ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນກຸ່ມນຶ່ງ ໂຈມຕີ ຖານທັບອາກາດ ອິນເດຍ ເຮັດໃຫ້ 6 ຄົນ ເສຍຊີວິດ


ລົດຫຸ້ມເກາະຂອງອິນເດຍ​ ເຄື່ອນໄຫວໃກ້ໆຖານທັບອາກາດ
Pathankot ປະມານ 430 ກິໂລແມັດ ຫ່າງຈາກນະຄອນຫຼວງ ນິວເດລີ ໄປທາງເໜືອ.​
ລົດຫຸ້ມເກາະຂອງອິນເດຍ​ ເຄື່ອນໄຫວໃກ້ໆຖານທັບອາກາດ Pathankot ປະມານ 430 ກິໂລແມັດ ຫ່າງຈາກນະຄອນຫຼວງ ນິວເດລີ ໄປທາງເໜືອ.​

ເຈົ້າໜ້າ​ທີ່​ອິນ​ເດຍກ່າວ​ວ່າ ມື​ປືນ 4 ຄົນແລະ​ຍາມ 2 ຄົນ​ໄດ້​ເສຍ​
ຊີວິດ​ໃນ​ການ ​ໂຈ​ມຕີ​ຖານ​ທັບ​ອາກາດ​ແຫ່ງ​ນຶ່ງ​ ທີ່​ແກ່ຍາວ​ມາ​ຕະ
ຫລອດ​ມື້ ​ທີ່​ລັດ Punjab ​ໃກ້ໆ​ຊາຍ​ແດນ​ຂອງ​ປາ​ກິ​ສຖານ.

ພວກ​ມື​ປືນ​ໄດ້​ເປີດ​ສາກ​ໂຈມ​ຕີ​ຖານ​ທັບ​ອາກາດ Pathankot ​ໃນ
​ຕອນ​ເຊົ້າວັນ​ເສົາ​ມື້ນີ້ ​ແລະ​ສຽງ​ປືນ​ຮອບ​ໃໝ່​ ແມ່ນ​ຍັງ​ໄດ້​ຍິນ​ຫຼາຍ
ຊົ່ວ​ໂມງ​ຕໍ່​ມາ.

​ເຈົ້າໜ້າ​ທີ່​ອິນ​ເດຍກ່າວ​ວ່າ​ ພວກ​ເຂົາ​ເຈົ້າກຳລັງ​ພະຍາຍາມຈະ​ລະ
​ບຸ​ໂຕ​ວ່າ​ພວກຄົນ​ຮ້າຍ​ຈຸນີ້​ແມ່ນ​ໃຜ.​ ​ແຕ່​ແນວ​ໃດ​ກໍ​ຕາມ ​ເຈົ້າໜ້າ​ທີ່
​ຮັກສາ​ຄວາມ​ສະຫງົບ ​ຂອງອິນ​ເດຍ ບາງ​ຄົນ​ກ່າວ​ວ່າ ຕົນ​ເຊື່ອ​ວ່າ​
ພວກ​ໂຈມ​ຕີ​ແມ່ນ​ສະມາຊິກ​ຂອງ​ກຸ່ມ Jaish- e-Mohammed ຫຼືກອງທັບ​ພະ​ເຈົ້າ​ໂມ​ຮຳ​
ເມັດ​ ຊຶ່​ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ ​ທີ່​ມີ​ຖານປະຕິບັດ​ງານ​ ຢູ່​ໃນ​ປາ​ກິ​ສຖານ ທີ່​ຢາກ​ໃຫ້​ແຄ​ວ້ນ​
ແຄັສ​ເມຍ ​ຊຶ່ງ​ອິນ​ເດຍປົກຄອງ​ຢູ່​ນັ້ນ ​ເປັນ​ເອກ​ກະລາດ.

ລັດຖະມົນຕີ​ກະຊວງ​ພາຍ​ໃນຂອງອິນ​ເດຍທ່ານ Rajnath Singh ກ່າວ​ໃນ​ການໃຫ້​ຄວາມ
​ເຫັນທາງ​ໂທລະ​ພາບທີ່​ໃຊ້​ຄຳ​ເວົ້າແບບ​ລະມັດລະວັງ​ວ່າ ປາ​ກິ​ສຖານ​ເປັນ​ເພື່ອນ​ບ້ານ​ຂອງ​
ເຮົາແລະ​ພວກ​ເຮົາ​ຕ້ອງການ​ສັນຕິພາບ​ ບໍ່​ແມ່ນ​ພຽງ​ແຕ່​ກັບປາກິສຖານ​ເທົ່າ​ນັ້ນແຕ່​ກັບ​ທຸກ
​ປະ​ເທດ​ເພື່ອນ​ບ້ານ.​ ພວກ​ເຮົາຕ້ອງການ​ສັນຕິ​ພາບ ແຕ່​ຖ້າ​ພວກ​ກໍ່​ການ​ຮ້າຍ​ຫາກທຳ​ການ
​ໂຈມ​ຕີ​ຕໍ່​ດິນ​ແດນ​ຂອງ​ອິນ​ເດຍ​ແລ້ວ ​ພວກກໍ​ຈະ​ທຳ​ການ​ຕອບ​ໂຕ້​ທີ່​ເໝາະ​ສົມ.

​ໃນ​ປີ​ກາຍ​ນີ້ ພວກ​ມື​ປືນ​ໄດ້​ໂຈມ​ຕີ​ເມືອງ​ຊາຍ​ແດນ​ແຫ່ງ​ນຶ່ງ ໃນ​ລັດ Punjab ທີ່​ເຮັດ​ໃຫ້​ຢ່າງ
​ນ້ອຍ​ 7 ຄົນ​ເສຍ​ຊີວິດ​ຮວມທັງ​ນາຍ​ຕຳຫຼວດຈຳນວນ​ນຶ່ງ.​ ອິນເດຍ​ຖິ້ມ​ໂທດ​ໃນ​ການ​ໂຈມ​ຕີ​
ດັ່ງກ່າວ​ໃສ່​ພວກ​ຫົວ​ຮຸນ​ແຮງ ທີ່​ແຊກ​ຊຶມ​ເຂົ້າ​ໄປ​ຈາກ​ປາ ກິ​ສຖານ.

ການ​ໂຈມ​ຕີ​ເທື່ອ​ຫຼ້າ​ສຸດ​ນີ້ ມີ​ຂຶ້ນພຽງ​ນຶ່ງ​ອາທິດ​ຫລັງ​ຈາກ​ນາຍົກລັດຖະມົນຕີອິນເດຍທ່ານ
Narendra Modi ​ໄດ້ໄປ​ຢ້ຽມຢາມປາ​ກິ​ສຖານ​ ຄັ້ງປະຫວັດສາດ​ ທີ່​ບໍ່​ມີ​ການປະກາດ​ໃຫ້​
ຊາບ​ລ່ວງ​ໜ້າ​ເພື່ອ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ Nawaz Sharif ຊຶ່ງ​ເປັນ​ການ​ຢ້ຽມຢາມ
ເທື່ອທຳ​ອິດ ​ໂດຍ​ນາຍົກລັດຖະມົນຕີ​ອິນ​ເດຍ​ໃນ​ຮອບນຶ່ງທົດ​ສະ​ວັດ​ກວ່າໆ.​ ການ​ໄປຢ້ຽມ
ຢາມ​ດັ່ງກ່າວ ແມ່ນ​ຖືກ​ເບິ່ງ​ກັນ​ວ່າ ເປັນ​ຮ່ອງຮອຍ​ໃນ​ຄວາມ​ສຳພັນ​ທີ່​ເປັນ​ມິດກັນຫຼາຍຂຶ້ນ
ລະຫວ່າງ​ສອງ​ປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ອາວຸດ​ນິວ​ເຄລຍ.

ອິນ​ເດຍ​ ໄດ້​ກ່າວ​ຫາ​ປາ​ກິ​ສຖານ​ວ່າ ຕິດ​ອາວຸດ ​ແລະ​ໃຫ້ການ​ຝຶກ​ແອບ​ແກ່​ພວກ​ກະບົດ ​ທີ່​
ພວມ​ທຳ​ການ​ຕໍ່ສູ້​ເພື່ອ​ຄວາມ​ເປັນ​ເອກ​ກະລາດ​ຂອງ​ແຄວ້ນ​ແຄັສ​ເມຍ​ ຈາກ​ອິນ​ເດຍ ​ແລະ​
ຮວມ​ເຂົ້າກັນ​ເປັນ​ສ່ວນ​ນຶ່ງ​ຂອງ​ປາ​ກິ​ສຖານ.​ ​ແຕ່​ປາ​ກິ​ສຖານ​ໄດ້ປະຕິ​ເສດ​ຕໍ່​ຂໍ້​ຫາ​ດັ່ງກ່າວ.

India Attack
please wait
Embed

No media source currently available

0:00 0:01:31 0:00

XS
SM
MD
LG