ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກຳ​ມະ​ກອນ​ 6 ຄົນ​ທີ່​ຫາຍ​ສາບ​ສູນຫຼັງ​ຈາກ​ຂົວ​ໃຫຍ່​ຂອງ ສະ​ຫະ​ລັດ ພັງ​ລົງຖືກ​ສັນ​ນິ​ຖານ​ວ່າ​ເສຍ​ຊີ​ວິດ​ແລ້ວ


ພາບ​ຖ່າຍ​ຈາກ​ອາ​ກາດ​ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ Dali ເຊິ່ງ​ໄດ້​ແລ່ນ​ໄປ​ຕຳ​ຂົວ ແຟ​ຣນ​ຊິ​ສ ສ​ກັອດ ຄີ, ເຮັດ​ໃຫ້​ຂົວ​ດັ່ງ​ກ່າວ​ພັງ​ລົງ​ໃນ​ນະ​ຄອນ ບາ​ລ​ຕິ​ມໍ, ລັດ ແມ​ຣີ​ແລນ, 26 ມີ​ນາ 2024. (Maryland National Guard/Handout via REUTERS).
ພາບ​ຖ່າຍ​ຈາກ​ອາ​ກາດ​ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ Dali ເຊິ່ງ​ໄດ້​ແລ່ນ​ໄປ​ຕຳ​ຂົວ ແຟ​ຣນ​ຊິ​ສ ສ​ກັອດ ຄີ, ເຮັດ​ໃຫ້​ຂົວ​ດັ່ງ​ກ່າວ​ພັງ​ລົງ​ໃນ​ນະ​ຄອນ ບາ​ລ​ຕິ​ມໍ, ລັດ ແມ​ຣີ​ແລນ, 26 ມີ​ນາ 2024. (Maryland National Guard/Handout via REUTERS).

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຳ​ມະ​ກອນ 6 ຄົນ​ທີ່​ຫາຍ​ສາບ​ສູນຫຼັງ​ຈາກ​ຂົວ​ໃຫຍ່​ໃນ​ນະ​ຄອນ ບອ​ລ​ຕິ​ມໍ ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ ສະ​ຫະ​ລັດ ພັງ​ລົງ​ໃນ​ວັນ​ອັງ​ຄານ​ວານນີ້​ ແມ່ນ​ຖືກ​ສັນ​ນິ​ຖານ​ວ່າ​ ໄດ້​ເສຍ​ຊີ​ວິດ​ແລ້ວ.

ກຳ​ມະ​ກອນ​ທີ່​ວ່າ​ນັ້ນ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ກຸ່ມ​ກຳ​ມະ​ກອນ 8 ຄົນ ທີ່​ສ້ອມ​ແປງ​ຂຸ​ມ ແລະ ຕ​າບ​ຖະ​ໜົນ​ຄອນກ​ຣີດ​ຢູ່​ຂົວ ແຟ​ຣນ​ຊິ​ສ ສ​ກັອດ ຄີ ເວ​ລາ​ທີ່​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ໄດ້​ຕຳ ​ນຶ່ງ​ໃນ​ເສົາ​ຄ້ຳຫຼັກ​ຂອງ​ມັນ​, ເຮັດ​ໃຫ້​ຂົວ​ດັ່ງ​ກ່າວ​ພັງ​ລົງ​ໃສ່​ແມ່​ນ້ຳ ພາ​ແທັບ​ສ​ໂຄ.

ກຳ​ມະ​ກອນອີກ​ສອງ​ຄົນ​ແມ່ນ​ຖືກ​ຊ່ວຍ​ມາ​ໄດ້, ດ້ວຍ​ຄົນ​ນຶ່ງ​ຖືກ​ສົ່ງ​ໄປ​ສູນ​ຄົນບາດ​ເຈັບ​ສຳ​ລັບ​ອາ​ການ​ສາ​ຫັດ, ໃນ​ຂະ​ນະ​ທີ່​ອີກ​ຄົນ​ນຶ່ງ​ແມ່ນບໍ່​ໄດ້​ຮັບ​ບາດ​ເຈັບ. ນັກ​ດຳ​ນ້ຳ​ໄດ້​ໃຊ້​ເວ​ລາ​ສ່ວນ​ໃຫຍ່​ຂອງວັນ​ນັ້ນ ​ຊອກ​ຫາ​ກຳ​ມະ​ກອນ​ອີກ 6 ຄົນ​ໃນ​ນ້ຳ​ທີ່​ເຢັນ​ເຂົ້າ​ກະ​ດູກ​ດ້ວຍ​ອຸນ​ຫະ​ພູມ​ປະ​ມານ 9 ອົງ​ສາ​ແຊ​ລ​ຊຽ​ສ ກ່ອນ​ທີ່​ຈະ​ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ​ກ່ອນ​ມືດ.

ເຈົ້າ​ໜ້າ​ທີ່​ຍາມ​ຊາຍ​ຝັ່ງ ສະ​ຫະ​ລັດ ພົນ​ເຮືອ​ຕີ ແຊນນອນ ກິ​ລ​ຣີດ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ແລ​ງວັນ​ອັງ​ຄານ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ຢຸດ​ການ​ປະ​ຕິ​ບັດ​ງານ​ຄົ້ນ​ຫາ ແລະ ກູ້​ໄພ​ຂອງ​ເຂົາ​ເຈົ້າ, ໂດຍ​ກ່າວ​ວ່າ​ ມັນ​ບໍ່​ແນ່​ໃຈ​ທີ່​ວ່າ ກຳ​ມະ​ກອນ 6 ຄົນ​ນັ້ນ​ຍັງ​ມີ​ຊີ​ວິດ​ຢູ່ ຍ້ອນ​ໄລ​ຍະ​ເວ​ລາ​ນັບ​ຕັ້ງ​ແຕ່​ອຸ​ບັດ​ເຫດ​ໄດ້​ເກີດ​ຂຶ້ນ ແລະ ອຸນ​ຫະ​ພູມ​ທີ່​ເຢັນ​ຂອງ​ແມ່​ນ້ຳ.

ຜູ້​ປົກ​ຄອງ​ລັດ ແມ​ຣີ​ແລນ ທ່ານ ເວັ​ສ໌ ມົວ ໄດ້​ກ່າວ​ວ່າ​ການ​ສິ້ນ​ສຸດ​ປະ​ຕິ​ບັດ​ການ​ກູ້​ໄພ​ແມ່ນ “ການ​ສະຫຼຸບ​ທີ່​ໃຈ​ແຕກ​ສະຫຼາຍ​ແທ້ໆ ​ຕໍ່​ວັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທ້າ​ທາຍ​ນັ້ນ.” ຜູ້​ປົກ​ຄອງ​ລັດ​ໄດ້​ກ່າວ​ວ່າ​ ບັນ​ດາ​ເຈົ້າ​ໜ້າ​ຢູ່​ລັດ​ຖະ​ບາ​ນ​ກາງ, ລັດ ແລະ ລະ​ດັບ​ທ້ອງ​ຖິ່ນ​ ຈະ​ໃຊ້​ທຸກໆ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຢູ່​ເພື່ອ​ຊອກ​ຫາ​ກຳ​ມະ​ກອນ​ທີ່​ຫາຍ​ສາບ​ສູນ ແລະ ສະ​ໜອງ​ຄວາມ​ສະ​ບາຍ​ໃຈໃຫ້​ຄອບ​ຄົວ​ຜູ້​ເສຍ​ຊີ​ວິດ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG