ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ແທນ ເກົາຫຼີໃຕ້ ຢ້ຽມຢາມ ເຂດ Kaesong ທີ່ ເກົາຫຼີເໜືອ (ສະໄລດ໌/ວີດີໂອ)


ທ່ານ Ahn Hong-Joon ປະທານຄະນະກຳມະການ
ກິດຈະການຕ່າງປະເທດ ປະຈຳສະພາຕໍ່າແລະເຈົ້າໜ້າທີ່ຄົນ
ອື່ນໆຂອງເກົາຫຼີໃຕ້ເດີນທາງຢ້ຽມຢາມເຂດອຸດສາຫະກຳ
ຮ່ວມ ທີ່ເກົາຫຼີເໜືອ .
ວັນທີ 30 ຕຸລາ 2013
ທ່ານ Ahn Hong-Joon ປະທານຄະນະກຳມະການ ກິດຈະການຕ່າງປະເທດ ປະຈຳສະພາຕໍ່າແລະເຈົ້າໜ້າທີ່ຄົນ ອື່ນໆຂອງເກົາຫຼີໃຕ້ເດີນທາງຢ້ຽມຢາມເຂດອຸດສາຫະກຳ ຮ່ວມ ທີ່ເກົາຫຼີເໜືອ . ວັນທີ 30 ຕຸລາ 2013
ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ເກົາຫຼີ​ໃຕ້​ຈຸ​ນຶ່ງ ​ເດີນທາງ​ໄປ
​ຍັງ​ໝູ່​ບ້ານ​ຊາຍ​ແດນ​ເກົາຫຼີ​ເໜືອ​ແຫ່ງ​ນຶ່ງ​ ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ
​ທຳ​ການ​ຢ້ຽມຢາມເຂດ​ອຸດສາ​ຫະກຳ ທີ່ທັງສອງ​ເກົາຫຼີຮວມ
ກັນ​ດຳ​ເນີນ​ງານ ​ທີ່​ຫາ​ກໍ​ເປີດ​ຄືນ​ຫວ່າງ​ໄວໆ​ມາ​ນີ້ ຫຼັງ​ຈາກ​ປະ
ເຊີນ​ກັບ​ຄວາມ​ເຄັ່ງ​ຕຶງ​ທາງ​ທະຫານ​ ມາ​ເປັນ​ເວລາ​ຫຼາຍ​ເດືອນ.

ພວກ​ສະມາຊິກ​ສະພາ​ນິຕິບັນຍັດ 21 ທ່ານ ​ແລະ​ບັນດາ​ເຈົ້າ​
ໜ້າ​ທີ່​ກະຊວງ​ທ້ອນ​ໂຮມ​ຊາດເກົາຫຼີ​ໃຕ້​ຫຼາຍ​ທ່ານ ຄາດ​ວ່າ​
ຈະ​ທຳ​ການ​ພົບ​ປະ​ກັບ​ບັນດາ​ນັກທຸລະກິດ​ເກົາຫຼີ​ໃຕ້​ຈຳນວນ
ນຶ່ງ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ເຂດ​ອຸດສາຫະກຳ​ຮ່ວມ Kae
song ຊຶ່ງ​ຕັ້ງ​ເລິກ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ 10 ຫຼັກ​ກິ​ໂລ​ແມັດ.



​ເຂດອຸດສາຫະກຳ​ຮ່ວມແຫ່ງ​ນີ້ ​ໄດ້​ອັດ​ລົງ​ໃນ​ເດືອນ​ເມສາ ຫຼັງຈາກ​ຝ່າຍ​ເກົາຫຼີ​ເໜືອ​ໄດ້
ຖອນແຮງ​ງານ​ຂອງ​ຕົນ 53 ພັນ​ຄົນອອກ​ໄປ ​ໃນ​ລະຫວ່າງທີ່​ສາຍ​ພົວພັນຂອງ​ເກົາຫລີ
ທັງ​ສອງເກີດ​ຄວາມ​ເຄັ່ງ​ຕຶງຜິດ​ປົກກະຕິ ຫຼັງ​ຈາກ​ການ​ທົດ​ລອງ​ລະເບີດ​ນີວ​ເຄລຍຄັ້ງ
​ທີ​ສາມ​ຂອງ​ກຸງ​ພຽງ​ຢາງ. ສວນອຸດສາຫະກຳ​ດັ່ງກ່າວ​ເປີດ​ຄືນ​ໃນ​ເດືອນ​ແລ້ວ​ນີ້ ​
ໃນ​ຂະນະ​ທີ່​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ດີ​ຂຶ້ນ ​ແຕ່​ການ​ຜະລິດ​ດຳ​ເນີນ​ໄປ​ພຽງ
​ແຕ່ 80 ​ເປີ​ເຊັນ​ເທົ່າ​ນັ້ນ.

ກ່ອນ​ຈະ​ຂ້ານຊາຍ​ແດນ​ເຂົ້າ​ໄປ​ໃນ​ເກົາຫຼີ​ເໜືອ​ໃນ​ວັນ​ພຸດ​ມື້​ນີ້ ທ່ານ Ahn Hong-
joonສະມາຊິກສະພາ​ສັງກັດ​ພັກ​ລັດຖະບານ​ທີ່​ຄອງ​ປະ​ເທດ​ໃນ​ປັດຈຸບັນ ກ່າວ​ວ່າ
ທ່ານ​ຫວັງ​ວ່າ ການ​ເດີນທາງຢ້ຽມຢາມ​ຄັ້ງ​ນີ້ ​ສາມາດ​ນຳພາ​ໄປ​ສູ່​ການ​ລິ​ເລີ້ມ​ໃໝ່​
ສຳລັບ​ບໍລິ​ເວນເຂດອຸດສາຫະກຳຮ່ວມ​ດັ່ງກ່າວ​ແລະ​ສຳລັບ​ການ​ຮ່ວມ​ໄມ້​ຮ່ວມ​ມື
​ລະຫວ່າງ​ສອງ​ເກົາຫຼີ.

KOREAS KAESONG VO.mov
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG