ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ນັກຮຽນ​​ ມັດທະຍົມ​​ປາຍ​ ​ຫ້າ​ຄົນ ​ຈາກ ສປປ ລາວ ຢ້ຽມຢາມ ນະຄອນຫຼວງ ວໍຊິງຕັນ


ຈາກຊ້າຍໄປຂວາ ທ້າວຣາຊະນະ ຄຳ​ມະນີ​ວົງ ທ້າວ​ແສງຕາ​ວັນ ທ່ານຄໍ​າໝັ້ນ ​ແສງ​ທຸມ​ມີ (ຜູ້ຕິດຕາມ) ນາງ​ມະນີ ກອງສົມບັດ ນາງ​ພາ​ນິຕາ ຮ່ວງ​ປະກັນ ແລະ ນາງປະ ກາຍ​ຍົກ ວອງ.
ຈາກຊ້າຍໄປຂວາ ທ້າວຣາຊະນະ ຄຳ​ມະນີ​ວົງ ທ້າວ​ແສງຕາ​ວັນ ທ່ານຄໍ​າໝັ້ນ ​ແສງ​ທຸມ​ມີ (ຜູ້ຕິດຕາມ) ນາງ​ມະນີ ກອງສົມບັດ ນາງ​ພາ​ນິຕາ ຮ່ວງ​ປະກັນ ແລະ ນາງປະ ກາຍ​ຍົກ ວອງ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີ​ວິດຊາວ​ລາວ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ​ບັນດາ ​ນັກຮຽນ​ຊັ້ນ​ມັດທະຍົມ​ພາກ​ປາຍ​ ​ຫ້າ​ຄົນ ແລະຜູ້ຄິດຕາມ ​ຈາກ ສປປ ລາວ ທີ່​ໄດ້​ມາ​ອົບ​ໂຮມ​ພາຍໃຕ້​ໂຄງການຜູ້ນຳ​ຊາວ​ໜຸ່ມ​ເຂດ​ເອ​ເຊຍ ຕາ​ເວັນ​ອອກສຽງ​ໃຕ້ ທີ່ມະຫາວິທະຍາ​ໄລ Northern Illinois ທີ່ເມືອງ DeKalb. ຫລັງ​ຈາ​ກ​ເສັດ​ສິ້ນ​ການ​ອົບ​ຮົມ​ເປັນ​ເວລາ​ສີ່​ອາທິດ​ແລ້ວ ບັນດາ​ນັກຮຽນ​ຈາກ 10 ປະ​ເທດ ຈຳນວນ 60 ຄົນ ຮວມທັງ​ລາວ​ໄດ້​ມາ​ຢ້ຽມ ຢາມ​ນະຄອນ​ຫລວງວໍຊິງຕັນ ​ແລະ ​ຈຳນວນ​ນຶ່ງ ​ໄດ້​ມາ​ຢ້ຽມຢາມ​ ຫ້​ອງຂ່າວ ວີ​ໂອ​ເອ ຊຶ່ງ ກິ່ງສະຫວັນ ຈະ​ນຳ​ເລື້ອງ​ນີ້​ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເປັນ​ເວລາ​ສາມ​ປີ​ຕໍ່​ເນື່ອງ​ທີ່​ຜ່ານາມາ ​ໃນ​ຕົ້ນ​ລະດູ​ຮ້ອນ ກ່ອນ​ໂຮງຮຽນຈະ​ພັກ ພາຍໃຕ້​ໂຄງການຜູ້ນຳ​ຊາວ​ໜຸ່ມ​ເຂດ​ເອ​ເຊຍ ຕາ​ເວັນ​ອອກສຽງ​ໃຕ້ ຫຼື Young Southeast Asia Leadership Initiative ທີ່​ເອີ້ນຫຍໍ້​ວ່າ YSEALI ​ຊຶ່ງ ​ເປັນ ​ໂຄງການ​ທີ່ປະທານາທິບໍດີ Barack Obama ​ໄດ້​ຕັ້ງ​ຂຶ້ນ​ມາ ສຳລັບບັນດາ​ນັກ​ຮຽນ ​ຊັ້ນ​ມັດທະຍົມພາກ​ປາຍ ​ແກ່ບັນດານັກຮຽນ​ຈາກ 10 ປະ​ເທດ ASEAN ​ເພື່ອ​ໃຫ້​ເຂົາ​ ເຈົ້າ​ມີໂອກາດ​ເດີນ​ມາ​ເປີດ​ຫູ​ເປີດເປິ​ດຕາ ອົບ​ຮົມການ​ເປັນ​ຜູ້ນຳ​ຢູ່ທີ່ ມະຫາວິທະຍາ​ໄລ Northern Illinois, Dekalb ຕັ້ງ​ຢູ່​ພາກ​ກາງ​ທາງເໜືອຂອງ​ສະຫະລັດ ​ເປັນ​ເວລາ​ສີ່​ອາ ທິດ.

ສຳລັບ​ປີ 2016 ​ນີ້​ໄດ້ມີ​ນັກຮຽນຊັ້ນ​ມັດທະຍົມ​ພາກ​ປາຍ​ຫ້າ​ຄົນ ແລະຜູ້ຕິດຕາມນຶ່ງຄົນໄດ້​ເດີນທາງ​ມາ​ຈາກ​ ​ສປປ ລາວ ຮ່ວມ​ກັບ​ບັນເພື່ອນ​ນັກ​ຮຽນ​ ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ອຶ່ນໆອີກ 54 ຄົນ. ຫລັງ​ຈາກ​ໄດ້​ເສັດສິ້ນ​ການ​ອົບ​ຮົມ​ແລ້ວ ພວກ​ນ້ອງໆນັກຮຽນ​ເຫລົ່າ​ນີ້​ໄດ້ພາກັນມາ​ຢ້ຽມຢາມ ນະຄອນຫຼວງ ວໍ​ຊິງ​ຕັນ​ ເປັນ​ເວລາ​ສອງ​ມື້ ​ກ່ອນກັບ​ຄືນປະ​ເທດ ຂອງ​ໃຜລາວ. ​ເຂົາ​ເຈົ້າ​ໄດ້​ມາ​ທ່ຽວ​ຊົມ​ຫໍພິພິດທະພັນ ລັດຖະສະພາ​ ສະຖານ​ທີ່​ສຳຄັນ​ຕ່າງໆ ​ແລະ​ສຳນັກງານຂ່າວ ວີ​ໂອ​ເອ ນຳ.

ບັດ​ນີ້​ເຮົາ​ມາ​ຟັງ​ຄວາມ​ຄິດ​ເຫັນ ຂອງ​ພວກ​ນ້ອງໆ​ນັກຮຽນ​ຈາກ ສປປ ລາວ​ ຈັກບາດເໜາະ ທ່ານວ່າ​ເຂົາ​ເຈົ້າ​ໄດ້ຮັບປະສົບ​ການ​ແນວ​ໃດແດ່. ​ທ່ານຄໍ​າໝັ້ນ ​ແສງ​ທຸມ​ມີ ຫົວໜ້ານຳພາ​ນັກຮຽນ​ລາວ ຊຶ່ງ​ໃນປັດຈຸບັນ​ເປັນ​ຄູ​ສອນ ຢູ່​ວິທະຍາ​ໄລ​ຄູ​ຄັງ​ໄຂ ​ແຂວງ​ຊຽງ​ຂວາງ ​ໄດ້​ເດີນທາງມາ ສະຫະລັດ ອາ​ເມຣິກາ ເປັນ​ເທື່ອ​ທຳ​ອິດ ​ທ່ານ​ໄດ້ກ່າວ​ເຖິງ​ຄວາມ​ເປັນ​ມາ ແລະ​ຄວາມຕື່ນ​ເຕັ້ນ​ຂອງ​ການ​ມາ​ຢ້ຽມຢາມ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້ :

ທ່ານ ຄຳໝັ້ນ ແສງທຸມມີ ຫົວໜ້ານຳພານັກຮຽນ
ທ່ານ ຄຳໝັ້ນ ແສງທຸມມີ ຫົວໜ້ານຳພານັກຮຽນ

ລິງໂດຍກົງ

ເພື່ອຢາ​ກຊາບ​ເຖິງ​ຜົນງານ​ກ່ຽວ​ກັບ​ລາຍການ​ວິທະຍຸ ວີ​ໂອເອ ພາກ​ພາສາ​ລາ​ວ ທີ່​ບັນດາ ​ປະຊາກອນ​ລາວ​ ຢູ່​ເຂດ​ຫ່າງ​ໄກພາກັນ​ຟັງ​ນັ້ນ ຄຳ​ໜັ້ນ ​ໄດ້​ກ່າວຕອບດັ່ງ​ນີ້.

ລິງໂດຍກົງ

ບັດ​ນີ້​ເຮົາ​ມາ​ຟັງ​ຄວາມ​ຮູ້ສຶກ​ຂອງ​ບັນດາ​ນ້ອງໆ​ນັກຮຽນ​ລາວ​ທັງ​ຫ້າ​ຄົນເໜາະ​ວ່າ ​ເຂົາ​ເຈົ້າ​ມີຄວາ​ມຮູ້​ສຶກຢ່າງ​ໃດ ທີ່​ໄດ້​ມາ​ເຫັນ​ສະຫະລັດ ​ແລະ​ຈະນຳ​ເອົາ​ຄວາມ​ຮູ້​ທີ່​ໄດ້​ຮັບ​ການ​ອົບ ​ຮົມນັ້ນ​ກັບເມືອ​ໃຊ້​ຢູ່​ບ້ານ​ຢ່າງ​ໃດ. ນັກຮຽນ​ຍິງ ນາງ​ປາ​ນິຕາ ຮ່ວງ​ພະຈັນ ອາຍຸ 15 ປີ ຈາກ​ບ້ານ​ໂພນ​ສະອາດ ນະຄອນຫລວງ​ວຽງ​ຈັນ ​ໄດ້​ກ່າ​ວ​ເຖິງ​ຄວາມຕື່ນ​ເຕັ້ນ​ຂອງ​ການໄດ້ ມາ​ອົບ​ຮົມ ​ເຫັນ​ສິ່ງ​ແປກ​ຫູ​ແປກ​ຕາ​ໃນສະຫະລັດ​ວ່າ :

ນາງປານິຕາ ຮ່ວງພະຈັນ
ນາງປານິຕາ ຮ່ວງພະຈັນ

ລິງໂດຍກົງ

ນັກຮຽນ​ຊາຍ​ຄົນ​ຕໍ່​ມາ​ໄດ້​ແກ່ ທ້າວ​ແສງຕາ​ວັນ ວີຣະຖາ​ວອນ ອາຍຸ 16 ປີ ຈາກ​ໂຮງ​ຮຽນ​ພອນ​ສະຫວັນ ​ແລະ​ຊົນ​ເຜົ່າ​ຕຽມ​ມະຫາວິທະຍາ​ໄລ ​ໄດ້​ກ່າວ​ວ່າ :

ທ້າວແສງຕາວັນ ວີຣະຖາວອນ
ທ້າວແສງຕາວັນ ວີຣະຖາວອນ

ນັກຮຽນ​ຍິງ​ ນາງປະກາຍ​ຢົກ ວ່ອງ ອາຍຸ 16 ປີ ຈາກ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ກ່າວ​ເຖິງ​ປະສົບ​ການ​ດັ່ງ​ນີ້ :

ນາງປະກາຍຢົກ ວ່ອງ
ນາງປະກາຍຢົກ ວ່ອງ

ລິງໂດຍກົງ

ນັກຮຽນ​ຊາຍ ທ້າວຣາຊະນາກ ຄຳ​ມະນີ​ວົງ ອາຍຸ 16 ປີ ຈາກ​ບ້ານ​ຫາດ​ຊາຍ​ຂາວ ​ແຂວງ​ວຽງ​ຈັນ ​ໄດ້​ກ່າວ​ເຖິງ​ການ​ມາ​ເຫັນ​ສະຫະລັດ​ຄັ້ງ​ນີ້​ວ່າ :

ທ້າວຣາຊະນາກ ຄໍາມະນີວົງ
ທ້າວຣາຊະນາກ ຄໍາມະນີວົງ

ນັກຮຽນ​ຍິງ ນາງ​ມ່ອນນີ ກອງສົມບັດ ອາຍຸ 16 ປີ ຈາກ​ບ້ານ​ປາກ​ກະດິງ ເມືອງ​ປາກ​ກະດິງ ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້ກ່າວເຖິງຄວາມຮູ້ສຶກ​ດັ່ງ​ນີ້ :

ນາງມ່ອນນີ ກອງສົມບັດ
ນາງມ່ອນນີ ກອງສົມບັດ

ບັນດາ​ນັກຮຽນ​ມັດທະຍົ​ມພາກ​ປາຍ​ເຫລົ່ານີ້ ​ພາກັນສົນ​ໃຈ​ຮຽນ​ພາສາ​ອັງກິດມາ​ແຕ່​ນ້ອຍ ​ເຂົາ​ເຈົ້າມີ​ຄວາມ​ສະຫລາດ​ຫລັກ​ແຫລມ ​ແລະຈະ​ເປັນ​ຜູ້ນຳ​ທີ່​ດີ​ຂອງ​ຊາດ​ໃນ​ອະນາຄົດ.

ໂຄງການ​ດັ່ງກ່າວ​ນີ້ ​ເປັນ​ທີ່​ດືງດູດໃຈ ສຳລັບບັນດາ​ຊາວ​ໜຸ່ມ ຊຶ່ງ​ໃນ​ແຕ່ລະ​ປີ​ຈະ​ມີ​ຄົນລຸ້ນ ດັ່ງກ່າວພາກັນ​ສອບ​ເສັງ​ຫລາຍພັນ​ຄົນ ​ແຕ່​ມີ​ພຽງຫົກ​ຄົນ​ຈາກ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນໄດ້​ຮັບ​ທຶນ​ທີ່ວ່ານີ້. ຈຸດປະສົງ​ກໍ​ຄື​ໃຫ້​ມີ​ຄວາມ​ສົນ​ໃຈ ດ້ານ​ການ​ເປັນ​ຜູ້ນຳ ​ຮຽນ​ຮູ້​ພາສາ​ອັງກິດ ​ມີໂອກາດ​ເດີນ ທາງ​ມາເປີດ​ຫູ​ເປີດ​ຕາ ທັດສະນະ​ສຶກສາເບິ່ງລະບົບການ​ບໍລິຫານ​ວຽກ ​ງາ​ນແລະ ຊີ​ວິດ​ການ​ເປັນຢູ່​ຂອງ​ຊາວ​ອາ​ເມຣິກັນ.

ພວກນ້ອງໆນັກຮຽນ ມອບຂອງຂວັນເພື່ອເປັນທີ່ລະລຶກໃຫ້ແກ່ ກິ່ງສະຫວັນ ນັກຂ່າວ ວີໂອເອ.
ພວກນ້ອງໆນັກຮຽນ ມອບຂອງຂວັນເພື່ອເປັນທີ່ລະລຶກໃຫ້ແກ່ ກິ່ງສະຫວັນ ນັກຂ່າວ ວີໂອເອ.

ບັນດາ​ນັກຮຽນ​ຈາກ​ກຸ່ມປະ​ເທດ ASEAN 60 ຄົນ​ ຫລັງ​ຈາກໄດ້ເສັດ​ສິ້ນ​ການ​ອົບ​ຮົມ​ເປັນ​ເວລາ​ສີ່​ອາທິດ ທີ່ມະຫາວິທະຍາ​ໄລ Northern Illinois ທີ່ເມືອງ Dekalb ຊຶ່ງຕັ້ງ​ຢູ່ໃນ​ເຂດພາກ​ກາງຂອງ ສະຫະລັດ​ແລ້ວ ບັດ​ນີ້​ເຂົາ​ເຈົ້າ​ໄດ້ພາກັນມາຢ້ຽມຢາມນະຄອນ ຫລວງວໍຊິງ​ຕັນ​ ​ເປັນເວລາ​ສອງ​ວັນ ​ຊຶ່ງເປັນບ່ອນ​ສຸດ​ທ້າຍ ແລະທັງ​ໝົດ​ໄດ້​ກັບຄືນ​ບ້ານ​ຂອງ​ໃຜລາວ​ດ້ວຍຄວາມປອດໄພ.

XS
SM
MD
LG