ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ເລີ່ມຫຼຸດຜ່ອນ ການກັກບໍລິເວນ COVID-19 ທີ່ເຄັ່ງຄັດທີ່ສຸດລົງ ເທື່ອລະນ້ອຍ


ປະຊາຊົນມ່ວນຍ່າງຢູ່ແຄທທະເລ ໃນຂະນະທີ່ລັດ ວິກຕໍເຣຍ ເລີ່ມຫຼຸດຜ່ອນການຫ້າມໄວຣັສໂຄໂຣນາ, ຫາກຊາຍ ແອລວູດ, ນະຄອນ ແມລເບິນ, ອອສເຕຣເລຍ. 14 ກັນຍາ, 2020. (AAP Image/James Ross via Reuters)
ປະຊາຊົນມ່ວນຍ່າງຢູ່ແຄທທະເລ ໃນຂະນະທີ່ລັດ ວິກຕໍເຣຍ ເລີ່ມຫຼຸດຜ່ອນການຫ້າມໄວຣັສໂຄໂຣນາ, ຫາກຊາຍ ແອລວູດ, ນະຄອນ ແມລເບິນ, ອອສເຕຣເລຍ. 14 ກັນຍາ, 2020. (AAP Image/James Ross via Reuters)

ມາດຕະການຫ້າມໄວຣັສໂຄໂຣນາ ທີ່ໜັກທີ່ສຸດບາງອັນຂອງ ອອສເຕຣເລຍ ທີ່ຖືກກຳນົດໃຊ້ໃນ ນະຄອນ ແມລເບິນ ແມ່ນໄດ້ຖືກຫຼຸດຜ່ອນລົງໃນຂະນະທີ່ສະຖິຕິກໍລະນີການຕິດໄວຣັສໃນແຕ່ລະວັນໄດ້ຫຼຸດລົງ. ລັດຖະບານຂອງລັດ ວິກຕໍເຣຍໄດ້ກ່າວວ່າ ມັນຈະມີຂັ້ນຕອນຂອງການຫຼຸດຜ່ອນມາດຕະການກັກບໍລິເວນໃນສອງສາມເດືອນຂ້າງໜ້ານີ້ ຖ້າອັດຕາການຕິດເຊື້ອຫາກຫຼຸດລົງ. ອອສເຕຣເລຍ ໄດ້ມີການຢືນຢັນ ກໍລະນີ COVID-19 ປະມານ 26,600 ກໍລະນີ ແລະ ຫຼາຍກວ່າ 800 ຄົນໄດ້ເສຍຊີວິດ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍ ງານ ຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ນະຄອນ ແມລເບິນ ໄດ້ຢູ່ພາຍໃຕ້ກັກບໍລິເວນ ນັບຕັ້ງແຕ່ຕົ້ນເດືອນກໍລະກົດທີ່ຜ່ານມາ, ແຕ່ໃນຂະ ນະທີ່ກໍລະນີການຕິດໄວຣັສໂຄໂຣນາ ໃນແຕ່ລະວັນໄດ້ຫຼຸດລົງນັ້ນ, ມາດຕະການບາງອັນກໍໄດ້ຖືກຜ່ອນຄາຍລົງ. ການຫ້າມອອກນອກບ້ານໃນຍາມກາງຄືນແມ່ນໄດ້ເລີ່ມຂຶ້ນນຶ່ງຊົ່ວໂມງຊ້າກວ່າເກົ່າ, ເດີ່ນຫຼີ້ນຂອງເດັກນ້ອຍກໍໄດ້ເປີດຄືນ ແລະ ການອອກກຳລັງກາຍກາງແຈ້ງກໍໄດ້ຮັບອະນຸດຍາດໃຫ້ເຮັດຫຼາຍຂຶ້ນ ພາຍໃຕ້ແຜນການຟື້ນຟູບາດກ້າວທຳອິດ ຈາກ 4 ບາດກ້າວ.

ແຕ່ຄຳສັ່ງການກັກຕົວຢູ່ໃນບ້ານທີ່ເຄັ່ງຄັດແມ່ນຍັງຄົງມີຜົນບັງຄັບໃຊ້ໃນເມືອງທີ່ມີປະຊາກອນໜາແໜ້າທີ່ສຸດເປັນອັນດັບສອງຂອງ ອອສເຕຣເລຍ. ໂຮງຮຽນ ແລະ ສູນລ້ຽງເດັກແມ່ນໄດ້ປິດ, ໃນຂະ ນະທີ່ຮ້ານກິນດື່ມ ແລະ ຮ້ານອາຫານແມ່ນສາມາດສະໜອງການຊື້ໄປກິນຢູ່ນອກເທົ່ານັ້ນ. ຮ້ານຄ້າຕ່າງໆອາດບໍ່ໄດ້ຮັບອະນຸຍາດໃຫ້ເປີດຄືນຈົນຮອດທ້າຍເດືອນພະຈິກ. ການເປີດທຸລະກິດຄືນໃນທີ່ສຸດ ແລະ ການກັບໄປສູ່ອິດສະຫຼະພາບສ່ວນຕົວແມ່ນຈະອາໄສວ່າລະດັບການຕິດເຊື້ອຈະຫຼຸດ ລົງໄວຫຼາຍຊໍ່າໃດ.

ຜູ້ປົກຄອງລັດ ວິກຕໍເຣຍ ທ່ານ ແດນຽລ ແອນດຣູສ໌ ເວົ້າວ່າມາດຕະການກັກບໍລິເວນແມ່ນກຳລັງໄດ້ຜົນ, ແຕ່ທ່ານຮັບຮູ້ວ່າການໃຊ້ຊີວິດແມ່ນຫຍຸ້ງຍາກ ສຳລັບຊຸມຊົນທີ່ເສລີພາບຂອງເຂົາເຈົ້າຖືກຈຳກັດ.

ທ່ານ ແອນດຣູສ໌ ກ່າວວ່າ “ມັນຫຍຸ້ງຍາກຫຼາຍຢູ່ຫັ້ນ. ຂ້າພະເຈົ້າຮູ້ວ່າມັນຍາກ, ແຕ່ຂະບວນການດັ່ງກ່າວແມ່ນກຳລັງໄດ້ຜົນ ແລະ ນັ້ນແມ່ນສິ່ງນຶ່ງທີ່ຮວມກັນແລ້ວ ແມ່ນຜົນງານຂອງການເສຍສະຫຼະ ແລະ ການເຮັດວຽກຢ່າງໜັກຂອງ ຊາວ ວິກຕໍເຣຍ ແຕ່ລະຄົນ ແລະ ໝົດທຸກຜູ້ທີ່ປະຕິບັດຕາມກົດລະບຽບ, ແລະ ເຮັດພັນທະໜ້າທີ່ຂອງເຂົາເຈົ້າ. ວຽກງານນັ້ນແມ່ນສິ່ງທີ່ຜັກດັນໃຫ້ຕົວເລກພວກ ນີ້ຫຼຸດລົງ. ຂ້າພະເຈົ້າຮູ້ສຶກເປັນໜີ້ບຸນຄົນຢ່າງຍິ່ງ, ປື້ມປິຕິເປັນຢ່າງຍິ່ງຕໍ່ຊາວ ວິກຕໍເຣຍ ທຸກຄົນຜູ້ທີ່ໄດ້ເຮັດວຽກທີ່ສຳຄັນນັ້ນ ແລະ ເຮັດຕາມແນວທາງຢ່າງຖືກຕ້ອງ, ສະນັ້ນພວກເຮົາຈຶ່ງສາມາດເອົາຊະນະຄື້ນທີສອງນີ້ໄດ້ຢ່າງເໝາະສົມ.”

ບັນດານັກວິຈານເວົ້າວ່າ ມາດຕະການທັງຫຼາຍແມ່ນຮຸນແຮງໂພດ ແລະ ກຳລັງທຳລາຍເສດຖະ ກິດ. ໃນທົ່ວປະເທດແລ້ວ, ໂຣກລະບາດໄດ້ເຮັດໃຫ້ປະເທດ ອອສເຕຣເລຍ ຕົກຢູ່ໃນພາວະເສດຖະ ກິດຕົກຕໍ່າເປັນຄັ້ງທຳອິດໃນຮອບສາມທົດສະວັດ.

ລັດຖະບານ ວິກຕໍເຣຍ ໄດ້ຂະຫຍາຍສະພາວະໄພພິບັດອອກໄປອີກນຶ່ງເດືອນ, ເຮັດໃຫ້ຕຳຫຼວດມີອຳນາດພິເສດທີ່ຈະບັງຄັບໃຊ້ຄຳສັ່ງດ້ານສາທາລະນະສຸກ. 74 ຄົນໄດ້ຖືກຈັບໃນວັນອາທິດທີ່ຜ່ານມາໃນລະຫວ່າງການປະທ້ວງຕໍ່ຕ້ານການກັກບໍລິເວນທີ່ຜິດກົດໝາຍໃນນະຄອນ ແມລເບິນ.

ໃນວັນຈັນວານນີ້, ລັດ ວິກຕໍເຣຍ ໄດ້ບັນທຶກ 35 ກໍລະນີໄວຣັສໂຄໂຣນາໃໝ່ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ອີກ 7 ຄົນໄດ້ເສຍຊີວິດ.

ລັດທີ່ຕັ້ງຢູ່ພາກໃຕ້ດັ່ງກ່າວແມ່ນຈຸດສູນກາງຂອງວິກິດການ COVID-19 ຂອງ ອອສເຕຣເລຍ, ເທົ່າກັບ 75 ເປີເຊັນຂອງກໍລະນີທັງໝົດ ແລະ ມີ 9 ໃນ 10 ຄົນຂອງຈຳນວນຜູ້ເສຍຊີວິດ. ການສືບ ສວນທາງກົດໝາຍແມ່ນກຳລັງສອບສວນການກ່າວອ້າງທີ່ວ່າ ຄວາມລົ້ມແຫຼວດ້ານການຮັກສາຄວາມປອດໄພໃນລະບົບການກັກຕົວກວດໂຣກຂອງໂຮງແຮມ ສຳລັບພວກນັກເດີນທາງທີ່ເດີນ ທາງກັບຈາກຕ່າງປະເທດໄດ້ເຮັດໃຫ້ໄວຣັສແຜ່ລາມເຂົ້າໃນຊຸມຊົນ, ຈົນກໍ່ໃຫ້ເກີດການຕິດເຊື້ອຄື້ນທີສອງຢ່າງຫຼວງຫຼາຍ.

ການກັກບໍລິເວນໃນນະຄອນ ແມລເບິນ ຈະສືບຕໍ່ໄປຈົນຮອດຢ່າງໜ້ອຍວັນທີ 28 ກັນຍາ, ແຕ່ມາດຕະການຄວບຄຸມໂຣກໃນບ່ອນອື່ນໆຂອງລັດ ວິກຕໍເຣຍ ມີຄວາມເປັນໄປໄດ້ວ່າຈະຖືກຜ່ອນຄາຍໃນອາທິດນີ້ ຍ້ອນອັດຕາການຕິດເຊື້ອທີ່ຕໍ່າ. ນະຄອນດັ່ງກ່າວຈະກ້າວເຂົ້າສູ່ຂັ້ນທີສອງຂອງແຜນ ການຟື້ນຟູຂອງເຂົາເຈົ້າ ຖ້າຕົວເລກໂດຍສະເລ່ຍຂອງກໍລະນີໃນແຕ່ລະວັນໃນໄລຍະສອງອາທິດແມ່ນລະຫວ່າງ 30 ແລະ 60 ກໍລະນີ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG