with 18.5%.

Support for OLANO surged in recent weeks, from less than 6% late last year, concentrating a protest vote fed by the murder of an investigative journalist and his fiancée two years ago.

Seats won by other liberal and conservative parties gave OLANO a strong position to lead negotiations to form a new centre-right government.

OLANO leader Igor Matovic has pledged to clean up politics, an ambition encapsulated in his party's slogan: "Let's Beat the Mafia Together".

XS
SM
MD
LG