ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຄື່ອນ​ໄຫວເກົາຫຼີ​ໃຕ້ ​ສົ່ງ​ໃບ​ປີວ​ ຂ້າມຊາຍແດນ ເຂົ້າໄປ ໃນເກົາຫຼີເໜືອ (ວີດີໂອ)


A total solar eclipse can be seen in Svalbard, Longyearbyen, Norway. A partial eclipse of varying degrees was visible, depending on weather conditions, across most of Europe, North Africa, northwest Asia and the Middle East, before finishing its show close at the North Pole.
A total solar eclipse can be seen in Svalbard, Longyearbyen, Norway. A partial eclipse of varying degrees was visible, depending on weather conditions, across most of Europe, North Africa, northwest Asia and the Middle East, before finishing its show close at the North Pole.
ບັນດາ​ນັກ​ເຄຶ່ອນ​ໄຫວ​ເກົາຫລີ​ໃຕ້ ​ໄດ້​ສົ່ງ​ໃບ​ປີວ​ແລະ DVD
ໂຄສະນາ​ຊວນ​ເຊື່ອ​ໃສ່ໝາກ​ປູມ​ເປົ້າ​ໃຫຍ່ຫລືບານລູນ ຂ້າມ
ຊາຍແດນເຂົ້າ​ໄປ​ໃນ​ເກົາຫລີ​ເໜືອ​ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອທ້າ​
ທາຍ​ຕໍ່ການ​ຂົ່ມຂູ່ຂອງພຽງຢາງໃນອະດີດຜ່ານມາ ທີ່ວ່າຈະ
ຕອບ ໂຕ້ຕໍ່ການສົ່ງສິ່ງໂຄສະນາຊວນເຊື່ອຂ້າມຊາຍແດນ.

ໝາກ​ປູມ​ເປົ້າດັ່ງກ່າວ ໄດ້ລຳລຽງ DVD ​ແລະ​ໃບ​ປີວຕ່າງໆ
ທີ່​ກ່າວ​ເຖິງ​ການລະ ເມີດ​ສິດທິ​ມະນຸດໃນ​ເກົາຫລີ​ເໜືອ. ນອກ​
ນັ້ນ​ໝາກ​ປູ​ມ​ເປົ້ານີ້ຍັງ​ບັນ​ຈຸ​ເງິນຈໍານວນ ​1000 ໂດ​ລາໃບ​ລະ
ໂດ​ລາ ແລະ​ເຄື່ອງ​ບັນທຶກ​ຂໍ້​ມູນ USB ທີ່ບັນທຶກຂໍ້ມູນຕ່າງໆ
ເປັນ​ພາສາເກົາຫຼີ ຂອງສາຣານຸກົມ Wikipedia.

ທ່ານ Thor Halvorssen ແຫ່ງມູນ​ນິທິສິດທິ​ມະນຸດ ທີ່ມີຫ້ອງການຢູ່​ໃນ​ສະຫະລັດຊຶ່ງເປັນ​
ຜູ້​ຊ່ວຍ​ຈັດ​ຕັ້ງ​ ໃນການສົ່ງໝາກປູມເປົ້າ ​ຮ້ອງ​ການສົ່ງດັ່ງກ່າວ​ນີ້​ວ່າ “ເປັນກໍລະນີໂຕ້ແຍ້ງ” ​
ແຕ່ກໍ​ກ່າວ​ວ່າ ມັນ​ເປັນ​ສິ່ງ​ສໍາຄັນ​ທີ່​ສຸດ ທີ່​ຊາວເກົາຫຼີ​ເໜືອ ຕ້ອງໄດ້ຮັບຂໍ້ມູນຕ່າງໆ ທີ່​ໝົດ
​ທັງໂລກ​ໄດ້​ພາກັນ​ຊົມໃຊ້ມາແລ້ວ.

​ເກົາຫລີເໜືອ ​ໄດ້​ກ່າວໂຈມຕີ​ກາ​ນສົ່ງ​ໝາກ​ປູມ​ເປົ້າ​ໃນເທື່ອ​ກ່ອນ ໂດຍຂົ່ມຂູ່​ທີ່​ຈະ​ຍິງໂຈມຕີ
​ເກົາຫລີ​ໃຕ້ ​ເພື່ອ​ເປັນ​ການຕອບ​ໂຕ້ ​ໃນ​ການ​ປະຕິບັດດັ່ງກ່າວ ທີ່​ເກົາຫລີເໜືອຮ້ອງ​ວ່າ​ ເປັນ​
ການ​ທ້າທາຍເກາະຜິດ ​ໂດຍເກົາຫລີ​ໃຕ້ ທີ່​ອາດ​ນໍາໄປ​ສູ່​ການເກີດສົງຄາມນັ້ນ. ກຸງໂຊ​ລ
ກ່າວ​ວ່າ ຕົນ​ບໍ່​ມີ​ສ່ວນ​ໃດໆ​ກ່ຽວ​ກັບ​ການ​ສົ່ງ​ໃບປິວແລະເຄື່ອງຂອງເຫຼົ່ານີ້.

Korea
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG