ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຊາຍ​ທີ່​ຂ້າ​ມ​ເຂດ​ປອດ​ທະ​ຫານ ແມ່ນ​ບຸກ​ຄົນ​ທີ່​ເຄີຍ​ໂຕນ​ໜີ ຈາ​ກ​ເກົາ​ຫ​ຼີ​ເໜືອ​ມາ​ກ່ອນ


​ທະ​ຫານ​ເກົາ​ຫຼີ​ໃຕ້​ລາດ​ຕະ​ເວນ ຕາມ​ຮົ້ວ​ໜາມ​ໝາກ​ຈັບ ທີ່​ເມືອງ​ປາ​ຈ​ູ ຕິດ​ກັບ​ຊາຍ​ແດນ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 2 ມັງ​ກອນ 2022.
​ທະ​ຫານ​ເກົາ​ຫຼີ​ໃຕ້​ລາດ​ຕະ​ເວນ ຕາມ​ຮົ້ວ​ໜາມ​ໝາກ​ຈັບ ທີ່​ເມືອງ​ປາ​ຈ​ູ ຕິດ​ກັບ​ຊາຍ​ແດນ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 2 ມັງ​ກອນ 2022.

ຜູ້​ຊາຍຄົນ​ນຶ່ງ ​ທີ່​ສັງ​ເກດ​ເຫັນຂ້າມ​ຊາຍ​ແດນທີ່​ມີ​ການ​ຍາມ​ຮັກ​ສາ​ການ​ຢ່າງ​ແໜ້ນ​ໜາ​ຈາກ​ເກົາ​ຫຼີ​ໃຕ້ເຂົ້າ​ໄປ​ໃນ​ເກົາ​ຫຼີ​ເໜືອ​ເມື່ອ​ອາ​ທິດ​ແລ້ວນີ້ ເຊື່ອ​ກັນ​ວ່າ​ເປັນ​ຄົນ​ເກົາ​ຫຼີ​ເໜືອ ທີ່​ໄດ້​ໂຕນ​ໜີ​ມາ​ເກົາ​ຫຼີ​ໃຕ້​ໃນ​ປີ 2020 ຢູ່​ໃນ​ບໍ​ລິ​ເວນ​ດຽວ​ກັນ​ນີ້ ນັ້ນ​ຄື​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້​ໃນ​ວັນ​ຈັນ​ມື້ນີ້ ອີງ​ຕາມ​ລາຍງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຄະ​ນະ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ກ່າວ​ວ່າ ຕົນ​ກຳ​ລັງ​ປະ​ຕິ​ບັດ​ງານ​ຊອກ​ຄົ້ນ​ຫາ ຫຼັງ​ຈາກ​ໄດ້​ພົບ​ເຫັນ​ບຸກ​ຄົນ​ໃນ​ມື້​ວັນ​ເສົາ​ຜ່ານ​ມາຢູ່​ທາງ​ຟາກ​ຕາ​ເວັນອອກ​ຂອງ​ເຂດ​ປອດ​ທະ​ຫານ ທີ່​ແບ່ງ​ສອງ​ເກົາ​ຫຼີ​ອອກ​ຈາກ​ກັນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ວັນ​ຈັນ​ມື້ນີ້ວ່າ “ເຈົ້າ​ໜ້າ​ທີ່​ເຊື່ອວ່​າ ຜູ້​ຊາຍ​ຄົນ​ດັ່ງ​ກ່າວ​ເປັນ​ຊາວ​ເກົາ​ຫຼີ​ເໜືອ​ທີ່​ໂຕນ​ໜີ​ມາແລະ​ພວມ​ຢູ່​ໃນ​ຂັ້ນ​ຕ​ອນກວດ​ສອບ​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ຕ່າງໆ.”

ໃນ​ເວ​ລາ​ຕໍ່​ມາ ເຈົ້າ​ໜ້າ​ທີ່​ຄົນ​ນຶ່ງ​ຂອງ​ກະ​ຊວງ ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ເຂົາ​ເຈົ້າ​ເຊື່ອ​ວ່າ ຜູ້​ຊາຍຄົນ​ດັ່ງກ່າວ ທີ່​ມີ​ອາ​ຍຸ 30 ກວ່າ​ປີ ໂຕນ​ໜີ​ມາ​ເກົາ​ຫຼີ​ໃຕ້ໃນ​ເດື​ອນພະ​ຈິກ​ປີ 2020.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ “ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ວ່າເບິ່ງ​ແລ້ວລາວ​ມີ​ລັກ​ສະ​ນະ​ແລະ​ນຸ່ງ​ເຄື່ອງ​ແບບ​ດຽວ​ກັນ​ກັບ​ຜູ້​ຊາຍ​ທີ່​ໂຕນ​ໜີ​ຈາກ​ເກົາ​ຫຼີ​ເໜືອ​ໃນ​ປີ 2020.”

ພວກ​ເຈົ້າ​ໜ້າ​ທີ່​ສືບ​ສວນ ​ກຳ​ລັງ​ພິ​ຈາ​ລະ​ນາ​ເບິ່ງວ່າ ການ​ເຄື່ອນ​ໄຫວ​ທີ່​ຈັບ​ໄດ້​ໃນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມານີ້ ຢູ່​ຟາກ​ທາງ​ເໜືອ​ຂອງ​ຊາຍ​ແດນ ແມ່ນ​ທະ​ຫານ​ເກົາ​ຫຼີ​ເໜືອ​ທີ່​ມາ​ຄຸມ​ເອົາ​ຕົວ​ຜູ້​ຊາຍ​ຄົນ​ນັ້ນ ແຕ່​ໃນ​ເວ​ລານີ້ ລັດ​ຖະ​ບານ​ເກົາ​ຫຼີ​ໃຕ້​ບໍ່​ໄດ້​ຄິດ​ວ່າ ມັນ​ເປັນ​ກໍ​ລະ​ນີ​ຈາ​ລະ​ກຳ ນັ້ນ​ຄື​ຄວາມ​ເຫັນ​ຂອງ​ເຈົ້າ​ໜ້າ​ທີ່.

ສື່ມວນ​ຊົນ​ຂອງ​ເກົາ​ຫຼີ​ໃຕ້​ລາຍ​ງານ​ວ່າ ຜູ້​ຊາຍ​ຄົນ​ດັ່ງ​ກ່າວມີ​ປະ​ສົບ​ພະ​ການ​ເປັນ​ນັກ​ກາ​ຍະ​ກຳ ທີ່​ຊ່ວຍ​ໃຫ້​ລາວ​ລອດ​ຮົ້ວ​ໄດ້ ແຕ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່​າ ຕົນ​ບໍ່​ສາ​ມາດໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ເລື້ອງນີ້.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເກົາ​ຫຼີ​ເໜືອ​ໄດ້​ຮັບ​ຮູ້​ການ​ສົ່ງ​ຂ່າວ​ຂອງ​ເກົາ​ຫຼີ​ໃຕ້ ​ຜ່ານ​ສາຍ​ດ່ວນລະ​ຫວ່າງ​ເກົາ​ຫຼີ ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ ແຕ່​ກໍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ຫຍັງ​ຫຼາຍ​ກ່ຽວ​ກັບ​ຊະ​ຕາ​ກຳ​ຂອງ​ຜູ້​ຊາຍ​ຄົນ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG