ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດ​ທີ 57 “Slip One’s Mind” ແປ​ວ່າ ລ​ືມ​ໄປເລີຍ​ ຫລື ບໍ່​ຈື່​ຈັກ​ໜ້ອຍເລີຍ​


English in a Minute: Slip One's Mind
please wait

No media source currently available

0:00 0:01:00 0:00

ເຊີນ​ເບິ່ງວີ​ດິ​ໂອລາຍ​ການ English in a Minute: Slip One's Mind ຊຶ່ງ​ແປ​ວ່າ ລ​ືມ​ໄປເລີຍ​ ຫລືບໍ່​ຈື່​ຈັກ​ໜ້ອຍ​ເລີຍ

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

When you slip, you fall down, but how does something slip from your mind? “slip one's mind”
ເມື່ອ​ເຈົ້າ​ພະ​ລາດ ເຈົ້າ​ກໍຈະ​ລົ້ມ​, ແຕ່​ບາງ​ສິ່ງ​ບາງ​ຢ່າງ​ພະ​ລາດ​ໄປ​ຈາກ​ໃຈ​ຂອງ​ເຈົ້າໄດ້​ແນວ​ໃດ? “slip one's mind” ຖ້າ​ຈະ​ແປ​ຕາມ​ໂຕ​ກໍ​ແມ່ນ “ພະ​ລາດຫລື ເລື່ອນ​ອອກ​ໄປຈາກໃຈຄົນ​ໃດ​ຄົນ​ນຶ່ງ”. ແລ້ວ​ສຳ​ນວນນີ້ມີ​ໝາຍ​ຄວາມວ່າ​ແນວ​ໃດ​ກັນ​ແທ້?

Let's listen to Anna and Jonathan? ພວກ​ເຮົາມາພາ​ກັນ​ໄປ​ຟັງບົດສົນ​ທະ​ນາລະ​ຫວ່າງ Anna ແລະ Jonathan ​ຕໍ່​ໄປ​ນີ້​ເບິ່ງ​ເນາະ ບາງ​ທີມັນ​ອາດ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ໄດ້​ດີ​ຂຶ້ນ​?

Look at this beautiful cake I made for the dinner party.
ເບິ່ງແມ໋ ເຄັກງາມໆອັນນີ້ ຂ້ອຍເຮັດມາສຳລັບງານລ້ຽງອາຫານຄ່ຳມື້ນີ້.

Oh no. Is that tonight? ໂອຍ໋ ຕາຍ ​ບໍ່ແມ່ນ​ຕິ. ມັນແມ່ນມື້​ແລງໜີ້​ຫວະ?

Yes. Didn't you make something?
ແມ່ນແລ້ວ. ເຈົ້າບໍ່ໄດ້ເຮັດອັນ​ໃດ​ເລີຍ​ຫວະຊັ້ນ?

No, it totally slipped my mind.
ບໍ່, ຂ້ອຍ​ລື​ມ​ມັນໄປໝົດ ອີ່​ຫລີໄດ໋.

Slip ເປັນ​ຄຳ​ກິ​ລິ​ຍາ ຊຶ່ງ​ແປ​ວ່າ ພະ​ລາດ ຫລື​ເລື່ອນ​ອອກ​ໄປ​ໂດຍບໍ່​ໄດ້​ຕັ້ງ ​ຫລືບໍ່​ຮູ້​ສຶກ​ຕົວ.
If you say something slipped your mind, you forgot about it. You can say this about an event, a task or a personal detail about someone such as their name.
ແຕ່ຖ້າທ່ານເວົ້າບາງຢ່າງ slipped your mind ຊຶ່ງ​ແປ​ວ່າ​ເລື່ອນ​ອອກ​ໄປຈິດໃຈຂອງທ່ານ​ແບບບໍ່​ຮູ້​ສຶກ​ຕົວ​ກໍ​ໝາຍ​ຄວາມ​ວ່າທ່ານລືມມັນໄປໝົດ. ທ່ານ​ສາ​ມາດ​ໃຊ້​ສຳ​ນວນ​ນີ້ກັບ​ເຫດ​ການ​, ວຽກ​ງານ​ ຫຼື​ລາຍ​ລະ​ອຽດ​ກ່ຽວ​ກັບ​ບຸກ​ຄົນ​ເຊັ່ນ​: ຊື່​ຂອງ​ເຂົາ​ເຈົ້າ​.

People often say words like completely or totally before this expression, it totally slipped my mind, completely slipped my mind.
ຄົນມັກຈະ​ໃຊ້ຄຳເວົ້າ completely ຊຶ່ງ​ແປ​ວ່າຢ່າງຄົບຖ້ວນໝົດ ຫຼື totally ຊຶ່ງ​ແປ​ວ່າ​ໝົດ​ເລີຍ ຫລື ຢ່າງ​ສິ້ນ​ເຊີງເລີຍ ຢູ່​ທາງ​ໜ້າ​ຂອງສຳ​ນວນນີ້ ຕົວ​ຢ່າງ​ເຊັ່ນ it totally slipped my mind, completely slipped my mind. ຂ້ອຍ​ລືມ​ມັນ​ໝົດ​ເລີຍ, ຂ້ອຍລືມ​ມັນໄປຢ່າງ​ສິ້ນ​ເຊີງ.

And that's English in a minute.

XS
SM
MD
LG