ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຊຸມນຸມ ວົງດົນຕີ ລາວ-ອາເມຣິກັນ-ການາດາ ທີ່ ນະຄອນ ແອັດແລນຕາ


ຫົກຄະນະວົງດົນຕີ ລາວ-ອາເມຣິກັນ-ກາດາດາ ຊຸມນຸມກັນ ທີ່ ນະຄອນ Atlanta ລັດ Georgia.
ຫົກຄະນະວົງດົນຕີ ລາວ-ອາເມຣິກັນ-ກາດາດາ ຊຸມນຸມກັນ ທີ່ ນະຄອນ Atlanta ລັດ Georgia.
ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ມື້​ນີ້ ຂ້າ​ພະ​ເຈົ້າຈະ​ພາ​ທ່ານ​ໄປ
​ພົບ​ກັບບັນ​ດາ​ນັກຮ້ອງນັກດົນ​ຕີ ​ລາວ-​ອາ​ເມ​ຣິ​ກັນ ພ້ອມ​ດ້ວຍ
ສຽງເພງຂອງ​ເຂົາ​ເຈົ້າໃນ​ງານ​ຄອນ​ເສີດ​. ຂ້າພະ​ເຈົ້າ​ເຊື່ອ​ວ່າ
ທ່ານ​ຈະ​ໄດ້​ຮັບ​ຄວາມ​ມ່ວນ​ຊຶ່ນ​ກັບ​ຜົນ​ງານ ຂອງ​ພວກ​ສິນ​ລະ
​ປິນເຊື້ອສາຍ​ລາວເຫລົ່າ​ນີ້ ຢ່າງ​ແນ່ນອນ.

​ໃນ​ຕອນ​ແລງ​ວັນ​ເສົາ ທີ 9 ​ພະຈິກຕົ້ນ​ເດືອນ​ນີ້​ ຢູ່ສະຖານທີ່​
ຊຸມນຸມ​ກິນ​ລ້ຽງ Santa Fe Club ທີ່ ນະຄອນ Atlanta ​
ເມືອງ​ຫລວງ​ຂອງ ລັດ Georgia ຕັ້ງ​ຢູ່​ພາກ​ໃຕ້ຂອງ ສະຫະ
ລັດ ​ໄດ້​ມີ​ການ​ເຕົ້າ​ໂຮມ​ຊຸມນຸ​ມ ບັນດາ​ນັກ​ດົນຕີ ນັກຮ້ອງ
ລາວ-ອາ​ເມຣິກັນ​ ​ແລະ​ລາວ-ກາ​ນາ​ດາ ທັງ​ໝົດຫົກຄະນະ.

​ເຂົາ​ເຈົ້າ​ໄດ້​ພາກັນ​ເດີນທາງ​ມາ​ ເພື່ອສະ​ແດງຝີມື ການ​ຫລີ້ນ
​ດົນ​ຕີ ​ການແຕ່ງ​ເພງ​ລາວສາ​ກົນ ແລະຮ້ອງ​ເພງ. ການ​ເຕົ້າ​ໂຮມສັງ​ສັນດັ່ງ​ກ່າວ​ເປັນ​ຄັ້ງ
​ທຳ​ອິດທີ່​ ​ເຂົາ​ເຈົ້າເຫລົ່າ​ນີ້​ໄດ້​ພາ​ກັນ​ໄຝ່​ຝັນຢາກພົບ​ພໍ້​ກັນມາ​ເປັນ​ເວລາ​ດົນ​ແລ້ວ ຊຶ່ງ​
ໃນ​ທີ່​ສຸດ ເຂົາ​ເຈົ້າກໍໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໂດຍ​ໄດ້ເດີນ​ທາງ​ ມາ​ຈາກ​ທົ່ວສະ​ຫະ​ລັດ
ແລະ​ປະ​ເທດ​ກາ​ນາ​ດາ. ງານ​ຊຸ​ມນຸມ​ສິນລະປິນ​ຄັ້ງ​ນີ້ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ບັນດາ​ສະມາຊິກ ສັງຄົມ​ລາວ-​ອາ​ເມຣິກັນ​ ໃນ​ຂົງ​ເຂດ​ນະ​ຄອນ​ຫລວງ Atlanta ​ໂດຍ
ໄດ້ມີ​ຜູ້ມາ​ຮ່ວ​ມ 300 ກວ່າ​ຄົນ​.

ງານ​ຄອນ​ເສີດດັ່ງກ່າວ​ ​ປະກອບ​ດ້ວຍ​ວົງ​ດົນຕີ​ 6 ຄະນະ​ຄື: “The Exile” ​ນຳ​ໂດຍ ​
ເພັດ ນໍຣະວົງ ​ຈາກ​ປະ​ເທດ ກາ​ນາ​ດາ, “ຈິດ​ບັນຍາ” ຈາກ​ລັດ Tennessee, “ໜຸ່ມ​ເສ
ຣີ” ຈາກ​ເມືອງ Columbus ລັດ Ohio, “Black Flame” ຈາກ​ເມືອງ San Diego ລັດ
California​, ໄຊ ສຽງ​ສະຫວັນ ຮ່ວມ​ກັບ Torky ຈາກນະ​ຄອນ Dallas ລັດ ​Texas
​ແລະ​ຄະນະ Papillon ຈາກ ແອັດ​ແລນ​ຕາ​ເອງ ​ຊຶ່ງເປັນ​ເຈົ້າພາບ​ຈັດການ​ສະ​ແດງ.

ບັນດາ​ນັກ​ດົນຕີ ​ແລະນັກ​ຮ້ອງເຫລົ່າ​ນີ້ ລ້ວນ​ແລ້ວ​ແຕ່ເປັນ​ນັກ​ສິນລະປິນ ເຊື້ອສາຍ​ລາວ
ທີ່​ໄດ້ມາເຕີບ​ໃຫ​ຍ່ຢູ່​ນອກ​ປະ​ເທດ​ເປັນເວ​ລາ 30 ກວ່າ​ປີ​ແລ້ວ​. ​ເຂົາ​ເຈົ້າ​ເປັນ​ນັກ​ສິນລະ​ປິນສະມັກ​ຫລີ້ນ ​ແຕ່ລະຄົນ​ມີໜ້າ​ທີ່​ວຽກການ ຫາ​ຢູ່​ຫາ​ກິນ ຂອງ​ໃຜລາວ​ ​ແລະເຖິງ​ແມ່ນ
​ວ່າ ​ເຂົາ​ເຈົ້າ​ຈະໄດ້ໃຊ້​ຊີວິດຢູ່​ຕ່າງປະ​ເທດມາເປັນ​ເວລາ​ນານ​ກໍ​ຕາມ ​ແຕ່​ສິ່ງ​ສໍາຄັນ​ທີ່ສຸດ
ກໍ​ຄື ເຂົາ​ເຈົ້າ​ຍັງ​ພ​າ​ກັນດໍາ​ເນີນຮັກສາພາສາ​ລາວ​ໄວ້​ກັບ​ບົດ​ເພງ​ຂອງ​ເຂົາ​ເຈົ້າ ທີ່​ໄດ້​ຮັບ
ຄວາມ​ນິ​ຍົມຢູ່​ໃນ​ວົງ​ສັງ​ຄົມ ລາວ​-ອາ​ເມ​ຣິ​ກັນ ​ລາວ-ກາ​ນາ​ດາ ແລະ​ຢູ່​ທົ່ວ​ໂລກ ຕະຫລອດ​
ມາ. ​ສຽງ​ເພງສຽງ​ດົນຕີຂອງ​ພວກ​ສິນລະປິນ​ເຫລົ່າ​ນີ້ ຍັງຮັບ​ຟັງໄດ້ອີກ ຢູ່​ໃນ youtube ນຳ.

ທ່ານ ​ແວນ ຊະນະ​ນິກອນ ຜູ້​ນຳພາ​ການປະ​ສານ​ງານຕ້ອນຮັບການເຕົ້າໂຮມຊຸມນຸມ
ຄັ້ງນີ້ ໄດ້ເລົ່າ​ຈຸດ​ປະ​ສົງ​ສູ່ ວີ​ໂອ​ເອຟັງ ວ່າ :
ຄະນະວົງດົນຕີ Papillion
ຄະນະວົງດົນຕີ Papillion

ລິງໂດຍກົງ

ນັ້ນ​ແມ່ນ​ພາກສ່ວນນຶ່ງ​ຂອງສຽງ​ເພງ “ບ້ານ​ເກີດ​ເຮົາ” ຈາກ​ຄະນະ​
ວົງ​ດົນຕີ “The Exile”. ທ່ານ​ເພັດ ນໍ​ຣະ​ວົງ ຫົ​ວ​ໜ້າ​ວົງ​ດົນ​ຕີ “The
Exile” ຫລື ຄະນະພັດ​ຖິ່ນ ຈາກ ປະ​ເທດກາ​ນາ​ດາ ຊຶ່ງເປັນວົງດົນ
ຕີທີ່ມີຊື່ສຽງ ແລະຮູ້ກັນດີໃນບັນດາແຟນໆເພງ ໄດ້​ໃຫ້​ທັດສະນະຕໍ່ ວີ​ໂອ​ເອ ວ່າ:

ທ່ານເພັດ ນໍຣະວົງ
ທ່ານເພັດ ນໍຣະວົງ


ນັ້ນ​ແມ່ນ​ພາກສ່ວນນຶ່ງ​ຂອງສຽງ​ເພງທີ່​ມີ​ຊື່​ວ່າ “ຮ້ອງ​ເພງ” ຈາກ
ຄະນະວົງ​ດົນ​ຕີ “ຈິດປັນຍາ” ​ທີ່ໄດ້​ເດີນ​ທາງ​ມາ​ຮ່ວມຈາກ​ລັດ
Tennessee. ທ່ານ​ບັນ​ດິດ ​ໄດ້​ກ່າວເຖິງຄວາມ​ເປັນ​ມາ​ຂອງ​
ວົງ​ດົນ​ຕີຂອງ​ຜູ້​ກ່ຽວ ວ່າ:
ຄະນະວົງດົນຕີ ຈິດປັນຍາ
ຄະນະວົງດົນຕີ ຈິດປັນຍາ


​ນັ້ນ​ແມ່ນ​ສຽງ​ເພງ​ທີ​ມີ​ຊື່ວ່າ Picky ຫລື​ ເລືອກ​ຫລາຍ ຈາກ
ການ​ຂັບ​ຮ້ອງ​ໂດຍ Xay Savanh ​ແລະ Torky ​ເປັນ​ຕົວ​
ເກງ ທີ່​ເດີນທາງ​ມາ​ຈາກ ​ນະຄອນ San Diego ລັດ
California. ​

ທ່ານໄຊ ສຽງສະຫວັນ
ທ່ານໄຊ ສຽງສະຫວັນ

ລິງໂດຍກົງ

ຄະນະວົງດົນຕີ Black Flame
ຄະນະວົງດົນຕີ Black Flame

ລິງໂດຍກົງ

ຄະນະວົງດົນຕີ ໜຸ່ມເສຣິ
ຄະນະວົງດົນຕີ ໜຸ່ມເສຣິ

ແລະ ສຸ​ດທ້າຍ​ກໍ​ແມ່ນ​ວົງ Noom Seri​ ຈາກເມືອງ Columbus
ລັດ Ohio ທີ່​ໄດ້​ມາ​ຮ່ວມສະແດງລວດລາຍ​ນຳ. ​ເພື່ອໃຫ້​ທ່ານ​ໄດ້
​ສືບ​ຕໍ່​ຟັງ​ຜົນງານຂອງວົງ​ດົນຕີ 6 ​ຄະນະ​ ທີ່ກ່າວ​ມາ​ນັ້ນຢ່າງ​ຈຸໃຈ
ທາງ​ວີ​ໂອ​ເອຂອງ​ເຮົາ ຈຶ່ງ​ໄດ້ຈັດ​ເພງ​ໄວ້ ​ເພື່ອ​ໃຫ້​ຄວາມ​ສໍາຣານ
ແກ່​ທ່ານ​ໃນ​ວັນ​ອາທິດ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ​ແລະພ້ອມດຽວ​ກັນ
​ກໍ​ຢ່າ​ລືມ​ຊົມຮູບພາບການເຕົ້າ​ໂຮມ concert ຂອງບັນດານັກສິນ
ລະປິນທີ່​ວ່າ​ນີ້ ​ໃນໜ້າ “ລາວຕ່າງແດນ” ຢູ່ເວັບໄຊ້ທ໌ຂອງ ວີໂອເອ​
ຂອງ​ເຮົາ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG