ຫົກເດືອນຫລັງການເຮັດລັດຖະປະຫານ, ປະເທດມຽນມາກໍາລັງປະເຊີນກັບການແຜ່ລະບາດຢ່າງໄວ ຂອງໄວຣັສໂຄໂຣນາ.
ການເສຍຊີວິດ ເພີ້ມຂຶ້ນຢ່າງຫຼວງຫຼາຍ ໃນແຕ່ລະວັນ ໃນຮອບທີສາມຂອງການລະບາດ, ໄວຣັສສາຍພັນໃໝ່ເດລຕ້າ, ການຕິດເຊື້ອທີ່ເລີ້ມຕົ້ນໃນວັນທີ 25 ພຶດ ສະພາ ເຊິ່ງມີຜູ້ເສຍຊີວິດລາຍວັນ 326 ຄົນທີ່ລາຍງານໃນວັນທີ 23 ກໍລະກົດ, ອັນໄດ້ເຮັດໃຫ້ມີຈໍານວນຜູ້ເສຍຊີວິດຈາກໄວຣັສໂຄໂຣນາເພີ້ມຂຶ້ນເປັນ 6,459 ຄົນ. ມຽນມາ ພົບຜູ້ຕິດເຊື້ອລາຍໃໝ່ເຖິງ 5,506 ຄົນຈາກໂຕຢ່າງ 13,487 ຄົນ, ຄິດເປັນຈໍານວນ 40 ເປີເຊັນຂອງຜູ້ຕິດເຊື້ອ. ເຊິ່ງຈໍານວນໂຕເລກຈິງນັ້ນ ອາດຈະສູງກວ່ານີ້ ເນື່ອງຈາກມີຫລາຍຄົນທີ່ບໍ່ສາມາດເຂົ້າໂຮງໝໍໄດ້.
ບັນດາສຸສານຕ່າງໆພະຍາຍາມກໍາຈັດສົບຢ່າງໄວວາ ໂດຍບໍ່ມີມາດຕະການດ້ານຄວາມປອດໄພ, ແລະລົດຂົນສົ່ງ ສົບຜູ້ເສຍຊີວິດນັ້ນ ມີຕັ້ງແຕ່ 3 ສົບຂຶ້ນໄປ, ເຊິ່ງຂົນສົ່ງໂດຍລົດແທັກຊີ ຫລືລົດໂດຍສານທົ່ວໄປ. ວີດີໂອ ແລະຮູບພາບໃນສື່ສັງຄົມອອນລາຍໄດ້ເປີດເຜີຍໃຫ້ເຫັນສົບທີ່ກອງກັນໄວ້ເພື່ອເຜົາທີ່ສຸສານຕ່າງໆໃນຢ້າງກຸ້ງ. ນັບຕັ້ງແຕ່ມີການເຮັດລັດຖະປະຫານ ບັນດາອາສາສະໝັກ ແລະເຈົ້າໜ້າທີ່ ບໍ່ໄດ້ໃສ່ອຸປະກອນປ້ອງກັນໃດໆເລີຍ ນອກຈາກໜ້າກາກອະນາໄມເທົ່ານັ້ນ.
ບັນດາສະຖານທີ່ດໍາເນີນການມ້ຽນສົບຟຣີ ບັນດາພະນັກງານຊ່ວຍເຫລືອຢູ່ໃນນະຄອນຢ້າງກຸ້ງກ່າວວ່າ ພວກເຂົາເຈົ້າບໍ່ສາມາດເກັບກໍາຈໍານວນໂຕເລກຜູ້ເສຍຊີວິດທີ່ພວກເຂົາເຈົ້າອ້າງວ່າ ຂະນະນີ້ມີຢູ່ທີ່ປະມານ 1,000 ຄົນໃນແຕ່ລະວັນ.
ທ່ານ ສຽນ ວິນ ຖັນ (Sein Win Than) ຜູ້ເຊິ່ງບໍລິການຂົນສົ່ງສົບເພື່ອການກຸສົນ, ໄດ້ກ່າວຕໍ່ VOA ວ່າ ອົງກອນຂອງລາວຕ້ອງຂົນສົ່ງຢ່າງນ້ອຍ 40 ສົບໄປຫາສຸສານໃນແຕ່ລະວັນ, ແຕ່ທາງອົງກອນຂອງລາວ ບໍ່ສາມາດເຮັດຕາມຄໍາຮ້ອງຂໍນັ້ນໄດ້.
“ພວກເຮົາບໍ່ສາມາດຮັບໄດ້ຫລາຍກວ່າ 50 ສົບຕໍ່ມື້. ພວກເຮົາຕ້ອງລໍຖ້າຢູ່ສຸສານເປັນຫລາຍຊົ່ວໂມງເພື່ອສົ່ງສົບເຫລົ່ານັ້ນ, ແຕ່ວ່າພວກເຮົາບໍ່ສາມາດລໍຖ້າອີກໄດ້ເພາະຄວາມຕ້ອງການໃນການຂົນສົ່ງສົບນັ້ນສູງ. ເມື່ອເຮົາໄປເຖິງສຸສານ, ພວກເຮົາຕ້ອງຮີບອອກໄປເພື່ອການຂົນສົ່ງອັນໃໝ່,” ນັ້ນຄືຄຳເວົ້າຂອງ ທ່ານ ສຽນ ວິນ ຖັນ.
ສະຖານະການແບບນີ້ ມັນບໍ່ໄດ້ຜິດປົກກະຕິຫຍັງ ເລີຍສໍາລັບນະຄອນຢ້າງກຸ້ງ.
ໃນເມືອງ ມັນດາເລ, ຈໍານວນຜູ້ເສຍຊີວິດແມ່ນເພີ້ມຂຶ້ນໃນແຕ່ລະວັນເນື່ອງຈາກຂາດເຂີນພະນັກງານແພດ ແລະພະຍາບານ.
“ມີຜູ້ປ່ວຍປະມານ 60 ຄົນເສຍຊີວິດໃນແຕ່ລະວັນ, ແຕ່ພວກເຮົາສາມາດນໍາສົ່ງໄດ້ພຽງແຕ່ 30 ສົບໄປຫາສຸສານ,” ພະນັກງານຊ່ວຍເຫລືອໄດ້ກ່າວຕໍ່ VOA.