ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ນັກແລ່ນ​ສະ​ກີ Maze ແລະ Gisin ຕ່າງກໍຄວ້າ ເອົາຫຼຽນ​ຄໍາ ໄປຄອງ (ສະໄລດ໌/ວີດີໂອ)


OLYMPICS SOTVO
please wait
Embed

No media source currently available

0:00 0:00:33 0:00
Tina Maze ຈາກ Slovenia ​ແລະ Dominique Gisin
ຈາກ Switzerland ໄດ້ ​ກາຍ​ມາ​ເປັນນັກແລ່ນ​ສະ​ກີ ປະເພດ
alpine ໃນ​ປະຫວັດ​ສາດກິລາໂອ​ລິ​ມປິກ ທີ່​ໄດ້​ຮັບ​ຄະແນນ
ສະເໝີກັນ ຄວ້າເອົາຫຼຽນ​ຄໍາໄປຄອງ ​ເປັນ​ເທື່ອ​ທໍາ​ອິດ.

​ນັກກິລາທັງສອງ ໄດ້ແຂ່ງແລ່ນສະ​ກີລົງພູ ປະເພດດັ່ງກ່າວ
​ໃນ​ວັນ​ພຸດ​ມື້​ນີ້​ ໂດຍຕ່າງກໍໃຊ້​ເວລາ 1 ນາທີ ​ແລະ 41.57
ວິນາທີ.

ສ່ວນນາງ Laran Gut ຈາກ Switzerland ​ເກືອບ​ໄດ້
​ຄະແນນ ທໍ່ກັບບຸກຄົນທັງສອງ ຊຶ່ງນາງໄດ້​ເຂົ້າ​ເສັ້ນ​ໄຊ
ຊ້າກວ່າແຕ່ພຽງ ນຶ່ງ​ສ່ວນ​ສິບຂອງວິນາທີ ເທົ່ານັ້ນ.



​ເຄີຍມີ​ການສະ​ເໝີ​ກັນ 3 ຄົນ​ ຍາດເອົາຫຼຽນ​ເງິນ ​ໃນການແຂ່ງແລ່ນສະ​ກີມາແລ້ວ
​ໃນໂອ​ລິມປິກ​ເມື່ອປີ 1998.

​ໃນ​ວັນ​ພຸດມື້​ນີ້​ເຊັ່ນ​ກັນ Shani Davis ນັກແລ່ນສະເກັດຄວາມ​ໄວ​ ຂອງ​ສະຫະລັດ
​ໄດ້​ພະຍາຍາມ​ເພື່ອຈະຊະນະ​ຫຼຽນ​ຄໍາ​ອັນ​ທີ 3 ຂອງ​ລາວ ໃນ​ການ​ແຂ່ງຂັນ ປະເພດ
ຊາຍ​ 1,000 ​ແມັດນັ້ນ.

ນໍ​ເວ ກາ​ນາ​ດາ ​ແລະ​ເຢຍຣະມັນ ເວລານີ້​ແມ່ນ​ສະ​ເໝີ​ກັນ​ ຄືໄດ້ຮັບ​ຫຼຽນ​ຄໍາທັງ​ໝົດ
4 ຫຼຽນ​. ນໍ​ເວ ​ໄດ້​ນໍາ​ໜ້າກາ​ນາ​ດາ ​ໂດຍໄດ້​ຮັບ​ຫຼຽນທຸກ​ປະ​ເພດ​ ຮວມທັງ​ໝົດ​ 11
ຫຼຽນ, ກາ​ນາ​ດາ ​ໄດ້ 9 ຫຼຽນ, ຕິດຕາມ​ມາ ດ້ວຍ Netherland ທີ່​ໄດ້​ຮັບ 8 ຫຼຽນ ​
ແລະ​ສະຫະລັດ​ໄດ້ 7 ຫຼຽນ.

ກົດບ່ອນນີ້ ເພື່ອເບິ່ງຂ່າວກ່ຽວກັບໂອລິມປິກ ເພື່ອຕື່ມ
www.voanews.com/info/sochi2014/4613.html

XS
SM
MD
LG